- ທາງສະພາຣາຊະບັນດິດຈັນທະບູຣີ ມີສຳນັກງານໃຫຍ່ຢູ່ວັດຈັນທະບູຣີ ເຊິ່ງມີສົມເດັດເຈົ້າເພັດຊະຣາດເປັນອົງ ປະມຸກ ເຊິ່ງມີສະມາຊິກທັງຝ່າຍສົງ ແລະຄະຣືຫັດ ປີ ໑໙໓໐ ນັ້ນແມ່ນກະກຽມບັນຍັດອັກສອນລາວ ເປັນອັກສອນຂອງຊາດ ສະພາຈັນທະບູຣີໄດ້ມີໜ້າທີ່ກະກຽມ ຮູບອັກສອນເພື່ອບັນຍັດເປັນອັກສອນຊາດ ໃນນັ້ນແນວຄວາມຄິດ ຂອງລາວເອງ ມີແນວຄິດອອກເປັນ ໓ ຢ່າງ ຄື
໑. ຝ່າຍໜຶ່ງ ໂດຍສະເພາະຝ່າຍຣາຊະສຳນັກຢາກໄດ້ອັກສອນລາວເດີມ (ທັມ) ເປັນອັກສອນຊາດ.
໒. ຝ່າຍໜຶ່ງ ແມ່ນຢາກໄດ້ອັກສອນລາວບູຮານ(ອັກສອນລາວ) ເປັນອັກສອນຊາດ.
- ຍ້ອນວ່າລາວ ມີການຖົກຖຽງກັນ ເພາະມີອັກສອນ ໒ ແບບ ທັງສອງແບບລ້ວນແຕ່ເປັນອັກສອນລາວດ້ວຍກັນທັງນັ້ນ ດ້ວຍເຫດນັ້ນ ຈຶ່ງມີຝ່າຍທີ ໓ ເກີດຂຶ້ນ ຄືໃຫ້ເອົາອັກສອນໂຣມັນມາຂຽນແທນອັກສອນລາວ ແຕ່ລາວທັງສອງຝ່າຍ ບໍ່ຍອມ ຈຶ່ງໄດ້ຕົກລົງເອົາອັກສອນ ລາວບູຮານເປັນອັກສອນຊາດ(ຂຽນທາງການຣາຊະອານາຈັກ) ແລະເອົາອັກສອນ ລາວເດີມ ເປັນອັກສອນທາງສາສນາຈັກ ຈຶ່ງຮຽກອັກສອນທັມມາຮອດບັດນີ້.
໑. ຝ່າຍໜຶ່ງ ໂດຍສະເພາະຝ່າຍຣາຊະສຳນັກຢາກໄດ້ອັກສອນລາວເດີມ (ທັມ) ເປັນອັກສອນຊາດ.
໒. ຝ່າຍໜຶ່ງ ແມ່ນຢາກໄດ້ອັກສອນລາວບູຮານ(ອັກສອນລາວ) ເປັນອັກສອນຊາດ.
- ຍ້ອນວ່າລາວ ມີການຖົກຖຽງກັນ ເພາະມີອັກສອນ ໒ ແບບ ທັງສອງແບບລ້ວນແຕ່ເປັນອັກສອນລາວດ້ວຍກັນທັງນັ້ນ ດ້ວຍເຫດນັ້ນ ຈຶ່ງມີຝ່າຍທີ ໓ ເກີດຂຶ້ນ ຄືໃຫ້ເອົາອັກສອນໂຣມັນມາຂຽນແທນອັກສອນລາວ ແຕ່ລາວທັງສອງຝ່າຍ ບໍ່ຍອມ ຈຶ່ງໄດ້ຕົກລົງເອົາອັກສອນ ລາວບູຮານເປັນອັກສອນຊາດ(ຂຽນທາງການຣາຊະອານາຈັກ) ແລະເອົາອັກສອນ ລາວເດີມ ເປັນອັກສອນທາງສາສນາຈັກ ຈຶ່ງຮຽກອັກສອນທັມມາຮອດບັດນີ້.
(ແຜ່ນພາບນີ້ ເດີມຢູ່ທີ່ວິທະຍາໄລສົງ ເປັນສົມບັດຂອງສະຖາບັນການສຶກສາສົງ ທີ່ຕົກທອດມາຈາກສະພາຈັນທະບູຣີ ເມື່ອກ່ອນມີຈຳນວນຫຼາຍພາບ ແລະຫຼາຍແບບ ນ້ອຍມີການປ່ຽນແປງຫ້ອງການເລື້ອຍໆ ຈຶ່ງມີຜູ້ເອົາໄປ ແລະບາງຄັ້ງກໍປະຖິ້ມ ທ່ານອາຈານຄຳຫຼ້າ ພວງສະຫວັດ ອາຈານປະຈຳວິທະຍາໄລສົງເກັບໄວ້ ແລະປິດໄວ້ຫ້ອງການຂອງທ່ານ ຕໍ່ມາມີຄົນໄທຍມາເຫັນກໍຂໍຢືມເອົາໄປກອບປີທີ່ເມືອງໄທຍ ບັດສົ່ງກັບມາຄືນພັດເອົາສະບັບກອບປີສົ່ງມາ ສະບັບແທ້ເຂົາເອົາໄວ້ ອາຈານຄຳຫຼ້າກໍປາກບໍ່ອອກໄດ້ແຕ່ຈົ່ມເສັຍດາຍ)
- ບາດນີ້ ມາເວົ້າເລື່ອງອັກສອນລາວ ທີ່ເຫັນໃນພາບ ເປັນຜົນງານຂອງຣາຊະບັນດິດສະພາຈັນທະບູຣີ ທີ່ປະກວດການອອກແບບ ເພື່ອບັນຍັດອັກສອນລາວ ແຕ່ເມື່ອຄະນະໄດ້ເລືອກເອົາອັກສອນລາວບູຮານ ເປັນອັກສອນຂອງຊາດ ເອົາອັກສອນລາວເດີມ ເປັນອັກສອນຣາຊະອານາຈັກ ອັກສອນຂອງຊາດ ກໍໄດ້ປ່ຽນແປງໄປ ຕາມກາລະສະໄໝຂອງການປ່ຽນແປງຂອງຊາດ ມາຮອດປັດຈຸບັນ ມີຮູບແບບ ແລະວິທີການຂຽນ ດັ່ງທີ່ເຮົາເຫັນປັດຈຸບັນນີ້, ສ່ວນອັກສອນລາວເດີມ ບັນຍັດໃຫ້ໃຊ້ທາງສາສນາຈັກ ແຕ່ເມື່ອມາເບິ່ງທາງພຶດຕິກັມແລ້ວ ອັກສອນເລົ່ານີ້ບໍ່ໄດ້ໃຊ້ໃນສາສນາຈັກຢ່າງເຕັມທີ່ ພຽງແຕ່ໃຊ້ໃນທາງວັດທະນະ ທຳທາງພຸດທະສາສນາເທົ່ານັ້ນ ດັ່ງເຮົາຈະເຫັນໄດ້ຈາກ ໜັງສືໃດທີ່ຂຽນບັນທຶກ ການເທດ ຈຶ່ງໄດ້ເອົາອັກສອນລາວເດີມບັນທຶກ ເຊັ່ນໃນໃບລານເທົ່ານັ້ນ, ສ່ວນທາງຣາຊະການສົງ ກໍຍັງຄົງໃຊ້ອັກສອນລາວ ບັນທຶກເໝືອນເດີມ ສະນັ້ນອັກສອນລາວເດີມ ເຊິ່ງຄົນຮຽກວ່າອັກສອນທັມນີ້ ຈຶ່ງຕາຍລົງເທື່ອລະເລັກລະນ້ອຍ ເພາະວ່າເມື່ອການສຶກສາສະໄໝໃໝ່ມີຄວາມຈະເຣີນຂຶ້ນ ການສຶກສາສົງກໍໃຊ້ອັກສອນທາງການຮຽນສອນ ອັກສອນລາວເດີມກໍບໍ່ມີຄວາມຈຳເປັນທີ່ຈະໃຊ້, ມີແຕ່ຮຽນເອົາໄວ້ເພື່ອເທດເທົ່ານັ້ນ ພຣະສົງເອງກໍມີຈຳນວນໜ້ອຍ ບໍ່ເກີນ ໓-໔ ໝື່ນອົງຢູ່ແລ້ວ ປະຊາຊົນສ່ວນໃຫຍ່ກໍບໍ່ມີໃຜອ່ານອອກຂຽນໄດ້ ພຣະສົງເມື່ອສຶກອອກໄປແລ້ວ ກໍບໍ່ໄດ້ໃຊ້ (ເວັ້ນແຕ່ມັກ) ຈຶ່ງເທົ່າກັບວ່າອັກສອນນີ້ຕາຍແລ້ວ.
- ຫາກອັກສອນລາວເດີມຕາຍ ກໍເທົ່າກັບຊາດພິການໄປເຄິ່ງໜຶ່ງ ເພາະວ່າວັດທະນະທັມລາວທັງມວນໄດ້ ຖືກບັນທຶກໄວ້ດ້ວຍອັກສອນນີ້ ເມື່ອຄົນອ່ານອັກສອນນີ້ບໍ່ໄດ້ ກໍບໍ່ເຂົ້າໃຈວັດທະນະທັມ ແລະຄວາມເປັນມາຂອງ ຊາດຕົນ.
- ໜ້າເສັຍດາຍຢ່າງໜຶ່ງ ຫາກທາງການສະໄໝກ່ອນເລືອກເອົາອັກສອນທັມເປັນອັກສອນຂອງຊາດມາແຕ່ຕົ້ນ ການຂຽນອັກສອນລາວ ອາດຊິບໍ່ຜິດຜ້ຽນໄປຫຼາຍ ເພາະຫຍັງ ເພາະການຂຽນຂອງອັກສອນທັມນັ້ນມັນໄດ້ບັງ ຄັບໃຫ້ຂຽນຕາມເຄົ້າໃນໂຕຂອງມັນເອງ ແມ່ນຈະປ່ຽນແປງກໍຍາກ.
No comments:
Post a Comment