ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------
- ອານາຈັກທວາຣະວະດີນັ້ນ ເປັນອານາຈັກທີ່ເກົ່າແກ່ໃນສຸວັນນະພູມ ເຊິ່ງອີງຕາມຫຼັກຖານທາງປະວັດສາດທີ່ພົບໃນກ່ອນໜ້ານີ້ ນັກປະວັດສາດໄທຍ໌ ແລະນັກປະວັດສາດຕ່າງປະເທດສຶກສາເຣື່ອງອານາຈັກເກົ່າແກ່ໃນດິນແດນອາຊີຕເວັນອອກສ່ຽງໃຕ້ ມັກຈະອ້າງອິງເຖິງຫຼັກຖານທາງປະວັດສາດທະຣາລະວະດີ ເຊິ່ງອານາຈັກນີ້ສູນກາງທາງໄທຍຼມັກອ້າງເອົາສູນກາງທີ່ນະຄອນປະຖົມເລີຍລົງໄປທາງໃຕ້ຈົນຮອດ ເມືອງນພະຄອນສີທັມມະຣາດ ເປັນສູນກາງ ແລະກຳນົດອາຍຸຂອງອານາຈັກນີ້ ຢູ່ໃນໄລຍະພຸດທະສະຕະວັດທີ ໑໑-໑໖ ກໍຄືກຳນົດຢູ່ໃນ ພ.ສ ໑໐໐໐ ເຖິງ ໑໕໐໐ ປາຍ.
ແຕ່ເມື່ອມາພົບລາວເຮົາໄດ້ຄົ້ນພົບຫຼັກຖານທາງປະຫວັດສາດສຳຄັນ ໒ ຢ່າງ, ໃນສອງທີ ແລະສອງວັດທະນະທັມໃນແຂວງສະຫວັນນະເຂດດັ່ງທີ່ເຮົາຮູ້ແລ້ວນັ້ນຄື ພົບຄ້ອງບັ້ງ ອາຍຸປະມານ ໒໐໐໐ ກວ່າປິ ທີບໍ່ຄຳເມືອງເຊໂປນ ແລະຕໍ່ມາກໍພົບວັດຖຸ ເຄື່ອງເງິນ ແລະເຄື່ອງຄຳ ຫຼາຍກວ່າ ໒໐໐ ລາຍການ ສະໄໝສີໂຄຕະບອງ ທີ່ບ້ານໜອງເຮືອທອງ ທີ່ປາກເຊບັ້ງໄຟກຳ້ໃຕ້ດັ່ງ ທີ່ສະເໜີໄປແລ້ວ ປາກົກວ່າ ຄ້ອງບັ້ງຢູ່ໃນພຸດທະສະຕະວັດທີ ໔-໕ ແລະເຄື່ອງເງິນຄຳ ມີອາຍຸ ໒໔໕໓ ຕົກຢູ່ໃນ ພ.ສ ໙໘ ກໍຄືຢູ່ໃນພຸດທະສະຕະວັດທີ ໑
ເຮັດໃຫ້ນັກປະວັດສາດຕ້ອງຫວນຄຳນຶງຫຼັກຖານປະວັດສາດນີ້ ທີ່ກ່ຽວພັນກັບໜັງ ອຸຣັງຄະທາດນັ້ນ ບໍ່ແມ່ນໜັງສືປະຣັມປຣາອີກຕໍ່ໄປແລ້ວ.
- ໜັງສືອຸຣັງຄະນິທານກ່າວເຖິງເມືອງບູຮານໃນລ່ອງແມ່ນຳ້ຂະນະນະທີ(ແມ່ນຳ້ຂອງ)ນັ້ນມີສອງເມືອງຄື ເມືອງຈັນທະບູຣີ ແລະເມືອງສີໂຄຕະປຸຣະ ນອກນັ້ນແມ່ນກ່າເວຖິງເມືອງບໍຣິວານ ແລະເມື່ອທີ່ທາງອານາຈັກສີໂຄຕະປະຣະໃນສະໄໝພະຍານັນທະເສນນັ້ນ ກໍມີ ໕ ຫົວເມືອງດ້ວຍກັນ ຄື ເມືອງໜອງຫານນ້ອຍ, ໜອງຫານຫຼວງ, ເມືອງອິນທະປັຕ, ເມືອງກຸລຸນທະ ແລະເມືອງຈຸລະນີ້ພຣົມມະທັຕ, ເມືອງທັງ ໕ ນີ້ ເປັນເມືອງສຳຄັນ ທີ່ທາງອານາຈັກສຣີໂຄຕະປຸຣະໄດ້ເຊື້ອເຊີນໃຫ້ມາຮ໋ວມສ້າງ ອຸມຸງເພື່ອບັນຈຸອຸຣັງຄະທາດ(ທາກຫົວເອີກ) ຂອງອົງສົມເດັດພຣະສັມມສັມພຸດທະເຈົ້າ ເຊຶ່ງພຣະມະຫາກັດສະປະເຖຣະ ພ້ອມດ້ວຍເຫຼົ່າພຣະພິກຂຸສົງຈຳນວນ ໕໐໐ ອົງນຳມາຈາກເມືອງຣາຊະຄຶຫະນະຄອນ ມາປະດິດສະຖານໄວ້່ດອຍກັບປະນະຄືຣີ (ພຣະທາຕຸປະນົມ-ພນົມ) ນອກຈາກນັ້ນຍັງກ່າວເຖິງເມືອງອີກເມືອງໜຶ່ງທາງຕອນເໜືອ ຄືເມືອງຈັນທະປຸຣະ ໄດ້ກ່າວເຖິງການທີ່ພຣະອໍຣະຫັນເຈົ້າ ໕ ອົງນຳເອົາພຣະບຣົມມະສາຣີຣິກະທາດ ມາປະດິກສະຖານທີ່ພູເຂົາຫຼວງ(ລວງ) ບັນປາຍໆ ຍັງກ່າວເຖິງດອຍນັນທະກັງຣີ ອັນໝາຍເຖິງພູສີ ໃນນະຄອນຫຼວງພຣະບາງດ້ວຍ ສະແດງໃຫ້ເຫັນວ່າ ໃນໄລຍະຫຼັງໆ ມານັ້ນເມືອງຈັນທະບູຣີ ກັບເມືອງຊຽງທອງໄດ້ມີຄວາມສຳຄັຍຂຶ້ນໄລຍະຫຼັງໆ.
