26 June 2008

ກໍລະນີພິພາດອິນດູຈີນ

ເລື່ອງຂອງເຂົາ ເຮົາຮູ້ໄດ້
໑. ກໍລະນີພິພາດອິນດູຈີນ
ເລື່ອງນີ້ກ່ຽວພັນໂດຍກົງກັບລາວ ເຖິງຖ້າບໍ່ແມ່ນວ່າກໍລະນີນີ້ລາວ ບໍ່ມີ ສ່ວນຮູ້ເຫັນກໍຕາມ ແຕ່ເຫດການມັນກ່ຽວພັນກັບດິນແດນສ່ວນໜຶ່ງຂອງ ຫຼວງ ພຣະບາງຄື ແຂວງໄຊຍະບູຣີທີ່ຖືກຕັດແບ່ງໄປເປັນ ແຂວງເລີຍ ແລະແຂວງ ຈຳປາສັກ ເຊິ່ງຖືກຕັດແບງໄປເປັນແຂວງອຸບົນ ແລະແຂວງສີສະເກດຂອງ ໄທຍ໌ ປັດຈຸບັນ ເຊິ່ງເລື່ອງນີ້ ຖືກຄັດລອກມາຈາກບົດຄວາມ “ອະນຸສາວະລີກໍ ລະນີພິພາດອິນດູຈີນ” ເມື່ອມາອ່ານເບິ່ງບົດຄວາມແລ້ວມີເຫດຜົນທີ່ລາວ ເຮົາຍຸກໃໝ່ ຄວນຮັບຮູ້ ດັ່ງລຸ່ມນີ້:
ນັບແຕ່ປລາຍລັດຊະສະໄໝພຣະຈອມເກົ້າ ຈົນເຖິງລັດຊະສະໄໝພຣະ ຈຸນຈອມເກົ້າ, ປະເທດໄທຍ໌(ຂະນະນັ້ນຮຽກຊື່ວ່າສຍາມ) ຕ້ອງເສັຍດິນແດນໃຫ້ ແກ່ອັງກິດ ແລະຝຣັ່ງເສດໄປຫຼາຍຄັ້ງເພື່ອຮັກສາເອກະລາດ ແລະດິນແດນ ສ່ວນໃຫຍ່ໄວ້.
ໄລຍະເລີ່ມຕົ້ນຂອງສົງຄາມໂລກຄັ້ງທີ ໒ ທີ່ມີຍຸດທະພູມຢູ່ໃນທະວີບເອີ ໂຣປ ປະເທດໄທຍ໌ກັບຝຣັ່ງເສດ ໄດ້ລົງນາມໃນສົນທິສັນຍາ ບໍ່ຮຸກຮານກັນ ເມື່ອວັນທີ ໑໒ ມິຖຸນາ ໑໘໘໓ ແຕ່ຍັງບໍ່ໄດ້ແລກປ່ຽນສັດຕະຍະບັນກັນ ຝຣັ່ງ ເສດໄດ້ຂໍໃຫ້ສົນທິສົນຍານີ້ມີຜົນບັງຄັບໃຊ້ ໂດຍບໍ່ຕ້ອງແລກປ່ຽນສັດຕະຍາບັນ ເພື່ອປະໂຫຍດຂອງຝຣັ່ງເສດເອງ, ລັດຖະບານໄທຍ໌ໂດຍພົນຕຣີຫຼວງພິບູນສົງ ຄາມ ນາຍົກລັດຖະມົນຕີ ໄດ້ຕອບຕົກລົງແຕ່ມີເງື່ອນໄຂວ່າ ຝຣັ່ງເສດຈະຕ້ອງ ຍອມຮັບຂໍ້ສະເໜີຂອງໄທຍ໌ ໓ ປະການ ຄື:
ຂໍ້ໜຶ່ງ ຂໍໃຫ້ມີກຳນົດເສັ້ນແດນໄທຍຕາມລຳນໍ້າຂອງຕາມຫຼັກກົດໝາຍ ລະຫວ່າງປະເທດ ໂດຍການຖືຮ່ອງນໍ້າເລີກເປັນເສັ້ນເຂດແດນ.
