12 December 2011

ເງິນຮ້ອຍ ເງິນລາດ ເງິນອານາຈັກລ້ານຊ້າງ

ສາຍເຊລຳເພົາ

ເມືອງລ້ານຊ້າງ ອັນເປັນນະຄອນລັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງ ບົນສອງຝາກຝັ່ງແມ່ນໍ້າຂອງ(ແມ່ນໍ້າລ້ານຊ້າງ)ຢູ່ນັ້ນ, ລ້ານນາ ອັນເປັນອາຈັກລາວໂຍນົກ ກໍຂະຫຍາຍຕົວຂຶ້ນ ຄຽງຄູ່ກັນ ກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ,   ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມ ທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດ ທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖານັນດອນສັກຕໍ້າກວ່າພຣະຍາ, ຖານັນດອນສັກ ຂອງເຈົ້າຜູ້ປົກຂອງຊັ້ນໃດ ອຳນາດຂອງເມືອງ ກໍເທົ່ານັ້ນ, ເຖິງແມ່ນໃນສະໄໝນັ້ນຈະປົກຄອງແບບນະຄອນລັດ ແຕ່ເມືອງ ໃຫຍ່ກໍມີເມືອງຂຶ້ນ ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທ ຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂໄທສິສັດຊະນາໄລ, ແຕ່ອຳ ນາດຂອງລ້ານຊ້າງຂະນະນັ້ນ ມີເຈົ້າຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າ ຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດ ໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ.

ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳ ການກອບກູ້ເອກະລາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມ ຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເລີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະ ຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກ ເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ.

ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນຣັດຕ່າງໆ ທີ່ປົກຄອງ ກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນໍ້າຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນໍ້າມ້າສາມແຄວ” ເປັນອານາຈັກ ລ້ານຊ້າງທີ່ກວ້າງໃຫຍ່ ແລະຊົງອຳນາດ ໃນຍຸກນີ້ເຮັດໃຫ້ລາວເຮົາໃນເມື່ອກ່ອນລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ບົນສອງຟາກຝັ່ງແມ່ນໍ້າຂອງ, ຄວາມຈະເລີນ ທາງ ດ້ານການເມືອງ ການປົກຄອງ ຂະໜົບທຳນຽມ ແລະວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍ ວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນກໍມີອຳນາດທາງດ້ານການເມືອງ ການປົກຄອງ ເສດຖະກິດ ການເງິນຄວບ ຄູ່ກັນໄປດ້ວຍ ປະເທດລາວຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອຍ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງໆ ທີ່ມີການພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານ ຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້.

- ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍຂະໜາດ ມູນຄ່າຂອງເງິນ ຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ.
- ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອນເງິນຮ້ອຍ ທີ່ຫົວ ແລະທ້າຍຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ.
- ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການ ຮຽກວ່າ “ເງິນເຮືອ” ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະເງິນເຄືອບ ດ້ານເທິງຕອກປະທັບ ກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນ ກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງ ຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜະລິດ.

ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິຍເບັ້ຍ, ເງິນແທ່ງ ແລະເງິນໝັນ ແລະ ມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະເງິນຫຼຽນ ແລະອື່ນໆອີກ.

ຄົ້ນຄວ້າໂດຍ : ພອ.ເນືອງພິລັກ ໂຊຕິທອນ

No comments:

Post a Comment