04 June 2008

ພຣະທາດຫຼວງຫຼັງປະຕິສັງຂອນຄັ້ງທີ ໑


ເມື່ອຝຣັ່ງໄດ້ມາປົກຄອງລາວຢ່າງເຕັມສ່ວນແລ້ວ ກໍໄດ້ທຳການປະຕິສັງຂອນຊາກສະຫຼັກຫັກພັງ ທີ່ຖືກທຳລາຍປາງສົງຄາມສຍາມ-ລາວ ທີ່ພໍປະຕິສັງຂອນໄດ້ ໃນນັ້ນມີການປະຕິສັງຂອນອົງພຣະທາດຫຼວງ ໂດຍການຕໍ່ຍອດຈາກຖານບົວຫຼ່ຽມໄປຮອດດວງປີ ແລະປຸຣະນະອົງພຣະທາດຫຼວງທັງໝົດ ແຕ່ວ່າເມື່ອປະຕິສັງຂອນສຳເຣັດແລ້ວ ຍອດພຣະທາດຫຼວງບໍ່ເໝືອນອົງກ່ອນດັ່ງທີ່ເຄີຍເປັນ ປະຊາຊົນຜູ້ທີ່ເຄີຍເຫັນພຣະທາດຫຼວງອົງເກົ່າກໍມາຕິ ແລະຮຽກີຮ້ອງໃຫ້ດັດແປງໃໝ່ ທາງການກໍທຳການແປງຈົນສຳເລັດ ແລະສວຍງາມ ຈົນຮອດປັດຈຸບັນນີ້.

No comments:

Post a Comment