12 July 2008

ຊົນຊາດລາວມາຈາກໃສ ?


ຊົນຊາດລາວມາຈາກໃສ ?

- ເຣື່ອງແຫຼ່ງກຳເນີດຂອງຊົນຊາດລາວນັ້ນ ເປັນທີ່ໜ້າສົນໃຈ ແລະຄວນແກ່ການສຶກສາ ສໍາລັບນັກມະນຸດວິທະຍາ ແລະນັກປະວັດສາດເປັນຢ່າງຍິ່ງ, ເໜືອໄປກວ່ານັ້ນພົນລະເມືອງລາວທຸກຄົນຄວນຈະຮູ້ຕົ້ນກໍາເນີດຂອງຕົນໃຫ້ຈະແຈ້ງ ຈຶ່ງຈະມີຄວາມພາກພູມໃຈໃນຊາດຂອງຕົນ.

- ການສຶກສາເລື່ອງນີ້ນັກປະຫວັດສາດຂອງລາວບໍ່ວ່າຈະເປັນອູ່ຄຳ ພົມວົງສາ, ເຈົ້າຄຳໝັ້ນ ວົງກົດ ຣັດຕະນະ ແລະ ມະຫາສີລາ ວິຣະວົງ ແລະນັກປະຫວັດສາດລາວຜູ້ອື່ນໆ ກໍກ່າວເຖິງ, ນອກຈາກນັ້ນນັກປະຫວັດສາດຂອງໄທຍ໌ ຫຼາຍທ່ານທັງອະດີດປັດຈຸບັນກໍໄດ້ກ່າວເຖິງ ທີ່ມາຂອງຊົນຊາດໄທ ຫຼືໄທລາວໃນລັກສະນະເໝືອນກັນນີ້ ຕະຫຼອດທັງນັກ ປະວັດສາດຕ່າງປະເທດ ກໍຄືຫຼັກການນີ້ສຶກສາທີ່ມາຂອງຊົນຊາດລາວແລະໄທຍ໌ໄວ້ໃນທຳນອງດຽວກັນ ຈຶ່ງນັບວ່າເປັນ ບັນທັດຖານຂອງການຄົ້ນຄວ້າເຣື່ອງນີ້ເປັນຢ່າງຍິ່ງ ເນື່ອງຈາກສອງຊາດນີ້ມີທີ່ມາ ແລະຮາກເຫງົ້າບັນພະບູລຸດດຽວກັນ.

- ຫຼັກຖານທີ່ຈະກ່າວຕໍ່ໄປນີ້ ແມ່ນອີງຕາມຫຼັກຖານທາງບູຮານຄະດີ ເຊິ່ງສຶກສາກັນມາເຫິງສົມຄວນ ຈົນເຮັດໃຫ້ ເກີດມີທິດສະດີວ່າດ້ວຍແຫຼ່ງກຳເນີດຂອງຄົນລາວມີກັນຢູ່ສອງທິດສະດີ ຄືທິດສະດີເກົ່າ ແລະທິດສະດີໃໝ່.

ທິດສະດີເກົ່າ:

