12 August 2011

ເມືອງຊ່ອນ (ຊັຍບູຣີ) ຢູ່ຊຳເໜືອ ປັດຈຸບັນຢູ່ໃສ ?

-ຂວາມືເຈົ້າຣາຊະວົງ ນະຄອນຫຼວງພຣະບາງ ພາຍຫຼັງໄດ້ສະຖາປານາເປັນເຈົ້າສັກກະຣິນຣິດ ເຈົ້າຄອງນະຄອນຫຼວງພຣະບາງ ໃນປະເທດ ສະຣາຊອານາຈັກສຍາມ, ເມື່ອຄາວໄປປາບຮໍ້ ກັບມາເຖິງເມືອງຊ່ອນ ເຊິ່ງຊົ່ງຖອດພຣະຮູບຖ່າຍກັບແມ່ທັບສຍາມ ກັບທຸງໄຊສະເຫຼີມພົນ (ປັດຈຸບັນປ່ຽນມາເປັນທຸງຈຸທາທຸຊະທິປະໄຕຂອງໄທຍ).

ສຳຫຼວດພູມິປະເທດ
- ເນື່ອງຈາກທາງຕັ້ງແຕ່ເມືອງສົບແອດລົງມາເຖິງເມືອງແວນ ທິດຕາເວັນອອກນັ້ນ ເປັນສຸດພຣະຣາຊະອານາເຂດ ແລະອີກເສັ້ນໜຶ່ງ ເຊິ່ງຕັດລົງທາງ ໃຕ້ສຸດຫົວເມືອງ ເມືອງຫົວພັນທັງຫ້າທັງຫົກ, ຄືເມືອງຊຳໃຕ້ກັບເຂດແດນຍວນ(ຫວຽດນາມ) ແມ່ທັບໄດ້ສັ່ງການໃຫ້ສຳຫຼວດກວດ ພູມີປະເທດທາງເຂົ້າ-ອອກ ພຣະຣາຊະອານາເຂດ ແລະທຳຣາຍງານ ດັ່ງນີ້.

- ນາຍຮ້ອຍເອກ ຫຼວງຫັດຖະສາຣະສຸພະກິດ ກັບນາຍຮ້ອຍໂທແຈງ ນຳທະຫານ 24 ນາຍ, ສຳຫຼວດຕັ້ງແຕ່ເມືອງສົບແອດລົງໄປບັນຈົບກັບກອງ ທັບເຈົ້າຣາຊະວົງທີ່ເມືອງແວນ.

- ນາຍຮ້ອຍເອກຫຼວງຈຳນົງຍຸທະກິຈ(ອີ່ມ) ກັບນາຍຮ້ອຍເພັຊຣ ນຳທະຫານ 24 ນາຍ ສຳຫຼວດລົງໄປເຖິງເມືອງຊຳໃຕ້ ເສຣັດແລ້ວກໍໃຫ້ກັບມາຣວມກັບກອງເຈົ້າຣາຊະວົງ ທີ່ເມືອງແວນໃຫ້ພ້ອມກັນ.

- ກັບຕັນຈະເຣິນ ອອກສຳຫຼວດທຳສຳມະໂນຄົວໃນແຂວງເມືອງຫົວພັນທັງຫ້າທັງຫົກໃຫ້ສິ້ນເຊີງດ້ວຍຜົນການສຳຫຼວດໃນເຂດແຂວງເມືອງຊ່ອນ ນັ້ນ ເປັນສ່ວນເປັນອຳເພີ ດັ່ງນີ້ (ສະຫຼຸບຫຍໍ້ ພໍສັງເຂບເປັນຕົວຢ່າງ)
ກ. ເມືອງຊ່ອນ (ຊັຍບູຣີ) ແບ່ງອອກເປັນສອງພວກ ຄື ຊ່ອນໄທ(ຍ) ແລະຊ່ອນລາວ.

- ຕຳບົນແຂວງຊ່ອນລາວ ພຣະຍາສີສຸມັງ ເປັນຜູ້ຮັກສາເມືອງ ຕັ້ງຢູ່ຣະຫວ່າງເຂົາຮອກ (ດ້ານເໜືອ)ແລະເຂົາຮົມ(ດ້ານໃຕ້) ບ້ານເຮືອນຕັ້ງໃກ້ຫ້ວຍແອດ ບ້ານໃນຕຳບົນຊ່ອນລາວ ໄດ້ແກ່ບ້ານຫ້ວຍຊາຍ, ບ້ານຈັກຣ໌, ບ້ານວັດ, ບ້ານນອມ, ບ້ານໂງນ, ບ້ານກົ້ວ, ບ້ານແລ້ງ ຣວມເຮືອນ 103 ຫຼັງຄາ ເຮືອນ ຊາຍ 166 ຄົນ, ຍິງ 279 ຄົນມີປືນດາບສີລາ 43 ກະບອກ.

