21 August 2011

ການພັດທະນາໜັງສືລາວ ເຄິ່ງສະຕະວັດ ມີຄວາມສຳເລັດຜົນຫຼືບໍ່ ? (໒)


ສຶກສາຄົ້ນຄວ້າໂດຍ: ພອຄ,ເນືອງພິລັກ ໂຊຕິທອນ

- ຄວາມຫຍຸ້ງຍາກຕ່າງໆນັ້ນ ໃນເມືອງມະນຸດບໍ່ມີມະນຸດຄົນໃດປາສະຈາກໄດ້ ເພາະມະນຸດມີຄວາມຍຸ້ງຍາກເປັນພື້ນຖານຢູ່ແລ້ວ ບໍ່ວ່າຄວາມຫຍຸ້ງ ຍາກທີ່ເກີດຂຶ້ນພາຍໃນຕົນ ກໍຄືຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກພາຍນອກຕົນ ກໍຍ່ອມທຳໃຫ້ມະນຸດເກີດຄວາມທຸກ ຄວາມພັດພາກ ຄວາມບໍ່ສົມຫວັງ ຈົນເຖິງຂັ້ນປຣາຊັຍ ບາງຄົນ ບາງເຣື່ອງ ບາງເຫດກາຣກໍຫຼົວຕລອດຊີວິດ ກໍຍ່ອມມີ.
- ຫາກຄວາມຫຍຸ້ງຍາກນັ້ນ ເກີດຈາກບັນຫາອຸປະສັກທາງດ້ານພຶດຕິກັມ, ການກະທຳ ແລະແນວຄິດອັນບໍ່ເທດເໝາະບາງຢ່າງ ມະນຸດກໍສາມາດຜ່ານ ຜ່າອຸປະສັກນັ້ນໆ ເມື່ອມີໃຈສູ້ ມີຄວາມຕັ້ງໃຈ ແລະຄວາມມຸ້ງຫຍັງ ທີ່ຈະຜ່ານຜ່າອຸປະສັກ, ຫາກແຕ່ວ່າອຸປະສັກບາງຢ່າງມັນເດີນໄປບໍ່ສົດສວຍງົດ ງາມກໍຕາມ, ອຸປະສັກບາງທີ່ເກີດຄວາມຄວາມເຫັນຜິດ ອະຄະຕິ ຄວາມບໍ່ຮູ້ເທົ່າເຖິງກາຣ ແລະການມອງແບບຫູບໍ່ກວ້າງຕາບໍ່ໄກນັ້ນ ຍ່ອມເປັນອຸປະສັກ ທີ່ໃຫ້ຜົນຍາວນານ ແລະຜົນທີ່ອອກມາກໍບໍ່ສ້າງສັນ ສາມາດເຮັດໃຫ້ຕົນ ສັງຄົມ ແລະປະເທດຊາດຫຼົມເຫຼວໄດ້. ເຊັ່ນດຽວກັບອຸປະສັກ ຂອງຄະນະກັມມະການຟື້ນຟູອັກສອນສາດລາວຄະນະທໍາອິດ ຂອງບັນດິຕສະພາຈັນທະບໍຣີ ເຊິ່ງມຣສົມເດັດເຈົ້າເພັຊຣາຊເປັນ ປະທານດ້ວຍຊໍ້າຍັງມີບັນຫາ ເພາະແນວຄິດ ຄວາມຮັບຮູ້ ແນວຕິດຕໍ່ຕ້ານຊາດນິຍົມ ແລະແນວຄິດບໍ່ມອງກາຣໄກນັ້ນ ມັນໄດ້ປະສົມປົນເປິນໍາຝ່າຍຕ່າງໆ ເຊິ່ງເຮັດໃຫ້ເກີດອຸປະສັກໃນການດໍາເນີນການຂອງຄະນະດັ່ງກ່າວ ເຖິງຄະນະດັ່ງກ່າວ ຈະດຳເນີນໃນລັກສະນະທີ່ມີເອກະພາບ ແຕ່ສຽງພາຍນອກໄດ້ສະທ້ອນເຂົ້າໄປຫາຄະນະກັມ​ມະກາຣນັ້ນ ລ້ວນແຕ່ເປັນອຸປະສັກ ອຸປະສັກໃນກາຮຟື້ນຟູອັກສອນລາວ ເປັນຈັງໃດ ມີຫຍັງແນ່ເຊີນອ່ານໃນບັນທຶກຂອງຍາພໍ່ມະຫາສີລາ ວິຣະວົງ ທີ່ຂຽນໄວ້ໃນໜັງສືອັກສອນສາດລາວ ປະວັດໜັງສືລາວ ໜ້າ ໒໘-໒໙ ດັ່ງນີ້:-