- ນັກມະນຸດວິທະຍາ ແລະນັກປະວັດສາດ ແລະມະນຸດວິທະຍາສັນນິດຖານວ່າຊົນຊາດລາວ ມີສື່ວ່າອ້າຍລາວ ແຕ່ເດີມ ມີພູມລຳເນົາຢູ່ທາງຕເວັນອອກສ່ຽງໃຕ້ ແລະພາກໃຕ້ຂອງຈີນ ແຖບມົນທົນກວາງຕຸງຂອງຈຸບັນນີ້ Dr. William Dodd ຄຸນພໍ່ສອນສາສະໜາ ໄດ້ສະເໜີຂໍ້ຄິດເຫັນດັ່ງກ່າວໄວ້ໃນໜັງສື "The Thai Face Elder Brother of the Chinese" ເຊິ່ງກົງກັບນັກປະວັດສາດຊາວເຍັຍຣະມັນຊື່ Wolfram Eberhard ທີ່ໄດ້ອາໄສຫຼັກ Cultural Anthropology ທີ່ວ່າຊົນຊາດໄທ(ເຜົ່າໄທທັງມວນ-ລວມເຖິງລາວ ແລະໄທຍ໌ ດ້ວຍ-ຜູ້ຂຽນ) ມີແຫຼ່ງກຳເນີດຢູ່ທາງຕາເວັນອອກຂອງມົນທົນ Shang ຢູ່ໃນບໍຣິເວນມົນທົນກວາງຕຸງ ມີນັກປະວັດສາດຂອງໄທຍ໌ ເຊັ່ນ ຂຸນວິຈິຕຣ໌ວາທະກາຣ ກ່າວວ່າ “ຊົນຊາດໄທຍ໌ນັ້ນ ແຕ່ເດີມມີຫຼັກແຫຼ່ງຢູ່ແຖບ ບໍຣິເວນພູເຂົາອັລໄຕ(Altai) ມີບາງທ່ານສັນນິຖານວ່າ ເພາະມີຄຳລົງທ້າຍວ່າ Tai ເຊິ່ງທີ່ຈິງນັ້ນ ຄຳວ່າອັລໄຕ (Altai) ເປັນພາສາມົງໂກລີ ແປວ່າ “ຄຳ” ພູເຂົາອັລໄຕຈຶ່ງຊື່ວ່າ “ພູເຂົາຄຳ” ບໍ່ແມ່ນຄຳວ່າ “ອັລ” ລວມກັບ “ໄຕ” ຢ່າງທີ່ເຂົ້າໃຈກັນ ເປັນອັລໄຕ ມັນເປັນຄຳປະໂຍກດຽວ.

- ຕໍ່ມາເມື່ອ 1028 ປີກ່ອນຄຣິດຕະສັງກຣາດ ຫຼື 485 ກ່ອນພຸດທະສັງກຣາດ ຣາຊະວົງໂຈວ໌ ເຊິ່ງເປັນຈີນແທ້ ໄດ້ໂຈມຕີຣາຊະວົງສາງສຳເຣັດ ຊົນຊາດອ້າຍລາວຈຶ່ງໄດ້ ອົບພະຍົບລົງມາຕາມລຳນໍ້າແຢັງຊີກຽງ ໄປຍັງມົນທົນເສສວນ ແລະຢູນານ ໂດຍມີເມືອງສຳຄັນຈາລືກໄວ້ໃນຈົດໝາຍເຫດຂອງຈີນ ຄື ເມືອງເສິນຕູ ແລະຄຸນມິງ ໃນພຸດທະສະຕະວັດທີ 13 ຊົນຊາດອ້າຍລາວ ຈຶ່ງໄດ້ແຍກອອກໄປຢ່າງກະຈັດກະຈາຍໄປໃນທີ່ຕ່າງໆ ໃນແຄ້ວນຢູ່ ນານຂອງປະເທດຈີນປັດຈຸ ບັນ.

- ສຳລັບເລື່ອງແນວຄິດອົບພະຍົບລົງຈາກເສສວນ ຈົນເຖິງຢູນານນັ້ນ ໄດ້ເປັນທີ່ຍອມຮັບຂອງ ດຣ.ຂະຈອນ ສຸຂພານິດ ນັກປະຫວັດສາດໄທຍ໌ ເຊິ່ງໄດ້ໃຊ້ເວລາສຶກສາ ແຫຼ່ງກຳເນີດຂອງຊົນຊາດໄທຍ໌ຫຼາຍປີ ທ່ານໄດ້ຂຽນໄວ້ໃນໜັງສືຊື່ “ຖິ່ນກຳເນີດ ແລະແນວການອົບພະຍົບຂອງເຜົ່າໄທຍ໌” ນອກຈາກນັ້ນທ່ານເຣື່ອງເດດ ບັນເຂື່ອນຂິດ ກໍໄດ້ຂຽນໜັງສື “ພາສາຖິ່ນຕະກູນໄທຍ໌” ກໍເຊັ່ນດຽວກັບນັກປະວັດສາດລາວ ເຊິ່ງທ່ານອູ່ຄຳ ພົມວົງສາ, ກໍເວົ້າເຖິງການກຳເນີດ ແລະການອົບພະຍົບຂອງຊົນຊາດອ້າຍລາວໃນໜັງສື ຂອງທ່ານໃນນັ້ນທ່ານມະຫາສີລາ ວິຣະວົງ ແລະເຈົ້າຄຳໝັ້ນ ວົງກົດຣັດຕະນະ ກໍໄດ້ມີຄວາມເຫັນເປັນເອກະສັນກັນໃນເຣື່ອງນີ້ ເຊິ່ງຖືວ່າກົງກັບຄວາມຂອງພຣະຍາອະນຸມານຣາຊະທົນ ຕະຫຼອດທັງນັກປະຫວັດສາດ ຮ່ວມສະໄໝກັບທ່ານຂອງໄທຍ໌ ໄດ້ມີຄວາມເຫັນເປັນໄປໃນທາງດຽວກັນ ແມ່ນແຕ່ທ່ານ Wolfram Eberhard ກໍມີຄວາມເຫັນເປັນໄປໃນທາງດຽວກັນ ນອກຈາກນັ້ນ ຍັງໄດ້ສະໜັບສະໜູນການອົບພະ ຍົບຂອງຄົນອ້າຍລາວ(ໄຕລາວ)ໄດ້ຕັ້ງອານາຈັກໃນມົນທົນກວາງຕຸງອີກ.

