24 September 2011

ທີ່ມາຂອງ ຊຽງທອງ ແລະສຸໂຂທັຍ

ຊຽງທອງ
- ຊຽງທອງ ເປັນຊື່ເມືອງໃນ ອານາຈັກລ້ານຊ້າງ ປາກົດຕົວຄັ້ງແຮກໃນສະໄໝພຣະຍາລັງທິຣາດ ເຊິ່ງກ່ອນໜ້ານັ້ນຮຽກວ່າຊຽງດົງ ກ່ອນຈະເປັນຊຽງດົງ ຊື່ວ່າເມືອງຊວາ ປັດຈຸບັນພັດທະນາມາເປັນເມືອງຫຼວງພຣະບາງ ໃນສະຕະວັດທີ ໑໖ ສະໄໝພຣະເຈົ້າໄຊຍະເສດຖາທິຣາດ ຄວາມໝາຍຂອງຄຳວ່າ "ຊຽງທອງ" ເປັນດັ່ງນີ້ ຄື
- ຊຽງ ມີຄວາມໝາຍວ່າ "ວຽງ-ເມືອງ-ນະຄອນ-ບູຣີ" ຄວາມໝາຍທາງເລີກ ອາດໝາຍເຖິງ "ດີ, ງາມ, ປະເສີດ" ກໍໄດ້.
- ທອງ(ທອງຄຳ) ມີຄວາມໝາຍວ່າ "ຄຳ, ຮຸ່ງເຮືອງ, ງາມ" ຄວາມໝາຍອາດໝາຍເຖິງ ຈະເລີນຮຸ່ງເຮືອງກໍໄດ້.
ເມື່ອລວມສອງຄຳເຂົ້າກັນ ກໍໝາຍເຖິງ "ເມືອງທີ່ມີຄວາມຈະເຣີນຮຸ່ງເຮືອງ" ນັ້ນເອງ, ຫາກຈະແປທາງກົງກັບຄຳສັບ ຈະແປວ່າ "ເມືອງຄຳ ຫຼືເມືອງແຫ່ງທອງຄຳ" ຖ້າເປັນດັ່ງນັ້ນ ຄຳວ່າ "ສຸວັນນະພູມ" ອາດກົງກັບຄຳວ່າຊຽງທອງ, "ສຸວັນນະ" ພາສາປາລີແປວ່າ "ຄຳ" ສ່ວນຄຳວ່າ "ພູມ" ພາສາປາລີຂຽນ "ພູມີ" ແປວ່າ ເຂດແດນ, ປະເທດ, ບ້ານ (ພາສາຂະເໝນ) ເມືອງ, ນະຄອນ, ບູຣີ, ວຽງ, ຊຽງ ສະນັ້ນ "ຊຽງທອງ" ຈຶ່ງຖືກແປວ່າ "ເມືອງທອງຄຳ  ຫຼືເມືອງຄຳ" ລ້ວນແຕ່ກົງກັບສຸວັນນະພູມ ແລະສຸວັນນະ ພູມເອງກໍແປວ່າ "ເມືອງແຫ່ງຄວາມຮຸ່ງເຮືອງ" ເໝືອນກັນ ດ້ວຍເຫດນັ້ນ ຄຳວ່າຊຽງທອງ ໝາຍເຖິງເມືອງແຫ່ງຄວາມຈະເລີນຮຸ່ງເຮືອງ.