ບັນທຶກໜ້າ ໒໘-໒໙
"- ໃນຂະນະທີ່ສຶກສາຫາຊ່ອງທາງ ປັບປຸງອັກສຣລາວຢູ່ນີ້ ໄດ້ເກີດມີມະຕິແຕກກັນເປັນ ໓ ພວກ ຄື ພວກໜຶ່ງທີ່ໄດ້ຮຽນໜັງສືຝຣັ່ງເສດຫຼາຍ ເຫັນດີ ໃຫ້ລຶບອັກສອນລາວຖິ້ມ ແລ້ວບັນຍັຕເອົາຕົວອັກສອນຝຣັ່ງ ໃຊ້ຂຽນຄໍາລາວ ແລະຄຳປາລີ,(໑) ດັ່ງດຽວກັບຕົວກົ໊ກຫງື້ ຂອງຫວຽດນາມ(໒)

- ອີກພວກທີສອງເຫັນວ່າສຳລັບຕົວລາວ ທີ່ບໍ່ມີໃນອັກສອນບາລີນັ້ນ(໓) ໃຫ້ໃຈຈຸດ "." ກ້ອງຕົວໜັງສືລາວເອົາ ຄືກັນກັບອັກສຣໂຣມັນ ທີ່ໃຊ້ຂຽນຄຳປາລີ ຄຳແນະນຳນີ້ມາຈາກຄວາມເຫັນດີ ຂອງທ່ານສາສຕຣາຈາຣຍ໌ລຸຍ ປີໂນຕ໌ ທີ່ໄດ້ສະແດງໄວ້ໃນຈົດໝາຍເຫຕຂອງທ່ານ ສະບັບເລກທີ ໓໕໑ ລົງວັນທີ ໕ ເມສາ ໑໙໑໘.

- ສ່ວນພວກທີ ໓ ເຫັນວ່າຈະລືບລ້າງຕົວລາວຖິ້ມບໍ່ຄວນ ແລະຈະໃຊ້ຈຸດຕືກັບຕົວອັກສຣໂຣມັນກໍບໍ່ສະດວກ ເພາະຄວາມລຶ້ງຕາ ກັບອັກສອນຕົວເດີມເຫິງ ແລ້ວ, ຈະພາໃຫ້ຫຼົງສເມີ, ເມື່ອເປັນດັ່ງນີ້ກໍແໜງຕື່ມຕົວທີ່ຍັງຂາດຢູ່ນັ້ນເຂົ້າມາໃໝ່ເລີຍຈະດີກວ່າເພາະວ່າ:-

໑. ໄທຍ໌ກັບຂະເໝນ ໄດ້ປ່ຽນມາແລ້ວ.
໒. ຕົວອັກສຣລາວ ທີ່ຜາກົຕໃນສີລາເລຂກໍຜາກົຕວ່າເພິ່ນໃຊ້ມາແລ້ວ ເກືອບເຫັນຄົບທຸກຕົວ.
໓. ໃນປະເທສໜຶ່ງ ຄວນມີຕົວໜັງສືເປັນຂອງຊາຕ ແຕ່ແບບດຽວ ຄື ສຳລັບລາວກໍຕ້ອງແມ່ນຕົວລາວ ຖ້າບໍ່ເຫັນບໍ່ຄົບກໍຕື່ມເຂົ້າ.
໔. ເມື່ອໃຊ້ຕົວໜັງສືຕົວດຽວກັນ ທັງທາງໂລກແລະທາງທັມ ປະຊາຊົນກໍຈະໄດ້ມີຄວາມຮູ້ກວ້າງຂວາງ ທັງທາງໂລກ ແລະທາງທັມ ໂດຍການໃຊ້ຕົວໜັງສື ຕົວດຽວກັນ.
- ເມື່ອເຫັນວ່າ ຄວາມເຫັນຂອງພວກທີ ໓ ມີເຫຕຜົນດີ ທີ່ປະຊຸມຈຶ່ງໄດ້ລົງມະຕິເຫັນດີ ໃຫ້ຕື່ມຕົວອັກສອນລາວໃຫ້ຄົບ ຕາມຕົວປາລີ ແລະສັນສະກຣິຕ ທີ່ບູຮານເຄີຍໃຊ້ມາແລ້ວ ຄືກັນກັບປະເທສທັງຫຼາຍ ທີ່ໄດ້ໜັງສືມາຈາກບ່ອນດຽວກັນ ໃນກາຣຕື່ມນີ້ ໄດ້ວາງຫຼັກໄວ້ ໒ ປະກາຣ ຄື:-

