14 July 2008

ເວົ້າເຣື່ອງ "ສຍາມ, ໄທຍ, ໄທ ໃຫ້ຟັງ"



- ອານາຈັກອາຍຸທະຍານັ້ນ ເປັນອານາຈັກຂອງພວກ "ສຍາມ" ສະຖາປານາ 2 ຄັ້ງ, ຄັ້ງທີ 1 ບໍ່ປາກົດວ່າສ້າງປີໃດ ເປັນອານາຈັກຂອງມອນ ສະຖາປານາຄັ້ງທີ 2 ປີພ.ສ 1893 ນັ້ນແມ່ນຣາມາທິບໍດີທີ 1 (ອູ່ທອງ) ໄດ້ທຳການສະຖາປານາອານາຈັກອະໂຍທິຍາ (ວັນນະກັມລາວເວົ້າ ສອງຊື່ອາໂຍທິຍາ ແລະ ອາໂຍທະຍາ) ປ່ຽນມາເປັນອາຍຸທິຍາ ແລະອາຍຸທຍາເທົ້າບັດນີ້, ດ້ານຝັ່ງຕາເວັນອອກ (ສະໄໝດຽວກັບ ພຣະເຈົ້າຟ້າງຸ່ມຂອງເຮົາ ແຕ່ກ່ອນຈະພຣະອົງສະຖາປານາຊຽງທອງ 3 ປີ).
(ພະຍາອູ່ທອງນີ້ນັກປະຫວັດສາດຣຸ່ນໃໝ່ຍັງເປັນທີ່ຖົກຖຽງກັນຢູ່ວ່າ ເມື່ອກ່ອນເພິ່ນສາມັນຊົນນັ້ນ ທ່ານເກີດທີ່ອຳເພີ່ນອູ່ທອງສຸພັນບູຣີບໍ ຫຼືວ່າເກີດຢູ່ສຸພັນບູຣີກັນແທ້ ຍັງເປັນທີ່ຖົກຖຽງກັນຢູ່ພາກຂອງປະ ຫວັດສາດວິຈານ ໂດຍສະເພາະນັກຄົ້ນຄວ້າປະຫວັດສາດ ບໍ່ວ່າອູ່ທອງ ຫຼືສຸພັນບູຣີປັດຈຸບັນນີ້ ເຕັມແຕ່ຄົນ ເຊື້ອສາຍລາວ)

- ສ່ວນສຸໂຂທັຍນັ້ນ ແມ່ນອານາຈັກຂອງຄົນໄທ (ບໍ່ມີໂຕ ຍ-ລະວັງເວລາອ່ານໜັງສືໄທຍ໌ກໍດີ ຫຼືໜັງ ສືຂອງຜູ້ຂຽນ ທີ່ຂຽນໃນເວບນີ້ກໍດີ ທີ່ໃດກໍດີ ໄທ-ໄທຍ໌ ທີ່ກຳນົດໃຊ້ໃນທີ່ນີ້ມີຜົນຕ່າງກັນດັ່ງທີ່ເຄີຍອະທິບາຍ ໄວ້ແລ້ວ) ໃນປີ ພ.ສ 1781 ໂດຍຂຸນອິນທະຣາທິຕຍ໌ ແລະຂຸນບາງກາງທ້າວ, ຕໍ່ມາໃນ ພ.ສ 1822 ຂຸນຣາມຄຳແຫງກໍໄດ້ສະຖານປານາອີກ, ໃນປີ ພ.ສ 1921 ພຣະເຈົ້າທອງລັ່ນ ແຫ່ງອະຍຸທຍາ ໄດ້ຍົກທັບໄປຕີເອົາສຸໂຂທັຍ ຂອງຄົນໄທ ໃນທີ່ນີ້ໃນສະໄໝຂອງພຣະເຈົ້າໄສລືໄທ ສຸໂຂທັຍ ໄດ້ກາຍເປັນເມືອງຂຶ້ນຂອງອະຍຸທຍາ(ສຍາມ) ເຫດການທັງສອງອານາຈັກປ່ຽນແປງໄປຕາມເຫດການທາງປະຫວັດສາດ ໃນປີ ພ.ສ 2085 ແລະ ພ.ສ 2101 ທັງສອງອານາຈັກໄດ້ກາຍເປັນປະເທດຣາສະລາດຂອງພະມ້າເລື້ອຍມາ ຈົນມາເຖິງປີ ພ.ສ 2310 ກໍເສັຍເອກຣາດຢ່າງສົມບູນໃຫ້ແກ່ພະມ້າ ຈົນມາເຖິງສະໄໝພຣະເຈົ້າຕາກສິນ ໃນປີ ພ.ສ 2311 ກໍສະຖາປານາກຸງທົນບູຣີ ເປັນຣາຊະທານີ (ຮ່ວມສະໄໝກັບພຣະເຈົ້າສີຣິບຸນຍະສານ ລາວລ້ານນາ, ລາວ ລ້ານຊ້າງເສັຍສົງຄາມໃຫ້ສຍາມ ໃນປີ ພ.ສ 2317 ໃນສະໄໝພຣະເຈົ້າສີຣິບຸນຍະສານນີ້ເອງ).

