21 August 2011

ການພັດທະນາໜັງສືລາວ ເຄິ່ງສະຕະວັດ ມີຄວາມສຳເລັດຜົນຫຼືບໍ່ ? (໑)

ບັນທຶກອັກສອນສາດ ປະວັດໜັງສືລາວ ຂອງຍາພໍ່ມະຫາສີລາ ວິຣະວົງ ກ່າວເຖິງຄະນະກັມມະການຟື້ນຟູອັກສອນລາວ ໔໑ ໂຕ, ເຊິ່ງມີຄວາມເປັນມາ ເກືອບລະອຽດລະອໍ, ທ່ານເວົ້າໄວ້ໃນປຶ້ມດັ່ງກ່າວ ໃນໜ້າ ໒໖-໒໘ ວ່າດັ່ງນີ້:

ສຶກສາຄົ້ນຄວ້າໂດຍ: ພອຄ.ເນືອງພິລັກ ໂຊຕິທອນ
"- ຄັນມາເຖິງຣະຫວ່າງປີ ຄ.ສ ໑໙໒໙ ສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍວາງແຜນຟື້ນຟູພຸທທະສາສນາ ແລະກາຣສຶກສາຝ່າຍພຸທທະສາສນາໃນ ຣາຊະອານາຈັກລາວຂຶ້ນຄືກັນ ຈຶ່ງໄດ້ຕັ້ງໂຮງຮຽນປາລີຂຶ້ນ ໃນນະຄອນວຽງຈັນ ໂຮງຮຽນຕັ້ງຢູ່ຫໍຄຳ (ໃນບໍຣິເວນພຣະຕຳນັກດຽວນີ້) ໂດຍມີຍາພໍ່ມະຫາແກ່ວ ເປັນຄຣູສອນ (ຍາພໍ່ມາຫາແກ້ວນີ້ສືກສາຝ່າຍພຸທທະສາສນາມາຈາກປະເທສໄທຍ໌) ນອກຈາກນີ້ແລ້ວ ນອກຈາກນີ້ແລ້ວທາງສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍດຳເນີນກາຣາຕັ້ງຫໍສມຸດຂຶ້ນໃນນະຄອນວຽງຈັນ ໂດຍແຕ່ງຕັ້ງໃຫ້ເຈົ້າເພັຊຣາຊ (ເຊິ່ງໃນເວລານັ້ນຍັງບໍ່ໄດ້ເປັນອຸປຣາຊ ແຕ່ດຳຣົງຕຳແໜ່ງເປັນສາຣະວັດ ຜູ້ກວດກາແຜ່ນດິນທົ່ວໆໄປ) ເປັນປະທານ ແລະຮຽກອົງກາຣນີ້ວ່າ "ພຸທທະບັນດິຕສະພາຈັນທະບູຣີ" ແລ້ວທຳກາຣທ້ອນໂຣມໜັງສືເກົ່າຂອງລາວ ທັງທີ່ເປັນອັກສອນທັມມ໌ ອັກສອນລາວ ມາໄວ້ບ່ອນດຽວຈັດຕັ້ງເປັນ ຫໍສະໝຸດຂຶ້ນ ພ້ອມກັນນີ້ກໍໄດ້ພາກພຽນອອກກົດໝາຍ ຫ້າມບໍ່ໃຫ້ທຳລາຍມ້າງເພວັດວາອາຮາມ ຫຼືຂົນເອົາພຣະພຸທທະຣູບໜີ ເຊິ່ງຄວາມຈິງ ເຂົາເອົາໄປເກືອບໝົດແລ້ວ.