- ຫຼັກຖການທີ່ພົບກ່ອນໜ້ານີ້ ໃນດີແດນທີ່ກ່າວເຖິງ ໃນໜັງສືອຸຣັງຄະທາຕນັ້ນ ທາງເໜືອນັບຕັ້ງແຕ່ເມືອງຊຽງຂວາງຂຶ້ນໄປຈົນຮອດເມືອງໄລ່ເຈົາ ລາວກາຍ ເປັນສູນກາງ ແລະອານາເຂດຂອງເມືອງຈຸນລະນີພຣົມມະທັດ, ເມືອງໜອງຫານນ້ອຍ ໝາຍເອົາອຸດອນ ສ່ວນໜອງຫານຫຼວງໝາຍເອົາ ເມືອງສາກົນນະຄອນ ອັນມີຫຼັກຖານເກົ່າແກ່ບູຮານ ເຊັ່ນພຣະທາດເຊີງຊຸມ, ສ່ວນເມືອງອິນທະປັຕນັ້ນ ເຂົາໃຈວ່າທາງໃຕ້ ໝາຍເອົາເມືອງຂອມບູຮານ ໃນພຸດທະສະຕະວັດທີ ໑໐-໑໖ ກໍໄດ້ແກ່ອັງກໍ ແຕ່ຫາກວ່າໃນພຸດທະສະຕະວັດທີ ໑-໔ ນັ້ນອາດໝາຍເອົາເມືອງໃນບໍຣິເວນແມ່ນຳ້ຂອງຕອນກາງ ເຊິ່ງໃນເຂດເມືອງຈຳປາສັກດຽວນີ້ ໃນສະຕະວັດທີ ໖-໘ ນັ້ນເປັນສູນກຂອງພວກ ທີ່ນັບຖືສາສນາຮີນດູ ມີຊື່ວ່າ "ເຊດຖະປຸຣະ" ກຳນົດເອົາເມືອງຢູ່ປາກຫວ້ຍພະພີນຂຶ້ນມາທາງເໜືອ, ສ່ວນເມືອງກຸລຸນທະນັ້ນ ອາດໝາຍເອົາເມືອງ ອຸຍຸທະຍາ ຫຼືເມືອງລະໂວ້, ຫຼືເມືອງນະຄອນປະຖົມ ຫຼືເມືອງນະຄອນໄຊສີ ເມືອງໃດເມືອງໜຶ່ງ ເຊິ່ງເປັນເມືອງໃນເຂດອານພຈັກທະວາຣະວະດີ.
- ວັດຖຸ ຫຼັກຖານທີ່ປາກົດໃນບໍຣິເວນທີ່ກຳນົດນີ້ ໄດ້ໝາຍເອົາຕາມໜັງສືອຸຣັງຄະນິທານໄດ້ກ່າວເຖິງ ອາດລວມເຖິງເມືອງຊຽງແສນດ້ວຍ ເພາະເມືອງ ຊຽງແສນ ກໍແມ່ນປຸໃນເຂດອິດທະພົນຈຸນລະນີພຣົມມະທັດດ້ວຍ ຫາກເຮົາກ່າວເຖິງເມືອງຕ່າງໆ ທີ່ປະກົດໃນໜັງສືເຣື່ອງທ້າວຮຸ່ງ ທ້າວເຈືອງປະກອບນຳ ເຊິ່ງເປັນວັນນະກັມໃນຍຸກໃກ້ຄຽງກັນ ຕາມກຳນົດຫຼັກຖານວັດຖຸ ເປັນບູຮານຄະດີທີ່ພົບນັ້ນ ໄດ້ອ້າງອິງຕາມລາຍງານຂອງໄທໄດ້ກ່າວເຖິງ ໄດ້ແກ່.
໑. ໃນພຸດທະສະຕະວັດທີ ໑໑-໑໒ ຄືຫຼຽນເງິນເສັ້ນຜ່າສູນກາງ ໑໙ ມມ, ພົບທີ່ນະຄອນປະຖົມ ແລະອູ່ທອງ ພົບວ່າອັກສອນຈາຣືກວ່າ "ສີທຣາວະດີສວຣ" ແລະມີຮູບໝໍ້ນ້ຳກົນສໍ ຢູ່ອີກດ້ານໜຶ່ງ ເຮັດໃຫ້ນັກປະວັດສາດໄທຍ໌ຣຸ່ນກ່ອນ ເຊື່ອວ່າ "ຊົນຊາດມອນບູຮານ" ໄດ້ຕັ້ງອານາຈັກທະຣາວະດີ, ບາງແຫ່ງຮຽກວ່າ ທວາຣາວະດີ) ຂຶ້ນໃນພາກກາງຂອງດິນແດນສຸວັນນະພູມ, ແລະມີຊຸມຊົນເມືອງສະໄໝທະວາຣະວະດີສຳຄັນຫຼາຍແຫ່ງ, ໄດ້ແກ່ເມືອງນະຄອນໄຊສຣີ (ທາງໄທຍ໌ວ່າ-ນະຄອນປະຖົມບູຮານ ສູນກາງອານາຈັກ ໃຫຍ່ໃນແມ່ນຳ້ທ່າຈີນ) ເມື່ອງອູທອງ (ໃນແຂວງສຸພັນບູຣີ ໃນລ່ອງແມ່ນຳ້ທ່າຈີນ) ເມືອງພົງຕຶກ (ແຂວງການຈະນະບູຣີໃນເຂດແມ່ນຳ້ແມ່ກອງ) ເມືອງລົພບູຣີ (ໃນແມ່ນຳ້ລົບບູຣີ) ເມືອງຄູບົວ (ແຂວງຣາຊະບູຣີ ໃນລ່ອງນຳ້ແມ່ກອງ) ເມືອງອູ່ຕະເພົາ (ບ້ານອູ່ຕະເພົາ, ເມືອງມະໂນຣົມ ແຂວງໄຊນາທ ໃນລ່ອງແມ່ນຳ້ເຈົ້າພຣະຍາ) ເມືອງບ້ານດ້າຍ (ຕາແສງໜອງເຕົ່າ, ເມືອງ ແລະແຂວງອຸໄທທານີ ໃນແຄວຕາກແດດ) ເມືອງຂີດຂິນ (ຢູ່ໃນແຂວງສະຣະບູຣີ) ແລະບ້ານຄູເມືອງ (ທີ່ເມືອງອິນທະບູຣີ ແຂວງສິງບູຣີ) ນອກຈາກນັ້ນ ທາງໄທຍ໌ຍັງພົບເມືອງບູຮານອີກ ໃນບ້ານໜອງປຣົງ, ເມືອງເຂົາຍ້ອຍ ແຂວງເພັດບູຣີ ລວມທັງໝູ່ບ້ານໃນເຂດແຂວງບ້ານໝີ ແລະໂຄກສຳໂຣງ ແຂວງລົບບູຣີ, ເມືອງບູຮານ ທີ່ກ່າວມານີ້ແມ່ນຢູ່ໃນພາກກາງຂອງໄທຍ໌ປັດຈຸບັນ ເຊິ່ງທາງໄທຍ໌ຢັ້ງຢືນວ່າ ເປັນໝູ່ບ້ານສັງຄົມເມືອງໃນສະໄໝທວາຣະວະດີ, ເມືອງເຫຼົ່ານີ້ຫາກ ອິງຕາມໜັງສືອຸຣັງຄະທາດວ່າ "ເປັນເມືອງທີ່ຈະເຣີນຂື້ນໃນສະໄໝທະວາຣະວະດີ ໃນພຸດທະສະຕະວັດທີ ໑໑-໑໒ ກໍຄົງຈະເປັນບັນດາຫົວເມືອງ ໃນອຳນາດຂອງເມືອງກຸລຸນທະ ທີ່ປາກົດໃນໜັງສືອຸຣັງຄະນິທານ ແຫ່ງສະຕະວັດທີ ໑-໔ ກໍອາດເປັນໄປໄດ້.
- ຊຸມຊົນເມືອງສະໄໝທະວາຣະວະດີ ໃນພຸດທະສະຕະວັດທີ ໑໑-໑໒ ໃນພາກເໝືອຂອງໄທຍ໌ນັ້ນ ໄດ້ແກ່ ພົບທີ່ເມືອງຈັນແສນ (ຢູ່ຕາແສງຈັນແສນ ເມືອງຕາຄີຣີ ແຂວງນະຄອນສະຫວັນ ລ່່ອງນຳ້ລົບບູຣີ) ເມືອງບຶງໂຄກຊ້າງ (ຢູຕາແສງໄຜ່ຂຽວ ເມືອງສວາງອາຣົມ ແຂວງອຸທັຍທານີ ໃນແຄວຕາກແດດ ລ່ອງນຳ້ສະແກກຣັງ) ເມືອງສຣີເທ (ທີ່ແຂວງເພັດຊະບູນ ລ່ອງແມ່ນຳ້ສັກ) ເມືອງຫະຣິພຸນຊັຍ (ແຂວງລຳພູນ ໃນລ່ອງແມ່ນຳ້ປີງ) ແລະເມືອງບົນ (ທີ່ແຂວງພະຍຸຫະຄີຣີ ແຂວງນະຄອນສະຫວັນ ໃນລ່ອງນຳ້ເຈົ້າພຣະຍາ) ເມືອງເຫຼົ່ານີ້ ອາດມີສ່ວນພົວພັນກັບເມືອງທາງເໜືອຫຼາຍ ກວ່າເມືອງທາງໃຕ້ ໃນຍຸກດຽວກັນກັບທວາຣະວະດີ.
- ຊຸມຊົມເມືອງໃນສະໄໝທະວະຣະວະດີຕາເວັນອອກ ມີເມືອງບູຮານສະໄໝພຸດທະສະຕະວັດທີ ໑໑-໑໘ ຢູ່ທີ່ເມືອງພຣະຣົຖ(ຢູ່ຕາແສງໜ້າພຣະທາຕ, ເມືອງພະນັສນະຄົມ ແຂງຊົນບູຣີ ເຊິ່ງພົບເຄື່ອງຖ້ວຍເປີເຊັຍສີຟ້າ) ເມືອງຖນົນບູຮານຕິດຕໍ່ກັບເມືອງສີພຣະໂລ ເຊິ່ງເປັນເມືອງທ່ານໃນສະໄໝພຸດທະສະຕະວັດ ທີ ໑໕-໒໑ (ຢູ່ຕາແສງໜອງໄມ້ແດງ ເມືອງຊົນບູຣີ ລ່ອງແມ່ນຳ້ບາງປະກົງ) ເຊິ່ງພົບເຄື່ອງຖ້ວຍຈີນ ແລະຍີ່ນປຸນຈາກເຕົາອະຣິຕະ ແບບອະມາຣິ ອາຍຸຮາວພຸດທະສະຕະວັດທີ ໒໒ ແລະຕິດຕໍ່ເຖິງເມືອງໃນສະໄໝດຽວກັບ ເຊັ່ນເມືອງສີມະໂຫສົຖ (ທີ່ໂຄກປີບ ແຂວງປາຈີນບູຣີ) ເມືອງດົງລະຄອນ (ທີ່ນະຄອນນາຍົກ) ເມືອງທ້າວອຸທັຍ ແລະບ້ານຄູເມືອງ(ແຂວງຊະເຊິງເທຣົາ) ເມືອງເຫຼົ່ານີ້ອາດມີອິດທີພົນຂອງ ອິນທະປັຕເຂົ້າມາມີສ່ວນ ອິງຕາມໜັງສືອຸຣັງຄະນິທານ.
