19 May 2011

ອາການຂອງຄົນເມົາ ຄວາມເມົາຫ້າຢ່າງ




- ສຸຣາແປໃຫ້ແຈ້ງ ສອດຄ່ອງພາສາສັບ ແທ້ນັ້ນ
ເວົ້າຄວບກັນສຸຣາເຫຼົ້າ ກິນແລ້ວເມົາທຸກເທື່ອ
ເມຣະຍະຄືຄວາມເມົາແທ້ ກິນສຸຣາກໍເມົາມືດ
ເຖິງບໍ່ກິນນໍ້າເຫຼົ້າ ມົວບ້າກໍວ່າເມົາ
- ໝາຍຄວາມວ່າເມຣະຍະນີ້ ແບ່ງອອກເປັນສອງຄວາມໝາຍ
ເມົາສຸຣາຢາດອງ ຜ່ອງເບັຍກໍເມົາເປັ້ຍ
ເຜົາຜົວເມັຍທັງກາຍກ້ຽງ ເມົາຕັນຫາພາໂຫດ
ເມົາຢົດສັກຕໍາແໜ່ງຊັ້ນ ເຂົາກໍຮຽກວ່າເມົາ
- ມີວິຊາການກ່າວເວົ້າ ແຈກແບ່ງອາການເມົາ
ຊິແມ່ນເມົາສຸຣາ ຕັນຫາກໍແມ່ນຣວມຢູ່ໃນນີ້
ເມົາຄວາມມີຄວາມບ້າ ອະວິຊາມືດບອດ
ແບ່ງອອກເປັນຫ້າຂໍ້ ມາຟັງເລື່ອງກ່າວຖະແຫຼວງ
- ຂໍ້ໜຶ່ງ SMART ສະຫຼາດລໍ້າ ເມົາອວດເກ່ງເສງລອງ
ຄວາມຜະຫຍອງຫຼົງຕົວ ອວດວິຊາຄວາມຮູ້
ເມົາສຸລາພຽງນ້ອຍ ກໍບໍ່ຫຼາຍຍິ່ງກວດເກ່ງ
ເຖິງບໍ່ກິນນໍ້າເຫຼົ້າ ຫາກເມົາຮູ້ອວດວິຊາ
- ເຂົາກໍທຽບເປັນພວກບ້າ ເມົານໍ້າທ່າຫຼືນໍ້າລາຍ
ເມົາວິຊາທະນົງໂຕ ອວດໂອຈົນເປັນບ້າ
ມີວິຊາພຽງນ້ອຍ ຫຼືຫຼວງຫຼາຍພາຍມາກ
ໃຜບໍ່ທັນທຽບໄດ້ ບັນຍາຍສ້າງບໍ່ເຊື່ອງອຳ
- ຂໍ້ທີສອງນັ້ນ GOOD LOOKING ດູດີລໍ້າ ເມົາຈັກໜ່ອຍຍັງບໍ່ແຮງ
ຫາກຄວາມເມົາມາແຊງ ນຶກວ່າຕົນດີລໍ້າ
ທຸກທີ່ທໍາທັງເວົ້າ ເຫັນດີໄປທຸກທີ່
ມີບໍ່ມີກໍອວດອ້າງ ດີບໍ່ດີກໍກ່າວຍ້ອງ ໃຫ້ຄົນຮູ້ວ່າຕົນດີ.
- ເມົາໃນຣະດັບນີ້ ຍັງດີແນ່ເມົາບໍ່ຫຼາຍ
ແຕ່ວ່າເມົາກາຍຫຼົງທະນົງຕົວ ອວດດີຈົນເປັນເລື້ອງ
ມັນກໍເຄືອງຫູເພື້ອນ ວົງວານສະຫາຍຫ່າງ
ທຸກຢ່າງໃນໂລກນີ້ ເພາະດີລໍ້າລື່ນຄົນ.
- ເຮົາມັກເຫັນຢູ່ເລື້ອຍ ມີມາກໃນສາກົນ
ພວກທີ່ວົນມົວຫຼົງ ບໍ່ຮູ້ຄວາມຈິງສັງຂານຊໍ້າ
ນຶກວ່າຕົນຈະຄົງໝັ້ນ ສັງຂານບໍ່ແປປ່ຽນ
ຄວາມເຈັບເປັນເຖົ້າແກ່ນັ້ນ ບໍ່ມີມື້ປ່ຽນແປງ
ຂໍ້ທີສາມ RICH ຣວຍເລີດລໍ່າ ມີຮັ່ງໄປທັງໝົດ
ເງິນທອງມີເທົ່າໃດ ຈ່າຍກິນບໍ່ກົວຢ້ານ
