ທົ່ງພຽງວຽງຈັນຖຶກຮັບຮູ້ວ່າມີມະນຸດອາໄສຢູ່ມາແລ້ວກວ່າ 500 000 ປີ ແລະ
ໄດ້ຖຶກສັນນິຖານວ່າ ວຽງຈັນ ໄດ້ກາຍເປັນບ້ານມາ ກວ່າ 2000 ປີແລ້ວ
ຊຶ່ງມີການປົກຄອງກັນມາແບບເຈົ້າກົກເຈົ້າເຫຼົ່າ ແລະ ຄ່ອຍໆພັດທະນາມາເປັນເມືອງ
ຊຶ່ງແມ່ນພະຍາເຈົ້າເມືອງເປັນຜູ້ປົກຄອງ. ໃນລະຫວ່າງສະຕະວັດທີ 1 ເຖິງ 10
ເມືອງວຽງຈັນໄດ້ພັດທະນາເປັນຕົວເມືອງໂດຍແມ່ນ ທ້າວ ບູລິຈັນ ຫລື ພະຍາຈັນທະບູລີ
ປະສິດທິສັກ ເປັນພະຍາປົກຄອງ ສະນັ້ນ ເມືອງວຽງຈັນໃນໄລຍະນີ້ຈຶ່ງໃສ່ຊື່ວ່າ:
ເມືອງ ຈັນທະບູລີ ຕາມຊື່ນາມມະຍົດຂອງ ບູລີຈັນ (ບູລີ ແປວ່າ: ນະຄອນ ຫລື ວຽງ,
ບູລີຈັນ ແປວ່າ: ວຽງຈັນ ນັ້ນເອງ)
ນັບແຕ່ນັ້ນມາ ເມືອງວຽງຈັນກໍໄດ້ມີປະຫວັດການພັດທະນາ ຊຶ່ງໃນຊ່ວງສະຕະວັດທີ 12 ເມືອງວຽງຈັນຈຶ່ງໄດ້ຖຶກຂື້ນກັບອານາຈັກຂະເໝນອີກ ຈົນພາຍຫລັງເຈົ້າໄຊຍະວໍລະມັນທີ 7 ໄດ້ສິ້ນພະຊົນ ເຮັດໃຫ້ອຳນາດຂອງຂະເໝນຊຸດໂຊມລົງ ແລະ ເມືອງວຽງຈັນ ກໍສືບຕໍ່ເປັນເອກະລາດ (ນະຄອນລັດ) ໄປອີກໄລຍະໜຶ່ງຄຽງຄູ່ກັບເມືອງວຽງຄຳ ແລະ ເມືອງດ່ານໜ້າ. ມາເຖິງສະໄໝພະຍາ ຟ້າຫລ້າ ແຫລ່ງທໍລະນີ ສີສັດຕາ ຄະນະຫຸດ (ເຈົ້າຟ້າງຸ່ມ) ທ້ອນໂຮມອານາຈັກລາວລ້ານຊ້າງ ແລະ ປະກາດເປັນເອກະລາດ ໃນສະຕະວັດທີ 14 (ປີ 1353), ເມືອງວຽງຈັນກໍແມ່ນໜຶ່ງໃນອານາເຂດອານາຈັກລາວລ້ານຊ້າງ ຊຶ່ງເຈົ້າຟ້າງຸ່ມ ໄດ້ແຕ່ງຕັ້ງເຈົ້າໝຶ່ນຈັນ (ບາຄຸ້ມ) ປົກຄອງເມືອງວຽງຈັນ. ຫລັງຈາກນັ້ນ, ເມືອງວຽງຈັນກໍໄດ້ສືບຕໍ່ພັດທະນາ ແລະ ມີການປ່ຽນເຈົ້າເມືອງເຖິງ 6 ຊົ່ວຄົນ ກ່ອນຈະມາເຖິງສະໄໝ ເຈົ້າໄຊເສດຖາທິລາດປົກຄອງອານາຈັກລາວລ້ານຊ້າງ ແລະ ລົງມາສ້າງຕັ້ງນະຄອນຫລວງຢູ່ເມືອງວຽງຈັນ ໃນປີ ຄສ 1560 ຊຶ່ງເພິ່ນໄດ້ອັງເຊີນເອົາພະແກ້ວມໍລະກົດ ແລະ ພະແຊກຄຳ ລົງມາປະທັບເປັນຂວັນເມືອງວຽງຈັນ ນັບແຕ່ນັ້ນມາ, ແລະ ເມືອງວຽງຈັນ ກໍ່ສືບຕໍ່ເປັນນະຄອນຫລວງຂອງອານາຈັກລາວລ້ານຊ້າງ ຈົນເພີ່ນໄດ້ສິ້ນພະຊົນ, ເສນາບໍດີຜູ້ໃຫຍ່ກໍຍາດຊິງອຳນາດ ເຮັດໃຫ້ສັດຕູພາຍນອກເຂົ້າມາຮຸກຮານ ແລະ ອານາຈັກລາວລ້ານຊ້າງກໍການເປັນເມືອງຂື້ນຂອງພະມ້າ ເປັນເວລາ 28 ປີ ຈຶ່ງບໍ່ມີການພັດທະນາໃດໆໃນເວລານັ້ນ.