- ສ່ວນຢູ່ທາງພາກອີສານນັ້ນ ທາງໄທຍ໌ໄດ້ນັບເອົາຫຼັກຖານບູຮານວັດຖຸເຂົ້າເປັນສ່ວນໜຶ່ງໃນສະໄໝທວາຣະວດີດ້ວຍ ມີເມືອງຟ້າແດດສົງຍາງ ຫຼືເມືອງຟ້າແດດສູງຍາງ (ທີ່ເມືອງກມະລະສັບ ແຂວງກາລະສິນ) ພູພຣະບາດ (ອຸດອນທານີ) ເມືອງບູຮານ (ພົບໃນ ເມືອງສີຊຽງໃໝ່ ແຂວງໜອງຄາຍ) ແຂວງອຸບົນຣາຊະທານີ ແຂວງນະຄອນພນົມ ແຂວງສາກົນນະຄອນ ແລະວຽງຈັນປະ ເທດລາວ, ການກ່າວເຖິງ ບູຮານວັດຖຸ ໃນດິນແດນຕາເວັນອອກສ່ຽງເໜືອຂອງໄທຍ໌ນັ້ນ ທາງໄທຍ໌ບໍ່ຄ່ອຍຈະສົນໃຈຫຼາຍປານໃດ ພຽງແຕ່ກ່າວພາດພິງເຖິງ ຢ່າງໃດກໍຕາມ ໃນຫຼັກຖານ ທີ່ພົບໃນພາກອີສານຝ່າຍເໜືອລວມທັງລາວນັ້ນ ເປັນຫຼັກຖານທີ່ພົບໄດ້ທັງໃນພຸດທະສະຕະວັດທີ ໑໑-໒໒ ແລ້ວ ຍັງພົບຫຼັກຖານກ່ອນ ພຸດທະສັກກຣາດ ຮອດພຸດທະສະຕະວັດທີ ໔ ຫຼາຍແຫ່ງ (ດ່ັງຈະກ່າວຕໍ່ໄປ).
- ສ່ວນທາງພາກໃຕ້ນັ້ນ ເອກະສານທາງໄທຍ໌ສະເໜີວ່າອານານັກທະວາຣະວະດີ ໄດ້ແຜ່ອິດທະພົນລໄປທາງໃຕ້ຮອດເມືອງໄຊຍາ(ສຸຣາດທານີ) ເມືອງນະຄອນສີທັມມະຣາດ ແລະເມືອງຍະຣັງ(ປັຕຕະນີ) ຂອງອານາຈັກສີວິໄຊດ້ວຍ.
ຕາມການສັນຕິຖານ ແລະການຕົກລົງພ້ອມພຽງກັນອງນັກຄົ້ນຄວ້າ ແລະຫຼັກຖານປະຫວັດສາດຂອງໄທຍ໌ ຮູ້ສຶກວ່າຈະມີຄວາມເປັນເອກະສັນກັນ ສົມຄວນວ່າ "ອານາຈັກທະວາຣະວະດີ ເປັນອານາຈັກຂອງມອນບູຮານ" ມີສູນກາງທີ່ນະຄອນປະຖົມບູຮານ(ລຸ່ມແມ່ນຳ້ທ່ານຈີນ ຫຼືນະຄອນໄຊສຣີ) ກັບເມືອງອູ່ທອງ ແລະລະໂວ້(ລົບບຸຣີ) ຕໍ່ມາໄດ້ຂະຫຍາຍອຳນາດເມືອງໄປຮອດຫະຣິພຸນໄຊ(ລຳພຸນ) ມິຫຼັກຖານເຫຼົ່າໄວ້ວ່າ ປະມານ ພ.ສ ໑໑໐໐ ພຣະນາງຈາມເທວີຂອງເຈົ້າເມືອງລະວະປຸຣະ ຫຼືລະໂວ້(ລົພບຸຣີ) ໄດ້ອົບພະຍົບຜູ້ຄົນຂຶ້ນໄປຕັ້ງເມືອງລຳພູນ, ສ່ວນທີ່ນະຄອນປະຖົມມີການພົບພຣະປະຖົມເຈດີ ເຊິ່ງເຊື່ອກັນວ່າ ບັນຈຸພຣະບໍຣົມມະທາດຂອງພຣະພຸດທະເຈົ້າ ພຣະທາດອົງກ່ອນນັ້ນມີຮູບລັກ ສະນະຄ້າຍພຣະທາດສານຈີ ທີ່ພຣະເຈົ້າອະໂສກມະຫາຣາດສ້າງໄວ້ໃນພຸດທະສະຕະວັດທີ ໓-໔ ແລະມີການພົບພາສາປັນລະວະ, ປາລີ, ສັນສະກິດ ແລະພາສາມອນ, ທີ່ບໍຣິເວນພຣະປະຖົມເຈດີ ແລະບໍຣິເວນໃກ້ຄຽງ ພົບຈາຣືກພາສາມອນ, ອັກສອນປັນລະວະ ບັນທຶກເຣື່ອງການສ້າງພຣະພຸດທະຮູບ, ເສົາຫົງ, ວິຫາຣ ແລະແນວຕົ້ນໝາກພ້າວເປັນອະນາເຂດອາຮາມ ທີ່ວັດຮ້າງແຂວງນະຄອນປພະຖົມ ອາຍຸຮາວ ພ.ສ ໑໒໐໐ (ປັດຈຸບັນຢູ່ທີ່ພິພິດທະພັນພຣະປະຖົມເຈດີ) ແລະພົບຈາຣືກມອນ ທີ່ລຳພູນອາຍຸ ຮາວ ພ.ສ ໑໖໒໘ (ປັດຈຸບັນຢູ່ທີ່ພິພິດທະພັນສະຖານແຫ່ງຊາດ ຫະຣິພຸນໄຊ-ລຳພູນ). ຢູ່ໃນຫຼັກຖານທີ່ພົບນີ້ຄືອັກສອນມອນນັ້ນ ມີນັກບູຮານຄະດີບາງທ່ານຂອງໄທຍ໌ ໃຫ້ຄວາມເຫັນວ່າ ເປັນອອກສອນທັມ ຫຼືອັກສອນອ້າຍລາວ.
