05 June 2008

ວັດທະນະທັມລ້ານຊ້າງໂດດເດັ່ນໃນປະເທດໄທຍ

(ພາບຈຳລອງວັດສະໄໝລ້ານຊ້າງ ໃນພາກອີສານ ທີ່ເມືອງບູຮານ)
- ປະຫວັດສາດໄທຍ ທີ່ກ່າວເຖິງວ່າຄົນລາວເຂົ້າໄປຢູ່ປະເທດໄທຍນັ້ນແມ່ນອົບພະຍົບເຂົ້າໄປເພິ່ງໂພທິສົມພານ ແລະເຕັມໄປໂດຍການອົບພະຍົມ ຄື ຄົນລາວບໍ່ໄດ້ເປັນເຈົ້າຂອງດິນແດນທີ່ເປັນປະເທດໄທຍນັ້ນ ເຊິ່ງອິງຕາມປະຫວັດສາດທີ່ກ່ຽວກັບຄົນເຊື້ອສາຍລາວສ່ວນໃຫຍ່ໃນພາກກາງຂອງປະທດໄທຍ, ການອົບພະຍົບຂອງຄົນລາວເຂົ້າສູ່ປະເທດໄທຍ໌ນັບຕັ້ງ ແຕ່ກ່ອນປະຫວັດສາດ ເຊິ່ງຖືວ່າມະນຸດກຸ່ມແຮກໃນຄວາມໝາຍທາງປະຫວັດສາດໄທຍນັ້ນ ແມ່ນພວກລວ້ະ, ໄປຕັ້ງອານາຈັກຕ່າງຕັ້ງແຕ່ສະໄໝທວາຣະລະວະດີ ໄດ້ແກ່ອານາຕັກລົບບູຣີ ແລະນະຄອນປະຖົມເປັນຕົ້ນ ເລື້ອຍມາຈົນເຖິງອານາຈັກສຸໂຂໄທ ອາຍຸທະຍາ, ແລະທີ່ເຫັນເປັນປາຈັກ ແລະມີຫຼັກຖານຢ່າງຫຼວງຫຼາຍແມ່ນໃນສະໄໝຣັດຕະນະໂກສິນ, ການອົບພະຍົບຂອງຄົນລາວເຂົ້າສູ່ແດນລາວ ໃນຍຸກນີ້ ຕາມຄວາມໝາຍທາງປະຫວັດສາດໄທຍ ແມ່ນໜີສົງຄວາມ, ການໜີສົງຄາມໃນຕອນຕົ້ນຣັດຕະນະໂກສີນ ຄືຫຼັງ ຄ.ສ ໑໗໗໙ ແລະຫຼັງປີ ຄ.ສ ໑໘໒໗ ນັ້ນແມ່ນສົງຄາມລະຫວ່າງສຍາມ-ລາວ(ທີ່ບອກວ່າສົມຄາມສຍາມ-ລາວ ເພາະສົງຄາມ ໒ ຄັ້ງລະຫວ່າງລາວ-ສຍາມນັ້ນ ຄື ສຍາມເປັນຜູ້ກະທຳ ສ່ວນລາວເປັນຜູ້ຖືກກະທຳ) ຄົນລາວອົບພະຍົບເຂົ້າສູ່ສຍາມຄັ້ງນີ້ ເຕັມໄປດ້ວຍການກວາດຕ້ອນເອົາຄົນລາວໄປເປັນຂ້າທາດ ເນື່ອງຈາກຂະນະນັ້ນ ສຍາມກຳລັງຕິດຕໍ່ກັບຊາດຕະເວັນຕົກ ໃນຍຸກລ່າອະນານິຄົມ ໄທຍຕ້ອງການຜລິດສິນຄ້າສົ່ງອອກຈຶ່ງຕ້ອງການແຮງງານ ດ້ວຍເຫດນັ້ນສຍາມຈຶ່ງທຳສົງຄາມ ເພື່ອແຍ້ງປະຊາຊົນເອົາໄປເປັນທາດ ສະນັ້ນເຮົາຈຶ່ງເຫັນການອົບພະຍົບຄົນລາວເຂົ້າສູ່ໄທຍຄັ້ງນີ້ ຈຶ່ງເປັນການອົບພະຍົບຢ່າງຫຼວງຫຼາຍ.
- ເມື່ອປະຫວັດສາດກ່າວເຖິງຄົນອີສານນັ້ນ ສ່ວນໃຫຍ່ຈະເນັ້ນໃນຍຸກຂອງພຣະວໍພຣະຕາ ເຊິ່ງໄດ້ອອກຈາກວຽງຈັນ ໄປສູ່ໜອງບົວລຳພູແລ້ວໄປຕັ້ງຖານທັບທີ່ເມືອງດອກບົວ(ອຸບົນ) ໃນຍຸກນີ້ໄທຍວ່າ "ຊາວລາວໄປເພິ່ງໂພທິສົມພານສຍາມ" ແລ້ວກໍດຶງເອົາຊາວອີສານ ທັງໝົດເຂົ້າໄປເປັນບຸກຄົນອຸພະຍົບ ໃນຄວາມໝາຍຂອງປະຫວັດສາດອີສານທຸກແຂວງ ລ້ວນແລ້ວແຕ່ເນັ້ນເຖິງປະຫວັດສາດພຣະວໍພຣະຕາທັງໝົດ ຈຶ່ງເຮັດໃຫ້ປະຫວັດສາດຂອງອີສານຄັ້ງນີ້ ເປັນຈຸດແຍກຂອງປະຫວັດສາດອີສານໄປເລີຍ.