- ຕຳບົນແຂວງຊ່ອນໄທ(ຍ) ຕັ້ງຢູ່ໃນເຂດແຂວງດຽວກັນກັບເມືອງຊ່ອນ(ຊັຍບູຣີ) ແບ່ງຄົນອອກເປັນສອງພວກ ຄື ລາວ ແລະຜູ້ໄທ(ຍ) ເດີມພຣະຍາຍອດຈອມຄຳ ເປັນຜູ້ບັງຄັບວ່າກ່າວພວກຜູ້ໄທ(ຍ) ແຕ່ໄປສົມທົບກັບພວກຮໍ້ເຂົ້າມາປຸ້ນບ້ານເມືອງຊ່ອນ ເມື່ອເມືອງຫຼວງພຣະບາງແຕ່ງກອງທັບມາຕີພວກຮໍ້ແຕກ ພຣະຍອດຈອມຄຳຈຶ່ງໜີໄປເມືອງຮຸ່ງ ໃນແຄວ້ນສິບສອງຈຸໄທ(ຍ) ກອງທັບຕາມໄປຈັບຕົວໄດ້ ຈຶ່ງປະຫານຊີວິດ ແລ້ວບໍ່ໄດ້ຕັງຄົນແທນ ໃຫ້ຣວມກັບພວກຊ່ອນລາວ ໃນພຣະຍາສີສຸມັງທັງສີິ້ນ ແຕ່ບັດນີ້ຜູ້ຮັກສາຕຳບົນຊ່ອນໄທ(ຍ) ຕັ້ງໃຫ້ເປັນເພັຍຫົວພັນ.

- ຕຳບົນແຂວງຊ່ອນໄທ(ຍ) ຫ່າງຈາກເມືອງຊ່ອນລາວ 2 ຊົ່ວໂມງ, ຕັ້ງໃກ້ຫ້ວຍແອດ ຕຳບົນບ້ານທີ່ຢູ່ໃນແຂວງຊ່ອນໄທ(ຍ) ຂຶ້ນຢູ່ກັບເພັຍຫົວພັນ ເປັນບ້ານພວກຜູ້ໄທ(ຍ) ດັ່ງນີ້ບ້ານບໍ່, ບ້ານສົບຊາຍ, ບ້ານນາໜອງ, ບ້ານໝັນ ຣວມເຮືອນ 63 ຫຼັງຄາເຮືອນ ຊາຍ 148 ຍິງ 178 ມີປືນດາບສີລາ 11 ກະບອກ.

- ອັນໜຶ່ງ, ໃນແຂວງເມືອງຊ່ອນ(ຊັຍບູຣີ) ນັ້ນມີຂ້າແຈະແລະພວກແມ້ວ ຕັ້ງຢູ່ສ່ວນໜຶ່ງ ກະຈັດກະຈາຍ ຯລຯ

- ແມ່ທັບສັ່ງໃຫ້ກອງທັບຖອຍລົງມາເມືອງຊ່ອນກ່ອນ ແລະໃຫ້ຄະນະນາຍທະຫານທີ່ຍົກຍ້າຍກັນ ໄປສຳຫຼວດໃຫ້ສຳເຣັດແລ້ວມາບັນຈົບກັນກັບກອງເຈົ້າຣາຊະວົງ ແລ້ວໃຫ້ລົງມາເມືອງຊ່ອນ ກຳນົດໃຫ້ເຖິງເມືອງຊ່ອນໃນຂ້າງຂຶ້ນ ເດືອນສິບສອງນີ້.

- ການເດີນທັບໄປເມືອງໂງນັ້ນ ແມ່ທັບສັ່ງການໃຫ້ພຣະອິນທອນແສນແສງ ປລັດເມືອງກຳ ແພງເພັຊຣ໌ ກັບພຣະຍາເມືອງຂວາ ແລະພຣະຍາເມືອງຊ້າຍ ຄຸມຄົນ 100 ຍົກໄປກ່ອນ ເພື່ອຖາງທາງ ແລະທອດສະບຽງໄວ້ກັບກອງທັບຕລອດທາງເຖິງເມືອງແຖງ ແລະຕັ້ງສາງ ຄອຍຮັບສະບຽງທີ່ຈະສົ່ງ ມາກຈາກຫຼວງພຣະບາງທາງລຳນໍ້າອຸນໍ້ານົວດ້ວຍ.

No comments:

Post a Comment