ນອກຈາກສິ່ງທີ່ພົບບູຮານຄະດີ ທີ່ທາງໄທຍ໌ເຊື່ອວ່າ ເປັນຫຼັກຖານທີ່ກ່ຽວພັນກັບອານາຈັກທະວາຣະວະດີໃນນະຄອນປະຖົມແລ້ວ ຍັງກ່າວເນື່ອງໄປ ຮອດ ເມືອງອູ່ທອງວ່າ ໄດ້ພົບສີລາແລງ ອາຍຸປະມານ ພ.ສ ໖໐໐-໑໖໐໐ ອີກ ເປັນຈຳນວນຫຼາຍ, ທີ່ນະຄອນໄຊສີ ເຊິ່ງຫ່າງຈາກນະຄອນປະຖົມໄປທາງໃຕ້ປະມານ ໒໕ ກິໂລແມັດນັ້ນ ທາງໄທກໍໄດ້ພົບ ຄູເມືອງ ໔ ຫຼ່ຽມ ຂະໜາດ ໓,໖໐໐×໒໐໐໐ ແມັດ ແລະໄດ້ພົບ ບູຮານວັດຖຸໃນສະໄໝດຽວກັນອີກຈຳນວນໜຶ່ງ, ທີ່ເມືອງກຳແພງແສນ ແຂວງນະຄອນປະຖົມ ກໍໄດ້ພົບຮູບເມືອງສີ່ຫຼ່ຽມປະມານ ໓໒໕ ໄຮ່ ແລະຄູນຳ້ຍາວປະມານ ໘ ກິໂລແມັດ.
ນອກຈາກນັ້ນ ຍັງພົບຫຼັກຖານຮົບວົງລໍ້ທັມມະຈັກກັບກວາງໝອບ ເປືອກຫອຍທະເລາ ສະໝໍເຮືອ ແລະສາຍໂສ້ເຮືອ ຂະໜາດໃຫຍ່ໃນເມືອງນະຄອນປະຖົມບູຮານ ທາງໄທຍ໌ເຊື່ອວ່າເປັນຫຼັກຖານສຳຄັນ ທີ່ສະແດງໃນສະໄໝກ່ອນນັ້ນ ເມືອງສຳຄັນເຫຼົ່ານີ້ຢູ່ຕິດກັບທະເລ ຫຼືເປັນເມືອງສຳຄັນຂອງອານາຈັກທະວາຣະວະດີ ເຊິ່ງມີການພົບສິ້ນສ່ວນຂອງອານາຈັກພຣະພຸດທະຮູບຈຳນວນຫຼາຍ ແລະຍັງໄດ້ພຣະພຸດທະຮູບຫີນຊາຍສະຫຼັກປະທັບຂະໜາດໃຫຍ່ ສະໄໝທະວາຣະວະດີ ຈຳນວນ ໔ ອົງ ທີ່ວັພຣະເມຣຸ ໃຫ້ກັບອົງປະຖົມເຈດີ ປັດຈຸບັນນີ້ພຣະພຸດທະຮູບອົງນີ້ ຢູ່ທີ່ພິພິດທະພັນສະຖານແຫ່ງຊາດ ເຈົ້າສາມພຣະຍາອາຍຸທະຍາ, ອົງທີສອງຢູ່ສິມວັດປະົມເຈດີ ອົງທີສາມຢູ່ທີ່ລານປະທັກສິນທິດໃຕ້ອົງພຣະປຖົມ ແລະອົງທີ່ສີ່ ຢູ່ບໍຣເວນວິຫານນ້ອຍ ອາຍຸທະຍາ ແລະຍັງພົບພຣະພຸດທະຮູບນັ່ງຢ່ອຍພຣະບາດ ສີລະປະທະວາຣະວະດີສະຫຼັກຢູ່ ຫຼັກຖານທີ່ທາງໄທຍ໌ໄດ້ພົບນີ້ ແມ່ນມີການກ່ຽວພັນກັບອານາຈັທະວາຣະລະວະດີ ແລະອານາຈັກຂອງມອນ ແລະກວາມເອົາອານາເຂດນັບແຕ່ແມ່ນຳ້ເຈົ້າພະຍາ ລົງໄປທາງໃຕ້ ແລະທາງຕາເວັນຕົກສ່ຽງເໜືອ ຈົນຮອດທິດເໜືອເມືອງລົບບູຣີເປັນສຳຄັນ, ຫາກເມືອງທະວາຣະວະດີ ມີສູນກາງຢູ່ທີ່ນະຄອນປະຖົມ ຫຼືນະຄອນໄຊສີ ກໍສົມເຫດສົມຜົນສົມຄວນ ເພາະເມືອງເຫຼົ່ານີ ໃກ້ກັບທະເລແນ່ພໍສົມຄວນ ສວນເມືອງອື່ທີ່ກ່າວເຖິງນັ້ນ ຫາກວັດຖຸເຫຼົ່ານັ້ນ ປາກົດເປັນສີລະປະທະວາຣະດີ ກໍບໍ່ໄດ້ໝາຍວ່າເມືອງເຫຼົ່ານັ້ນ ຈະຂຶ້ນກົງກັບທະວາຣະວະດີກໍໄດ້ ເນືື່ອງຈາກວ່າ ສັງຄົມການປົກຄອງ ໃນສະໄໝນັ້ນ ເປັນສັງຄມຊົນຊາດຊົນເຜົ່າ ຫຼືສັງຄົມນະຄົມນະຄອນຣັດ ແລະການຖ່ານທອດວັດທະນະທັມນັ້ນຍ່ອມມີການພົວພັນກັນເປັນທັມມະດາ ສ່ວນເມືອງ ດັ່ງເຮົາຈະຫັນຂະໜາດຂອງເມືອງຕ່າງໆນັ້ນ ຍັງມີຂະໜາດຕ່າງກັນເປັນລຳດັບ, ນັ້ນກໍໝາຍເຖິງອຳນາດຂອງຜູ້ສ້າງ ມີລະດັບແຕກຕ່າງກັນ, ຢ່າງໃດກໍຕາມອານາຈັກທະວາຣະວະດີນັ້ນອຳນາດຈັກບໍ່ຂ້າມກາຍດົງພຣະຍາໄຟໄປຍັງດິນແດນອີສານແນ່ນອນ ເຖິງວ່າບາງຫຼັກຖານຈະມີວັດຖຸທີ່ ຢູ່ໃນສະໄໝດຽວກັນເລັກນ້ອຍກໍຕາມ ເພາະຄຳວາ "ທວາຣວດີ"(ທະວາຣະວະດີ)ນັ້ນ, ມີຄວາມໝາຍເຖິງ ເມືອງແຫ່ງທະວານ ຫຼືທາງເຂົ້າອອກ ຫຼືທາງຜ່ານເທົ່ານັ້ນ, ອາດໝາຍເຖິງເມືອງທ່າ ລະຫວ່າງການສັນຈອນຂອງພໍ່ຖ້າວານິດທີ່ຜ່ານຈາກຝັ່ງທະເລທິດຕາເວັນຕົກ ສູ່ທປະເລທິດຕາເວັນອອກ, ເນືອງຈາກທີ່ດິນແດນອີສານ ແລະດິນແດນລາວເຮົາ ກໍພົບຫຼັກຖານທີ່ມີອາຍຸສະໄໝດຽວກັບອານາຈັກທະວາຣະວະດີ ຫຼາຍແຫ່ງເຊັ່ນ ທີ່ອີສານ ແມ່ນຊຸມຊົນບ້ານຊຽງ ມີອາຍຸແຕ່ ໔໕໐໐-໒໐໐໐ ປີ, ອັນນີ້ແມ່ນຊຸມຊົນໜອງຫານນ້ອຍ ແລະໜອງຫານຫຼວງ ທີ່ປະກົດໃນ ໜັງສືອຸລັງຄະນິທານ ເຖິງເປັນຕົ້ນອານາຈັກນີ້ເລື້ອມາຈົນເຖິງຍຸກຕົ້ນພຸດະສະຕະວັດ. ໃນລະຫວ່າງ ພ.ສ ໘ ຕາມຕຳນານ.
- ສ່ວນຫຼັກຖານໄປທາງເໜືອອັນ ກ່ຽວກັບໜັງສືອຸຣັງຄະນິທານນັ້ນ ມີຫຼວງຫຼາຍ ແລະມີອານາເຂດແຕ່ຊຽງແສນ, ຫຼວງພະບາງ, ຊຽງຂວງ, ຊຳເໜືອ ແລະດິນແດນນ່ານເຈົ້າ ລາວກາຍ, ມີຫຼັກຖານທາງປະຫວັດສາດອັນເປັນເມືອງບູຮານ ແລະບູຮານຄະດີກ່ອນ ພ.ສ ແລະຫຼັງ ພ.ສ ຈຳນວນຫຼວງຫຼາຍ ເຊັ່ນທີ່ ຊຽງແສນກໍພົບຕົວເມືອງຊຽງແສນບູຮານ ອາຍຸກ່ອນ ພ.ສ, ໂດຍມີການຕົກລົງຮອງຮັບກັນຢ່າງເອກະສັນຈາກຂອງນັກ ປະວັດສາດທົ່ວໄປວ່າ ອານາຈັກຂອງຊົນລາວ ຫຼືອ້າຍລາວ, ຊຽງຂວາງ ແມ່ນທົ່ງໄຫຫີນ, ທີ່ຊຳເໜືອ ກໍແມ່ນວັດທະນະທຳຫີນຕັ້ງ, ຄ້ອງບັ້ງ ແລະອື່ນເຕັມໄປມົດ ທົ່ວບໍຣະເວນເຫຼົ່ານີ້ ມີວັດທະນະທັມແຕກຕ່າງໄປຈາກວັດທະນະທັມທາງໃຕ້ ຄືຄ້ອງບັ້ງ, ບໍລິເວນທີ່ກ່າວເຖິງນີ້ ຄົງຈະແມ່ນອານາເຂດຂອງເມືອງຈຸລະນີພຣົມມະທັດ ຕາມການຕົກລົງຂອງນັກບູຮານຄະດີ ແລະນັກປະວັດສາດຮຸ່ນກ່ອນ.
- ສ່ວນທາງໃຕ້ນັ້ນ ຫຼັກຖານກ່ອນປະພຸດທະສັງກາດກໍພົບຫຼາຍ ທັງກ່ອນປະຫວັດສາດກໍຫຼາຍ ເຊັ່ນ ເມືອງສດຖາປຸຣະ, ເມືອງບູຮານຕ່າງໆ ໃນດິນແດນອີສານໃຕ້, ເມືອງອຸບົນລະຣາຊທີນ ກໍແມ່ນວັດທະນະທຳຜາແຕ້ມ ຫຼັກຖານສີລາແຣງ ແລະອັກສອນປັນລະວະ ແລະໜັງສືທຳກ່ອນ ປະຫວັດສາດ ພຣະພຸດທະຮູບກ່ອນປະຫວັດສາດຕ່າງໆ ເຕັມໄປທົ່ວອານາຈັກເຫຼົ່ານີ້ລົງໄປຮອດ ຂະເໝນ ດ້ານຝັ່ງຕາເວັນອອກກໍໄດຮອດເມືອງເຫວ້ຂອງຫຍຽດນາ ແຕ່ຫຼັກຖານທີ່ຄາດການວ່າ ເປັນເມືອງອິນຕທະປັດນັ້ນ ຄົງຈະແມ່ນເມືອງໃນບໍຣເວນແຂວງຈຳປາສັກບູຮານ ແລະພາກອີສານຂອງໄທຍ໌ ເຊິ່ງນັກປະຫວັດສາດຍອມຮັບວ່າ ວັດພູຈຳປາສັກນັ້ນແມ່ນວັດທະນະທັມຂອງ ກ່ອນພຣະນະຄອນ(ອັງກໍ) ຄົງຈະເປັນສູນກາງຂອງອານາຈັກຂອງອີສານປຸຣະ ສະນັ້ນ ຄຳວ່າ "ອິນທະປັຖ" ນັ້ນຄົງຈະກ່ຽວພັນກັນ.