- ຈາກພຸດທະສະຕະວັດ ທີ ໑໓-໑໕ ຊົນຊາດອ້າຍລາວ ສາມາດລວມຕົວກັນເປັນອານາຈັກ ຮຽກວ່າອານາຈັກນ່ານ ເຈົ້າ ເຊິ່ງແປວ່າ “ເຈົ້າທິດໃຕ້” ເຊິ່ງກໍໄດ້ສູນສິ້ນຊື່ລົງເມືອ່ປີ ຄ.ສ 1253 ເພາະຈັກກະພັດຈີນອົງແຮກໃນຣາຊະວົງ ຫຍວນ ຄືພຣະເຈົ້າກຸບໄລຂ່ານ ຜູ້ນຳຊາດມົງໂກລີໄດ້ຍົກທັບມາຕີນ່ານເຈົ້າແຕກໄປ ຊົນຊາດອ້າຍລາວ ນັ້ນກໍໄດ້ແບ່ງ ກັນເປັນສອງພວກໃນເວລານີ້ ຕາມທັດສະນະທາງປະຫວັດສາດ ຂອງນັກປະຫວັດສາດລາວ ແລະໄທຍ໌ ໃຫ້ຄວາມ ເຫັນວ່າຊົນອ້າຍລາວ ແບ່ງກັນເປັນສອງພວກ ພວກໜຶ່ງຊື່ວ່າໄທລາວ ອີກພວກໜຶ່ງຊື່ວ່າງາຍລາວ, ຊົນຊາດໄທລາວ-ງາຍລາວ ຈຶ່ງຕ້ອງອົບພະຍົບລົງມາໃນດິນແດນສຸວັນນະພູມ ເຊິ່ງຕໍ່ມາໄດ້ສ້າງຕັ້ງອານາຈັກ ລາວຈົກ(ລາວຈັກກະຣາດ) ມີອານາຈັກນ້ອຍໃຫຍ່ຢູ່ແຄມນໍ້າປິງ, ຍົມ, ນ່ານ ແລະອິຣະວະດີ ແລະແມ່ນໍ້າຂອງຕອນເໜືອ, ສ່ວນໄທລາວອີກ ພວກໜຶ່ງມີອານາຈັກສໍາຄັນຢູ່ສຸວັນນະໂຄມຄໍາ ມີເມືອງເປັນເມືອງສຳຄັນ,ໄຕລາວ ທີ່ທີ່ຮຽກຕົນເອງວ່າ “ຈະຮຽກອານາ ຈັກຕົນວ່າອານາຈັກລ້ານຊ້າງ”, ມີຫົວເມືອງນ້ອຍໃຫຍ່ຢາຍຢູ່ຕາມແມ່ນໍ້າຂອງ ແລະແມ່ນໍ້າສາຂາຂຶ້ນໄປຮອດພູພຽງ ລົງໃນ ແຖບແມ່ນຳ້ຂອງ ໄດ້ຕໍ່ສູ້ກັບຊົນຊາດເດີມຄືຂອມດຳ ເຊິ່ງໄດ້ແມ່ນອິດທິພົນເໜືອຊົນຊາດລວ້າ(ບໍ່ແມ່ນລາວະ ຫຼືລະວຸ
) ກ່ອນໜ້ານີ້ ຈຶ່ງເອົາຊະນະເຈົ້າຂອງຖິ່ນເດີມ ຄືຂອມແລະລະວ້າ ແລ້ວຂະຫຍາຍອຳນາດຂອງຕົນກວ້າງ ຂວາງອອກໄປ ຮອດແມ່ນຳ້ປິງ-ຍົມນ່ານ ຊົນຊາດໄທລາວຈົກ ກໍຕັ້ງອານາຈັກຂອງຕົນທີ່ແຄວ້ນຫາຣິພຸນໄຊ ເຊິ່ງມີຂອມ ແລະລະວ້າເປັນເຈົ້າຂອງເດີມສຳເຣັດ ພາຍລຸນມາຈຶ່ງໄດ້ຕັ້ງອານາຈັກລ້ານນາໃນໄລຍະຫຼັງ, ໄທລາວອີກພວກໜຶ່ງ ໄດ້ເຂົ້າຢຶດອຳນາດຂອງຂອມທີ່ແຄວ້ນສຸໂຂໄທ ສະຖາປານາຕົນເປັນຣັດໄທ(ບໍ່ແມ່ນໄທຍ໌)ຈະແຈ້ງ, ອານາຈັກສຸໂຂໄທ ໄດ້ຕົກຢູ່ໃນອຳນາດຂອງຂອມລົບບູຣີ ເຊິ່ງເຊື່ອວ່າເຈົ້າຂອງດິນແດນລົບບູຣີນັ້ນແມ່ນອານາຈັກຂອງອ້າຍລາວພວກໜຶ່ງ ທີ່ອົບພະຍົບລົງມາກ່ອນໄທລາວ ແຕ່ຢູ່ພາຍໃຕ້ອຳນາດຂອງຂອມທີ່ຂະຫຍາຍອິດທິພົນຂຶ້ນມາຕອນຫຼັງ ເພາະເຮົາພົບ ຫຼັກຖານຂອງລົບບູຣີ ເປັນນາມເມືອງວ່າ ລາວະຣະຖະ ເມື່ອຂອມຄ່ອຍໆ ເຊື່ອອຳນາດລົງໄທລາວ ກໍລວມຕົວກັນມີ ພະລັງເຂັ້ມແຂງ ກໍປະກາດຕົວເປັນອິດສະຣະພາບ ມີເມືອງສຸໂຂໄທເປັນຣາຊະທານີ, ພວກໜຶ່ງກໍປະກາດຕົນເປັນອານາ ຈັກລາວຈັກກະຣາດລ້ານນາ ມີຊຽງໃໝ່ເປັນຣາຊະທານີ ເຊິ່ງມີລາວຈັກກະຣາດເຜົ່າຍວນ(ໂຍນ)ກໍາອຳນາດ ແລະມີໄຕ ລາວເຜົ່າອື່ນໆເປັນເມືອງບໍຣິວານ ສ່ວນເມືອງລົບບູຣີ ກໍກາຍເປັນເມືອງຮອງທີ່ໄຮ້ອຳນາດລົງ, ສ່ວນລາວອີກພວກໜຶ່ງ ໄດ້ລົງໄປຕາມແມ່ນໍ້າເຈົ້າພຣະຍາ ຕັ້ງບ້ານເຮືອນຂອງຕົນໃນດິນແດນຂອງສາມເທດ ຫຼືສຍາມປະເທດ ເຊິ່ງມີອຳນາດ ເຂັ້ມແຂງຢູ່ແຄວ້ນອະໂຍທະຍາ, ຊາວສຍາມນັ້ນສັນນິຖານວ່າ ເປັນຊົນເຜົ່າໜຶ່ງຂອງຂອມ ແຕ່ມີອຳນາດຕັ້ງຣັດຂອງ ຕົນໄດ້ ເມື່ອຄົນໄທລາວເຂົ້າໄປຕັ້ງບ້ານເຮືອນຢູ່ໃນອານາເຂດຂອງສຍາມ ເຣືອງເດດ ປັນເຂື່ອນຂິດ ໃຫ້ທັດສະນະວ່າ “ລາວໄດ້ອົບພະຍົບລົງມາຢູ່ໃນດິນແດນຂອມສຍາມ ກໍໄດ້ກືນຊາດສຍາມ ທາງວັດທະນະທຳສາຍເລືອດ ແລະພາສາ…” ເຮັດໃຫ້ຊົນຊາດສຍາມ ໄດ້ຮັບວັດທະນະທັມໄທລາວຫຼາຍຂຶ້ນ ການທີ່ໄທລາວສາມາດກືນຊາດສຍາມດ້ວຍວັດທະນະທຳ, ພາສາ ແລະສາຍເລືອດໄດ້ນັ້ນ ທາງໜຶ່ງສັນນິຖານວ່າ “ຄົນໄທລາວມີຈຳນວນຫຼວງຫຼາຍກວ່າສຍາມ ເຊິ່ງໃນຂະນະ ນັ້ນສຍາມເອງກໍທຳສົງຄາມ ແລະເປັນຄູ່ອາຣິກັບຂອມຢູ່, ສຍາມຕ້ອງການກຳລັງພົນທີ່ຈະຕໍ່ສູ້ກັບຂອມ ສຍາມຈຶ່ງທຳ ຕົວເປັນມິດກັບຄົນໄທລາວ ຄັນການເວລາລ່ວງໄປລາວກໍໄດ້ເຂົ້າໄປມີບົດບາດໃນອຳນາດລັດຂອງສຍາມ ແລ້ວກໍໄດ້ແຕ່ງ ງານກັບຄົນສຍາມຫຼາຍຂຶ້ນ ແລ້ວກໍເຜີຍແຜ່ພາສາ ແລະວັດທະນະ ທຳຂອງຕົນເໜືອສຍາມ ເຮັດໃຫ້ສຍາມດຳຣົງວັດ ທະນະທຳຂອງໄທລາວຢ່າງແຍກບໍ່ອອກ ຈຶ່ງເຮັດໃຫ້ສຍາມບໍ່ໄດ້ລັງກຽດພວກໄທລາວ ທີ່ອົບພະຍົບລົງໄປຢູ່ໃນດິນແດນ ຂອງຕົນ, ເຖິງຕອນນີ້ວັດທະນະທຳສຍາມແທ້ໄດ້ສູນສິ້ນໄປແລ້ວ ສຍາມຈຶ່ງຕ້ອງໃຊ້ວັດທະນະທຳທາງພາ ສາຂອງ ໄທລາວ. 

