ພະສົງນອກຈາກທຳພາລະໜ້າທີ່(ກຳ)ຂອງຕົນແລ້ວ, ຍັງທຳພາລະໃຫ້ແກ່ໂລກອີກ ຄື ທຳການເຜີຍແຜ່ຄຳສອນຂອງພະເຈົ້າລົງສູ່ປວງຊົນ ຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ ຍັງທຳໜ້າທີປົກປ້ອງປະເທດຊາດ ແລະສັງຄົມທີ່ພະສົງນັ້ນອາໄສຢູ່ອີກ, ພະສົງລາວຕັ້ງແຕ່ອະ ດີດກໍໄດ້ທຳພາລະເຊັ່ນນັ້ນມາແລ້ວ ຄື “ຍາມສະຫງົບພະສົງພັດທະນາ ຍາມປະເທດຊາດມີບັນ ຫາພະສົງຊ່ວຍປົກປ້ອງ ແລະຄຸ້ມຄອງ, ອັນນີ້ຖືເປັນພາລະໜ້າທີ່ຂອງພຣະສົງຕ້ອງທຳມາຕັ້ງ ແຕ່ຕອນຕົ້ນແຫ່ງປະຫວັດສາດລ້ານຊ້າງ, ຫຼັກຖານທີ່ຄວນອ້າງເຖິງ ແລະນຳຂຶ້ນມເວົ້ານັ້ນ ຄື ພະສົງລາວໄດ້ທຳໜ້າທີ່ບໍລິຫານບ້ານເມືອງຕາມໜ້າທີ່ຕົນມາແລ້ວເຖິງ ໒ ຄັ້ງ ເຊິ່ງມີຫຼັກ ຖານ ທາງປະຫວັດສາດມາແລ້ວດັ່ງນີ້.
ການຂຽນບົດຄວາມນີ້ ບໍ່ແມ່ນມີຈຸດປະສົງອື່ນໃດ ນອກຈາກຈະສຶກສາເຖິງພາລະໜ້າທີ່ ຂອງພະສົງໃນອະດີດ ແລະພະສົງປັດຈຸບັນ ຄວນຈະທຳພາໜ້າທີ່ຂອງຕົນແນວໃດ ເພື່ອຈະໄດ້ ຊ່ວຍຊາດຂອງເຮົາໃຫ້ກ້າວໜ້າ ກ້າວສູ່ຄວາມສີວິໄລພາບຍໃຕ້ການນຳອັນຖືກ ຢືນຢູ່ຄຽງຂ້າງ ພັກແລະລັດເຮົາ ແລະສຶກສາໃຫ້ຍາດໂຍມເຂົ້າໃຈເຖິງພາລະໜ້າທີ່ອີກມິຕິໜຶ່ງຂອງພະສົງ ທີ່ ຄວນຈະເດີນຄຽງຂ້າງປະຊາຊົນ ແລະການນຳອັນຖືກຕ້ອງຂອງພັກ ແລະລັດ.
ດັ່ງທີ່ນັກການສາດສະໜາຂອງລາວເຮົາເຄີຍເວົ້າວ່າ “ພຣະສົງສາມະເນນລາວ ແມ່ນ ລູກຫຼານຂອງປະຊາຊົນລາວ” ຄວາມເວົ້າປະໂຫຍກນີ້ ບໍ່ແມ່ນຄຳເວົ້າທີ່ເກີນໄປກວ່າຄວາມ ເປັນຈິງເລີຍແມ່ນແຕ່ນ້ອຍ ຫາກເຮົາສຶກສາເຖິງປະວັດສາດແຫ່ງຍຸກສະໄໝຂອງຊາດລາວ ໂດຍສະເພາະແມ່ນໃນການຕໍ່ສູ້ປົກປ່ອຍຊາດໃນໄລຍະຜ່ານມາ ພຣະສົງລາວກໍໄດ້ທຳໜ້າທີ່ນີ້ ຕາມທາງເດີນບຸພາຈານລາວຕັ້ງແຕ່ອະດີດ,
ໃນອະດີດ ພະສົງລາວ ໄດ້ທຳໜ້າທີ່ປົກຄອງປະເທດ ຫຼືບໍລິຫານລາຊະອານາຈັກ ຍາມ ເມື່ອກະສັດຫວ່າງລົງເຖິງ ໒ ເຫດການໃຫຍ່ ຄື:
ເຫດການຄັ້ງທີໜຶ່ງ ໃນປະມານປີ ຄ.ສ ໑໔໒໘ ເຖິງ ຄ.ສ ໑໔໕໖ ໃນຍຸກຂອງພຣະນາງ ມະຫາເທວີ ຫຼືປະຫວັດສາດລາວບາງສະບັບວ່າພະນາງແກ້ວພິມພານັ້ນ, ຫຼັງຈາກພຣະເຈົ້າ ລ້ານຄຳແດງ ສະຫວັນນະຄົດແລ້ວ ອານາຈັກລ້ານຊ້າງທີ່ເຄີຍຮົ່ມເຢັນມາກ່ອນ ກໍເກີດຄວາມ ເດືອດຮ້ອນທຸກແຫ່ງຫົນ ດ້ວຍຄວາມໂຫດຮ້າຍຂອງພະນາງນັ້ນ ພະນາງໄດ້ທຳລາຍກະສັດ ລ້ານຊ້າງລົງເຖິງ ໗ ພະອົງ(#), ພະນາງມະເທວີນີ້ ພະນາງເປັນທິດຂອງພະເຈົ້າສາມແສນ ໄທໄຕພູວະນາດ, ໃນຂະນະນັ້ນພະນາງມີອຳນາດຫຼາຍໃນລາຊະສຳນັກ ຕັ້ງແຕ່ປາຍສະໄໝ ຂອງພະນາງຂອງພະເຈົ້າລ້ານຄຳແດງ ພະນາງທຳໜ້າທີ່ໃນລາຊະຖານັນດອນສັກເປັນ “ພະ ມະຫາເທວີ” ເມື່ອພະເຈົ້າລ້ານຄຳແດງສະຫວັນນະຄົດແລ້ວ ພະນາງກໍມີອຳນາດເຕັມສ່ວນ ເໜືອກະສັດຕ່າງໆໃນໄລຍະຕໍ່ມາ ຄື ເມື່ອເສນາອາມາດໄດ້ຣາຊາພິເສກ ທ້າວພົມມະທັດ ຂຶ້ນ ຄອງລາດໄດ້ພຽງ ໑໐ ເດືອນ ພະນາງມະຫາເທວີກໍຈັບໄປສຳເລັດໂທດເສັຍ, ຕໍ່ມາກໍອັງເຊີນພະ ອະນຸຊາພະນາງມະຫາເທວີ ຄື ທ້າວຄຳເຕັມ ຫຼືພະຍາປາກຫ້ວຍໃຫ້ຂຶ້ນຄອງລາດ ເປັນກະສັດ ໄດ້ພຽງ ໕ ເດືອນກໍເກີດບໍ່ປະສົບອາລົມພະນາງ ພະນາງຈຶງສັ່ງປົດອອກຈາກລາດຊະສົມບັດ, ຕໍ່ມາ ກໍອັນເຊີນໝືນໄຊໃຫ້ເປັນກະສັດຄອງລ້ານຊ້າງ ຫຼືທ້າວໃສພະອະນຸຊາພະນາງ ຂຶ້ນຄອງ ລາດ ໄດ້ພຽງ ໖ ເດືອນ, ເມື່ອໝື່ນໄຊຮູ້ຕົວວ່າພະນາງຫາວິທີກຳຈັດພະອົງ ຈຶ່ງປົງພະຊົນຕົນ ເອງເສັຍກ່ອນ, ຕໍ່ມາກໍຍົກເຈົ້າຟ້າໄຄ ຂຶ້ນຄອງລາດໄດ້ພຽງ ໓ ປີ, ກໍຖືກພະນາງມະຫາເທວີ ສຳເລັດໂທດ, ຕໍ່ມາກໍອັງເຊີນພະຍາຊຽງສາ ເຊິ່ງເປັນພະນັດດາ(ຫຼານ)ຂອງພະເຈົ້າສາມແສນ ໄທໄຕພູວະນາດ ຂຶ້ນຄອງລາດໄດ້ພຽງ ໒ ປີ ກໍຖືກພະນາງສຳເລັດໂທດອີກ, ແລ້ວກໍອະພິເສກ ທ້າວຄຳເກີດ ມະຫາກເລັກຂອງພະນາງເອງ ຂຶ້ນເປັນກະສັດຄອງລາດໄດ້ພຽງ ໓ ປີ ພະນາງ ກໍຈັບສຳເລັດໂທດອີກ.
ເຫດການໃນອານາຈັກລ້ານຊ້າງຕອນຕົ້ນນັ້ນ ມີຄວາມວຸ້ນວາຍເປັນຢ່າງຍິ່ງ ພວກເສ ນາອຳມາດ ຈຶ່ງຕົກລົງຈັຍພະນາງມະຫາເທວີ ຜູ້ເປັນຕົ້ນເຫດຂອງຄວາມວຸນວາຍໄປສຳເລັດ ໂທດສາທີ່ຜາດ່ຽວ, ນັບຈາກນັ້ນເປັນຕົ້ນມາ ເຊື້ອພະວົງທີ່ຈະມາເປັນຫະສັດກໍບໍ່ມີ ເນື່ອງຈາກ ພະນາງມະຫາເທວີ ທຳການສຳເລັດໂທດໄປຫຼາຍເຖິງ ໗ ພະອົງ, ເຊື່ອພະວົງຈຳນວນໜຶ່ງ ທີ່ ຢ້ານກົວຕໍ່ການກະທຳຂອງພະນາງ ກໍລັກໜີອອກຈາກພະນະຄອນຊຽງທອງໄປ, ເມື່ອພະນາງ ມາຫາເທວີສະຫວັນນະຄົດແລ້ວ ຜູ້ທີ່ຈະມາເປັນກະສັດກໍບໍ່ມີ ຈຶ່ງເຮັດໃຫ້ພະລາຊະວັງກໍວ່າງ ລົງ ເມື່ອເປັນເຊັ່ນນັ້ນ ເສນາອຳມາດ ຈຶ່ງຕົກລົງກັນວ່າ “ບ້ານເມືອງຈະຂາດຂື່ຂາດແປບໍ່ໄດ້ເດັດ ຂາດ” ຈຶ່ງໄດ້ຕົກລົງພ້ອມໃຈກັນມອບບ້ານເມືອງໃຫ້ແກ່ຄະນະສົງເປັນຜູ້ເບິ່ງແຍງ ເຊິ່ງພະສົງ ໃນຂະນະນັ້ນກໍຮັບພາລະນີ້ ແລະປົກຄອງບ້ານເມືອງແບບສົງ ຫຼືແບບສັງຄະສາມັກຄື ເຊິ່ງປະ ກອບມີ ພະມະຫາສັດທາມິໂກມະຫາສາມີເຈົ້າ ສະຖິດນະວັດແລ້ວ (ເປັນທັງພະສັງຄະຣາຊາ ແລະເປັນປະທານບໍລິການພະລາຊະອານາຈັກ) ພະທຳມະເສນາ ແລະພະມະຫາສະມຸດທະ ໂຄດ ສະຖິດນະວັດປ່າປາສາມັນ(#1) ເປັນແກ່ນນຳໃນການປົກຄອງບ້ານເມືອງໂດຍທຳມະ ຄຳສອນຂອງພະສາດສະໜາ ເຮັດໃຫ້ບ້ານເມືອງສະຫງົບຮົ່ມເຢັນໄປໄດ້ເປັນ ເວລາ ໓ ປີ, ເຖິງ ວ່າ ບ້ານເມືອງຈະສະຫງົບຮົ່ມເຢັນໂດຍທຳກໍຕາມ ແຕ່ພະສົງກໍມີພາລະອັນ ໜັກໜ່ວງຢູ່ແລ້ວ ຈະຄອງລາດບ້ານເມືອງຕໍ່ໄປ ກໍບໍ່ແມ່ນວິໄສຂອງສະມະນະທີ່ຈະແບບຫາບ ພາລະບາງສ່ວນ ຂອງບ້ານເມືອງໄດ້ ເຊັ່ນ ເຖິງວ່າບ້ານເມືອງຈະສະຫງົບກໍຕາມ ມັນກໍຕ້ອງມີ ຄົນຊົ່ວສ້າງຄວາມ ວຸ້ນວາຍແນ່ ເຖິງບໍ່ຫຼາຍກໍຈຳເປັນຈະຕ້ອງຕັດສິນຄະດີຄວາມຕາມເຫດແຫ່ງ ຄວາມຜິດນັ້ນ, ດ້ວຍເຫດນັ້ນ ທາງຄະນະສົງໂດຍມີ ພະມະຫາສັດທາມິໂກມະຫາສາມີເຈົ້າ ເປັນປະທານ ພ້ອມທັງມະຫາເສນາມຸນຕີທັງສີຝ່າຍ ຈຶ່ງຕົກລົງກັນຢ່າງພ້ອມພຽງ ໄປອັນເຊີນເຈົ້າລືໄຊ ເຊິ່ງ ຄອງຈັນທະບູຣີຢູ່(ວຽງຈັນ) ໃຫ້ຂຶ້ນມາເປັນພະມະຫາກະສັດ ສະເຫວີຍລາດໃນນະຄອນລ້ານ ຊ້າງ ຊົງຖວາຍພະລາດຊະທິນນະນາມວ່າ “ພະເຈົ້າຈັກກະພັດຜ່ານແຜ້ວ”(#໒)
ອັນນີ້ແມ່ນເຫດການສຳຄັນ ທີ່ຢັ້ງຢືນໃຫ້ເຫັນຄວາມຄຳຄັນຕໍ່ປະເທດຊາດບ້ານເມືອງ ທັງດ້ານການປົກຄອງ ແລະຝ່າຍສາສະໜາ, ເຊິ່ງຄືວ່າເປັນທຸລະສຳຄັນທາງພະພຸດທະສາສະ ໜາ ໒ ຢ່າງຄື “ຄັນຖະທຸລະ ແລະວິປັດສະນາທຸລະ” ເຊິ່ງເລີ່ມປະຕິບັດ ແລະສືບທອດມາຕັ້ງແຕ່ ສະໄໝພະເຈົ້າຟ້າງຸ່ມມະຫາລາດແລ້ວ ເຖິງວ່າໜ້ານີ້ນັບຕັ້ງແຕ່ສະໄໝພະເຈົ້າຟ້າງຸ່ມມະຫາ ລາດເປັນຕົ້ນມາ ພະສົງບໍ່ໄດ້ເຂົ້າໄປບໍລິຫານລາຊະອານາຈັກເອງ ດັ່ງເຫດການຄັ້ງນີ້ກໍຕາມ ແຕ່ພະສົງໄດ້ທຳໜ້າທີ່ເປັນທີ່ປຶກສາ ໃຫ້ຄວາມເຫັນ ແລະແນະນຳໃນການບໍລິຫານບ້ານເມືອງ ໂດຍມີພະມະຫາສາມີເຈົ້າ(ພະສັງຄະລາດ) ແລະພະມະຫາເສນາຝ່າຍຕ່າງໆ ທຳໜ້າທີ່ນີ້ ຊ່ວຍປົກປ້ອງ ແລະຄຸ້ມຄອງ ຕະຫຼອດຮອດບໍລິຫານປະເທດຊາດບ້ານເມືອງ ໃຫ້ຢູ່ເຢັນເປັນສຸກ ໂດຍທຳ, ນອກຈາກນັ້ນ ນ້າທີ່ຫຼັກຂອງຕະນະສົງ ທີ່ທຳໜ້າທີ່ຄັນຖະທຸລະໃຫ້ແກ່ປະເທດຊາດ ກໍຄືຄຳໜ້າທີ່ “ບໍລິການການສຶກສາ” ຄື ຜະຫຼິດບັນດິດ ແລະນັກຮຽນຮູ້ປັນຍາຊົນໃຫ້ແກ່ອານາ ອານາຈັກ ເຊິ່ງເຮົາຈະເຫັນທຳນຽມການປົກຄອງຂອງອານາຈັກລ້ານຊ້າງນັ້ນ ມີມະຫາເສນາ ທັງ ໔ ອັນໄດ້ແກ່ “ວຽງ, ວັງ, ຄັງ, ນາ” ເປັນກົມການເມືອງຂອງອານາຈັກລ້ານຊ້າງ ແຕ່ບໍ່ປາ ກົດເຫັນເສນາດ້ານການສຶກສາເລີຍ, ອັນນັ້ນຈຶ່ງເປັນສິ່ງຢັ້ງຢືນວ່າ “ພະສົງໃນສາສະໜາ” ທຳ ໜ້າທີເປັນຝ່າຍບໍລິການໆສຶກໃຫ້ໃຫ້ແກ່ລາຊະສຳນັກໂດຍກົງ ເຊິ່ງເປັນທຸລະທີສຳຄັນທີ່ສຸດ ຜົນຜະລິດຂອງການສຶກສາຂອງລ້ານຊ້າງຂະນະນັ້ນ ຈຶ່ງມີນັກສຶກສາປັນຍາຊົນ ແລະບັນດິດ ຂອງໃນລາວໃນລາວ ຄື “ຊຽງ, ທິດ, ຊາ ແລະຄູ” ເຊິ່ງອາດທຽບຊັ້ນໃນສະໄໝນີ້ ອາດຊິທຽບ ໄດ້ດັ່ງນີ້ ຄື “ຊຽງ ເທົ່າກັບຈົບການສຶກສາຊັ້ນກາງ, ທິດ ເທົ່າກັບປະລິນຍາຕີ, ຊາເທົ່າກັບປະລິນ ຍາໂທ ແລະຄູ ເທົ່າກັບປະລິນຍາເອກ” ໃນສະໄໝນີ້ ເພາະເຫັນວ່າ ຊັ້ນຂອງສົງທັງ ໔ ຊັ້ນ ທີ່ອ້າງນັ້ນ ມີໜ້າທີ່ເປັນຜູ້ສອນ ຫຼືຄູ ເຊິ່ງເຮົາຮຽກພຣະສົງວ່າ “ຄຣູບາ” ກໍໝາຍເຖິງຜູ້ສອນນັ້ນ ເອງ, ອັນນັ້ນແມ່ນໜ້າທີ່ຕອນເປັນສົງ ເມື່ອສິກອອກໄປແລ້ວ ບຸກຄົນເຫຼົ່ານນີ້ກໍໄດ້ເປັນກຳລັງ ຂອງປະເທດຊາດບ້ານເມືອງ, ໂດຍການບັນຈຸໃນລາດຊະການບ້ານເມືອງແຕ່ຂັ້ນບ້ານ ຈົນຮອດ ຂັ້ນລາຊະສຳນັກ, ດ້ວຍເຫດນັ້ນ ໃຫ້ສັງຄົມລາວເຕັມໄປດ້ວຍແຕ່ບັນດິດນັກປາດອາຈານເຕັມ ບ້ານເຕັມເມືອງ ເຊິ່ງມີການຢັ້ງຢືນວ່າ “ຜູ້ຊາຍລາວທຸກຄົນລ້ວນແຕ່ໄດ້ບວດ” ບໍ່ບວດຫຼາຍ ກໍຂໍ ໃຫ້ເປັນສາມະເນນ ເມື່ອສິກອອກມາ ກໍໄດ້ເປັນ “ຊຽງ” ດ້ວຍເຫດນັ້ນ ຄົນລາວເໜືອຈຶ່ງນິຍົມກັນ ບວດລູກແກ້ວ ຜູ້ມີສັດທາຫຼາຍກໍສືບຕໍ່ເປັນພິກຂຸຕໍ່ໄປ, ຜູ້ມີພາລະແລະສັດທານ້ອຍ ກໍສິກອອກ ມາກາຍເປັນຊຽງ(#໓) ເຮັດໃຫ້ສັງຄົມລາວໃນສະໄໝນັ້ນ ເຕັມໄປດ້ວຍທິດ ຈານ ແລະຊຽງ ອິດ ທິພົນນີ້ ໄດ້ກາຍມາເປັນຊື່ໜຶ່ງຂອງອານາຈັກພວນວ່າ “ຊຽງຂວາງ” ໝາຍເຖິງວ່າດິນແດນທີ່ ເຕັມໄປດ້ວຍຊຽງຢ່າງກວ້າງຂວາງ ຫຼືຊຽງຫຼາຍນັ້ນເອງ, ສະນັ້ນຄຳວ່າ “ຊຽງ” ຍັງສືບທອດມາ ຈົນເຖິງປັດຈຸບັນ ໃນຊຸມຊົນລາວເໜືອ, ຊຽງໃນຄວາມໝາຍໜຶ່ງ ກໍໝາຍເຖິງ ຄົນມີຄວາມຮູ້ ຫຼືຄົນຮູ້ຄົນຊຽງນັ້ນເອງ.