໑. ຊອກຄົ້ນເອົາຣູບຕົວໜັງສື ທີ່ຕື່ມມາໃໝ່ນັ້ນ ເຊິ່ງມີຢູ່ໃນສີລາເລຂເກົ່າໆ (ທີ່ໄດ້ຊອກໃນສີລາເລຂຄື ຍ-ຜູ້ຍິງ, ພ-ພະຮິຍາ, ທ-ໝາກຕົລ, ສ-ບໍ ແລະ ສ-ຄໍ ຕົວ ນ-ສາມເນນ, ຕົວຕໍໃຫຍ່ ແລະ ຖ-ໃຫຍ)
໒. ສ່ວນທີ່ບໍ່ເຫັນໃນສີລາເລຂເກົ່າ ໄດ້ດັດແປງເອົາຕົວອັກສອນທັມເຂົ້າມາໃສ່.

- ກາຣທີ່ເປັນດັ່ງນີ້ ຄະນະກັມມະກາຣ ຫໍສະໝຸດສະພາຈັນທະບູຣີ ໄດ້ຕື່ມຕົວອັກສຣລາວຂຶ້ນ ແລະໄດ້ຈັດພິທໄວຍາກຣນ໌ລາວພາຄ "ອັກຂຣະວີທີ" ສຳເຣັດໃນປີ ໑໙໓໕ ແລະທາງໂຮງຮຽນປຣິຍັຕຕິທັມ ໄດ້ອາສັຍແບບອັກຂຣະວິທີນີ້ເປັນຫຼັກ ຈຶ່ງໄດ້ແຕ່ງປຶ້ມຮຽນ ພາສາປາລີຈົນຮອດຫຼັກສູຕຕ່າງໆ ໃນທາງສາສນາ ອອກແຜ່ຜາຍຮ່ຳຮຽນຕໍ່ມາ ເປັນເວລາຫາຍປີ"

