26 May 2011

ປາຍຝັນວັນຂອງເຮົາ

ປາຍຝັນວັນຂອງເຮົາ
ນິດທະເນັ່ງນັ່ງເນີ້ງ ເນົາແນບຕັ່ງໄມ້ດູລາຍ
ໝອນໄມ້ໝູນງ່ອນພຽງ ຕ່າງຕຽງຫັຼບນິ້ງ
ນອນຢູ່ຕຶກເຈັດຊັ້ນ ເຮືອນໂຕເອງຫຼັງບັກໃຫຍ່
ຍອດຊໍ່ສູງສຽດຟ້າ ບໍ່ມີຮ້ອນເຮັ່ງໃຈ ທ່ານເອີຍ
ຄາວນັ້ນເນົາຢູ່ສ້າງ ເມືອງເອກນະຄອນຫຼວງ
ຈັນທະບູລີນະຄອນຄາມ ມິ່ງແມນວຽງຈັນກວ້າງ
ແສນສຸຂີເຫຼືອລົ້ນ ອະນັນຕັງເກີນຊິກ່າວ
ເມືອງລາວດິນລ້ານຊ້າງ ຄາວນີ້ຕ່າງຫັຼງ ແທ້ນາ
ສຸກຢູ່ໃນໂລກນີ້ ໃສຊິປຽບເມືອງລາວ ຮຽມນີ້
ແສນທີ່ພູມໃຈເຫຼືອ ຊາດລາວຈະເລີນລໍ້າ
ອັນວ່າແດນສຸຂະວະດີກ້ຳ ສະຫວັນຄຳທັງແທ່ງ
ມິອາດໄປ່ປຸນປຽບໄດ້ ຊີວິດຂ້ອຍຢູ່ກະເສີມ
ແນມເບິ່ງຂອງເຄື່ອງໃຊ້ ສັບພະສິ່ງມີໝົດ
ລົດລານພາຫານະ ຈອດເຕັມກາງບ້ານ
ໂຊເຟີຂັບມີພ້ອມ ສອງຄົນຄັນໜຶ່ງ
ຄົນຮັບໃຊ້ມີມາກລົ້ນ ຈຳໜ້າບໍ່ໄຫວ
ອັນວ່າຂອງເຄື່ອງໃຊ້ ເຈົ້າໜ້າທີ່ຈັດແຈງ
ຄົນເຮັດສວນທັງຄົວກິນ ແຕ່ງສັນປັນໄວ້
ຄົນທຳການງານສ້າງ ແລງງາຍລົງຕະຫຼາດ
ເຂົາກໍຈັດແຕ່ງຫ້າງ ບໍ່ມີເລື່ອງຍາກຊາ
ເວົ້າເລືື່ອງການຂາຍຄ້າ ວຽກງານໃຫຍ່ທຸລະກິດ
ພະນັກງານມີຄົບ ສັ່ງການບັນຊາໄດ້
ສ່ວນວ່າການງານນີ້ ເມັຍແພງຈັດທຸກຢ່າງ
ສ່ວນວ່າຕົວຜູ້ຂ້າ ເຮັດການສ້າງບ້ານເມືອງ
ທຸກມື້ຕື່ນແຕ່ເຊົ້າ ເຈັດໂມງເຄິ່ງຕາມກຳນົດ
ເລາະເດີ່ນເດີນຊົມສວນ ອອກກຳລັງກາຍເຂັ້ມ
ບາງວັນມີເວລາພ້ອມ ກໍໄປເດີນຢູ່ເດີ່ນໃຫຍ່
ຊົມອາກາດນອກບ້ານ ນຳເພື່ອນໝູ່ສະຫາຍ
ຄົນຂັບລົດສົ່ງໃຫ້ ໄປທີ່ສະໜາມຫຼວງ
ເຖິງເວລາຄວນກັບ ກໍຕ່າວຄືນມາບ້ານ
ອາບອົງສະສົງລ້າງ ກາຍາໃຫ້ຊ້ອຍຊື່ນ
ກິນອາຫານເຊົ້າແລ້ວ ກໍໄປວຽກຢູ່ກະຊວງ
ສ່ວນວ່າລູກມິ່ງເຄົ້າ ສຸດແສນຮັກມີສາມຄົນ ເທົ່ານັ້ນ
ຍິງໜຶ່ງຊາຍສອງຄົນ ເປັນຕາແພງທັງນັ້ນ
ເຂົາຫາກຮຽນຈົບຊັ້ນ ປະລິນຍາຕ່າງປະເທດ
ມາຊົດຊ່ວຍວຽກບ້ານ ທຳງານພ້ອມລັດຖະການ
ຊີວິດຜູ້ຂ້ານີ້ ຄວາມທຸກຍາກບໍ່ເຄີຍເຫັນ ທ່ານເອີຍ
ທັງກາງຄືນກາງເວັນ ທຸກບໍ່ມາວຽນໃກ້
ໃຜຊິທັນທຽມໄດ້ ປຸນປານຍາກຍິ່ງ
ສຸກຢູ່ໃຕ້ລຸ່ມຟ້າ ບໍ່ມີແລ້ວໂລກຄົນ
ທຸກສິ່ງລ້ວນ ມີມາກອຳນວຍໝົດ
ເງິນຄຳກອງ ໂກດກືໄຫຼທ້ອນ
ຍາມເມື່ອມີເວລາພ້ອມ ກໍເດີນຈອນທ່ອງທ່ຽວ
ດິນແດນໃຕ້ລຸ່ມຟ້າ ໄປມາແລ້ວທົ່ວທຸກຫົນ
ໃຜກໍໄຫຼຈົ້ນໆ ຢາກເປັນໝູ່ສະຫາຍເກີ
ທຸກແລງງາຍມີໝາຍນັດ ຕີກ໊ອຟບໍ່ວາຍເວັ້ນ
ຜູ້ສາວຮາມສາວນ້ອຍ ຢາກຮຽງສອງທຽມພ່າງ
ຊີວິດຜູ້ຂ້າເໝືອນດັ່ງໄດ້ຂຶ້ນຂີ່ຊ້າງ ເສດຕະສັດກັ້ງດັ່ງພະຍາ ທ່ານເອີຍ
ວັນໜຶ່ງ ຢູ່ທີ່ບ້ານຜູ້ຂ້າ ມີງານໃຫຍ່ສຳຄັນ
ສະຫຼອງງານເລື່ອນຍົດ ຕຳແໜ່ງສູງຜົນງານຊີ້
ໃຜກໍມາໂຮມເຕົ້າ ຍິນດີນຳຕຳແໜ່ງໃໝ່
ຍົກຈອກເຫຼົ້າ ໄຊໂຍຮ້ອງເປັ່ງສຽງ ມ່ວນເດ
ແມ້ງເມື່ອຄາວໜຶ່ງນັ້ນ ມັນຄັນຢູ່ຄາງກະໄຕ
ມືທາວຕົບຄວາມຄັນ ຕື່ນຕົວຕາຕຶ້ງ
ຫົວຕົກໝອນໝູນໄມ້ ຊູນຕຳກັບຂອບ ຕັ່ງນັ້ນ
ຫົວໂນນູນຈົນວ່າຊ້ຳ ຕື່ນຂຶ້ນພັດແມ່ນຝັນ ໜ່າຍເດ ເອະເອໆໆ

No comments:

Post a Comment