20 June 2008

ເມື່ອສຍາມເສັຍດິນແດນ


ດິນແດນທີ່ກຳນົດຈຸດໄວ້ ໕ ຈົດນັ້ນທີ່ໄທຍ໌ໄດ້ອ້າງວ່າເຄີຍເສັຍດິນແດນໄປ ໑໔ ຄັ້ງ (ຂ້ມູນຈາກເວັບໄຊນ໌)
ບົດຄວາມ ແລະປະວັດກ່ຽວກັບການສຍາມເສັຍດິນແດນນນັ້ນ, ຖືເປັນບົດຄວາມທາງປະຫວັດສາດທີ່ ສ້າງຄວາມເຈັບແຄ້ນແໜ້ນໃຈໃຫ້ແກ່ຄົນໄທຍ໌ໃນປັດຈຸບັນຢ່າງຍິ່ງ, ໃນຖານະທີ່ຄົນໄທຍ໌ເປັນເຈົ້າຂອງປະເທດໄທຍ໌ ອັນເຄີຍມີຊື່ວ່າສຍາມກ່ອນໜ້ານີ້, ມັນຈຶ່ງບໍ່ເປັນເລື່ອງແປກເລີຍ ເມື່ອເຮົາອ່ານໜັງສືພິມ ວາລະສານ ແລະປຶ້ມ ຫຼືເວບໄທຍ໌ກ່ຽວກັບປະວັດສາດໄທຍ໌ໃນໄລຍະ 100 ກວ່າປີມານີ້ ຈະກ່າວເຖິງເລື່ອງນີ້ຢ່າງຫຼວງຫຼາຍ ຍິ່ງໃນໄລຍະນີ້ມີບັນຫາກ່ຽວກັບປາສາດພູເຂົາພຣະວິຫານຂອງທັງສອງປະເທດ ຍິ່ງເຮັດໃຫ້ບົດຄວາມການເສັຍດິນແດນຂອງສຍາມ(ໄທຍ໌) ຖືກຕີແຜ່ ແລະມີການກ່າວເຖິງກັນຢ່າງທົ່ວເຖິງ.
ໃນຄວາມໝາຍຂອງການເສັຍດິນແດນຂອງສຍາມນັ້ນ, ຄົນໄທຍໄດ້ໃຫ້ທັດສະນະກ່ຽວກັບເຫດການເສັຍດິນແດນນັ້ນວ່າ “ຖືກບີບບັງຄັບ” ຫຼືມັກຈະໃຫ້ຄໍາວ່າ “ສັນຍາເສັຍປຽບ” ໃນຂະນະດຽວກັນກໍມັກຈະໃຊ້ ຄໍາວ່າ “ພຣະມະຫາກະສັດຂອງໄທຍ໌ທຸກພຣະອົງ ພະຍາຍາມຮັກສາເອກະຣາດຂອງປະເທດ ໂດຍການທຳສົງຄາມເພື່ອປ້ອງກັນຣາຊະອານາຈັກ ຣວມເຖິງການຍອມສະຫຼະດິນແດນເລັກນ້ອຍເພື່ອຮັກສາດິນ ແດນທີ່ສຳຄັນໆ ສະຫຼຸບແລ້ວເຮົາເສັຍໄປ 782.877 ຕາຕະລາງກິໂລແມັດ, ເຫຼືອພຽງ ໕໑໒.115 ຕາຕະ ລາງກິໂລແມັດ ໃນປັດຈຸບັນ” ອັນນີ້ແມ່ນຄຳເວົ້າຂອງຄົນໄທຍ໌ທຸກຄົນຮັບຮູ້ ເຊິ່ງນັກວິຊາການດ້ານປະວັດສາດ ແລະສົນທິສັນຍາທາງປະວັດສາດ ການເສັຍດິນແດນຂອງສຍາມມັກກ່່າວເຖິງສະເໝີ ຈົນເຮັດໃຫ້ມີການສະເໜີບົດຂຽນ ຄຳເວົ້ານີ້ຈາກຄົນໄທຍ໌ໃນຍຸກປັດຈຸບັນ ບໍ່ວ່າຊິແມ່ນທ່ອງທ່ຽວໃນເທິງໜ້າເວັບໄຊນ໌ ຫຼືປື້ມອ່ານໃນງານເສວະນາກ່ຽວກັບປະວັດສາດ, ກໍມັກຈະຍິນເລື່ອງນີ້ເລື້ອຍໆ ນັບແຕ່ປີ 