- ເມື່ອເຮົາອ່ານບັນທຶກກາຣປັບປຸງອັກສຣລາວໃນໄຣຍະຕົ້ນໆ ຂອງຣາຊະບັນດິດສະພາຈັນທະບູຣີ ພາຍໃຕ້ກາຣນຳອັນປີຊາສາມາດຂອງສົມເດັດເຈົ້າ ເພັຊຣາຊອົງນາຍົກຂອງສາພາດັ່ງກ່າວແລ້ວ ເຮັດໃຫ້ເຮົາມອງເຫັນຄວາມຫຍຸ້ງຍາກຫຼາຍປະກາຣ ບໍ່ວ່າຈະເປັນດ້ານເຄື່ອງມີການຄົ້ນຄວ້າ ບຸຄຄະລາກຣ ທີ່ມັນຫຍຸ້ງຍາກທີ່ສຸດ ກໍຄືແນວຄວາມຄິດທີ່ເຫັນຕ່າງກັນ ຈົນມີມະຕິເປັນ ໓ ມະຕິ ລ້ວນແຕ່ເປັນອຸປະສັກໃຫ້ແກ່ຄະນະກັມມະກາຣປັບປຸງແລະພື້ນຟູ ອັກສອນລາວເປັນຢ່າງຍິ່ງ ແຕ່ກໍນັບວ່າເປັນໂຊກດີຂອງພາສາສາດລາວ ທີ່ທາງຄະນະຕ່າງໆເຖິງມີຄວາມເຫັນແຕກຕ່າງກັນຕັ້ງ ໓ ມະຕິ, ແຕ່ຄະນະດັ່ງກ່າວ ກໍຕົກລົງຮັບຮອງເອົາມະຕິທີ ໓ ທີ່ເຫັນວ່າມີເຫຕຜົນດີກວ່າ ຄືໃຫ້ເພີ່ມຕື່ມອັກສອນທີ່ບໍ່ມີໃນອັກສອນລາວເດີມເຂົ້າ ໂດຍໄປຊອກຫາແບບຢ່າງມາຈາກອັກສຣລາວທີ່ເຄີຍຂຽນກັນມາແລ້ວໃນສີລາເລຂ(ສີລາຈາຣືກ) ຫາກຍັງບໍ່ພົບຕາມຄວາມຕ້ອງກາຮກໍໄດ້ດັດແປງເອົາອັກສຣ ມາຈາກອັກສຣທັມ.
- ເມື່ອມອງວັດຖຸປະສົງ ໒ ປະກາຣນັ້ນແລ້ວ ເຮົາຈະເຫັນໄດ້ວ່າອັກສອນລາວ ເຮົາອັນເປັນເຄົ້າ ທີ່ສືບເນື່ອງມາຈາກບູຮານນັ້ນ ບໍ່ໄດ້ປັບປຸງມາຈາກອັກສອນປາລີໂດຍກົງ ແລະບໍ່ໄດ້ມາຈາກອັກສຣທັມທັມໝົດ ທີ່ສຳຄັນອັກສອນລາວບໍ່ໄດ້ເອົາແບບຢ່າງມາຈາກອັກສຣໄທຍ໌ສມັຍ ແຕ່ຫາກເອົາແບບຢ່າງທີ່ໄດ້ມີກາຣໃຊ້ມາແລ້ວໃນໝວດອັກສຣລາວບູຮານທີ່ມີກາຣບັນທຶກ ໄວ້ແລ້ວກ່ອນໜ້າສມັຍນັ້ນ ຄືສີລາເລຂ ກາຣທີ່ຄົນຣຸ້ນໃໝ່ພາກັນເວົ້າວ່າກາຣຂຽນແບບລາວບູຮານ ໔໑ ຕົວ, ທີ່ສ້າງຂຶ້ນສຳເຣັດໃນປີ ໑໙໓໕ ຂອງຣາຊະບັນດິດສະພາລາວ ເໝືອນອັກສຣໄທຍ໌ ແລະໄດ້ແບບຢ່າງມາຈາກໄທຍ໌ນັ້ນ ຄວຣຈະເຊົາເຂົ້າໃຈຜິດເຊັ່ນນັ້ນແລ້ວ, ເພາະບັນທຶກນີ້ກໍໄດ້ເວົ້າຈະແຈ້ງແລ້ວວ່າດັດແປງມາຈາກສີລາເລຂອັກ ສອນລາວ ແລະຫາກບໍ່ມີກໍໄດ້ດັດແປງຈາກອັກສຣທັມ.
- ເຖິງຈະມີກາຣກ່າວເຖິງໄທຍ໌ໃນກາຣບັນທຶກນັ້ນ ກໍໝາຍວ່າອັກສອນໄທຍ໌, ອັກສຣເຂມຣ ອັກສອນພະມ້າ ອັກສຣລັງການັ້ນໄດ້ປັບປຸງ ແລະພັດທະນາແລ້ວ ລາວໃນຖານະເປັນຊາດໜຶ່ງທີ່ກຳລັງຈະກຽມພົ້ນອອກຈາກກາຣປົກຄອງຂອງຝຣັ່ງກໍຄວຣທີ່ມີອັກສຣຂອງຊາຕຕົນ ຢ່າງມີເອກະພາບ ສາມາດໃຊ້ຂຽນພາສາລາວ ແລະພາສາປາລີ ທັງພາສາອື່ນໄດ້ ນີ້ຄືວັດຖຸປະສົງເປົ້າໝາຍຂອງຄະນະກັມມະກາຣປັບປຸງ ອັກສຣລາວຍຸກເຣີ່ມຕົ້ນ ທີ່ເຂົາຄິດກັນ ເພື່ອຄວາມເປັນເອກະພາບ ແລະຜົລປໂຍຊນ໌ອັນຍາວນານຂອງຊາຕນັ້ນເອງ.
- ດ້ວຍມະຕິຂອງຄະນະປັບປຸງອັກສອນລາວຍຸກແຮກໆໆ ແລະກາຣຕໍ່ສູ້ທາງກາຣເມືອງຂອງຄະນະສົງ ແລະປະຊາຊົນລາວ ທີ່ຫູກວ້າງຕາໄກບາງກຸ່ມ ໃນອະດີດນັ້ນ ນັບເປັນໄຊຍະນະອັນຍິ່ງໃຫຍ່ຂອງຊາຕແລະປະຊາຊົນລາວ ທີ່ບໍ່ເສັຍອັກສອນລາວໄປ ຫາກບໍ່ມີຄະນະກັມມະກາຣຊຸດນີ້ ກັບຄະນະກັມມະກາຣປັບປຸງອັກສຣຂອງຣາຊະບັນດິດສະພາລາວແລ້ວ ມາຮອດປັດຈຸບັນນີ້ ຊາຕລາວເຮົາຄົງຈະເປັນເໝືອນຫຼາຍໆ ຊາຕທີ່ເອົາອັກສຣໂຣມັນ ມາຂຽນແທນອັກສອນລາວ ແລ້ວອັກສອນລາວໃນໄລຍະຫຼັງໆ ອາດເປັນພຽງປະວັດການທີ່ຕາຍໄປກັບອະດີດທີ່ພານຜ່ານ.
- ແຕ່ຄວາມສຳເຣັດຂອງຄະນະກັມມະກາຣປັບປຸງອັກສຣລາວ ກໍຄືຊາຕລາວ ກໍໄດ້ລົ້ມສລາຍລົງໃນເວລາອັນສັ້ນໆ ຄື ອັກສຣລາວ ໔໑ ຕົວຂອງຣາຊະບັນ ດິຕສະພາລາວ ກຳເນີດຂຶ້ນ ແລະຮັບໃຊ້ຊາຕ ແລະພຸດທະສາສນາພຽງ ແຕ່ ໑໔ ປີກໍຕ້ອງລົ້ມເລີກລົງ ຄື ແຕ່ປີ ໑໙໓໗-໑໙໔໘ ເມື່ອຄະນະກັມມະກາຣອັກສຣສາຕຣ໌ລາວ ຄະນະໜຶ່ງໄດ້ອອກຂໍ້ບັງຄັບເປັນພຣະຣາຊະໂອງກາຣເລຂທີ ໑໐ ໃຫ້ມີອັກສຣ ໒໗ ຕົວ ແຕ່ຂຽນໃນລັກສະນະ ພິເສດ (ຣາຍຣະອຽດໂຜດຕິດຕາມໃນບົດຕໍ່ໄປ)