- ຕໍ່ມາໃນ ພ.ສ 2325 ພຣະເຈົ້າມະຫາກະສັດເສີກ(ທອງດ້ວງ) ໄດ້ທຳການຣັດຖະປາຫານຂຶ້ນໃນກຸງທົນບູຣີ (ສະໄໝນີ້ພະເຈົ້າມະຫາກະສັດເສີກ ເປັນເຈົ້າຜູ້ປົກຄອງຂະເໝນຢູ່ພັດຕະບອງ-ສຽມຣຽບ, ເພາະນັບຕັ້ງແຕ່ສຍາມສະຖາປານາກຸງທົນບູຣີໄດ້ແລ້ວ ກໍສວຍໂອກາດຮຸກຮານຂະເໝນ ຈົນໄດ້ຂະເໝນ ທັງໝົດ ກ່ອນໜ້າຈະຮຸກຮານລ້ານຊ້າງຈັກໜ່ອຍ) ຫຼັງເຂົາໄດ້ຍຶດລ້ານນາ, ລ້ານຊ້າງໄດ້ຄົບບໍຣິບູນແລ້ວ ອຳນາດຂອງເຂົາເຕັມມື ຈຶ່ງຈັດການຣັດຖະປາຫານຍົກທັບຈາກພັດະຕະບອງ ໄປຈັບເອົາພຣະເຈົ້າຕາກສິນປະຫານຊີວິດ ດ້ວຍທ່ອນຈັນ, ໂດຍອ້າງຄວາມຊອບທັມວ່າພຣະເຈົ້າຕາກສິນມີສະຕິຝັ່ນເຟືອນ ແຕ່ ຄວາມເປັນຈິງທາງປະຫວັດສາດ ສະໄໝນັ້ນຈີນກົກອ້ຽງ ແລະຈີນແຜ່ນດີນໃຫຍ່ ໄດ້ອົບພະຍົບເຂົ້າມາຕັ້ງ ຖິ່ນຖານຢູ່ບາງກອກຫຼາຍ ຊາວຈີນເລົ່ານັ້ນເຂົ້າມາແລ້ວສຍາມກໍມອບໂອກາດໃຫ້ທໍາການຄ້າ ແລະເກັບ ເກນພາສີແທນພະຣາຊະສໍານັກ ເປັນເຈົ້າໂຮງນໍ້າຊາ ແລະບ່ອນເບັ້ຍ(ໂຮງພະນັນ) ເຮັດໃຫ້ຈີນມີອໍານາດ ທາງເສດຖະກິດເໜືອຄົນສຍາມ ແລະໄທລາວໃນກຸງທົນບູຣີ, ດ້ວຍບັນຫາສັງຄົມມີການດູຖູກຄົນສຍາມ ແລະຄົນໄທລາວຂຶ້ນຈາກພວກຈີນ, (ສະໄໝນັ້ນ ຄົນລາວຈາກອານາຈັກທັງ 3 ຂອງລາວໄດ້ກວດຕ້ອນໄປຢູ່ຫົວເມືອງຝ່າຍໃນຂອງສຍາມຫຼວງຫຼາຍ ຫຼາຍກວ່າຄົນສຍາມເອງດ້ວຍຊໍ້າ) ດ້ວຍເຫດຜົນນີ້ແລ້ວພຣະເຈົ້າມະຫາກະສັດເສີກ ຈຶ່ງທໍາການຣັດຖະປາຫານ ດ້ວຍການປາບດາພິເສກແລ້ວຕັ້ງພຣະອົງເອງເປັນກະສັດ ຂະໜານພະນາມວ່າ "ພຣະພຸດທະຍອດຟ້າຈຸລາໂລກມະຫາຣາຊ ຣ 1 ຫຼືຣັດຊະການທີ 1) ຊົງຕັ້ງຣາຊະວົງຂຶ້ນໃໝ່ ຮຽກວ່າ ພຣະຣາຊະ ວົງຈັກກຣີ ແລ້ວຍ້າຍນະຄອນຫຼວງຈາກບາງກອກທົນບູຣີ(ຝັ່ງກົງກັນຂ້າມກັບພຣະຣາຊະວັງກູງເທບປັດຈຸ ບັນ ບໍຣິເວນວັດໂມລີໂລກາຍະຣາມ ກັບວັດອະຣຸນ ຮຽກຣາຊະວັງເດີມປັດຈຸບັນ) ແລ້ວຕັ້ງກຸງເທບມະຫານະຄອນ ທີ່ຝັ່ງຕາເວັນອອກ(ຣາຊະວັງກຸງເທບປັດຈຸບັນ), ສ້າງຕັ້ງອານາຈັກຂຶ້ນ ຊື່ວ່າ "ຣັດຕນະໂກສິນ" ໂດຍຖືຣືກຕາມພຣະແກ້ວມໍຣະກົດນັ້ນ. ທີ່ລາວສະໄໝນັ້ນກໍກົງກັບສະໄໝຂອງພຣະເຈົ້ານັນທະເສນ (ເປັນພຽງເມືອງສ່ວຍ ຄືສົ່ງແຕ່ສ່ວຍ ບໍ່ແມ່ນຫົວເມືອງຂຶ້ນ ຄືສຍາມບໍ່ໄດ້ຈັດການການປົກຄອງເອງ) ຈົນເຖິງສະໄໝພຣະເຈົາອະນຸວົງ(ໄຊເສດຖານທິຣາຊທີ 3) ຄອງນະຄອນວຽງຈັນ ໃນປີ ພ.ສ 2347 ຈົນມາເຖິງປີ ພ.ສ 2369-90 ລາວເສັຍເອກະຣາຊໃຫ້ແກ່ສຍາມໂດຍສິ້ນເຊີງ ແຕ່ຍັງມີອໍານາດຈັດການປົກຄອງກັນເອງ ທາງປະຫວັດສາດວ່າ ຫົວເມືອງລາວລ້ານນາ, ລ້ານຊ້າງ, ຂະເໝນ, ໄທຣບູຣີ ແລະມາລາຢູທີ່ສຍາມຄອບ ຄອງຢູ່ ເຂົາຮຽກວ່າ ປະເທດສະລາດ ມາເຖິງຕອນນີ້ລາວກາຍເປັນຫົວເມືອງຂຶ້ນຂອງສຍາມເຕັມຕົວ ໃນສະໄໝພຣະປິ່ນເກົ້າເຈົ້າຢູ່ຫົວ ຣ. 3. ແຕ່ຕອນນີ້ປະເທດໄທຍ໌ຍັງຄົງຊື່ວ່າສຍາມຢູ່.

