23 August 2011

Michel LORRILLARD ວ່າສີລາຈາຣືກ ວັດວິຊຸນບໍ່ມີໂຕເລກຈິງບໍ ?

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)
ຄຳອ້າງອີງ ວ່າເປັນບົດຄວາມຂອງ Michel LORRILLARD ໄດ້ກ່າວວ່າ:-
It is easy in this case to state that the claims of Boumi Thepsimuong are entirely baseless: close observation of the Vat Visoun stele by Lao scholars, experienced in reading hundreds of other inscriptions from around the Tai world, quickly reveals errors in the retired economist’s deciphering and transcription. The inscription does not actually bear any date* and it is thus not possible―on the basis of palaeographic criteria―to place it before the sixteenth century. This incident is, however, indicative of the current fragility of scientific research on the question of the origins of Tai scripts. Dominated by politics and partisan views, it suffers above all from the difficulty that local historians still have in thinking beyond their national borders, or even outside their own immediate environment.

The inscription bears certain passages which are difficult to read. However, it is clear that the characters Bounmi Thepsimuong interprets as the number 532 in fact say “lae”, an exclamation used at the end of a phrase. His reading of “culla sangkhat” from the preceding phrase appears absolutely forced.

Michel LORRILLARD
Professor, Ecole française d’Extrême-Orient

- ຕໍ່ບັນຫາສີລາຈາຣືກ ວັດວະຊຸນນີ້ Michel LORRILLARD ອາດມອງຄົນລະມູມກັນກັບບຸນມີ ເທບສີເມືອງ ເພາະທ່າອ່ຽງທີ່ເປັນພື້ນຖານໃຕ້ສຳນຶກຂອງຊາວຕາເວັນຕົກ ທີ່ມີອະຄະຕິຕໍ່ລະບອບຄອມມູຍນິດຢູ່ກ່ອນ ບັງເອີນ ປະເທດລາວເອງ ໃນປີ ໑໙໗໕-໑໙໙໐ ກໍມີຄວາມມຸ້ງຫວັງຢາກຈະເດີນຕາມແນວທາງຄອມມູຍນິດ ການຄາດການນີ້ ອາດຜິດກໍໄດ້ ແຕ່ທີ່ແນ່ນອນເຂົາຕ້ອງມີຄວາມລະແວງ ໃນລະບອບການປົກຄອງບ້ານເຮົາ ທີ່ປົກຄອງແບບລະບອບຄອມ ມູຍນິດນັ້ນ ອາດຈະຄວບຄຸມແນວຄິດຂອງຄົນລາວ ແລະນັກວິໄຈຂອງຄົນລາວ, ນອກຈາກນັ້ນເຂົາຍັງໃຫ້ທັດສະນະວ່າ ອາດມີອຳນາດອື່ນໄປຊັກນຳໄດ້, ໃນຄວາມເປັນຈິງທັງລະບອບຄອມມູຍນິດ ແລະອຳນາດທາງເບື້ອງເທິງຂອງລາວ ຄົງຈະບໍ່ມີສ່ວນໃນງານວິໄຈຂອງບຸນມີ ເທບສີເມືອງດອກ ເພາະທ່ານເປັນນັກວິຊາການອິສຣະ ແລະບໍ່ມີຕຳແໜ່ງໃດໆ ທີ່ຈະຕ້ອງໃຫ້ທ່ານລະມັດລະວັງ ອີກຢ່າງວຽກງານທາງວັດທະນະທຳ-ສາສນາ ນັ້ນຣັດຖະບານ ແລະບຸກຄົນໃນຣັດ ຖະບານລາວຈະລະມັດລະວັງທີ່ສຸດ.

- ອີກຢ່າງໜຶ່ງ ຕາມສືກສາເບິ່ງແລ້ວ ຊາວຝຣັ່ງໜັງຂາວຝ່າຍຕາເວັນຕົກນັ້ນ ພວກເຂົາຈະຖືວ່າຊາດອາຊີ ໃນອະດີດ ເຂົາຖືວ່າຍັງເປັນປະເທດປ່າເຖື່ອນຢູ່ ໂດຍສະເພາະຊາດລາວເຮົາເອງແລ້ວ ຍັງບໍ່ທັນມີຜູ້ໃດຈະສ້າງຊື່ສຽງດ້ານວິຊາການ ແລະງານວິໄຈອັນໃດເປັນຜົນສຳເລັດກ່ຽວກັບເລື່ອງອັກສອນສາດ, ສະນັ້ນຄວາມໄວ້ວາງໃຈ ຕໍ່ຜົນສຳເລັດໃນງານວິໄຈເຊິ່ງເປັນຄົນທ້ອງຖິ່ນເອງນັ້ນ ມັນຈິງໃຫ້ເຂົາມອງໃນລັກສະນະເຊີງລົບໄວ້ກ່ອນເປັນທຳມະດາ, ການທີ່ເຂົາຕັດສິນໃຈເວົ້າຢ່າງນັ້ນ ມັນເປັນພື້ນຖານອັນໜຶ່ງ ທີ່ບົ່ມຊ້ອນທາງປະຫວັດສາດຂອງທ້ອງຖິ່ນ, ເຫັນໄດ້ຈາກການ ໃຫ້ທັດສະນະຂອງເຂົາທີ່ວ່າ "ມັນເປັນເລື່ອງງ່າຍ ທີ່ລັດຈະຂໍຮ້ອງໃຫ້ບຸນມີ ເທບສີເມືອງບໍ່ເວົ້າຄວາມຈິງທັງໝົດ ໄດ້" ທັດສະນະຂອງ Michel LORRILLARD ກ່າວວ່າຜົນວິໄຈການອ່ານສີລາຈາຣືກຂອງບຸນມີ ເທບມີເມືອງ ວ່າ ອາດເປັນການຊັກນຳ ແລະການແນະນຳຂອງອຳນາດທາງການເມືອງ, ພວກພວກ ທີ່ແນະນຳ ໃຫ້ອ່ານຜິດພາດຂອງ ນັກເສດຖະສາດ ບໍານານຜູ້ນີ້ "ສິ່ງໜຶ່ງທີ່ເຂົາບໍ່ເຊື່ອ ເພາະບຸນມີເທບສີເມືອງ ອາດບໍ່ມີຜົນງານພໍ ແລະບໍ່ມີງານຜົນ ດ້ານການວິໄຈມາກ່ອນ ແຕ່ເຂົາລືມມອງໄປວ່າ ບຸນມີ ເທບສີເມືອງ ເປັນມະຫາ ເປັນນັກຄົ້ນຄວ້າປະຫວັດສາດ”.