ຍ້ອນພາລະໜ້າທີ່ໆພະສົງລາວທຳທຸລະ ຫຼືໜ້າທີ່ຂອງຕົນເຊັ່ນນີ້ ຈຶ່ງເຮັດໃຫ້ພະສົງ ລາວຕິດພັນກັບປະຊາຊົນ ແລະການປົກຄອງລາວທຸກຍຸກທຸກສະໄໝ ແລະສືບຕໍ່ພາລະໜ້າ ທີ່ຂອງຄົນມາຮອດບັດນີ້, ອັນນີ້ຄືສິ່ງຢັ້ງຢືນເຖິງພັນທະກິດຂອງຄະນະສົງ ທີ່ມີຕໍ່ຊາດ, ຕໍ່ພະພຸດ ທະສາສະໜາ ແລະປະຊາຊົນລາວ, ເຫດການທີ່ພະສົງໄດ້ກາຍເປັນຜູ້ປົກຄອງບ້ານເມືອງໃນ ອະດິດນັ້ນ ບໍ່ແມ່ນຍຸກດຽວເທົ່ານັ້ນ ຍັງເກີດຂຶ້ນອີກຄັ້ງທີສອງທີ່ອານາຈັກລ້ານຊ້າງຈຳປາສັກ ໃນປະມານປີ ຄ ສ ໑໗໐໘ ໂດຍທີ່ສົມເດັດພະຣາຊະຄູຂີ້ຫອມ ໄດ້ເຂົ້າໄປທຳໜ້າທີ່ປົກຄອງອານາຈັກ ໃນຖານະເປັນປະມຸກບໍລິຫານລາຊະອານາຈັກ ເຊິ່ງເຫດການນັ້ນໄດ້ປະກົດໃນປະຫວັດ ສາດລາວຫຼາຍເຫຼັ້ມ ຄື.
ເຫດການຄັ້ງທີສອງ ກ່ຽວກັບການເຂົ້າມາບໍລິການບ້ານເມືອງຂອງສົມເດັດພະຣາຊະຄຣູເຈົ້າ(ພະຄູຂີ້ຫອມ)ນັ້ນ, ນະຄອນຈຳປາສັກ ມີນາງເພົາເປັນເຈົ້າຜູ້ປົກຄອງນະຄອນຈຳປາສັກນາຄະບູລີສີ ພະນາງເພົາບໍ່ມີຣາຊະບຸດ ມີແຕ່ບຸດຕີນາມວ່ານາງແພງ ເມື່ອນາງເພົາຊະລາແລ້ວ ບໍລິຫານບ້ານເມືອງບໍ່ໄດ້ນາງແພງຈຶ່ງທຳໜ້າທີ່ບໍລິຫານບ້ານເມືອງແທນພະມານດານ ນາງເພົາເອງ ກໍສັດທາໃນພະຣາຊະຄຣູເຈົ້າ ຈຶ່ງພ້ອມກັນກັບພະຍາຄຳຫຍາດ, ພະຍາສອງຮາດ, ທ້າວເພັຍໃຫຍ່ນ້ອຍໃຫຍ່ໃຫ້ໄປນິມົນພຣະຣາຊະຄູເຈົ້າມາສະຖິດຢູ່ໃນນະຄອນຈຳປາສັກ ເພື່ອສືບພະສາດສະໜາ ແຕ່ເມື່ອພະຄູໄດ້ໄປປະຈຳທີ່ນະຄອນຈຳປາສັກແລ້ວ ນາງແພງກໍໄດ້ມອບໃຫ້ພຣະຣາຊະຄູຫຼວງເປັນຜູ້ບໍລິຫານພຣະຣາຊະອານາຈັກ ແລະພຸດທະຈັກພ້ອມກັນ ໃນປີ ຄສ ໑໗໐໘ ນັ້ນເອງ ທ່ານພຣະຄູກໍຮັບໜ້າທີ່ ແລະຈັດຣາຊະການບ້ານເມືອງອອກເປັນ ໒ ສ່ວນຄືຝ່າຍພຸດທະຈັກ ແລະຝ່າຍທັມມະຈັກ ເຮັດໃຫ້ທົ່ວນະຄອນຈຳປາສັກ ແລະເມືອງບໍລິວານຂອງນະຄອນຈຳປາສັກໃນຂະນະນັ້ນ ມີການບໍລິຫານເປັນໄປໂດຍທຳ ຄື
໑- ຝ່າຍພຸດທະຈັກນັ້ນ ອັນດັບແຮກພະຄູໄດ້ເອົາໃຈໃສ່ວຽກງານດ້ານການສືກສາເປັນສຳຄັນ ພະຣາຊະຄູໄດ້ຈັດລະບຽບການສຶກສາທົ່ວພະລາຊະ ອານາຈັກ ຂອງພະສົງ-ສາມະເນນ ແລະຄຸນລະບຸດ ໃຫ້ເປັນໄປແບບດຽວກັບນະຄອນຫຼວງວຽງຈັນ ໂດຍເອົາວັດເປັນສູນກາງຂອງການສືກສາ ດ້ານການປົກຄອງສົງກໍໄດ້ຍົກຖານັນດອນສັກຂອງພຣະສົງຂຶ້ນເປັນຕາມລະດັບຊັ້ນ ຄື ນັບແຕ່ຂັ້ນສູງລົງຂັ້ນຕ່ຳ ສະຖາປານາໃຫ້ມີ ພະຍອດແກ້ວ, ພະລູກແກ້ວ, ພະຫຼັກຄຳ, ພະຄູ, ພະຊາ ແລະພະສຳເຣັດ ໃກ້ບໍລິຫານການປົກຄອງສົງ ແລະການສຶກສົງຕາມຂັ້ນ।
