07 June 2008

ເມື່ອພຣະເຈົ້າຟ້າງຸ່ມຖືກເນລະເທດ

ໃນໄລຍະຊີວິດຂອງພະບາດສົມເດັດພະເຈົ້າຟ້າງຸ່ມມະຫາລາດນັ້ນ ເລີ່ມຈາກທີ່ເປັນເຈົ້າຟ້າ ຕົວນ້ອຍໆ ຈົນກາຍມາເປັນພະມະຫາກະສັດຜູ້ກຽງໄກລືຊາຜາກົດ ແລະເປັນມະຫາຈັກກະພັດຜູ້ຊົງອຳນາດ ຜູ້ເປັນຈອມເອກະທິລາຊາ ແລະເອກະມະຫາລາຊາ ມີອະທິກະລາດທີ່ເຕັມໄປດ້ວຍຄວາມສຳເລັດອັນມະຫາສານ ເຊິ່ງຫາມະຫາກະສັດພະອົງໃດໃນຂອງລາວ ແລະມະຫາກະສັດບັນດາລາຊະອານາຈັກອ້ອມຂ້າງ ພະອົງຈະສະເໝີເໝືອນຍາກ ແຕ່ຊີວິດຂອງພະອົງຕັ້ງແຕ່ເລີ່ມຕົ້ນ ຈົນບັ້ນທ້າຍຂອງຊີວິດນັ້ນ ຕາມປະຫວັດສາດບັນທຶດວ່າມີຄຳວ່າຖືກເນລະເທດເຖິງສອງຄັ້ງ, ຫາກເຮົາເບິ່ງຕາມ ຄວາມເປັນຈິງຂອງຕາມລັກສະນະການປົກຄອງແບບຕ່າງໆແລ້ວ, “ພຣະຣາຊະອານາຈັກ ລ້ານຊ້າງນັ້ນ ໃຊ້ລະບອກຣາຊາທິປະໄຕ ທີ່ຖືກພັດທະນາມາຢ່າງສຸດຍອດມາແລ້ວແລ້ວ”.

ຫາກເຮົາບໍ່ທັນມອງເບິ່ງ ເຫດການແຫ່ງວັດທະນາການຂອງປະຫວັດສາດລ້ວ ເຮົາມາ ເບິ່ງວຽກງານດ້ານວັດທະນະທຳ ທີ່ປາກົດວັນນະຄະດີຂອງລາວ ບໍ່ວ່າຈະເປັນວັນນະຄະດີພະພຸດທະສາສະໜາ ຫຼືວັນນະຄະດີທີ່ອ້າງອິງຄຳສອນຂອງສາສະໜາ ຫຼືວັນນະຄະດີອື່ນໆ ທີ່ເກີດຂຶ້ນໃນສະໄໝອານາຈັກລ້ານຊ້າງນັ້ນ, ມັນກໍສອດຄ່ອງກັບປະວັດສາດຫຼາຍຢ່າງ ຄືວັນນະຄະດີຫຼາຍເລື່ອງຂອງລາວຈະເວົ້າເຖິງຄຳວ່າລາຊະມົນຕີ ແທນຄຳວ່າເສນາຂ້າມະຫາດຄຳເວົ້າປະໂຫຍກນີ້ ຍ່ອມເຮັດໃຫ້ເຫັນເຖິງວັດຖຸປະສົງ ແລະຄວາມມຸ້ງຫວັງຂອງປະຊາຊົນຣາຊະດອນໃນສະໄໝນັ້ນ, ທັງຍັງສະແດງໃຫ້ ເຫັນເຖິງລະບົບສັງຄົມ, ວັດທະນະທຳ ແລະການເມືອງ ການປົກຄອງຂອງພະລາຊະອານາຈັກລ້ານຊ້າງ ໄດ້ເປັນຢ່າງດີ, ໂດຍສະເພາະແລ້ວມີວັນນະຄະດີຫຼາຍເລື່ອງທີ່ກ່າວເຖິງພະມະຫາກະສັດຊົງສະຫຼະລາຊະບັນລັງອອກຜະໜວດແລະມີວັນນະຄະດີຫຼາຍເລື່ອງທີ່ເວົ້າເຖິງບ່າວໄພ່ລາຊະດອນໄດ້ເນລະເທດພະຣາຊາມະຫາຫະສັດອອກຈາກລາຊະບັນລັງອັນນີ້ ແມ່ນຢັ້ງຢືນເຖິງລະບອບລາຊາທິປະໄຕ ໃນພະລາຊາອານາຈັກລ້ານຊ້າງ" ຫຼືຈະຮຽກວ່າລະບອບປະຊາທິປະໄຕອັນມີ ພະມະຫາກະສັດເປັນປະມຸກລັດນັ້ນເອງ.

ຫາກເປັນເຊັ່ນນັ້ນແທ້ ໃນພະຣາຊະປະວັດຂອງພະເຈົ້າຟ້າງຸ່ມ ແລະປະວັດສາດລາວຕອນຕົ້ນນັ້ນ ມັນກໍສອດຄ່ອງກັນໄດ້ດີພໍສົມຄວນ ຫາກວ່າປະວັດສາດພະເຈົ້າຟ້າງຸ່ມ ທີ່ເວົ້າເຖິງການເນລະເທດເພື່ອວັດຖຸປະສົງອື່ນ ແຕ່ຖ້າຫາກວິເຄາະໄປວ່າຕອນຕົ້ນຊີວິດຂອງພະອົງເປັນແຜນການທາງການທູດ ແລະຕອນທ້າຍຂອງຊີວິດພະອົງ ເປັນວັດຖຸປະສົງ ແລະລະດັບເປົ້າໝາຍຂອງຊີວິດເພື່ອປາຖະໜາສູງສຸດ ຂອງມະນຸດຫາກບັນລຸເປົ້າໝາຍ ໃນທາງໂລກຢ່າງເຕັມຂັ້ນແລ້ວ ຈະເປັນໄປໄດ້ບໍວ່າ ພະມະຫາກະສັດອັນເປັນປະຖົມບໍລົມມະກະສັດພະອົງນີ້ຂອງລາວ ປາດຖະໜາຍອດພະໂພທິສັດ.....

No comments:

Post a Comment