- ອັນໜຶ່ງ ເຂົາຍັງເຊື່ອວ່າ ຖານະຂອງບຸນມີ ເທບສີເມືອງ ຍັງບໍ່ມີຄວາມສາມາດພຽງພໍ ທີ່ເຂົາມີໜ້າທີ່ເປັນພຽງນັກເສດຖະສາດ ບຳນານ ທຳມະດາ ອາດບໍ່ມີຄວາມສັກສິດ ແລະເສລີໃນການຕັດສິນໃຈ, ແຕ່ຢ່າງໃດກໍຕາມ ຜູ້ຂຽນອ່ານຄຳເຫັນຂອງເຂົາແລ້ວ ເຊື່ອແນ່ວ່າ Michel LORRILLARD ອາດບໍ່ເຂົ້າເຖິງທາດແທ້ຂອງວັດທະນະທຳ ທາງພາສາ ແລະອັກສອນຂອງຊາວອາຊີຢ່າງເລິກເຊິ່ງໄດ້ ໂດຍສະເພາະວັດທະນະທຳ ທາງພາສາ ແລະອັກສອນລາວ, ເພາະເຫັນເຂົາກ່າວເຖິງວ່າປະຫວັດສາດທ້ອງຖິ່ນ ຍັງຢູ່ໃນຂອບເຂດແຫ່ງພົມແດນ.

- ເທົ່າທີ່ສັງເກດໃນໄລຍະຜ່ານມານັ້ນ ນັກອ່ານສີລາຈາຣືກຂອງຊາວຢູໂຣບ-ອະເມຣິກາມາເມືອງລາວ, ເພື່ອຈະທຳວິໄຈດ້ານອັກສອນ ແລະພາສາ ບູນຮານໃນສີລາຈາຣືກ ເຂົາຕ້ອງເອົານັກອ່ານສີລາຈາຣືກ ຂອງຄົນທ້ອງຖິ່ນເປັນຜູ້ອ່ານໃຫ້ຢູ່ແລ້ວ ໂດຍສະເພາະອ່ານຈາຣືກທີ່ເປັນອັກສອນ ທຳແລະອັກສອນລາວ, ໃນສະໄໝກ່ອນ ຄົນທີ່ອ່ານຈາຣືກໃຫ້ແກ່ນັກວິໄຈຊາວຢູ່ໂຣບ ກໍໜີບໍ່ພົ້ນ ມະຫາຄຳ ຈຳປາແກ້ວມະນີ,(ນັກບູນຮານຄະດີ ກົມບູຮານຄະດີ ແລະນັກປະຫວັດສາດ ແລະເປັນຄູສອນທັງສະຖາບັນສົງ ແລະໂລກ)  ໃນສະໄໝປັດ ຈຸບັນນັກອ່ານໜັງສືບູຮານ ໃຫ້ແກ່ນັກວິໄຈຊາວຕ່າງປະເທດນັ້ນມີຫຼາຍທ່ານ ບໍ່ວ່າຈະເປັນທ່ານມະຫາບຸນຍົກ ແສນສຸນທອນ ອະດີດອາຈານສອນພາສາລາວ ແລະພາສາປາລີ ວິທະຍາໄລສົງ ເມື່ອກະສຽນແລ້ວ ກໍເປັນຜູ້ຊ່ຽວ ຊານຂອງໂຄງການໃບລານລາວ ໃນທິມງານນັ້ນກໍມີມະຫາຫຼາຍທ່ານ ເຊັ່ນມະຫາບຸນເລີດ ທຳມະຈັກເປັນຕົ້ນ ອີກທ່ານ ໜຶ່ງກໍແມ່ນມະຫາແກ້ວ ເຊິ່ງເຂົາຜູ້ນີ້ມີຄວາມຊຳນານ ໃນການອ່ານໜັງສືບູຮານ ບໍ່ສະເພາະແຕ່ຊາວຕ່າງປະເທດ ນັກວິຊາການດ້ານບູຮານຄະດີ ອັກສອນສາດ ຂອງລາວກໍຕ້ອງໄດ້ເພິ່ງເຂົາ ເຂົາເອງຈົບປະຣິນຍາຕີ ແຕ່ມີພື້ນຖານ ການອ່ານໜັງສືລາວບູຮານ ໃນຄວາມເປັນມະຫາ ແລະການບວດ ບໍ່ເຫິງມານີ້ເຂົາຈົບປະຣິນຍາໂທ ທາງອັກສອນສາດ ດີກຼີ ບໍ່ໄດ້ເຮັດເຂົາມີຄວາມຊຳນານໃນການອ່ານ ເພາະກ່ອນໜ້ານັ້ນ ເຂົາໄດ້ອະນຸປະຣິນຍານັ້ນ ເຂົາໄດ້ເປັນຄົນອ່ານໜັງສືບູຮານ ແລະຈາຣືກບູຮານໃຫ້ນັກວິໄຈຊາວຕ່າງປະເທດ ແລະຊາວລາວມາກ່ອນແລ້ວ ເປັນເວລາ ໒໐ ປີເຂົາເປັນຜູ້ຊຳນານການ ແລະໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງ ທຳງານໃນສຳນັນຄົ້ນຄວ້າປະຫວັດສາດ ແລະວັດທະນະທັມຕາເວັນອອກໄກ ຂອງຝຣັ່ງ ເຊິ່ງມີສຳນັກງານຢູ່ບ້ານນາໄຊ ນະຄອນຫຼວງວຽງຈັນ, ເຊິ່ງ Michel LORRILLARD ກໍໄດ້ຮ່ວມງານກັບມະຫາແກ້ວ ໃນສະຖາບັນນັ້ນນີ້ດ້ວຍ.