ເຊີງອັຕຖ໌:
(໑) ໃຊ້ຂຽນຄໍາລາວ ແລະຄຳປາລີ : ຄວາມໝາຍຄືໃຫ້ຂຽນຄຳລາວທີ່ເປັນເຄົ້າພາສາລາວແທ້ໆ ແລະພາສາປາລີອັນເປັນເຄົ້າພາສາປາລີແທ້ໆ ໂດຍເອົາອັກສຣໂຣມັນໄປຂຽນ.
(໒) ເໝືອນກັບອັກສອນຫວຽດນາມປັດຈຸບັນ ທີ່ສ້າງຂຶ້ນມກ່ອນອັກສຣລາວ ເຊິ່ງເອົາອັກສຣໂຣມັນມາຂຽນຄຳຫວຽດນາມແທນອັກສອນໂໝ່ມ ເຊິ່ງເໝືອນອັກສຣຈີນ ທີ່ມີມາແຕ່ເຫິງແລ້ວ.
(໓) ຝ່າຍນີ້ເຫັນວ່າໃຫ້ຄົງອັກສຣລາວໄວ້ເໝືອນເດີມ ແຕ່ໃຫ້ເອົາອັກສອນລາວທີ່ມັນຊໍ້າກັນມາຂຽນແທນ ເມື່ອຂຽນພາສາປາລີ ແຕ່ໂຕໃດທີ່ຂຽນ ຕ່າງກັນເມື່ອໃຊ້ຂຽນພາສາປາລີໃຫ້ໃຊ້ຈຸດ (ນິກຄະຫິດ) ໃສ່ກ້ອງໄວ້.

No comments:

Post a Comment