- ເຖິງຢ່າງໃດກໍຕາມ ນັບຕັ້ງແຕ່ຍຸກກ່ອນປະຫວັດສາດ ຈົນຮອດຍຸກກາງຂອງປະຫວັດສາດ ຈະເຫັນການເຄື່ອນຍ້າຍຂອງຄົນລາວ ລົງສູ່ພາກກາງ ແລະພາກໃຕ້ຂອງປະເທດໄທຍ ໂດຍສະເພາະແລ້ວ ແມ່ນດິນແດນອີສານນັ້ນປະຫວັດສາດທັງລາວ ແລະໄທຍກໍຮັບຮອງຢ່າງປະຕິເສດບໍ່ໄດ້ວ່າ ນັບແຕ່ປີ ໑໘໕໘ ກັບຄືນໄປນັ້ນ, ອານາຈັກລ້ານຊ້າງ ແລະອານາຈັກຣັດຕະນະໂກສິນ ກໍເປັນທີ່ປະຈັກຢູ່ແລ້ວວ່າເປັນອານາຈັກຂອງ ໒ ຊົນຊາດທີ່ມີເອກະລັກທາງວັດທະນະທັມ ການເມືອງ ແລະການປົກຄອງຢ່າງເປັນອິດສະຫຼະແກ່ກັນຢູ່ແ້ລ້ວ ກໍຄື ອານາຈັກລ້ານຊ້າງເປັນຂອງຊົນຊາດລາວ ອານາຈັກ​ຣັດຕະນະໂກສິນ ເປັນຂອງຄົນສຍາມ ເຖິງວ່າຄົນລາວທີ່ຢູ່ໃນດິນແສນສຍາມສ່ວນຫຼາຍກໍຕາມວ່າກຳນາດຣັດ ແລະອຳນາດທາງການເມືອງນັ້ນ ປົກຄອງໂດຍສະສຍາມ, ສ່ວນອານາຈັກລ້ານຊ້າງນຂະນະນັ້ນ ເຖິງວ່າຈະຖຶກກວາດຕ້ອນປະຊາຊົນໄປຍັງສຍາມຫຼາຍພຽງໃດກໍຕາມ ແຕ່ອຳນາດຣັດ ແລະອຳນາດທາງການເມືອງນັ້ນແມ່ນຂອງຄົນລາວ ຈຶ່ງເຮັດໃຫ້ ລ້ານຊ້າງ ແລະຣັດຕະນະໂກສິນ ເປັນດິນແດນທີ່ ແຕ່ກຕ່າງທາງການເມືອງຢ່າງຈະແຈ້ງ ແລະມີລາວ ແລະສຍາມເປັນເຈົ້າຂອງອານາຈັກຂອງໃຜຂອງມັນ.
- ເມື່ອເຫັນຫຼັກຖານທາງປະຫວັດສາດເຊັ່ນນີ້ ເຮົາຈຶິ່ງເຫັນວ່າວັດທະນະທັມ ທາງພາສາ, ສາສນາ, ສະຖາປັດຕະຍະກຳ, ປະຕິມາກັມ, ຮີດຄອງປະເພນີ ແລະຄວາມເຊື່ອຂັ້ນພື້ນຖານຂອງລາວ ໃນສຍາມພົ້ນເດັ່ນໃນດິນແດນໄທຍ໌ແຕ່ອະດີດເທົ່າຮອດປັດຈຸບັນ, ສິ່ງຕ່າງໆເຫຼົ່ານີ້ເຮົາອາດປະຕິເສດບໍ່ໄດ້ວ່າ ເມື່ອຄົນຈຳນວນຫຼາຍ ເປັນເຈົ້າຂອງປະເທດແລ້ວ ຈະບໍ່ນຳເອົາວັດທະນະທຳຂອງຕົນໄປຜັນຂະຍາຍໃນດິນແດນຕອນນັ້ນ ໂດຍສະເພາະວັດທະນະທຳຈາຣີດ ປະເພນີ ອັນເປັນວັດທະນະ ທຳທີ່ເຄື່ອນຍ້າຍໄດ້ງ່າຍ ຊິບໍ່ໄດ້ຖືກຜັນຂະຫຍາຍໃນສັງຄົມຂອງພວກເຂົາ.

No comments:

Post a Comment