- ການທີ່ຍົກຊື່ມະຫາແກ້ວມາ ກໍເພາະສະແດງໃຫ້ເຫັນວ່າ ນັກວິໄຈຂອງຕ່າງປະເທດ ຍ່ອມໄດ້ຄຳນຶງ ແລະໃຊ້ຄົນທ້ອງ ຖິ່ນອ່ານໜັງສືລາວບູຮານ ບໍ່ວ່າຈະເປັນສີລາຈາຣືກໃຫ້ເຂົາ ເພື່ອເປັນບ່ອນອິງ ເມື່ອເຂົາໄດ້ຮັບການອ່ານຈາກເຮົາແລ້ວ ເຂົາຈະໄປຕີຄວາມໝາຍຢ່າງໃດ ຕາມທິດສະດີ ແລະສະຄິບຂອງເຂົາ ອັນເປັນຄວາມຮູ້ເດີມທີ່ເຂົາມີຢູ່, ຜູ້ຂຽນເອງ ກໍ ເຄີຍຖືກສຳພາດຈາກນັກວິໄຈຈາກເມຣິກາມາ ໒-໓ ທ່ານ ທ່ານ ໑ ນັກວິໄຈ ປະຣິນຍາເອກ ຂອງມະຫາວິທະຍາໄລ ມີຊື່ຂອງອາເມຣິການທ່ານໜຶ່ງ ທີ່ສຳພາດກ່ຽວກັບປະຫວັດສາດ ເມື່ອເຂົາຖາມສຳພາດແລ້ວ ເຂົາມັກຈະບໍ່ເອົາຄຳເຮົາ ທັງໝົດ ແມ່ນກະທັງຈະເປັນຄວາມຈິງກໍຕາມ, ນັກວິໄຈບາງທ່ານກໍຈະໃຫ້ທັດສະນະແນວທາງຂອງເຂົາກ່ອນ ແລ້ວ ຈຶ່ງໃຫ້ເຮົາຕອບຄຳຖາມຂອງເຂົາຕາມທີ່ເຂົາວາງໄວ້ ຫາກເຮົາໃຫ້ທັດສະນະຕ່າງຈາກທີ່ເຂົາຂີດເສັ້ນໄວ້ ເຂົາມັກຈະບໍ່ ເອົານຳເຮົາ ຫຼືເອົາກໍບໍ່ອ້າງອີງຈາກເຮົາໃນສ່ວນທີ່ເປັນສາລະຖະ ແລະນັກວິໄຈອິດສະຫຼະຈາກຕ່າງປະເທດທົ່ວໄປ ຫຼືນັກຄົ້ນຄົ້ນປະລິນຍາດຽວນີ້ ເຂົາມັກຈະໃຊ້ໜັງສືສັນຍາກັບເຮົາກ່ອນ ແລະໃຫ້ເຮົາຍອມຮັບສັນຍາວ່າ ຈະມີຈຳນົງອອກຊື່ ແລະບໍ່ອອກຊື່ກໍໄດ້ ແລ້ວກໍມີຂໍ້ຜູກພັນວ່າ ສິ່ງທີ່ທ່ານໃຫ້ສຳພາດໄປນັ້ນ ເຂົາຈະບໍ່ເອົາທັງໝົດ ແຕ່ແລ້ວການທີ່ບໍ່ເອົາທັງໝົດ ຫຼືເປີດໂອກາດໃຫ້ເຮົາສະຫງວນສິດໄດ້ ນັ້ນຖືວ່າເປັນການເອົາ ໝາຍຄວາມວ່າເຂົາຈະບໍ່ເວົ້າຕາມທີ່ເຮົາ ໃຫ້ສຳພາດໄວ້ ແຕ່ເຂົາຈະແຜງໆໆໆ ໃນລັກສະນະທາງພາສາ ໃນຄວາມໝາຍດຽວກັບເຮົາ.