ຄັນວ່າເມົາພຽງນ້ອຍ ເຫັນສາວງາມມາທຽງພ່າງ
ໃຊ້ຈ່າຍເກີນທີ່ໄດ້ ກິນກ້ຽງບໍ່ໃຫ້ຫຼໍ່
- ແມ່ນວ່າເງິນບໍ່ຍັງຢູ່ຄ້າງ ສ້ຽວເສດຕິດຖົງ
ສ້ອຍຄໍແຫວນທັງລົດ ຈ່ອງຈໍາກິນກ້ຽງ
ວ່າແຕ່ມີຄົນຍ້ອງ ຫຼືຄົນລອງເວົ້າຂັດທ່າ
ກໍອວດຣວຍຮັ່ງລົ້ນ ໃຫ້ຄົນຮູ້ວ່າຕົນດີ
- ຄົນທີ່ເມົາແບບນີ້ ມີມາກເຫັນຫຼາຍ
ບໍ່ກິນສຸຣາຢາເມົາ ກໍຫາກມີຫຼາຍແທ້
ເຂົາວ່າເມົາມົວບ້າຕັນຫາຫັງ ມັນກໍາເລີບ
ທໍາບຸນທານແທ້ໆ ຍັງມົວບ້າກະຫາກມີ
- ບາງຄົນບໍ່ກິນນໍ້າເຫຼົ້າ ໃຈໃຫຍ່ຈ່າຍບໍ່ຖອງ
ອ້າງວ່າຕົນມີເງິນທອດທານ ໝົດຫຼາຍຕື້
ບຸນທີ່ຄວນຄືໄດ້ ບໍ່ມີຈັກສະໜ່ອຍ
ທໍາບຸນດ້ວຍນໍ້າເຫຼົ້າ ຣາຄາຕື້ກໍເປົ່າຄົນ
- ອັນນີ້ເວົ້າໃຫ້ແຈ້ງ ຊີເຫດຊີ້ຜົນ
ທໍາກະຖິນກອງອັດຖະ ເພື່ອກິນເບັຍກິນເຫຼົ້າ
ເຮັດບຸນທານໝົດມື້ ໝົດເບັຍໄປຫຼາຍລ້ານກີບ
ບາດໂຕບຸນແທ້ໆ ບໍ່ເຖິງລ້ານເສດປາຍ
- ຂໍ້ທີສີນັ້ນ BULLET PROOF ເມົາແລ້ວກ່າວໂວຫານ
ບໍ່ຢ້ານໃຜຈັກຄົນ ອວດຄົງຂະໜານກ້າ
ບໍ່ມີໃຜຫານທ້າ ຄົງກະພັນໝັ້ນແກ່ນ
ຕົບຕ່ອຍດີກະບໍ່ຢ້ານ ພານເລື້ອຍບໍ່ຖອຍ
- ຕົບຕ່ອຍຕີເລັກນ້ອຍ ນຶກວ່າລອງວິຊາ
ເມົາສຸຣາທັງເບັຍ ເກ່ງເກີນພົນລ້ານ
ກາຍເປັນຄົນພານຫາເລື້ອງ ລອງດີໄປທຸກທີ່
ເມົາແລ້ວອວດໂອ້ ນັກມວຍຢ້ານແລ່ນໜີ
- ເມົາຂໍ້ທີຫ້ານີ້ INVISIBLE ເຂົາຮຽກວ່າຫາຍຕົວ
ບໍ່ສົນຊາຄວາມອາຍ ວ່າແຕເມົາເຖິງຣະດັບແລ້ວ
ເຮັດຫຍັງບໍ່ສົນແທ້ ບໍ່ຮູ້ຕົວຈັກຢ່າງ
ເມົາຈົນລືມແກ້ຜ້າ ຈົນຄົນຢ້ານແລ່ນໜີ
- ຄົນທີ່ເມົາແບບນີ້ ບໍ່ຮູ້ຊົ່ວບໍ່ຮູ້ດີ
ສັກສີສູນຫາຍໝົດ ທຸກຢ່າງຫາຍເຫີຍສ້ຽງ
ອັນວ່າເມົາສຸຣານັ້ນ ສັກສີສູນເສື່ອມ
ຮ່າງກາຍເຈັບປວດຊໍ້າ ໂຣຄາເຂົ້າຄອບຄອງ
- ອັນວ່າເມົາໂລບລ້ຽວ ຫຼົງຍົດສັກສີ
ເມົາຕັນຫາຣາຄີ ແມ່ນຕົວຕາຍບໍ່ຫາຍຊໍ້າ
ກໍຈັກນໍາຕົນເຂົ້າ ອະບາຍພູມຕົກຕໍ່າ
ຊີວິດຍັງກໍຊອກຊໍ້າ ພາຍທ້າຍຫາກຊິເຫັນ ທ່ານເອີຍ

No comments:

Post a Comment