໒- ຝ່າຍອານາຈັກນັ້ນ ພະຣາຊະຄູເຈົ້າ ກໍເອົາໃຈໃສ່ວຽກງານດ້ານລະບຽບປກຄອງບ້ານເມືອງ ຄືກົດມົນທຽນບານ ທຳມະນູນ ໂດຍໄດ້ຊຳຮະກົດມົນ ທຽນບານ ແລະກົດໝາຍຕ່າງ ໂດຍເອົາຫຼັກ ປັນຈະສີ ປັນຈະທຳທາງພຸດທະສາສະໜາ ເຂົ້າບໍລິຫານບ້ານເມືອງ ຜູ້ທີ່ຈະເຂົ້າມາເປັນຂ້າລັດຖະການ ບ້ານເມືອງພະລາຊະຄູເຈົ້າກໍໃຫ້ເລືອກເອົາບັນດິດ ຫຼືຜູ້ທີ່ຈົບການສຶກສາເປັນສ່ວນໃຫຍ່ ໂດຍສະເພາະເຈົ້າເມືອງຕ່າງໆ ກໍແມ່ນຈົບການສຶກສາປະໂຫຍກ ສູງໆຈາກວັດເປັນຝ່າຍບໍລິຫານ ອົງການຈັດຕັ້ງຂອງການບໍລິຫານ ມີ ອາຍາ ໔ ແລະ ໑໔ ກອງທຸກໆຫົວເມືອງ ໃຫ້ທຳການບໍລິຫານບ້ານເມືອງເປັນໄປໃນທຳນອງດຽວກັນ ເຈົ້າເມືອງ ແລະຂ້າລາຊະການບ້ານເມືອງທຸກຄົນໃຫ້ຕັ້ງຢູ່ໃນສິທຳຂອງພະສຳມາສຳພຸດທະເຈົ້າ
ພະລາຊະຄູຫຼວງເຈົ້າ ໄດ້ທຳໜ້າທີ່ບໍລິຫານບ້ານເມືອງໄປໃນໄລຍະໜຶ່ງ ແລະຈັດການບໍລິຫານລະບຽບລາຊະການທັງຝ່າຍພຸດທະຈັກ ແລະອານາຈັກແລ້ວ ພຣະຣາຊະຄູຫຼວງ ກໍຄຳນຶ່ງວ່າ ອັນວ່າວຽກງານລາຊະການສົງນັ້ນ ພະສົງກໍບໍລິຫານບ້ານເມືອງເປັນໄປໄດ້ໂດຍທັມດີ ໂດຍອາໄສ ພະທັມມະວິໄຂອງຂອງພະພຸດທະສາສະໜາ ເປັນຫຼັກ, ແຕ່ການບໍລິຫານລາຊະອານາຈັກນັ້ນ ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ໃຊ້ພະທັມມະວິໄນທາງພະ ພຸດະສາສະໜາ ແລະລະບຽບການບ້ານເມືອງ ຫາກບໍ່ໄດ້ໃຊ້ອຳນາດການບໍລິຫານແບບລ້ານເມືອງເຂົ້ານຳ ກໍຈັກເຮັດໃຫ້ປະຊາຊົນຜູ້ຊົ່ວນັ້ນກຳເລີບເສີຍສານ ແລະວຽກງານນ້ອຍໃຫຍ່ທາງອານາຈັກນັ້ນ ບາງວຽກງານ ສະມະນະເພດກໍຈັດການບໍ່ໄດ້ ເພາະອາໄສພະວິໄນເປັນຫຼັກ ຈຶ່ງໄດ້ ຕົກລົງກັບເສນາທັງສີ່ ແລະກອງ ໑໔ ແລ້ວ ຈຶ່ງເຫັນສົມຄວນໃຫ້ໄປອັງເຊີນເອົາເຈົ້າໜໍ່ກະສັດ ທີ່ພຳນັກຢູ່ບ້ານງິ້ວພັນລຳ ສົມສະໜຸກນັ້ນ ອາຍຸກະສຽນກໍພໍທີ່ຈະປົກຄອງລາຊະການບ້ານເມືອງໄດ້ແລ້ວ ຈຶ່ງໄດ້ແຕ່ງຈານແກ້ວ ຈານຊຽງ ທ້າວເພັຍ ແລະໄພ່ພົນ ໄປອັງເຊີນເຈົ້າໍໜໍ່ກະສັດ ແລະພະມານດາ(ພະນາງສຸມັງຄະລາ) ລົງມາຍັງນະຄອນຈຳປາສັກ ໃນປີມະເສັງ ປັນຈະສົກ ສັກກະລາດ ໑໐໗໕ (ຄສ ໑໗໑໓) ທ່ານພະຄູ ພ້ອມດ້ວຍເສນາຂ້າມະຫາດ ແລະຊາວເມືອງ ຈຶ່ງໄດ້ທຳການລາຊາພິເສກໃຫ້ເຈົ້າໜໍ່ກະສັດສະເຫວີຍເມືອງ ແລະຖວາຍພຣະນາມວ່າ "ສົມເດັດພຣະເຈົ້າສ້ອຍສີສະໝຸດພຸດທັງກຸລ" ແລະເສີມພະນາມພະນະຄອນໃໝ່ວ່າ "ນະຄອນຈຳປາສັກນັກຄະບູລິສີ" ສືບຕໍ່ມາ ແລະອະພິເສກສົມລົດກັບນາແພງນັ້ນ ນັບວ່າພຣະເຈົ້າສ້ອຍສີສະໝູດພຸດທັງກຸນ ແລະນາແພງເປັນຕົ້ນກະສັດສະກຸລວົງລ້ານຊ້າງຈຳປາສັກ ສືບຕໍ່ມາ, ສ່ວນທ່ານພະລາຊະຄູຫຼວງນັບວ່າໄດ້ບໍລີຫານບ້ານເມືອງໃນເພດສະມະນະ ນັບແຕ່ປີ ໑໗໐໘ ເຖິງ ໑໗໑໓ ນັບວ່າເປັນວ່າ ໕ ປີ ເຕັມພໍດີ।
ເຫດຫານທັງສອງນີ້ ນັບວ່າເປັນເຫດຫານສຳຄັນທາງຊາດ ແລະພະພຸດທະສາສະໜາ ທີ່ພະສົງມີໜ້າທີ່ປົກປ້ອງ ແລະຊ່ວຍເຫຼືອ ຫາກເປັນສິ່ງທີ່ກໍ່ໃຫ້ເກີດຄວາມສະຫງົບສຸກ ຕໍ່ປະເທດຊາດ ແລະພະພຸດທະສາສະໜາແລ້ວ ເຖິງບາງຄັ້ງ ພະວິໄນກໍບໍ່ໄດ້ກຳນົດ ຫຼືຫ້າມໄວ້ ເມື່ອເຫັນວ່າສົມຄວນກໍໜ້າທີ່ທີ່ຈະຕ້ອງທຳ ພະສົງລາວ ກໍຈະໄດ້ທຳໜ້າທີ່ນັ້ນຢ່າງຕັ້ງໜ້າ ແລະເອົາໃຈໃສ່ເພື່ອປະໂຫຍດສຸກຂອງຊາດ ແລະປາຊາຊົນນັ້ນເອງ
ເຫດການທັງສອງນີ້ ນັກປະຫວັດສາດຫຼາຍທ່ານໃຫ້ຄວາມສຳຄັນ ວ່າເປັນສິ່ງທີ່ດີ ແລະໄດ້ຍົກໃຫ້ເຫັນວ່າພະສົງລາວ ນອກຈາກທຳໜ້າທີ່ເຜີຍແຜ່ສາສະໜາ ແລະປະຕິບັດຕົນໃຫ້ເຖິງທີີ່ສຸດແຫ່ງທຸກແລ້ວ ຍັງໄດ້ທຳໜ້າທີ່ຄັນຖະທຸລະ ຄືຈັດລະບຽບການປົກຄອງບ້ານເມືອງ ໂດຍເອົາຫຼັກທຳມາເປັນເກນໃນການປົກຄອງ ຈຶ່ງເຫັນວ່າ ກົດມົນທຽນບານກໍຕາມ ກົດໝາຍການປົກຄອງບ້ານເມືອງໃນສະໄໝບູຮານກໍຕາມ ເຊັ່ນ ກົດມາຍທຳມະສາດຫຼວງ ສຸວັນນະມຸຂະ ແລະອື່ນໆ ອັນເປັນກົດໝາຍການປົກຄອງ ໃນລາຊະອານາຈັກລ້ານຊ້າງທັງມວນ ເຕັມໄປດ້ວຍພະທຳ ແລະຄຳສອນທາງພະພຸດທະສາສະໜາ ໂດນສະເພາະແມ່ນ ປັນຈະສີນ ແລະປັນຈະທຳ ບາງຍຸກຫາກບ້ານເມືອງຫວ່າງກະສັດລົງ ພະສົງກໍເຂົ້າໄປທຳໜ້າທີ່ບໍລິຫານບ້ານເມືອງເອງ ແຕ່ການໄດ້ມາເຊິ່ງກຽດ ຍົດ ແລະບັນດາສັກເລົ້ານັ້ນ ພະສົງລາວ ໂດຍສະເພາະ ຄະນະສົງລາວທັງສອງຍຸກນັ້ນ ບໍ່ມີຍຸກໃດເລີຍທີ່ຕິດກັບລາບ ລົດ ສັນລະເສີນ ສຸກນັ້ນເລີຍ ຫາກມີຜູ້ສົມຄວນທີ່ຈະທຳໜ້າ ທີ່ບໍລິຫານບ້ານເມືອງໄດ້ ກໍໄດ້ມອບໜ້າທີ່ນີ້ໃຫ້ບຸກຄົນຜູ້ບໍລິຫານບ້ານເມືອງສືບຕໍ່ໄປຕາມທຳ ຕາມວິໄນ, ເມື່ອເຮົາສຶກສາປະວັດສາດຂອງບັນດາປະເທດ ອາຊີແລ້ວ ເຫັນວ່າປະເທດລາວ ຕ່າງຈາກບັນດາປະເທດເຫຼົ່ານັ້ນ ຄື ພະສົງເອງນັ້ນ ເປັນສູນລວມ ແລະເປັນຜູ້ນຳທາງຈິດວິນຍານຂອງປະຊາຊົນລາວໂດຍແທ້ ພະສົງລາວ ຊຶ່ງຊື່ວ່າ ຜູ້ໄດ້ຊ່ວຍຊູປະເທດຊາດທຸກຍຸກທຸກສະໄໝ່ ດັ່ງ ທ່ານ ດຣ। ສຸເນດ ໂພທິສານ ໄດ້ວິຈານໃຫ້ເຫດເຖິງທາດແທ້ຂອງຄະນະສົງ ທີ່ປົກຄອງລາຊະອານຈັກລ້ານຊ້າງຊຽງທອງ ໄວ້່ໃນໜັງສື "ຄວາມເປັນມາຂອງພະພຸດທະສາສະໜາໃນລາວ ສະຖາບັນວິໄຈສີລະວັດທະນະທັມອີສານ ມະຫາວິທະຍາໄລ ມະຫາສາລະຄາມ ໒໐໐໖ ເອກະສານອັດສຳເນົາ ໃນໜ້າ ໕໕ ) ໄວ້ເປັນຕາໜ້າຟັງວ່າ "ຖ້າພະທັງສອງອົງຫາກຍັງຕິດໃຈນຳໂລກີຍະ ທ່ານທັງສອງອາດສິກອອກມາກຸມອຳນາດ ກໍໄດ້ ແຕ່ທ່ານບໍ່ຕິດໃຈຫຍັງນຳອຳນາດບ້ານເມືອງ ທ່ານເສັຍສະຫລະແລ້ວ ທ່ານຈິ່ງຮັກສາການຊົ່ວຄາວ" ກໍເຊັ່ນດຽວກັບທ່ານຣາຊະຄູຫຼວງໄດ້ທຳ ໃນຕອນທ້າຍແຫ່ງອານາຈັກລ້ານຊ້າງນັ້ນ ກໍຕົກຢູ່ໃນທຳນອງດຽວກັນ ເຫດການທັງສອງນີ້ ຈຶ່ງເປັນເຫດການຍົກສູພາລະບົດບາດຂອງຄະນະສົງລາວ ໃນຖານະເປັນພົນລະເມືອງຂອງຊາດ ແລະພະພຸດທະສາສະໜາ ດ້ວຍເຫດນັ້ນ ຄະນະສົງລາວ ຈຶ່ງຢືນຍົງຄົງຕົວ ຢູ່ໃນຊາດ ແລະສາສະໜາ ຄຽງຂ້າວພັກ ແລະລັດມາຕະຫຼອດ ເທົ້່າຮຶດບັດນີ້
ເອກສານອ້າງອິງ
- ປະຫວັດສາດລາວ ສີລາວິລະວົງ
- ພົງສາວະດານລາວ ເຈົ້າຄຳໝັ້ນ ວົງກົດຣັດຕນະ
- ຄວາມເປັນມາຂອງພຣະພຸດທະສາສະໜາໃນລາວ ສຸເນດ ໂພທິສານ ສະຖາບັນວິໄຈສີລະວັດທະນະທັມອີສານ ມະຫາວິທະຍາໄລ ມະຫາສາລະຄາມ ເອກະສານອັດສຳເນົາ ປີ ໒໐໐໖
- ປະວັດສາດການສ້າງພຣະພຸດທະຮູບ ລ້ານຊ້າງ ສົມກຽດ ໂລຫ໌ເພັຊຣັຕນ໌ ພິມຄັ້ງທີ ໑ ພສ ໒໕໔໓ ບໍຣິສັດສຍາມອິນເຕີເນຊັນເນລ ບຸ໊ກສ໌ ຈຳກັດ ພິມໃນປະເທດໄທ /(ພາສາໄທຍ໌)
- ກົດໝາຍທຳມະສາດຫຼວງ ສົມລິດບົວສີສະຫວັດ
- ຄຳ ຈຳປາແກ້ວມະນີ ເອກະສານການບັນຍາຍ ສະຖາບັນການສຶກສາສົງ ພິມທົດລອງ (ເອກສະານໂຣນຽວ)
- ປະຫວັດສາດພຣະພຸດທະສາສະໜາໃນລາວ ພຣະຄຣຸເນືອງພິລັກ ໂຊຕືທອນ (ເອກະສານປະກອບການບັນຍາຍພາກຕົ້ນ) ວິທະຍາໄລສົງອົງຕື້
- ຮີດສີບສອງຄອງສິບສີ່ ສີລາວິລະວົງ
- ມູນມໍຣະດົກຊົນຊາດອ້າຍລາວ ອະນຸສອນງານພຣະຣາຊະທານເພີງສົບ ສົມເດັດພຣະຍອດແກ້ວພຸດທະຊິໂນຣົສສະກົລມະຫາສັງຄະປາໂມກຂ໌ ສົມເດັດພຣະສັງຄະຣາດແຫ່ງພຣະຣາຊະອານາຈັກລາວ , ກຸງເທບມະຫານະຄອນ ວັນທີ ໑໒ ມີນາ ພຸດທະສັງກາດ ໒໔໒໘ /(ອັກສອນໄທຍ໌)
- ພຣະສົງລາວກັບການປະຕິວັດ : ຄຳຕັນ (ພາສາໄທຍ)
- ພຸດທະສາສນາ ແລະການເມືອງລາວ ພາຍໃຕ້ຣະບອບຄອມມູຍນິດ : ວໍຣະສັດ ຈະເຣີນຜົລ ກຸງເທບ(ພາສາໄທຍ)
No comments:
Post a Comment