- Michel LORRILLARD ທີ່ໃຫ້ທັດສະນະຕໍ່ການອ່ານສີລາຈາຣືກຂອງບຸນມີ ເທບສີເມືອງວ່າ ບໍ່ມີຜົນ, ເພາະເຂົາ ສົງໄສວ່າ ອາດມີອຳນາດບາງຢ່າງຊີ້ນຳຜູ້ອ່ານທ່ານຜູ້ນີ້ ຫຼືໃຫ້ທ່ານເວົ້າຕາມສະຄິບ ເຂົາອາດມອງມະຫາບຸນມີ ວ່າ ເປັນ ແນວຄິດຊາດນິຍົມ (ເພາະເຂົາໃຊ້ຄຳວ່າ ຄວາມທຸກທໍລະມານ) ໝາຍວ່າ Michel LORRILLARD ຕີລາຄາຄົນລາວ ຕໍ່າເກີນໄປ ເພາະທົນທຸກທໍລະມານຈາກ ການຄອບງຳຂອງຊາວບັນດາຊາດຕ່າງໆຫຼາຍປີ, ໃນນັ້ນເຂົາຍັງບອກອີກວ່າ ເປັນໄປບໍ່ໄດ້ ທີ່ການຂຽນສີລາຈາຣືກແບບນີ້ ຈະມີກ່ອນສະຕະວັດ ທີ ໑໖ ໄປໄດ້.

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ຖານຂ້າງບັນລັງພຣະວັດວິຊຸນນະລາດ ດ້ານ ທ່ານໍ້າ(ເບື້ອງແມ່ນໍ້າຂອງ) ໃນທ້າຍເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ.

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ປະດິດສະຖານ ຂ້າງບັນລັງພຣະວັດວິຊຸນນະ ລາດ ດ້ານທ່ານໍ້າ(ເບື້ອງແມ່ນໍ້າຂອງ) ໃນປີ ທ້າຍເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ ທັງອ່ານໄດ້ເລີຍ.

- ເມື່ອເຫັນທັດສະນະ ແລະຜົນສະຫຼຸບຂອງມະຫາບຸນມີ ອອກມາໃນປີ ໒໐໐໕ ກໍຍອມຮັບໃນຄວາມຄິດນັ້ນວ່າ ເປັນຕົວເລກ ຈິງ ເພາະສອດຄ່ອງກັບຄຳອ່ານ ຂອງຜູ້ຂຽນໃນປີ ໑໙໙໙ ແລ້ວ, ເມື່ອເຫັນຄຳອ່ານຂອງທ່ານມະຫາບຸນມີ ເທບສີເມືອງ ແລ້ວ ກໍຮັບວ່າເປັນຈິງ ແລະຖືກຕ້ອງ ສ່ວນຄຳອ່ານອື່ນໆນັ້ນ ຈະກົງກັນບໍ ? ກໍລໍເບິ່ງຄຳອ່ານຂອງຂ້າພະເຈົ້າລຸ່ມນີ້.

(ລຸ່ມນີ້ ເປັນການອ່ານຂອງຂ້າພະເຈົ້າເອງ ກ່ອນທີ່ຈະເຫັນຂອງມະຫາບຸນມີ-ບໍ່ໄດ້ຕີພິມທີ່ໃດມາກ່ອນ ເພາະວ່າ ຂະນະນັ້ນ ຍັງເປັນນັກສຶກສາຢູ່, ເມື່ອກັບເຖິງເມືອງລາວ ກໍໃຫ້ຄວາມສົນໃຈຫຼັກສີລານີ້ຕະຫຼອດ ເມື່ອໄປຫຼວງພຣະບາງ ກໍຈະໃຊ້ເວລາ ກັບສີລານີ້ທຸກຄັ້ງໄປ)

(ຄຳອ່ານຂອງຂ້າພະເຈົ້າ)
ຫລານ ກວານ
ຕາຍຣອອຫາພ
ຮຽມ ໔ ພີນອງໜີ
ເຂາປາ ຈູລສັງກຣາສ
໕໓໒ ແຕນັນ
ສປາສນໃດໄວ
ແກຕູຢາຮອນ
ໃຈ ກວານ
ຜູນັນເບາເປ
ນຄນຮາຍໄວ
ແກຕູ
(ອ່ານເອົາຄວາມໃນພາສາ ແລະໃໝ່) "ຫຼານກວານ ຕາຍຮອອ(໑-)ຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(໒) ແຕ່ນັ້ນ ສະປາສົນໃດໄວ້ ແກ່ຕູຢ່າຮ້ອນ ໃຈກວານ ຜູ້ນັ້ນເບົ່າ(໓)ເປັນຄົນຮ້າຍໄວ້ແກ່ຕູ"