- ສ່ວນໄທລາວອີກພວກໜຶ່ງລົງມາທາງນໍ້າຂອງຕອນກາງ ແລະຕອນໃຕ້ໄດ້ຕໍ່ສູ້ກັບຊົນຊາດຂອມເຜົ່າຊວາ ໄດ້ໄຊຊະນະແລ້ວກໍສ້າງຕັ້ງອານາຈັກຂອງຕົນທີ່ຊຽງດົງ ແລ້ວປ່ຽນຊື່ເມືອງຊຽງດົງ ເປັນຊຽງທອງ ຮຽກວ່າອານາ ຈັກລ້ານຊ້າງ, ສ່ວນອີກພວກໜຶ່ງ ລົງໄປຂັບໄລ່ຂອມອອກຈາກອານາຈັກຊາຍຟອງ(ຈັນທະບູຣີ) ເຊິ່ງເປັນສູນກາງ ຂອງຂອມໃນລ່ອງແມ່ນຳ້ຂອງ ແລ້ວສ້າງອານາຈັກຂອງຕົນຂຶ້ນຊື່ວ່າ “ອານາຈັກຈັນທະບູຣີ”(ຄືວຽງຈັນປັດຈຸບັນ) ແລ້ວລາວຈຳນວນໜຶ່ງກໍລົງໄປທາງໃຕ້ ໂດຍຢູ່ຮ່ວມກັບຊົນຊາດຂອມພວກໜຶ່ງໃນອານາຈັກສີໂຄຕະປຸຣະ ຈົນໃນ ທີ່ສຸດຂອງໃນອານາຈັກສີໂຄຕະປຸຣະກໍເສື່ອມອຳນາດລົງ ໄທລາວຈຶ່ງເຂົ້າມີອຳນາດບົດບາດໃນເມືອງສີໂຄຕະປຸຣະ, ໃນອານາຈັກຈັນທະບູຣີ ແລະສີໂຄຕະປຸຣະການມີອຳນາດບົດບາດທາງວັດທະນະທຳ ແລະພາສາ ຕະຫຼອດທັງອໍານາດ ທາງການເມືອງ ແລະການປົກຄອງຂອງຄົນໄທລາວໃນດິນແດນຂອງຂອມເດີມ ໃນລ່ອງແມ່ນໍ້າຂອງ ຄົງຈະເປັນໄປ ໃນທາງດຽວກັບທີ່ໄທລາວໄປມິບົດບາດເໜືອສຍາມ.

