04 June 2008

ສຸດຍອດສະຖາປັດຕະຍະກັມລາວ-ສະຖາປັດຕະຍະກັມພຸດທະສາສະໜາ

- ພຣະທາດຫຼວງວຽງຈັນ ຊ້າງຂຶ້ນ ໃນປີ ພ.ສ ໒໐໑໐ ພ້ອມກັບພຣະນະຄອນສີສັດຕະນາກຄະນາຫຸດອຸດຕະມະຣາຊະທານີ ໃນສະໄໝພຣະບາດສົມເດັດພຣະເຈົ້າໄຊຍະເສດຖາທິຣາດ, ເມື່ອກວາມພຣະທາດອົງເກົ່າທີ່ສ້າງມາຕັ້ງແຕ່ ປີ ພ.ສ ໒໓໖ ໃນສະໄໝພຣະຍາຈັນທະບູຣີປາສິດທິສັກ ເຈົ້າຜູ້ສ້າງ ແລະຄອງນະຄອນຈັນທະບູຣີ, ພຣະທາດຫຼວງນີ້ ນັບແຕ່ ພ.ສ ໒໓໖ ເປັນຕົ້ນມາຈັນເຖິງສະໄໝ ພຣະບາດສົມເດັດພຣະເຈົ້າໄຊຍະເສດຖາທິຣາດ ຮຽກວ່າ "ຊິນະຄຸຍຫັດສະທາດ" ທາດທີ່ລັບຂອງພຣະພຸດທະເຈົ້າ, ຫຼັງສ້າງແລ້ວຮຽກເປັນທາງການວ່າ "ພຣະທາດໂລກາຈຸນລະມະນີ" ແລະນາມສາມັນທີ່ປາກົດໃນສີລາຈາຣືກວັດໜອງບອນ, ທິດຕາເວັນອອກພຣະທາດຫຼວງ ແລະສີລາຈາຣືກວັດຫໍພຣະແກ້ວວ່າ "ພຣະມະຫາທາດ" ເຊິ່ງເປັນພຣະທາດສ້າງຄູ່ກັບພຣະທາດຊຽງໃໝ່ນາບອນ(ພຣະທາດໜອງບອນ)

- ພຣະທາດຫຼວງນັບວ່າເປັນສະຖາປັດຕະຍະກັມສຸດຍອດຂອງລາວ ທີ່ງົດງາມ ເນື່ອງຈາກວ່າ ສະພາບພຣະທາດເວລາຖ່າຍຈະຖ່າຍເປັນພາບສີ ແລະຂ່າວດຳ ກໍງາມໂດດເດັ່ນດັ່ງນັ້ນຢູ່ ແລະທີ່ສຳຄັນອົງພຣະທາດຫຼວງຈະຖ່າຍມູມໃດ ໃນອ້ອມອົງພຣະທາດ ຈະສວຍງາມ ແລະເປັນເປັນແບບດຽວກັນໝົດ ນີ້ຄືຄວາມສຸດຍອດອີກມູມໜຶ່ງຂອງອົງພຣະທາດຫຼວງ.

No comments:

Post a Comment