(ຂຽນຕາມພາສາໃໝ່) "ຫຼານກວານ ຕາຍເຣາະ(໑-)ຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(໒) ແຕ່ນັ້ນ ສະປາສົນໃດໄວ້ ແກ່ກູຢ່າຮ້ອນ ໃຈກວານ ຜູ້ນັ້ນບໍ່(໓)ເປັນຄົນຮ້າຍໄວ້ແກ່ກູ".
(ຄຳວ່າຕູ, ກູ ໝາຍເຖິງຂ້ອຍ, ເຮົາ, ຂ້າພະເຈົ້າ)

(໑-) ຂ້າພະເຈົ້າອ່ານ ຣອອ(ເຣາະ ຫຼື ເຮາະ) ເຊິ່ງໃນພາສາລາວ ວ່າ "ເຮາະຮ່ອນ" ຄືຊອກຫາ, ຕາມຫາ, ເຊິ່ງກົງກັບກັບ "ເລາະ" ໃນປັດຈຸບັນ, ເຖິງໝາຍເຖິງທຽວຫາໃນປັດຈຸບັນ, ການທີ່ຂ້າພະເຈົ້າ ອ່ານວ່າເຣາະ ເນື່ອງຈາກວ່າ ການຂຽນວ່າ "ຣອ" ໃນ ອັກຂະຣະວິທີລາວບູຮານເຫັນປາກົດມີ ແມ່ນກະທັງໃນອັກສອນທຳ ທີ່ວ່າ "ຂໍອ" ຍັງໃສ່ຕີນ "ອ" ຫ້ອຍໄວ້ດ້ວຍ, ໃນອັກຂະຫຼະວິທີ່ອັກສອນລາວ ກໍປາກົດເຫັນ, "ຣ" ເປັນສຽງຍາວ, ແຕ່ "ເຣາະ" ເປັນສຽງ ສັ້ນ, ເມື່ອເຂົາຢາກຂຽນເຣາະ ເຂົາອາດເອົາໂຕ "ອອ" ຊ້ອນກັນແບບທີ່ເຫັນ, ແທນທີ່ຈະໃຊ້ "ເ×າະ" ແບບປັດຈຸບັນ ທັງນີ້ມັນກໍສອດຄ່ອງກັບຄໍາວ່າ "ຮຽມ ໔ ພີ່ນ້ອງ(ເຣາະ)ຫາພໍ່".
(ໃນອັກສອນບູຮານ ໂຕ “ຣ ກັບ ຮ” ມັກຈະມີຄວາມຄ້າຍກັນ ແລະບາງຄັ້ງໃຊ້ແທນກັນໄດ້)

(໒-) ທ່ານມະຫາບຸນມີ ເທບສີເມືອງ ອ່ານຕົວເລກສຸດທ້າຍນັ້ນວ່າ ເລກ(໒) ແຕ່ເພິ່ນກໍ ບໍ່ຢືນການຄັກແນ່ ບາງທີອາດ ເປັນເລກ ໗ ກໍໄດ້(ອັນນີ້ເພີ່ນໃຫ້ໂອກາດທ່ານອື່ນ), ທັງນີ້ຜູ້ຂຽນວ່າ ກໍຕ້ອງພິສູດກັນໃນຂັ້ນຕໍ່ໄປວ່າເປັນເລກ ໗ ຫຼືເລກ ໒ ເຮົາບໍ່ທັນຍືນການ ​ໃຫ້ນັກອ່ານຄົນອື່ນວິເຄາະກັນຕໍ່ໄປ ແຕ່ເຖິງເປັນເລກ ໒ ຫຼືເລກ ໗ ຫຼັກສີລາຈາຣືກຫຼັກນີ້ ກໍບໍ່ໄດ້ໝາຍ ວ່າມັກບໍ່ເກົ່າແກ່ຢູ່ແລ້ວ.

(໓-) ຄຳທີ່ຂຽນວ່າ "ເບາ" ບາງທ່ານອາດຊິອ່ານວ່າ "ເຂາ" ທີ່ແທ້ເປັນ "ເບາ" ທັງນີ້ ເຮົາພົບຮູບ ໂຕ "ຂ" ຈະແຈ້ງໃນແຖວ ທີ ໔ ວ່າ "ເຂົ້າປ່າ" ຈະແຈ້ງເຊິ່ງມັນຕ່າງກັບອັກສອນທີ່ຂຽນວ່າ "ເບົາ", ເບົາ ອອກສຽງວ່າ "ເບົ່າ" ແປວ່າ "ບໍ່" ເປັນພາ ສາຕະກູນລາວເດີມ ມີການເວົ້າໃນປັດຈຸບັນ ໃນບາງຊົນເຜົ່າ ໄຕ-ລາວ ໃນແລະນອກປະເທດ "ເບາ-ເປັນຄຳປະຕິເສດ").

