29 May 2011

ວັສ, ທົ​​ສວັສ, ສຕວັສ, ສຫັສວັສ

ວັສສະ ອ່ານວ່າ (ວັດສະ) ຂຽນ ພຣັສສະ (ພຣັດສາ) ກໍໄດ້ ມີຮາກສັບມາຈາກພາສາປາລີ ວັສສະ ສັນສະກຣິສວ່າ ວຣັສສະ ແປວ່າ ຝົນ, ຫຼືປີ ຄືປີໜຶ່ງມີໜຶ່ງຣະດູຝົນ, ຖ້າຂຽນວ່າພັນສາ ຫຼືວັນສາ ກໍແປວ່າຣະດູຝົນ ເຊັ່ນເຂົ້າພັນສາ ແປວ່າເຂົ້າຣະດູຝົນ, ຕາມພຸດທະບັນຍັດ ແລະເປັນປະເພນີທາງພຸດທະສາສນາ ຄືວັນທີ່ພຣະສົງເລີ່ມເຂົ້າຈຳພັນສາ ແຮມ ໑ ຄໍາເດືອນ ໘ ມີບົດບັນຍັດຫ້າມບໍ່ໃຫ້ໄປແຮມຄືນນອກອາວາດ ເຫດຜົນ ຄືຍາມຝົນປະຊາຊົນທໍານາການເຜີຍແຜ່ສາສນາບໍ່ສະດວກ ທັງແກ່ພຣະພິກຂຸເອງ ແລະຍາດໂຍມ ພຣະສົງເດີນໄປທາງໃດເປັນໝູ່ຄະນະໃຫຍ່ອາດຢຽບຄັນນາເຂົາເພພັງໄດ້.

ຄໍາວ່າ ວັສສະ ປະກອບຄໍາທີ່ບອກຈໍານວນເຂົ້າ ມີຄວາມໝາຍແຕກຕ່າງກັນດັ່ງນີ້ ທົສວັສ, ສຕວັສ ແລະສຫັສວັສ.
- ທົສວັສ ມາຈາກຄຳວ່າ ທສ+ວສສ, (ທສ ອ່ານ ທະສະ) ທະສະ ແປວ່າ ສິບ, ວສສ ແປວ່າຝົນ ເມື່ອປະກອບຄໍາເຂົ້າ ທສວສສ ແປວ່າ ສິບຝົນ ປີໜຶ່ງ ມີໜຶ່ງຝົນ ສະນັ້ນໃນຄໍາວ່າ ທສວສສ ຈຶ່ງແປວ່າ ສິບຝົນ ຫຼືສິບປີ ເວລາຂຽນເປັນພາສາລາວ ຂຽນວ່າ ທະສະວັສສະ ທັສສະວັສສະ ແຕ່ດ້ວຍເຫດວ່າ ມີຫຼັກສົນທິ ຈຶ່ງຂຽນວ່າ ທັສວັສ ແຕ່ນິຍົມອ່ານເປັນ ທົສວັສ ພາຍລຸນມາມີການປ່ຽນແປງການຂຽນ ກໍຂຽນເປັນ ທົດສະວັດ ກໍແປວ່າສິບປີ.

- ສຕວສ ມາຈາກຄຳວ່າ ສຕ+ວສສ, (ສຕ ອ່ານ ສະຕະ) ສະຕະ ແປວ່າ ຮ້ອຍ, ວສສ ແປວ່າຝົນ ເມື່ອປະກອບຄໍາເຂົ້າ ສຕວສສ ແປວ່າ ຮ້ອຍຝົນ ປີໜຶ່ງມີໜຶ່ງຝົນ ຮ້ອຍປີມີຮ້ອຝົນ ສະນັ້ນໃນຄໍາວ່າ ສຕວສສ ຈຶ່ງແປວ່າ ຮ້ອຍປີ ເວລາຂຽນເປັນພາສາລາວ ຂຽນວ່າ ສະຕະວັສສະ ແຕ່ນິຍົມຂຽນເປັນ ສຕະວັສ ພາຍລຸນມາມີການປ່ຽນແປງການຂຽນ ກໍຂຽນເປັນ ສະຕະວັດ ກໍແປວ່າ ຮ້ອຍປີ.