ມາເຖິງສະໄໝເຈົ້າສຸລິຍະວົງສາ ທຳມິກະລາດ ປົກຄອງອານາຈັກລາວລ້ານຊ້າງ (ຄສ 1638-1690), ນະຄອນຫລວງວຽງຈັນກໍ່ໄດ້ກັບມາຮຸ່ງເຮືອງເຫລືອງເຫລື້ອມໃນທຸກດ້ານ ໂດຍສະເພາະແມ່ນທາງດ້ານພຸດທະສາດສະໜາ ຈົນທ່ານ ວັນ ວູດສະໂຕບ ຊາວໂຮນລັງ ທີ່ມາລາວໃນປີ ຄສ 1641 ໄດ້ຍ້ອງຍໍວ່າ: ພຸດທະສາດສະໜາຈະເລີີນຮຸ່ງເຮືອງຫລາຍ, ພະສົງໃນນະຄອນຫລວງວຽງຈັນ ມີຫລາຍກວ່າທະຫານໃນກອງທັບຂອງພະເຈົ້າແຜ່ນດິນເຢຍລະມັນອີກຊ້ຳ, ມີວັດວາອາຣາມໃຫຍ່ ແລະ ງົດງາມກວ່າປະເທດອື່ນໆ ການສຶກສາຮ່ຳຮຽນກໍສຳຄັນກວ່າປະເທດອື່ນໆ ດ້ວຍເຫດນີ້ຈຶ່ງມີພະສົງຈາກປະເທດສະຫຍາມ, ຂະເໝນ ມາສຶກສາຢູ່ທີ່ນີ້ເຖິງ 10 ເຖິງ 12 ປີ ກ່ອນຈະສຳເລັດ.
ມາເຖິງປີ ຄສ 1778, ກອງທັບສະຫຍາມໄດ້ມາໂຈມຕີນະຄອນຫລວງວຽງຈັນ, ຈູດເຜົາລາດຊະວັງຫລວງ, ຫໍໂຮງຜູ້ໃຫຍ່, ຫໍພະແກ້ວ ແລະ ກວດຕ້ອນເອົາເຊື້ອກະສັດ, ເສນາບໍດີ ແລະ ປະຊາຊົນໄປສະຫຍາມກວ່າແສນຄົນ. ພາຍໃຕ້ການນຳພາຂອງເຈົ້າອານຸວົງ, ປະຊາຊົນລາວໄດ້ລຸກຮື້ຂື້ນເພື່ອກອບກູ້ເອກະລາດ ຈາກນັ້ນປີ 1827 ກອງທັບສະຫຍາມໄດ້ກັບມາໂຈມຕີນະຄອນຫລວງວຽງຈັນອີກຄັ້ງໃໝ່ ຊຶ່ງຈູດເຜົານະຄອນຫລວງວຽງຈັນຈົນຮາບກ້ຽງ ແລະ ກວາດຕ້ອນປະຊາຊົນລາວໄປສະຫຍາມອີກຮອບໃໝ່. ນັບແຕ່ປີ 1828 ເຖິງ 1893 (65 ປີ), ນະຄອນຫລວງວຽງຈັນໄດ້ກາຍເປັນເມືອງຮ້າງທີ່ງຽບເຫງົາທີ່ສຸດ.
ແຕ່ປີ 1893 - 1975 ແມ່ນໄລຍະທີ່ປະເທດ ແລະ ປະຊາຊົນລາວ ຕໍ່ສູ້ກູ້ເອກະລາດ ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ຈາກຕ່າງດ້າວ. ຈົນເຖິງມາວັນທີ 2 ທັນວາ 1975 ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ນັບແຕ່ນັ້ນມານະຄອນຫລວງວຽງຈັນກໍໄດ້ຮັບການຟື້ນຟູບູລະນະ ແລະ ພັດທະນາທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ກາຍເປັນນະຄອນຫລວງວຽງຈັນ ຂວັນໃຈຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົນມາເຖິງທຸກວັນນີ້.

No comments:
Post a Comment