- George Caedes ຊາວຝຣັ່ງເສດ ໄດ້ສະໜັບສະໜູນທິດສະດີນີ້ ສະຫຼຸບວ່າ “ຊົນຊາດໄທ(ລາວ)ອົບພະຍົບ ລົງໃຕ້ ໂດຍອາໄສແມ່ນໍ້າເປັນຫຼັກ ເປັນການອົບພະຍົບຢ່າງຄ່ອຍເປັນຄ່ອຍໄປ ເມື່ອອານາຈັກນ່ານເຈົ້າຖືກພວກມົງໂກ ລີຮຸກຮນານ ຄົນໄທ(ລາວ)ຈຳນວນຫຼວງຫຼາຍອາໄສແມ່ນຳ້ສອງສາຍ ຄືລຳນໍ້າຂອງ ແລ້ວມາຕັ້ງຫຼັກແຫຼ່ງທີ່ອານາ ຈັກລ້ານຊ້າງ(ຫຼວງພຣະບາງ-ວຽງຈັນ-ສີໂຄດ)ແລະລ້ານນາ(ຊຽງແສນ,ຊຽງໃໝ່) ແລະສຸໂຂໄທ ສ່ວນທີ່ອົບພະຍົບໄປ ຕາລຳນໍ້າສາຣະວິນນັ້ນ ໄດ້ຕັ້ງຫຼັກແຫຼງເຖິງແຄວ້ນອັດສັມຂອງອິນເດັຍ ແລະຣັດສານຂອງພະມ້າກໍມີ” ຫາກຖືເອົາ ຕາມຄວາມເປັນຈິງນີ້ ກໍເຮັດໃຫ້ຫຼັກຖານທາງວັນນະຄະດີລາວປະເພດຕຳນານພົ້ນເດັ່ນຂຶ້ນ ໃນຖານະທາງປະວັດສາດ ປະເພດຕຳນານ ໒ ເລື່ອງ ຄື ໜັງສືອຸຣັງຄະນິທານ ແລະໜັງສືຂຸນບູຣົມ ແລະເຮັດໃຫ້ວັດທະນະທຳຂອງບັນດາຊົນຊາດ ທີ່ຖືແຖນ ແລະນາກຄືພວກດຽວກັນ ເຊັ່ນລາວລ້ານຊ້າງ ແລະລາວລ້ານນາ ອາດລວມເຖິງໄທລາວສຸໂຂໄທດ້ວຍ ທີ່ນັບ ຖືນາກ ແລະແຖນຄືຊົນຊາດດຽວກັນ, ທິດສະດີນີອາດຊິກ່ຽວຂ້ອງກັບຄ້ອງບັ້ງ ທີ່ບໍ່ຄຳເຊໂປນ ແລະເຄື່ອງເງິນຄຳ ທີ່ ບ້ານໜອງເຮືອທອງ ທີ່ລາວເຮົາຄົ້ນພົບໃນປີ ໒໐໐໘ ນີ້ດ້ວຍ.

ທິດສະດີໃໝ່.(ໂຜດຕິດຕາມຕໍ່ໄປ)

(ຢາກໃຫ້ພີ່ນ້ອງມີຄວາມເຫັນ ແລະແກ້ໄຂຊ່ວຍໃນການຂຽນ ແລະເນື້ອໃນຕລອດທັງຫຼັກຖານອື່ນທີ່ອາດມີນຳ້ໜັກກວ່າ)


ອ້ອງອິງ
http://ulfasso.com/upload/actu/pdf/2085_qz8tamwkykAVVq5TSpGX.pdf?PHPSESSID=d9c1ef77b2ae76652c069c823005cfbc

No comments:

Post a Comment