1994 ເຖິງປີ 2000 ທີ່ເຄີຍພຳນັກຢູ່ເມືອງໄທຍ໌ ກໍມັກຈະຍິນຄຳນີ້ຫຼາຍຄັ້ງ, ຈຶ່ງເຮັດໃຫ້ມີຄວາມຄິດຢາກສຶກສາເລື່ອງນີ້ໃຫ້ເຫັນຄວາມຈິງ ຈຶ່ງຕ້ອງໃຊ້ເວລາທ່ອງເວບ ແລະຫາອ່ານປຶ້ມກ່ຽວກັບປະຫວັດສາດຍຸກນີ້ໃຫ້ຫຼາຍຂຶ້ນຈຶ່ງພົບກັບການສະຫຼຸບກ່ຽວກັບ “ການເສັຍດິນແດນຂອງສຍາມ” ທີ່ເຂົາສະຫຼຸບໄວ້ຈະແຈ້ງເຖິງ 14 ຄັ້ງ, ໂດຍນັບຈາກປີ ພ.ສ 2329(ຄ.ສ ໑໗໘໖) ຈົນເຖິງປີ ພ.ສ 2505(ຄ.ສ 2505) ການເສັຍດິນແດນທັງໝົດ 14 ຄັ້ງນັ້ນ, ຊາວໄທຍ໌ສຣຸບໄວ້ວ່າ ເສັຍດິນແດນໃຫ້ບັນດາປະເທດຕ່າງໆ ດັ່ງນີ້
- ເສັຍໃຫ້ພະມ້າ 2 ຄັ້ງ.
- ເສັຍໃຫ້ຍວນ 1 ຄັ້ງ.(ຫວຽດນາມ-ຜູ້ຂຽນ)
- ເສັຍໃຫ້ຂະເໝນ 1 ຄັ້ງ.
- ເສັຍໃຫ້ອັງກິດ 4 ຄັ້ງ.
- ເສັຍໃຫ້ຝຣັ່ງເສດ 6 ຄັ້ງ.
ການເສັຍດິນແດນທັງທັງໝົດ 14 ຄັ້ງນັ້ນ ປະວັດສາດການເສັຍດິນແດນໄທຍ໌ລຳດັບເຫດການໄວ້ ດັ່ງນີ້:
໑. ເສັຍດອນໝາກ(ດອນປິນັງ) ໃຫ້ອັງກິດ ເມື່ອ ພ.ສ 2329 ຈຳນວນພື້ນທີ່ 375 ຕາຕະລາງກິໂລແມັດ.
2. ເສັຍເມືອງມະຣິດ, ທວາຍ ແລະຕະນາວສີໃຫ້ພະມ້າ ເມື່ອ ພ.ສ 2336 ຈຳນວນພື້ນທີ່ 55.໐໐໐ ຕາຕະ ລາງກິໂລແມັດ.
໓. ເສັຍເມືອງບັນທາຍມາດ ເມື່ອ ພ.ສ 2353 ໃຫ້ແກ່ຍວນ(ຫວຽດນາມ-ຜູ້ຂຽນ) ຈຳນວນພື້ນທີ່ບໍ່ຮູ້ແຈ້ງ.
4. ເສັຍເມືອງແສນຫວີ, ຊຽງຕຸງ ແລະເມືອງພົງ ເມື່ອ ພ.ສ 2368 ໃຫ້ພະມ້າຈຳນວນ 90.000 ຕາຕະລາງ ກິໂລແມັດ.
5. ເສັຍຣັດເປຣັກ ເມື່ອ ພ.ສ 2369 ໃຫ້ແກ່ອັງກິດ ຈຳນວນພື້ນທີ່ບໍ່ຮູ້ແຈ້ງ.
6. ເສັຍແຄວ້ນສິບສອງປັນນາ ເມື່ອ ພ.ສ 2393 ໃຫ້ຝຣັ່ງເສດ ຈຳນວນພື້ນທີ່ 60.000 ຕາຕະລາງກິໂລ ແມັດ.
6. ເສັຍຂະເໝນ ເມື່ອ ພ.ສ ຂອງແມ່ນຳ້ຂອງໃຫ້ແກ່ຝຣັ່ງເສດ ຈຳນວນພື້ນທີ່ 124.000 ຕາຕະລາງກິໂລ ແມັດ.
8. ເສັຍແຄວ້ນສິບສອງຈຸໄທ ເມື່ອ ພ.ສ 2413 ໃຫ້ແກ່ຝຣັ່ງເສດ ຈຳນວນພື້ນທີ່ 87.000 ຕາຕະລາງກິໂລ ແມັດ.
