11 August 2011

ທິດ 6 ຄຳກອນ

- ທິດໃນໂລກຫຼາກລ້ວນ ມີຢູ່ແປດທິດພໍດີ
ສິບທິດເຕັມລຸ່ມເທິງ ໂລກຈັກກະວານເຮົານີ້
ທິດທາງທັງພຣະອົງຊີ້ ໄຂຂານຕັດສັ່ງສອນນັ້ນ
ມີຫົກທິດຊິບອກໄວ້ ໄຂແຈ້ງເຫດຄະດີ

- ປຸຣິມະທິດຊີ້ ເບື້ອງໜ້າທິດບົວລະພາ
ປັດສີມາປັດສິເມ ເບື້ອງຂວາຕົກພ້ອມ
ອຸຕະຣະກໍ້າອຸປະຣິມາຕໍ່ ປຸຣະຖີມະທິດຕໍ່
ທິດເບື້ອງຊ້າຍເທິງລຸ່ມດ້ວຍ ຮຽງຖ້ານຊິກ່າວຄວາມ ທ່ານເອີຍ

- ປຸຣິມະທິດເບືອງໜ້ານັ້ນ ມາຕຸພາກມານດາ
ມີຄຸນຄາມຕໍ່ບຸດ ລູກແພງສະເໝີດ້າມ
ຫ້າມປາມທັງສອນຊີ້ ຫວັງພຽງບໍ່ໃຫ້ຊົ່ວ
ໃຫ້ຕັ້ງຕົນຢູ່ໃນຄວາມດີ ໃຫ້ການສຶກສາພໍ່າພ້ອມ
ໃຫຍ່ສົມຄວນຫາຄູ່ໃຫ້ ສົມບັດມີເທົ່າໃດມອບໄວ້ ລູກຫຼານຫຼ້າໄດ້ສືບມູນ

- ບຸດທິດາຮູ້ເຫດແລ້ວແລ້ວ ຮີບເຮັ່ງຕອບແທນຄຸນ
ທ່ານລ້ຽງເຮົາມາຈົນໃຫຍ່ສູນ ລ້ຽງທ່ານຄືນເມື່ອໃຫ້ສຸກແທ້
ວຽກງານການເຮືອນຢ້າວ ເອົາກຳລັງຊົດຊ່ວຍ
ດຳລົງວົງສະກຸນປະພຶດຕົນໃຫ້ພ້ອມ ເມື່ອທ່ານລ່ວງລັບໄປແລ້ວ ທຳບຸນໃຫ້ຍອດກະຕັນຍູ

- ທິດທີສອງຄູອາຈານອຸປັດຊາ ທີ່ສອນວິຊາຄວາມຮູ້
ເພິ່ນຫາກມີຄຸນລົ້ນ ຕໍ່ສິດສາທຸກສໍ່າ
ສອນແນະນໍາໃຫ້ເປັນຄົນດີ ສອນອີຫຍັງຫວັງໃຫ້ຮູ້ແຈບແຈ້ງ
ສິລະປະວິທະຍາມີເທົ່າໃດມອບໃຫ້ ທັງຍົກຍໍປໍປັ້ນ ວິຊາການສິ່ງນັ້ນ ນຳໄປໃຊ້ໄດ້ຜົນ

- ເມື່ອສິດຮູ້ຊາບແລ້ວ ຄວນຕອບບຸນແທນຄຸນ
ເຄົາຣົບຄູອາຈານມາຍໍມີນົບ ໃຫ້ກຽດສູງເໜືອສຽນເກົ້າ
ເຂົ້າໄປຫາວາຈານ້ອມ ໃຝ່ໃຈຮຽນຮໍ່າ
ບົວລະບັດໃຫ້ພຽບພ້ອມ ຕັ້ງໃຈໝັ້ນຕໍ່ການຮຽນ

- ອັນວ່າທິດທີສາມນັ້ນ ຜົວເມັຍຄູ່ຄຽງໝອນ
ສາມີຄວນຍໍຍົກ ວ່າເປັນເມັຍສະເໝີແກ້ວ
ບໍ່ດູໝີ່ນເມັຍໃຫ້ຕົວດ້ອຍ ບໍ່ນອກໃຈໃຫ້ຊໍ້າເນົ່າ
ສິດໃນຄອບຄົວມອບໃຫ້ ຫາພວກຂອງເຄື່ອງໃຊ້ ມາມອບໃຫ້ຖືກຍາມ

- ເມັຍຮູ້ຄຸນຜົວແກ້ວ ປະຕິບັດຮີດຄອງເມັຍ
ຈັດລະບຽບເຮືອນຊານ ໃຫ້ດີຢ່າວາງເວັ້ນ
ພີ່ນ້ອງໄກຫຼືໃກ້ ຄວນເອົາໃຈຮັກຫໍ່
ບໍ່ນອກໃຈທັງຮັກສາສົມບັດນັ້ນໄວ້ ຄວາມຂີ້ຄ້ານຈົ່ງເວັ້ນ ຂະຫຍັນໄວ້ຈຶ່ງຊິຄູນ ທ່ານເອີຍ