- ເທິງນັ້ນ ເປັນຄຳອ່ານຂອງຜູ້ຂຽນໂດຍກົງທີ່ອ່ານຈາກພາບນີ້, ສະນັ້ນ ໃນຄຳອ່ານນີ້ ເຊິ່ງ Michel LORRILLARD ບອກວ່າ "ບໍ່ມີໂຕເລກຈັກໂຕ ທັງຍັງບອກວ່າ ບໍ່ມີຜົນຫຍັງເລີຍ" ນັ້ນ Michel LORRILLARD ກ່າວຜິດແລ້ວ, ຫາກ Michel LORRILLARD ຈະເໝົາລວມວ່າ ການອ່ານ ທັງໝົດຂອງມະຫາບຸນມີ ເທບສີເມືອງ ວ່າບໍ່ມີຜົນຫຍັງໝົດ ຍິ່ງຜິດຫຼາຍກວ່າໄປອີກ.

- ການທີ່ Michel LORRILLARD ວ່າ ໃນສີລາຈາຣືກຫຼັກນີ້ "ບໍ່ມີຕົວເລກປະກົດຕົວຢູ່ນັ້ນ" ຍິ່ງເຮັດໃຫ້ເຂົາເຂົ້າໃຈ ຜິດເລິກເຂົ້າໄປຊັກໃຊ້, ເຫດໃດຜູ້ຂຽນຈຶ່ງກ້າເວົ້າເຊັ່ນນີ້ ເພາະໃນແຖວທີສາມເຮົາພົບກັບເລກ ໔ ແລ້ວເຮົາມາພົບກັບຕົວ ເລກອີກ ໃນແຖວທີຫ້າ ເຊິ່ງເລກ ໔ ກັບເລກ ໕ ເປັນຄົນລະຕົວເລກ, ແຕ່ເລກນີ້ໃກ້ຄຽງກັນເໝືອນໃນປັດຈຸບັນ ເລກຂອງຊາວ ອາຊີ ຫຼືເລກຂອງອັກສອນທີ່ມີອິດທິພົນຕໍ່ກັນນັ້ນ ໃນຕະກູນໄຕກະໄດ ແລະບັນດາອັກສອນທີ່ເຊື່ອວ່າມາຈາກ ("ພຣາມີ, ເທວະນາຄຣິນ, ປາລີ-ສັນສະກຣິດ-ມອນ-ຂອມ") ຕົວເລກ ໔-໕ ມັກຈະຄືກັນ ເຊັ່ນເລກຂອງຂະເໝນ ແລະລາວ ແມ່ນກະ ທັງໃນເລກອັກສອນທຳກໍເຊັ່ນນັ້ນ.

- ມັນປະຕິເສດບໍ່ໄດ້ ເມື່ອເຮົາພົບກັບຄຳວ່າ "ຮຽມ(ເບິ່ງໜັງສືໂຕນີ້ໃນຮູບເທິງ)ພີ່ນ້ອງໜີເຂົ້າປ່າ" ຈະບໍ່ໃຫ້ເຮົາອ່ານເປັນເລກ ໔ ເປັນໄປບໍ່ໄດ້ ເພາະຮູບປະໂຫຍກມັນບອກ ແລະຮູບອັກສອນເຊັ່ນນັ້ນມັກບໍ່ມີໃນໝວດອັກຂະຫຼະວິທີຂອງອັກສອນທັງໝົດ ທີ່ກ່າວມາ ຫາກມັນບໍ່ແມ່ນຮູບຕົວເລກ, ມັນກໍບໍ່ມີຮູບອັກສອນອື່ນມາແທນມັນ, ອັນໜຶ່ງຫາກເປັນຮູບອັກສອນແທ້ ຕາມທັດສະນະຂອງ Michel LORRILLARD ນ້ອຍທີ່ສຸດມັນຈະຢູ່ໂດດດຽວເຊັ່ນນັ້ນ ມັນຕ້ອງມີໜັງສືຕົວອື່ນມາປະ ກອບ ຈຶ່ງເປັນຮູບຄວາມ, ຫາກເຮົາຫາອັກສອນອື່ນມາແທນບໍ່ໄດ້ ມັນກໍຄືຕົວເລກ ມັນເປັນໄປບໍ່ໄດ້ທີ່ມັນມີຕົວອັກສອນແລ້ວ ຈະບໍ່ມີຄວາມໝາຍໃດໆ ? ເມື່ອເຮົາເອົາເລກທີ່ພົບໃນແຖວທີ ໓ ໄປແລກັບເລກ ໕(ເບິ່ງໃນຮູບ) ມັນເໝືອນກັນ ພຽງແຕ່ເລກ ໕ ມີຂີດເທິງຫົວ ເພື່ອໃຫ້ຕ່າງກັບເລກ ໔ ສະນັ້ນ ຈຶ່ງອ່ານວ່າ "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ກໍແປວ່າ "ຂ້ອຍ, ເຮົາ, ຂ້າພະເຈົ້າ,  ພວກເຮົາ" ເພາະ "ຮຽມ" ເປັນພາສາບູຮານລາວ ແລະຍັງໃຊ້ຢູ່ໃນບາງຊົນເຜົ່າລາວ-ໄຕ, ໃນພາສາວັນ ນະຄະດີປະເພດສັນທະລັກສະນະ(ກະວີ) ຍັງໃຊ້ຢູ່, "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ຄຳນີ້ມັນສົມບູນໃນຕົວມັນເອງໂດຍ ປະຕິເສດບໍ່ໄດ້.

