04 June 2008

ສຸດຍອດສະຖາປັດລາວຊາວພຸດ


ພຣະທາດຫຼວງ ເປັນມິ່ງຂວັນຂອງປວງຊົນຊາວລາວ, ສ້າງຂຶ້ນໃນປີ.......? ໃນສະໄໝພຣະບາດສົມເດັດພຣະເຈົ້າໄຊຍະເສດຖາ ເພື່ອກໍ່ກວາມເອົາ ພຣະທາດເກຫົ່າ ທີ່ບັນຈຸພຣະບໍຣົມມະສາຣີຣິກະທາດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ຊື່ວ່າຊິນະຄຸຍຫັດສະທາດ, ແລະພຣະທາດສີທັມມະຫາຍໂສກ(ພຣະທາດສີທັມມະຫາຍໂສກນັ້ນ ສ້າງສຳເຣັດແຕ່ປີ ພ.ສ ໒໓໖).
- ພຣະທາດຫຼວງນັ້ນສ້າງເປັນ ໒ ວາຣະ ຄື:
໑. ວາຣະທີ່ໜຶ່ງສ້າງໃນສະໄໝພຣະຍາຈັນທະບູຣີປາສິດທີສັກ ມີນາມວ່າພຣທາດຊີນະຄຸຍຫະຊາດ ຫຼືພຣະທາດທີ່ລັບຂອງພຣະພຸດທະເຈົ້າ ຊື່ນີ້ຖືກຮຽກໂດຍປະຊາຊົນມາຈົນຮອດ ສະໄໝພຣະເຈົ້າໄຊຍະເສດຖາທິຣາດ.(ອິງຕາມສີລາຈາຣືກ ພຣະທາດຫຼວງ ທີ່ກົມມະລຽນພຣະທາດຫຼວງ, ແລະຫໍພຣະແກ້ວ ແລະສີລາຈາຣືກສີມວັດໜອງບອນ.
໒. ວາຣະທີສອງ ສ້າງໃນສະໄໝພຣະເຈົ້າໄຊຍະເສດຖາທິຣາດ ຫຼັາງພຣະອົງສະຖາປານາເມືອງຈັນທະປູຣີ ໃຫ້ເປັນຣາຊະທານີ ນາມວ່າ ອານາຈັກຈັນທະບູຣີສີສັດຕະນາດຄະນາຫຸດອຸຕຕະມະຣາຊະທານີ ສະເຣັດ ແລະຂະໜານນາມວ່າ "ພຣະທາດໂລກະຈຸລາມະນີ"
- ຊົນຊາວລາວຮຽກວ່າ "ພຣະທາດຫຼວງ" ເພາະເປັນພຣະທາດໃຫຍ່ ຫຼືພຣະທາດທີ່ເປັນທີ່ຂາບໄຫວ້ຂອງຫຼວງ.
ພຣະທາດຫຼວງນັບວ່າເປັນສຸດຍອດແປ່ງສະຖາປັດຕະຍະກັມລ້ານຊ້່າງຍຖກກາງ ແລະເປັນສຸດຍອດສະຖາປັດຕະຍະກັມພຸດທະສາສະໜາ ເພາະບັນຈຸ ທິດສະດີຄຳສອນທາງພຣະພຸດທະສາສະໜາລົງໄວ້ໃນພຣະທາດນັ້ນໝົດ.
- ສິ່ງທີ່ປະຈັກແກ່ສາຍຕາພະຫູຊົນທັງໝົດ ກໍຄືເຖິງແມ່ນວ່າ ທ່ານຈະຖ່າຍເປັນຮູບຂາວດຳ ຫຼືເປັນສີ ກໍງາມສະງ່າຢູ່ຢ່າງນັ້ນ ຫຼືຈະຖ່າຍຢູ່ມຸມໃດຂອງອົງພຣະທາດຫຼວງ ທ່ານກໍຈະເຫັນພຣະທາດຫຼວງງາມຢ່າງນັ້ນ ແລະເໝືອນກັນຢ່າງນັ້ນ.

No comments:

Post a Comment