- ມາໃນປີ ຄ.ສ ໒໐໐໘ ມັນເປັນຄວາມໂຊກດີຂອງຊົນຊາດລາວທັງມວນ ເນື່ອງຈາກທາງລາວໄດ້ພົບຫຼັກຖານບູຮານຄະດີ ໒ ແຫ່ງ ແລະເປັນສອງແຫ່ງວັດທະນະທຳຈະແຈ້ງ ໃນແຂວງດຽວກັນຄື ທີ່ແຂວງສະຫວັນນະເຂດ
໑. ດັ່ງທີ່ ນສພ ວຽງຈັນໃໝ່ໄດ້ສະເໜີຂ່າວໄປແລ້ວວ່າ " ວັດຖຸບູຮານດັ່ງກ່າວນີ້ ໄດ້ຖືກຄົ້ນພົບໃນວັນທີ 30 ມັງກອນ 2008 ໃຊ້ເວລາຂຸດຂຶ້ນມາ 2 ວັນຈຶ່ງສຳເລັດ ເປັນ
ຄ້ອງຫນ່ວຍທີ 4 ຂອງແຂວງສະຫວັນນະເຂດ ແລະ ກໍເປັນຫນ່ວຍທີ 7 ໃນ ສປປ ລາວ ເປັນຄ້ອງຮຸ່ນທີ 1 ມີຄວາມສູງ
79 ຊັງຕີແມັດ ກວ້າງ 1 ແມັດ." ທີ່ບໍ່ຄຳເຊໂປນ ເມືອງວິລະບູລີ ແຂວສະຫວັນນະເຂດ, ນອກຈາກນັ້ນຍັງໄດ້ພົບເມືອງ ແລະຊຸມຊົນບູຮານຍຸກ ໒໐໐໐ ປີຄືນໄປ ດັ່ງ ນສພ ວຽງຈັນໃໝ່ສະເໜີວ່າ " ຕໍ່ມາທ່ານລັດຖະມົນຕີ ແລະ ຄະນະ ກໍໄດ້ໄປສຳຫລວດເບິ່ງບ່ອນຄົ້ນພົບຮ່ອງຮອຍປະຫວັດສາດນາເງືອກ
ເຫັນຮ່ອງຮອຍວັດຖຸບູຮານ ເຄື່ອງປັ້ນດິນເຜົາຂອງຄົນບູຮານ ແລະ ຍັງໄດ້ໄປເບິ່ງອ່າງເກັບນໍ້າເປື້ອນ ທີ່ບັນຈຸສິ່ງເສດເຫຼືອ
ຈາກການຜະລິດແຮ່ຄຳ-ທອງແດງ ອ່າງດັ່ງກ່າວນີ້ຫ່າງຈາກໂຮງງານປະມານ 13 ກິໂລແມັດ ໄປເບິ່ງຮ່ອງຮອຍໂຮງເບົ້າ
ຫລໍ່ຢູ່ພູທ້ອນຄຳ ເຫັນວັດຖຸ ເປັນຕົ້ນແມ່ນເສດໄຫແຕກກະແຈກກະຈາຍຢູ່ພື້ນດິນ ທີ່ໄດ້ສຳຫລວດເບິ່ງສິ່ງດັ່ງກ່າວນີ້ ຢັ້ງ
ຢືນໄດ້ຢ່າງຊັດເຈນວ່າ ເປັນເຂດຂອງຄົນບູຮານທີ່ມາອາໄສຢູ່ກ່ອນແລ້ວຫລາຍພັນປີ ແລະ ເປັນເຂດດິນອຸດົມສົມບູນໄປ
ດ້ວຍແຮ່ທາດຕ່າງໆ ເປັນຕົ້ນແມ່ນຄຳ-ທອງແດງ ທີ່ກຳລັງຂຸດຄົ້ນຢູ່ໃນໄລຍະນີ້"
- ນອກຈາກນັ້ນ ກໍໄດ້ພົບສົມບັດອັນລຳ້ຄ່າ ທາງບູຮາວັດຖຸອີກ ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ປັດຈຸບັນ ທາງກົມພິພິທະພັນຍັງ ໄດ້ຕ້ອງສືບຄົ້ນ ສຶກສາເບິ່ງອາຍຸຂອງສົມບັດັ່ງກ່າວໃຫ້ຈະແຈ້ງກ່ອນ ທີ່ຈະເປີດເຜີຍສູ່ສາຍຕາ ມະຫາຊົນ ແຕ່ຢ່າງໃດກໍຕາມ ໂທຣະພາບແຫ່ງຊາດ ກໍໄດ້ສະເໜີໄປແລ້ວວ່າ ວັດຖຸບູຮານດັ່ງກ່າວນັ້ນ ມີອາຍຸປະມານ ໒໔໕໓ ປີ ເປັນຍຸກຕົ້ນຂອງອານາຈັກສີໂຄດຕະບອງ, ນອກຈາກວັດຸຖດັ່ງກ່າວທີ່ໄດ້ໃນທີ່ນັ້ນແລ້ວ ຍັງພົບວ່າສະຖານທີ່ດັ່ງກ່າວ ເປັນເມືອງບຸຮານ ມີຫຼັກຖານເສົາເສມາຫຼັກເມືອງຊົງກົມຫຼັກໃຫຍ່, ກຳແພງເມືອງຂະໜາດໃຫຍ່ອ້ອມເນັ່ງເມືອງ, ໜອງຂຸດ 4 ຫຼ່ຽມ 2 ໜອງ, ພ້ອມດ້ວຍໜອງເຮືອທອງ ທີ່ທ່ານໍ້າເຊບັ້ງໄຟ ເປັນພະລານຫີນ ພົບຮອຍເສົາຝັງລົງໃນຫີນ ແລະບໍລິເວນອ້ອມໝູ່ບ້ານຈະພົບສີມາຫີນສະໄໝສີໂຄດ ສະຖານທີ່ດັ່ງກ່າວກໍເປັນສະຖານທີອັດສະຈັນ ຄືທີ່ໜອງໃນບໍລິເວນປ່ານອກບ້ານໜອງເຮືອທອງນັ້ນ ເປັນໜອງໃຫຍ່ ແລະເປັນສິ່ງທີ່ແປກປະຫຼາດ ຄືວັນສິນ ດອກບົວ ແລະໃບບົວຈະປິ່ນໄປທາງຕາເວັນອອກໝົດ.