- ບາດນີ້ມາເບິ່ງເບື້ອງ ເລກ ໕໓໒ ຂ້າພະເຈົ້າກໍເຊື່ອວ່າ ເປັນຫ້າ-ສາມ-ສອງ(໕໓໒) ແລະເຊື່ອວ່າມັນເປັນຕົວເລກແທ້ໆ ບໍ່ມີຄຳອື່ນໃດ ຫຼືອັກສອນໃດໆ ຈະມາແທນຕົວເລກໄດ້ເດັດຂາດ ເພາະຄຳໜ້າໂຕເລກນັ້ນ ໄດ້ຂຽນຄຳວ່າ "ຈຸລະສັງກຣາດ" ໄວ້ຄັກແນ່ ແລະຂຽນແບບສັນສະກຣິດສາດ້ວຍ, ອັນໜຶ່ງວັດທະນະທັມການບອກສັກກຣາດຂອງຄົນຍຸກນັ້ນ ມັກຈະໃຊ້ ຈຸລະສັງກຣາດ ຫຼາຍກວ່າການໃຊ້ມະຫາສັງກຣາດ ແລະພຸດທະສັກກຣາດ ຄໍາວ່າ "ຈູລສັກຣາສ"(ຕາມສີລາຈາຣືກປະກົດ ຕົວຈະແຈ້ງ ພຽງແຕ່ເປັນສຣະ ອູ ອັນນັ້ນຖືວ່າມັນຜິດກັນໄດ້ລະຫວ່າງ ອຸ-ອູ) ເມື່ອຄຳເບື້ອງຕົ້ນບອກວ່າ "ຈຸລະສັງກຣາດ" ອັກສອນທີ່ເຫັນຖັດໄປ ມັນຕ້ອງເປັນຕົວເລກ ຫຼືຫາກບໍ່ໃຊ້ຕົວເລກ ຈະໃຊ້ອັກສອນແທນ ກໍຕ້ອງໃຊ້ອັກສອນທີ່ສື່ບອກແທນ ຈຳນວນ "ຫ້າ-ສາມ-ສອງ"(ຫຼືຕົວເລກໄດ້) ເມື່ອເຮົາເອົາມາທຽບກັບເລກໃນສີລາອື່ນໆ ເຮົາຮູ້ແລ້ວວ່າ ເປັນເລກ ໕, ແຕ່ຕົວທີສອງ ເຮົາເຫັນຮູບຕ້ອງບອກວ່າ ເລກ ໓ ເພາະເປັນຮູບແບບນີ້ ປາກົດໃນອັກຂອມຢູ່ແລ້ວ ສ່ວນອັກສອນຕົວສຸດ ທ້າຍນີ້ ກໍຕ້ອງບອກວ່າເລກ ໒ ເພາະເລກແບບນີ້ມີໃນບັນດາອັກສອນທຳ, ລາວ, ມອນ, ຂອມ ໃນບາງຍຸກ ທີ່ມັກພົບໃນສີ ລາຈາຣືກລາວ ຫຼືທຳໃນຍຸກຫຼັງສະເໝີ, ໂດຍສະເພາະແມ່ນໃນເລກຂອງເລກຂອງໂຫຣາ ລາວ, ລື້, ມອນ, ພະມ້າ ຂະເໝນ(ປັດຈຸບັນ) ແລະລ້ານນາ(ປັດຈຸບັນ) ກໍມີຮູບລັກສະນະຄ້າຍຄຽງກັນ.

- ເມື່ອສະຫຼຸບແລ້ວ ກໍແມ່ນ ໕໓໒ ຫາກມີຄົນອື່ນຈະຂັດແຍ້ງ ມາບອກວ່ານັ້ນບໍ່ແມ່ນເລກສອງ ມັນແມ່ນເລກ ໗ (ເບິ່ງທີ່ໝາຍ ໄວ້) ກໍສາມາດອະນຸໂລມນຳເຂົາໄດ້, ເພາະເລກລາວໃນໄລຍະຫຼັງໆ ເລກ ໗ ຂຽນ ຕົວ "ຕ" ດຶງຫາງຍາວກໍມີ, ແຕ່ຜູ້ຂຽນຍັງ ເຊື່ອວ່າເລກ ໒ ຕາມມະຫາບຸນມີ ອ່ານ ແຕ່ຈະບໍ່ເຊື່ອວ່າ ແມ່ນ "ແລຯ ຫຼື ໆ" ດັ່ງທີ່ Michel LORRILLARD ໃຫ້ທັດສະນະໄວ້ເດັດຂາດ ມັນເປັນໄປບໍ່ໄດ້ ທີ່ບອກວ່າ "ຈຸລະສັງກຣາດແລຯ" ເພາະມັນບໍ່ມີຄວາມໝາຍຫຍັງໝົດ ຫາກ ຄຳນັ້ນເປັນ "ແລຯ" ຜູ້ຈາຣືກສີລາ ຈຳເປັນຫຍັງຊິມາຂຽນວ່າ "ຈູລສັງກຣາສ" ໄວ້ໃຫ້ເບືອງເນື້ອທີ່ ແລະເວລາ ເພາະ ເຖິງຈາຣືກລົງໄປກໍບໍ່ໄດ້ໃຫ້ຜົນຫຍັງໝົດ, ອັນໜຶ່ງເຮົາຕ້ອງຄຳນຶງວ່າ ການຂຽນ ຫຼືຈາຣືກໃນສະໄໝບູຮານນັ້ນ ເນື້ອທີ່ຂອງສື່ ແລະເຄື່ອງມືໃນການຈາຣືກນັ້ນ ມັນມີຄວາມຈຳກັດຫຼາຍ ສະນັ້ນການຈາຣືກທຸກໆຕົວ ມັນຕ້ອງມີຄວາມໝາຍ.