- ສຫສວສສ ເປັນຄໍາໃໝ່ສຸດ ເກີດ ໑໙໙໙ ນີ້ເອງ(ທີ່ຈິງເກີດມາແຕ່ເຫິງ ແຕ່ໃຊ້ເປັນທາງການປີ ໑໙໙໙), ມາຈາກຄຳວ່າ ສຫສ+ວສສ, (ສຫສ ອ່ານ ສະຫັດສະ) ສຫັສສະ ແປວ່າ ພັນ, ວສສ ແປວ່າຝົນ ເມື່ອປະກອບຄໍາເຂົ້າ ສຫັສສະວັສ ແປວ່າ ພັນຝົນ ປີໜຶ່ງມີໜຶ່ງຝົນ ພັນຝົນມີພັນປີ ສະນັ້ນໃນຄໍາວ່າ ສຫສ ຈຶ່ງແປວ່າ ພັນປີ ເວລາຂຽນເປັນພາສາລາວ ຂຽນວ່າ ສຫັສວັສ ແຕ່ນິຍົມອ່ານເປັນ ສະຫັສສະວັສ ພາຍລຸນມາມີການປ່ຽນແປງການຂຽນ ກໍຂຽນເປັນ ສະຫັດສະວັດ ກໍແປວ່າ ພັນປີ.

- ສະຫັດສະວັດ ເປັນພັນປີ ເມື່ອປີ ໒໐໐໐ ຜ່ານມາ ເຂົ້າໃຊ້ຄໍາວ່າສະຫັດສະວັດທີສອງ ຫຼືບາງຄັ້ງກໍວ່າ ສະຫັດສະວັດສອງພັນ ຫຼືສະຫັດສະວັດໃໝ່ ພາສາສາ​​ກົນວ່າ Y2K ຄົນຢ້ານກັນທົ່ວທັງໂລກ.

- ໃນການປ່ຽນສະຫັດສະວັດ ໑໙໙໙ ເປັນ ໒໐໐໐ ພັນນັ້ນ, ຄົນທົ່ວໂລກແຕກຕື່ນກັນຢ້ານຄອມພິວເຕີຢຸດເດີນ ແລະຢ້ານມັນປ່ຽນເລກກັບໄປຫາ ໑໐໐໐ ຄືນ, ຂ່າວສານຂໍ້​ມູນຈະກັບໄປປີ ໑໐໐໐ ຊິເຮັດໃຫ້ເຄື່ອງຄອມພິວເຕີທີ່ສ້າງມາແຕ່ເກົ່າ ກັບອັນໃໝ່ເວົ້າຈາກັນບໍ່ຮູ້ເລື່ອງ (ທີ່ຈິງເປັນຈຸດອ່ອນຂອງຜູ້ສ້າງ ຄອມພິວເຕີ ທີ່ຕັ້ງເລກນັບໄວ້ພຽງ ໑໙໙໙ ເທົ່ານັ້ນ, ຈະວ່າເຂົາເຜີຕົວກໍບໍ່ແມ່ນ ຫາກມອງທາງໜຶ່ງແມ່ນການຕະຫຼາດຂອງພວກເຂົາ ເພື່ອຈະມີ ໂອກາດຂາຍຂອງ ແລະແລ້ວກໍເປັນຕາມຄວາມຈິງ ຫຼາຍປະເທດທຸ້ມເງິນສ້າງໂປແກຣມ ເພື່ອແກ້ໄຂຄອມພິວເຕີເກົ່າ ທີ່ມີເລກພຽງ ໑໙໙໙ ນັ້ນໝົດຫຼາຍຕື້ດອນລາ ປະເທດທີ່ສ້າງບໍ່ເປັນກໍຈົກເງິນຊື້ໂປແກຣມເປັນລ້ານເຕີບໆ ສໍາລັບປະເທດລາວປີນັ້ນ ຜູ້ຂຽນມາຈາກຕ່າງປະເທດ ໄດ້ພົບຜູ້ເຮັດວຽກທະນາຄານ ຖາມເຂົາວ່າບໍ່ຢ້ານ ສິ່ງທີ່ເຂົາຮຽກວ່າ Y2K ບໍ ? ເຂົາຕອບວ່າບໍ່ມີຄວາມຢ້ານກົວຫຍັງເລີຍ ສໍາລັບຂໍ້ມູນພາຍໃນພວກເຮົາເກັບໄວ້ແຟ້ມມາພ້ອມໆ ກັບຄອມພິວເຕີຮຽບຮ້ອຍ ເມື່ອໄປໃນຊຸມຊົນເມືອງກໍບໍ່ຢ້ານ ເພາະລັດບໍ່ພາຢ້ານ ຄົນຊົນນະບົດຍິ່ງບໍ່ຮູ້ເລື່ອງຖາມເຂົາ ກໍຕອບວ່າຊິລໍຖ້າເບິ່ງຊື່ໆ ຮາໆໆໆໆໆ ບາດຕ່າງປະເທດແມ່ນຢ້ານກັນຢ່າງໃຫຍ່.

No comments:

Post a Comment