- ນັບແຕ່ນັ້ນມາສຍາມ ກໍໄດ້ວິວັດທະນາການຕາມຍຸກຂອງການລ່າອະນານິຄົມ ລາວເອງຍັງບໍ່ທັນເຄື່ອນໄຫວ້ໃນເວທີສາກົນເທົ່າທີ່ຄວນ ເພາະອຳນາດສ່ວນໃຫຍ່ຍັງຂຶ້ນກັບສຍາມ ຈົນມາເຖິງປີ ພ.ສ 2437 ລາວສ່ວນໜຶ່ງຂຶ້ນກັບຝຣັ່ງ ໃນສະໄໝພຣະຈຸນຈອມເກົ້າເຈົ້າຢູ່ຫົວ ຣ.5 ຕອນນີ້ ໄທຍ໌ປັດຈຸບັນຈະເຫັນວ່າຍັງເປັນປະເທດສຍາມຢູ່ ດັ່ງເຮົາຈະເຫັນສັນຍາຕ່າງໆທີ່ຝຣັ່ງທຳຂຶ້ນກ່ຽວກັບລາວຈະໃຫ້ຊື່ວ່າ "ສັນຍາຝຣັ່ງ-ສຍາມ" (ບໍ່ແມ່ນໄທຍ໌) ແລະໃນຂະນະນີ້ ລຸເຖີງປີ ພ.ສ 2432 ສຍາມ ຈຶ່ງໄດ້ປ່ຽມຊື່ປະເທດມາເປັນ "ໄທຍ໌(ມີ ໂຕ ຍ)" ໃນສະໄໝພູມີພົນອະດູນຍະເດຊ ຣ.9 (ອົງປັດຈຸບັນ) ເຊິ່ງມີຫຼັກຖານດັ່ງນີ້ " อนึ่ง คำว่าสยามหมายถึงอาณาเขตของขัณทสีมา ที่ีอยู่ในความเป็นผู้ครอบครองของพระมหากษัตริย์ไทย ประเทศชื่อว่าราชอาณาจักรสยาม โดยพระบาทสมเด็จพระจอมเกล้าเจ้าอยู่หัว รัชกาลที่ 4 แห่งราชวงค์จักรี แต่ต่อมาภายใต้การนำของจอมพล ป.พิบูลสงคราม ได้เปลี่ยนชื่อสยามเป็น “ไทยแลนด์” เมื่อปี พ.ศ. 2432 และด้วยความเข้าใจผิดในอักษรโรมัน เขียนว่า Siam อ่านว่า เซียม หรือเสียม ซึ่งฝรั่งเองก็ฟังผิด สำเนียงสยามจึงถูกถ่ายทอดเป็น Siam และก็ไปตรงกับชื่อเมืองในเขมร ว่า เสียมเรียบ หรือเสียมราด โดยไม่ได้คิดถึงคำว่า “สยมภู” ซึ่งหมายถึง “แผ่นดินของพระผู้เป็นใหญ่” ຈາກນັ້ນເປັນຕົ້ນມາສຍາມ ກໍໄດ້ກາຍເປັນໄທຍ໌ ມາຮອດບັດນີ້ ແຕ່ບໍ່ແມ່ນ "ໄທ" ສາແລ້ວ ຄຳວ່າ ໄທໝາຍເຖິງ ຄົນເຜົ່າລາວທັງມວນ.

No comments:

Post a Comment