24 July 2008

ກຳແພງວຽງບູຮານ


- ນັບຈາກທິດໃຕ້ ເລີ່ມຈາກສົ້ນຖະນົນກຳແພງວຽງ(ກຳແພງເມືອງດ້ານທິດຕາເວັນອອກ-ບ້ານໜອງໄຮ) ທີ່ນັ້ນເປັນຕູວຽງ ດ້ານທິດຕາເວັນອອກ ຍັງປາກົດເຫັນຊາກຫັກພັງຂອງປະຕູວຽງ ແລະກໍາແພງວຽງ(ທີ່ນີ້ອາດເປັນປະຕູວຽງທີ່ເຈົ້າຣາຊະວົງເປີດປະຕູໃຫ້ສຍາມເຂົ້າວຽງໄດ້ກໍບໍ່ຮູ້) ລຽນໄປຮອດຈີນາຍໂມ້ ແລະອ້ອມໄປທາງບ້ານໜອງໄຮ ລຽບຕາມແຄມບຶງ ຖນົນກໍາວຽງ ຜ່ານບ້ານດອນກອຍ ໂພນທັນ ເຂົ້າສູ່ບ້ານວຽງຈະເຣີນທາດຫຼວງໃຕ້ ມີບຶງທາດຫຼວງເປັນກຳແພງນໍ້າ ແລ້ວເລີຍໄປຮອດຮອດໜ້າວິທະຍາໄລລາວ-ອະເມຣິກາ ມີຮ່ອງແຊງເປັນກຳແພງນໍ້າ ຜ່ານບ້ານຮ່ອງໄກ່ແກ້ວ ຕົກໃສ່ຂົວດອນແດງ ທີ່ນໍ້າສັກ ອອກໃສບ້ານໜອງບົວທອງບ້ານສີຊົມຊື່ນ ແລ້ວກໍໄປທີ່ບ້ານຈອມໄຕ ດົງນາໂຊກ ເຖິງປາກທ້າງ (ທີ່ດົງປາກທ້າງ ອາດເປັນປັກຕູວຽງດ້ານທິດເໜືອ) ຈຶ່ງເຂົ້າໄປເດີນຍົນຮອດ ສາມແຍກເກົ້າລ້ຽວລົງຮອດນໍ້າຂອງ ກ່ອນຈະຂ້າມໄປຝັ່ງສີຊຽງໃໝ່ ແລ້ວອ້ອມໄປເມືອງພັນພ້າວ ທີ່ວັດແດນເມືອງ ກ່ອນທີ່ຈະກັບລົງນໍ້າຂອງອີກຄັ້ງ ທີ່ບ້ານວຽງຄຸກ (ຈາກບ້ານປາກທ້າງໄປ ບໍ່ເຫັນຮ່ອງຮອຍກຳແພງ ຄົງຈະຖືກທໍາລາຍດ້ວຍການພັດທະນາ ວຽງຈັນໄປໃນເມື່ອກ່ອນ) ນີ້ແມ່ນກຳແພງວຽງ(ນະຄອນຈັນທະບູຣີສີສັຕນາກຄະນາຫຸດອຸດຕະມະຣາຊະທານີ ແຫ່ງລ້ານຊ້າງ) ໂດຍເລີ່ມຈາກສະໄໝພຣະເຈົ້າໄຊຍະເຊດຖາທິຣາດເປັນຕົ້ນມາ, ຍັງປາກົດເປັນຮູບກຳແພງຈະແຈ້ງ ເມື່ອເບິ່ງໃນ google earth ສ່ອງລົງມາ, ນັບຈາກໜ້າວິທະຍາໄລລາວອະເມຣິກາແລ້ວ ບ້ານເຮືອນເກີດຂຶ້ນຫຼວງ ຫຼາຍຈຶ່ງບໍ່ປາກົດເຫັນຈະແຈ້ງ ແຕ່ພໍຕາມຮ່ອງຮອຍຫຼກຖານຂອງກຳແພງເມືອງເກົ່າເປັນຍ່ານໆໄປ.

No comments:

Post a Comment