- ນັ້ນຄື ສິ່ງຢັ້ງຢືນໃຫ້ເຫັນວ່າ "ອານາຈັກສີໂຄຕະບອງເປັນອານາຈັກເກົ່າແກ່ມາດົນນານແລ້ວ ແລະອາດຈະຄາດການໄດ້ວ່າ ອານາຈັກສີໂຄຕຕະບອງ ເປັນສູນກາງຂອງສຸວັນນະພູມ ເຊີ່ງເປັນອານາຈັກເກົ່າແກ່ໃນດິດນແດນນີ້ ເພາະຫຼັກຖານແວດລ້ອມໄດ້ຢັ້ງຢືນເຊັ່ນນັ້ນ ໂດຍສະເພາະແມ່ນເມືອທ່າແຂກນັ້ນ ຫຼັກຖານຢັ້ງຢືນວ່າເປັນທ່ານຂອງແຂກ ທີ່ທຽວລະຫວ່າງຝັ່ງຕາເວັນຕົກ "ທະວາຣະວະດີ" ກັບຝັ່ງຕາເວັນອອກ ຄືເມືອງເວ້ ແງະອານ ເກືອລຳ ຫຼືເມືອງສຳຄັນໃດໆ ອັນເປັນເມືອງທ່ານ ຫາກເປັນເຊັ່ນນັ້ນ ເມືອງສີໂຄຕຕະບອງ ຄືສູນກາງຂອງ ເມືອງບູຮານ.
- ສິ່ງຢັ້ງຢືນອິກຢ່າງໜຶ່ງວ່າ ເມືອງສີໂຄດຕະບອງນັ້ນ ເປັນເມືອງຂອງຕຄົນລາວ ເພາະຄົນາລາວເອງນັ້ນ ມີສາສນາ ແລະພິທີກັມຂອງຕົນເອງຄື ຖືສາສນາ(ລັດທິແຖນ), ນາກ ແລະຜີ ເຊິ່ງ ຄ້ອງບັ້ງນັ້ນແມ່ນເຄື່ອງມືໄວ້ສຳລັບໃຊ້ໃນພິທີກັມຂອງສາສນາ(ລັດທິແຖນຟ້າ) ເຊິ່ງຄ້ອງບັ້ງນີ້ ມີແຕ່ຊົນເຊື້ອຊາດອ້າຍລາວເທົ່ານັ້ນ ທີ່ນັບຖືສາສນາແຖນ ແລະຄ້ອງບັ້ງ, ຈະບໍ່ພົບການເຊື່ອຖືສາສານາແຖນ ໃນຊຸມຊົນຊາດຂອມ ແລະຈີນ, ເມື່ອພົບຄ້ອງບັ້ງ ໃນດິນແດນໃກ້ຄຽງກັນກັບວັດຖຸບູຮານ ອາຍຸ ໒໔໕໓ ປີ ໃນດິນແດນດຽວກັນ ເຮັດໃຫ້ສັນນະຖານໄວ້ວ່າ ອານາຈັກສີໂຄຕບອງນັ້ນ ບໍ່ແມ່ນເມືອງຂອມ ສິລະປະທີ່ພົບໃນບ້ານໜອງເຮືອທອງນັ້ນ ເປັນສີລປະຕ່າງຈາກສິນລະປະຂອມ ຫາກເບິ່ງຕາມໜັງສືອຸຣັງຄະນິທານແລ້ວ ຊົນຊາດໃນເມືອງສີໂຄຕະບຸຣະ ແລະຈັນທະບູຣີນັ້ນນັບຖືນາກຈະແຈ້ງ ສະນັ້ນທິດສະດີ ທີ່ວ່າໄທຍ໌ ຢູ່ນີ້ແລ້ວ "ຢູ່ອຸສາຄະເນຍ໌" ຕາມທິດສະດີໃໝ່ ຂອງໄທຍ໌ຕັ້ງຂຶ້ນ ມັນກໍຢັ້ງຢືນວ່າ "ລາວ" ອັນເປັນຊາດເກົ່າແກ່ກໍຢູ່ອຸສາຄະເນນີ້, ແລ້ວລະຫວ່າງໄທຍ໌ ກັບລາວນັ້ນ ຈັກຕ້ອງມີທີ່ມາຢັ້ງຢືນວ່າ "ລາວ" ເປັນຊົນຊາດທີ່ເກົ່າ ແລະເປັນຊື່ຂອງຊົນຊາດ ເຊິ່ງມີຊົນຊາດໄທຕ່າງໆ ເປັນກຸ່ມຍ່ອຍ ລວມຊົນຊາດຕ່າງໆເຂົ້າກັນຈຶ່ງ ຈຶ່ງເປັນຊາດລາວ ສະຫະຊາດນັ້ນເອງ.
No comments:
Post a Comment