9. ເສັຍດິນແດນຝັ່ງຊ້າຍຂອງແມ່ນຳ້ສາລະວິນ 13 ເມືອງ ເມື່ອ ພ.ສ 2435 ໃຫ້ແກ່ອັງກິດ ຈຳນວນ 30.000 ຕາຕະລາງກິໂລແມັດ.
10. ເສັຍດິນແດນຝັ່ງຂວາຂອງແມ່ນຳ້ຂອງ ໃຫ້ແກ່ຝຣັ່ງເສດ ເມື່ອ ພ.ສ 2436 ຈຳນວນ 143.000 ຕາຕະລາງກິໂລແມັດ, ໃນວິກິດການ ຣ.ສ 112.
11. ເສັຍແຄວ້ນຫຼວງພຣະບາງ, ຈຳປາສັກ ເມື່ອ ພ.ສ 2446 ໃຫ້ຝຣ່ັງເສດ ຈຳນວນພື້ນທີ່ 62.500 ຕາຕະລາງກິໂລແມັດ, ເພື່ອແລກກັບເມືອງຈັນທະບູຣີ.
12. ເສັຍມົນທົນບົວລະພາ(ສຽມຮຽບ, ສີໂສພົນ, ພຣະຕະບອງ) ເມື່ອ ພ.ສ 2449 ໃຫ້ແກ່ຝຣັ່ງເສດ ຈຳນວນ 51.000 ຕາຕະລາງກິໂລແມັດ ເພື່ອແລກກັບເມືອງຕຣາດ.
13. ເສັຍຫົວເມືອງມາລາຍູ(ຣັດກະລັນຕັນ, ຕຣັງການູ, ປາລິສ, ໄທຣບູຣີ) ເມື່ອ ພ.ສ. 2451 ໃຫ້ອັງກິດ ຈຳນວນພື້ນທີ່ 80.000 ຕາຕະລາງກິໂລແມັດ ເພື່ອແລກກັບກິດຍົກເລີກສິດທິພາບນອກອະນາເຂດ ບວກກັບໃຫ້ ໄທຍ໌ກູ້ເງິນເພື່ອສ້າງທາງຣົດໄຟສາຍໃຕ້.
14. ເສັຍເຂົາ(ພູ)ພຣະວິຫານ ເມື່ອ ພ.ສ 2505 ໃຫ້ຂະເໝນ ຈຳນວນພື້ນທີ່ 2 ຕາຕະລາງກິໂລ ແມັດ.
ເມື່ອລຳດັບເຫດການ ເຊິ່ງທາງໄທຍ໌ສະຫຼຸບວ່າເສັຍດິນແດນ 14 ຄັ້ງນັ້ນ, ຍັງເຫັນວ່າໄທຍ໌(ສຍາມຂະນະນັ້ນ-ຜູ້ຂຽນ) ຍັງໄດ້ປະໂຫຍດຢ່າງຫຼວງຫຼາຍ ດັ່ງເຫດການເສັຍດິນແດນຂອງສຍາມຄັ້ງທີ 10, ທີ 11, ທີ 12 ແລະ ຄັ້ງທີ 13 ນັ້ນ ເຫັນວ່າສຍາມຍັງໄດ້ປະໂຫຍດຕອບແທນຄືນ ເຊິ່ງເຂົ້າໃຈວ່າສ່ວນທີ່ເສັຍໄປ ກັບປະໂຫຍດທີ່ໄດ້ກັບມາຄືນຍ່ອມສົ່ງຜົນສະທ້ອນອັນດີໃຫ້ແກ່ສຍາມ, ອີກທາງໜຶ່ງໃນບັນດາປະເທດທີ່ຢູ່ອ້ອມປະເທດສຍາມນັ້ນ ໃນປະຫວັດການເສັຍດິນແດນຂອງສຍາມ ຍັງເຄີຍໄດ້ເສັຍດິນແດນໃຫ້ແກ່, ພະມ້າ, ຂະ ເໝນໄປແລ້ວ ຊໍ້າບໍ່ພໍຍັງເສັຍດິນແດນໃຫ້ແກ່ຫວຽດນາມອີກ ເຊິ່ງເປັນດິນແດນທີ່ຢູ່ໄກສຍາມສົມຄວນ, ສຳ ລັບປະເທດທີ່ຢູ່ໄກສຸດຂົ້ວໂລກ ຢ່າງຝຣັ່ງເສດກັບອັງກິດນັ້ນ ສຍາມກໍເສັຍດິນແດນມາແລ້ວ, ເປັນຕາໜ້າສົງ ໄສວ່າ “ລາວ” ເຊິ່ງເຄີຍມີດິນແດນອັນກວ້າງໃຫຍ່ໄພສານມາກ່ອນໜ້ານັ້ນ ນັບແຕ່ປີ ພ.