- ສະນັ້ນ, Michel LORRILLARD ກ່າວເຖິງນັ້ນ ເປັນການກ່າວໃນທັດສະນະທີ່ບໍ່ຍອມຮັບນັກວິໄຈຄົນທ້ອງຖິ່ນ ເຊິ່ງ ເຂົາຖືວ່າຊາວອາຊີ ເປັນຊາດທີ່ຍັງຫຼ້າຫຼັງ ຖືກຄວບຄຸມຈາກອຳນາດອື່ນ ຄວາມທະນົງຕົວນັ້ນອາດຄວບຄຸມແນວຄິດເຂົາໄດ້.

- ໃນຄວາມເປັນຈິງແລ້ວນັກວິໄຈ ແລະນັກຄົ້ນຄວ້າຕ່າງປະເທດ ພາພວກເຮົາຊາວອາຊີຫຼົງທາງມາສະຕະວັດກວ່າແລ້ວ ກ່ຽວກັບປະຫວັດສາດ ຂອງຊາວອາຊີທັງຫຼາຍ ເຮົາຈຶ່ງຫາທາງເປັນຕົວຂອງເຂົາຢ່າງອິດສະຫຼະດ້ວຍຂໍ້ມູນຫຼັກຖານທີ່ມີຢູ່.

- ຜູ້ຂຽນບໍ່ໄດ້ເປັນນັກອ່ານສີລາຈາຣືກຫຍັງໝົດ ແລະບໍ່ໄດ້ຮຽນການອ່ານສີລາຈາຣືກດອກ ພຽງແຕ່ຈົບເສດຖະສາດ ທຳມະດາສາມັນ ແລະບໍ່ໄດ້ຊຳນານ ການວິຊານັ້ນດ້ວຍ ແຕ່ເຄີຍອ່ານໜັງສືບູຮານມາ ທີ່ໄດ້ຮຽນນຳວັດເທົ່ານັ້ນ, ບັງເອີນ ມາອ່ານສີລາຈາຣືກນີ້ໄດ້ຈຶ່ງສະໜັບສະໜູນແນວຄິດທ່ານບຸນມີ ເທບສີເມືອງ ວ່າທ່ານອ່ານຖືກຕ້ອງ ແລະເຊື່ອແນ່ວ່າມະຫາສີລາເອງ ອັນເປັນນັກຄົ້ນຄວ້າລຸ້ນກ່ອນ ກໍບໍ່ມີອຳນາດອື່ນໃດໆມາຄອບງຳແນວຄິດຂອງເພິ່ນເຊັ່ນກັນ.

- ເມື່ອເຮົາອ່ານ ຄຳນັ້ນໄດ້ແລ້ວ ກໍເຊື່ອວ່າອັກສອນທີ່ເຫັນເປັນເຊັ່ນນັ້ນເປັນຈິງ ການອ່ານນີ້ບໍ່ຜິດຈາກຮູບອັກສອນທີ່ເຫັນ ໃນການສະເກັດມາຈາກ ຮູບເດີມເດັດຂາດ, ແຕ່ວ່າຫີນສີລາ ທີ່ບັນທຶກຈາຣືກນີ້ ມີອາຍຸຍາວນານຕາມຕົວເລກ ທີ່ກຳນົດໄວ້ ໃນສີລາຈາຣືກບໍ່, ອັນນີ້ຕ້ອງໄດ້ພິສູດກັນທາງເຄມີຈຶ່ງຈະຮູ້ໄດ້.
(ເລກຂອງປະເທດຕ່າງໆ ສ່ວນວ່າເລກໂຫຣານັ້ນ ແມ່ນເລກໝໍໂຫນ ຫຼືມໍນັ້ນເອງ, ນັກໂຫຣາສາດ ເວລາຈະດູມໍ ເຂົາຈະໃຊ້ເລກແບບນີ້ ໂຫຣາຈານລາວ ໃນຍຸກ ໑໙໙໐ ກັບໄປກໍໃຊ້ເລກນີ້ ແຕ່ປັດຈຸບັນນີ້ ບໍ່ຮູ້ວ່າມີການເບິ່ງມໍດ້ວຍ ລະບົບຄິດໄລບໍ ຫຼືວ່າເບິ່ງແບບຫຼັບຕາເອົາ ເລກໂຫຣານີ້ ມີການໃຊ້ໃນພາກເໜືອລາວ-ໄທຍ໌ ເມື່ອເຂົາຂຽນອັກສອນທຳ)

No comments:

Post a Comment