ສຸໂຂທັຍ(ໄທ)
- ສຸໂຂທັຍ ເປັນຊື່ເມືອງຂອງຊາວໄທ(ໄຕ) ບໍ່ປາກົດຊື່ ອານາຈັກຈະແຈ້ງ ຊື່ເມືອງອາດເປັນຊື່ດຽວກັບຊື່ອານາຈັກກໍໄດ້, ປາ ກົດຕົວຄັ້ງແຮກໃນຂຸນບາງກາງທ່າວ ຫຼືຂຸນສີອິນທຣາທິດ ແລະຍັງຄົງຕົວມາຮອດປັດຈຸບັນ.
- ສຸໂຂທັຍ ໃນທັດສະນະຂອງຊາວໄທຍ໌ ມີຄວາມໝາຍເຖິງ ເມືອງແຮ່ງຮຸ່ງອາຣຸນ ຫຼືເມືອງແຫ່ງຄວາມຮຸ່ງເຮືອງ ເຊິ່ງມີຄວາໝາຍກ່ຽວຂ້ອງກັບ "ຊຽງທອງ" ແຕ່ຫາກແປ ຕາມສັບ ຄຳວ່າ "ສຸຂະ" ອາດໝາຍເຖິງ "ຄວາມສຸກ" ຜະສົມ ຫຼືສົນທິກັບ "ອຸທັຍ" ແປວ່າ "ຮຸ່ງເຮືອງ ຫຼືຮຸ່ງອະຣຸນ" ເຊິ່ງວິເຄາະຕາມສັບ ຄື "ສຸຂະ+ອຸທັຍ" ເອົາ ×ະ ກັບ ×ຸ ຜະສົມກັນກາຍເປັນ "×ູ ກໍໄດ້ ເປັນ ໂ× ກໍໄດ້"(ອະກັບອຸເປັນໂອ) ທີ່ນີ້ເລືອກເອົາ ໂ× ສະນັ້ນຈຶ່ງເປັນ "ສຸໂຂທັຍ" ບາງທ່ານ ອະທິບາຍວ່າ "ເມືອງທີ່ມີຄວາມສຸກຂອງຊາວໄທຍ໌(ທະຍະ) ເນື່ອງການຕີຄວາມໝາຍຂອງນັກປະຫວັດສາດໄທຍ໌ ທີ່ວ່າ "ທະຍະ" ໝາຍເຖິງ "ທັຍ" ແລ້ວແປງເປັນ "ໄທຍ໌" ຫາກເປັນເຊັ່ນນັ້ນແທ້ ເມືອງສຸໂຂທັຍ ກໍ ໝາຍເຖິງເມືອງໄທລາວ ທີ່ມີຄວາມສຸກຮຸ່ງເຮືອງຂຶ້ນ ແລະຫາກແປຕາມສັບທີ່ວ່າ “ສຸຂະ+ອຸທັຍ” ກໍຈະໄດ້ຄວາມໝາຍວ່າ ເມືອງແສງສະຫວ່າງຂອງຄວາມສຸກກຳລັງເກີດຂຶ້ນ(ແສງສະຫວ່າງແຫ່ງຄວາມສຸກ) ຫາກຖືວ່າ ທະຍະ ເປັນໄທຍ໌ "ໄທ" ຄຳນີ້ກ່ຽວຂ້ອງກັບ "ໄທລາວ" ໂດຍກົງ ແລະເມືອງສຸໂຂໄທ ກໍເປັນເມືອງ ໜຶ່ງຂອງໄທລາວໃນສະໄໝພະຍາລັງທິຣາດ ໃນ ສະໄໝດຽວກັບຂຸນຣາມຄຳແຫງນັ້ນ ພຣະຍາລັງທິຣາດເປັນຕຳແໜ່ງສູງກວ່າຂຸນ ອຳນາດຂອງສຸໂຂໄທ ຕ້ອງຂຶ້ນກັບ ພຣະຍາລັງທິຣາດໃນລ້ານຊ້າງ(ຊຽງດົງຊຽງທອງ) ຄັນເປັນດັ່ງນັ້ນແທ້ ຄຳທີ່ປາກົດໃນສີລາຈາຣືກຣາມຄຳແຫງຫຼັກທີ ໑ ທີ່ວ່າ "ເມືອງສຸໂຂທັຍ.....ຮອດເມືອງຊວາ" ກໍຂັດກັບຄວາມເປັນຈິງ ຫຼືຫາກເປັນຈິງຕາມສີລາຈາຣືກນັ້ນອ້າງເຖິງ ກໍສອດຄ່ອງກັບຄຳວ່າ "ເທົ້າຮອດຝັ່ງຂອງ" ກໍໝາຍວ່າເມືອງສຸໂຂທັຍ ມີອານາເຂດຮອດຊຽງທອງ ແຕ່ອຳນາດນັ້ນ ອາດ ຕຳ່ກວ່າຊຽງດົງ-ຊຽງທອງ ພຣະຍາລັງທິຣາດ ແລະພຣະຍາສຸວັນນະຄຳຜົງ ເມືອງສຸໂຂທັຍຕ້ອງຂຶ້ນກັບຊຽງດົງຊຽງທອງ.

No comments:

Post a Comment