- ທິດທີສີ່ທິດເບື້ອງຊ້າຍ ເພື່ອນມິດສະຫາຍເກີ
ມີຄຸນຄາມອະນັນ ຫາກສ້າງສັນຮູ້ຈັກເລື້ອງ
ເພື່ອແຜ່ແບ່ງປັນໃຫ້ ເວົ້າຈາກໍຍິນມ່ວນ
ຊ່ວຍເຫຼືອເກື້ອກູນກັນໃຫ້ພຽບພ້ອມ ຮ່ວມສຸກຮ່ວມທຸກກັນແທ້ໆ ຊື່ສັດຕໍ່ກັນດ້ວຍຊ່ວຍພະລັງ

- ເມື່ອເພື່ອນຮູ້ຄຸນມິດແລ້ວ ຕອບແທນມິດສະເໝີກັນ
ເມື່ອມິດປະໝາດຄົນປົກປ້ອງຊີວິດ ເມື່ອມິດປະໝາດຮັກສາຊັບມິດໄວ້
ຄວາມີໄພມາເຖິງເພື້ອນ ປ້ອງກັນທັງຊົດຊ່ວຍ
ຄວາມເມື່ອຕົກທຸກໄດ້ຍາກຊ່ວຍບໍ່ລະຖິ້ມ ນັບຖືທັງຍາດພີ່ນ້ອງວົງເຊື້ອມິດເຮົາ

- ທິດທີຫ້າທ່ານກ່າວເວົ້າ ສະມະນະພຣະສົງ
ທ່ານຫ້າມປາມບໍ່ໃຫ້ທຳຄວາມຊົ່ວຊາມ ໃຫ້ຕັ້ງຢູ່ໃນຄວາມດີພ້ອມ
ອະນຸເຄາະປະສົງໃຫ້ ປາຖະໜາດີເມດຕາຊ່ວຍ
ເທດສະໜາແນວບໍ່ເຄີຍຮັບຮູ້ ອະທິບາຍທຳທີ່ຮູ້ແລ້ວໃຫ້ແຈ້ມແຈ້ງ ຊີ້ທາງສະຫວັນພ້ອມບ່ອນຈະເຣີນ

- ອຸປະສົກອຸປະສິກາຮັບຮູ້ ຄຸນທ່ານສະມະນະແລ້ວນັ້ນ
ເວົ້າຈາເມດຕາໄວ້ ທຳອັນໃດໃຫ້ນ້ອມເນັ່ງ
ຄິດສິ່ງໃດກໍນ້ອມ ຕ້ອນຮັບພ້ອມດ້ວຍສັດທາ
ອຸປະຖັມປັດໄຈສີ່ ຫວັງມຸງເພື່ອກະເສີມ

- ທິດເບື້ອງລຸ່ມແມ່ນລູກຈ້າງ ທີ່ຊົດຊ່ວຍວຽກງານເຮົາ
ຈັດວຽກງານໃຫ້ເໝາະສົມ ເທົ່າກັບຄວາມຮູ້
ຄ່າຈ້າງເງິນເດືອນໃຫ້ ສະເໝີຄວາມເປັນຢູ່
ຍາມເຈັບເປັນຊ່ວຍຊ້ວນ ໄດ້ຂອງດີໆມາຝາກຕ້ອນ
ຫາວັນພັກພິເສດໃຫ້ ຕາມໂອກາດອັນຄວນ

- ລູກນ້ອງຮັບຮູ້ແລ້ວ ຄຸ່ນແຫ່ງເຈົ້ານາຍເຮົາ
ທຳການງານກ່ອນເຈົ້ານາຍ ເລີກຫຼັງເຈົ້ານາຍດ້ວຍ
ເອົາແຕ່ຂອງເຈົ້ານາຍໃຫ້ ຢ່າທຳການລັກລອບ
ເຮັດວຽກງານໃຫ້ຮຽບຮ້ອຍ ນຳຄວາມດີຂອງເຈົ້ານາຍໄປຍົກຍ້ອງ ປາກົດແຈ້ງທົ່ວໄປ

- ທິດທັງຫົກຊີ້ບອກໃຫ້ ນໍາໄປຄ່ອຍປະຕິບັດ
ເຮັດຈົນເປັນຄອງວັດ ຈະເກີດຜົນພາຍຊ້ອຍ
ທັງຄອບຄົວເຮືອນຊານພ້ອມ ສັງຄົມໄດ້ປະໂຫຍດ
ປະເທດຊາດກໍເດີນກ້າວ ເພາະຄົນຮູ້ໜ້າທີ່ຕົນ ນັ້ນແລ້ວ

No comments:

Post a Comment