- ກ່ຽວກັບການຟື້ນຟູພຣະພຸດທະສາສນາ ແລະຈັດຕັງກາຣສຶກສາທາງສາສນາ ມີຂໍ້ຫຍຸງຍາກຢູ່ໃນເຣື່ອງແບບຮຽນ ຍາພໍ່ມະຫາແກ້ວ ສອນໂຮງຮຽນ ປາລີເວລານັ້ນ (ໄດ້ຍິນວ່າທຳອິດກໍມາຮຽນຫຼາຍຢູ່ ມີພຣະເນນເກືອບ ໗໐ ຕົນ ເວລາຂ້າເຈົ້າມາແທນເພິ່ນເຫັນມີເຫຼືອພຽງ ໕ ຕົນ) ກໍໃຊ້ແບບໄທຍ໌ເປັນຫຼັກ ແລ້ວກ່າຍອອກເປັນຕົວທັມມ໌ ໃຫ້ນັກຮຽນຂຽນກ່າຍເອົາວັນລະ ໔-໕ ແຖວ ເປັນການຊັກຊ້າເສັຍເວລາຫຼາຍ ເມື່ອຂ້າພະເຈົ້າ(ຜູ້ຂຽນ) ມາແທນເພິ່ນໃນປີ ຄ.ສ ໑໙໓໑-໑໙໓໒ ຈຶ່ງໄດ້ສເນີຄວາມເຫັນ ຕໍ່ອົງນາຍົກພຸທທະບັນດິຕສະພາ ຄືເຈົ້າເພັຊຣາຊ ວ່າຄວນຈະພິມແບບຮຽນປາລີ ແລະນັກທັມມ໌ຂຶ້ນ ຈຶ່ງຈະສະດວກ ແຕ່ໃນຂັນຕົ້ນຕ້ອງປັບປຸງຕົວອັກສອນລາວເສັຍກ່ອນ ເພາະຄັນຈະເອົາຕົວອັກ ສອນທັມ ມາພິມເປັນແບບຮຽນກໍບໍ່ໄດ້ ດ້ວຍຕົວພິມສຳລັບຕົວທັມບໍ່ມີ ໃນກາຮນີ້ອົງນາຍົກພຸທທະບັນດິຕສະພາຈັນທະບູຮີ ຈຶ່ງໄດ້ແຕ່ງຕັ້ງກັມມະກາຣ ຂຶ້ນຄະນະໜຶ່ງ ເຊິ່ງຂ້າພະເຈົ້າຈື່ໄດ້ມີ ຄື:-
໑. ເຈົ້າເພັຊຣາຊ ນາຍົກພຸທະບັນດິດສະພາ ປະທານ
໒. ພະນະທ່ານຫຍຸຍ ອະໄພ ກັມມະກາຣ.
໓. ຍາພໍ່ມະຫາແກ້ວ ກັມມະກາຣ.
໔. ຍາພໍ່ພິມມະສອນ ກັມມະກາຣ.
໕. ຍາພໍ່ເມືອງໂຂງ ກັມມະກາຣ.
໖. ພຍານາມເສນາ ກັມມະກາຣ.
໗. ທ່ານເລກີ ເຮືອງ ກັມມະກາຣ.
໘. ທ່ານບຣັງ ເດີ ລາ ໂບຣຊ໌ ກັມມະກາຣ.
໙. ພຍາສຣີນະຄອນໂລກ(ພນະທ່ານຜຸຍ ປັນຍາ) ກັມມະກາຣ.
໑໐. ຂ້າພະເຈົ້າ (ສີລາ ວິຣະວົງ) ເລາຂານຸກາຮ ແລະກັມມະກາຣ."

- ເມື່ອຄະນະກັມມະກາຣໄດ້ຮັບການແຕ່ງຕັ້ງແລ້ວ ກໍຫາຊ່ອງທາງ ໃນການປັບປຸງ ແລະຟື້ນຟູອັກສອນລາວສືບຕໍ່ໄປ ພາຍໃຕ້ພຸດທະບັນດິດສະພາ ແຕ່ຄວາມຫຍຸ້ງຍາກກໍເກີດຂຶ້ນແກ່ຄະນະກັມມະການ ເພາະກັມມະການຝ່ານຕ່າງໆນັ້ນ ກໍມີຄວາມເຫັນແຕກຕ່າງກັນ ກ່ຽວກັບການຟື້ນຟູ ແລະປັບປຸງອັກສອນສາດລາວ ຄວາມຫຍຸ້ງຍາກເພາະເຫດໃດ ເຊີນຕິດຕາມອ່ານໃນບົດຕໍ່ໄປ.

No comments:

Post a Comment