ສ 1900 ເຊິ່ງພຣະບາດສົມເດັດພຣະເຈົ້າຟ້າມງຸ່ມມະຫາຣາຊ ສ້າງແລ້ວມອບໄວ້ໃຫ້ຊົນຊາດລາວເປັນເຈົ້າຂອງ ບໍ່ເຫັນມີປະວັດສາດຕ່າງປະເທດກ່າວເຖິງວ່າເສັຍດິນແດນ ແລະໃນໄລຍະນັບ ແຕ່ປີ ພ.ສ 2329 ເປັນຕົ້ນມານີ້, ບໍ່ເຄີຍມີວັດສາດໜ້າໃດວ່າລາວໄດ້ດິນແດນຈາກໃສ ແລ້ວດິນແດນທີ່ເປັນອານາຈັກລ້ານຊ້າງທີ່ເຄີຍມີຄວາມຈະເຣີນຮຸ່ງເຮືອງ ແລະຍິ່ງໃຫຍ່ ກວ້າງຂວາງມາກ່ອນນັ້ນມັນຫາຍໄປໃສລະພີ່ນ້ອງ ຄົນລາວກໍຍັງເສີຍມັ່ງບໍ່ກ່າວເຖິງເລື່ອງນີ້ເລີຍ.
ວັນນີ້, ເປີດເບິ່ງໂທລະທັດທາງໄທຍ໌ ກໍຍັງໄດ້ຍິນໄທຍ໌ກ່າວເຖິງໄທຍ໌ເສັຍດິນແດນຜ່ານມາ ແລະກຳລັງຈະເສັຍອີກ ແລ້ວເຮົາຈະນັ່ງເບິ່ງເຫດການວ່າໃຜຈະໄດ້ ໃຜຈະເສັຍນັ້ນ ຄົງບໍ່ເປັນປະໂຫຍດສາແລ່້ວ, ເຖິງເວລາແລ້ວ ທີ່ພວກເຮົາຈະມາສຶກສາເຖິງການໄດ້ ການເສັຍດິນແດນ ຂອງບັນດາປະເທດເຫຼົ່ານີ້ຢ່າງຈິງຈັງດ້ວຍວິທີທາງວິຊາການ, ຢ່າງນ້ອຍເຮົາກໍມາກ່າວເຖິງວ່າອານາຈັກລ້ານຊ້າງທີ່ກວ້າງໃຫຍ່ບົນສອງ ຟາກຝັ່ງມັນຫາຍໄປໃສແລ້ວ ເພື່ອຄວາມຮັບຮູ້ແລະເຂົ້າໃຈກັນດີຂຶ້ນ ເພື່ອປ້ອງກັນການກະທົບກະທັ່ງກັນໃນອະນາຄົດ ເຊິ່ງໃຜໆກໍບໍ່ຄາດຫວັງວ່າຈະໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນຊຳ້ຮອຍອີກ ເຖິງເວລາແລ້ວທີເຮົາຈັກຕ້ອງເວົ້າ, ໃນເມື່ອກ່ອນໃນປະວັດສາດການເສັຍ ຫຼືໄດ້ດິນແດນຂອງບັນດາປະເທດທີ່ກ່າວນາມຂ້າງຕົ້ນນັ້ນ ລາວເຮົາບໍ່ມີສ່ວນຮ່ວມໃນການໄດ້ການເສັຍເລີຍ ອີກທາງໜຶ່ງໃນຂະນະນັ້ນເຖິງຢາກເວົ້າກໍເວົ້າບໍ່ໄດ້ ເພາະບໍ່ແມ່ນໜ້າທີ່ ມາດຽວນີ້ເຮົາມີໜ້າທີ່ ເປັນຂອງປະເທດແລ້ວ ຄວນເວົ້າແຕ່ເຮົາຈະເວົ້າໄດ້ຫຼືບໍ່, ຢ່າງນ້ອຍກໍເວົ້າໃຫ້ລູກຫຼານເຮົາຮູ້ເຖິງກົກປາຍສາຍເຫດແຫ່ງອະດິດຕະການານມາແລ້ວກໍຍັງດີ.
ອ້າງອິງ
http://www.youtube.com/user/xaouxso

No comments:

Post a Comment