ຂໍ້ສອງ ໃຫ້ປັບປຸງເສັ້ນເຂດແດນໃຫ້ເປັນໄປຕາມທຳມະຊາດ ໂດຍຖື ແມ່ ນ້ຳຂອງເປັນເຂດແດນລະຫວ່າງໄທຍ໌ອິນດູຈີນ ຕັ້ງແຕ່ທິດເໜືອສຸດຈົນຈະ ຣົດທິດໃຕ້ ເຖິງເຂດກຳປຸເຈັຍ ໃຫ້ຝ່າຍໄທຍ໌ໄດ້ຮັບດິນແດນທາງຝັ່ງຂວາແມ່ນໍ້າ ຂອງ ກົງກັບຂ້າມກັບຫຼວງພຣະບາງ ແລະກົງຂ້າມກັບປາກເຊກັບຄືນມາ(໓) ເປັນຂອງໄທຍ໌ຢ່າງເດີມ.
ຂໍ້ສາມ ໃຫ້ຝຣັ່ງເສດຮັບຮອງວ່າ ເມື່ອຝຣັ່ງເສດບໍ່ປົກຄອງອິນດູຈີນ ແລ້ວ ໃຫ້ຄືນລາວ ແລະກໍາປູເຈັຍ ກັບຄືນມາໃຫ້ໄທຍ໌. ຝຣັ່ງເສດປະຕິເສດຂໍ້ ສະເໜີຂອງໄທຍ໌ ໄທຍ໌ຈຶ່ງໄດ້ຈັດກໍາລັງກຽມການດັ່ງນີ້:
ກອງທັບບົກສະໜາມ ມີນາຍພົນຕີຫຼວງພິບູນສົງຄາມ ເປັນແມ່ທັບ ນາຍພັນເອກຫຼວງພຣົມ ໂຍທີ ເປັນຮອງແມ່ທັບ, ນາຍພັນເອກກຽງສັກ ພິຊິດ ເປັນຜູ້ຊ່ວຍແມ່ທັບ ແລະນາຍພັນເອກຫຼວງວິຊິດສົງຄາມ ເປັນເສນາທິການ ກອງທັບບົກສະໜາມນີ້ ປະກອບດ້ວຍ ກອງທັບບົວລະພາ, ກອງທັບອີສານ, ກອງພົນພາຍັບ, ກອງພົນຜະສົມປັກໃຕ້ ແລະກອງພົນຜະສົມກຸງເທບ.
ກອງທັບບົວລະພາ ມີນາຍພັນເອກຫຼວງພຣົມໂຍທີ ເປັນແມ່ທັບ, ນາຍ ພັນເອກຫຼວງເສຣີ ເຣິງຣິດ, ນາຍພັນເອກຫຼວງໄພຣີ ຣະຍໍ່ເດດ ປະກອບ ດ້ວຍ ກອງຜະສົມປາຈີນ (ກອງພົນວັດທະນາ ແລະກອງພົນລົບບູຣີ) ກອງພົນຜະ ສົມອະຣັນ (ກອງພົນຜະສົມພຣະນະຄອນ) ກອງພົນຈັນທະບູຣີ ແລະກອງ ໜູນບົວຣະພາ ໄດ້ຮັບພາຣະກິດໃຫ້ເຂົ້າຕີອິນດູຈີນທາງດ້ານຂະເໝນ.

ກອງທັບອີສານ ນາຍພັນເອກຫຼວງກຽງສັກ ພິຊິດ ເປັນແມ່ທັບ, ນາຍ ພົນເອກຫຼວງຊຳນານ ຍຸດທະສິນ ແລະນາຍພັນໂທຂຸນປົດ ປໍຣະປັກ ເປັນຮອງ ແມ່ທັບ, ນາຍພັນໂທຫຼວງ ເດດປະດິຍຸດ ເປັນເສນາທິການກຳລັງ, ປະກອບ ດ້ວຍກອງພົນອຸດອນ, ກອງພົນສຸຣິນ, ກອງພົນອຸບົນ ແລະກອງພົນອີສານ ໄດ້ ຮັບພາຣະກິດໃຫ້ເຂົ້າຕີອິນດູຈີນດ້ານລາວ (ທີ່ປາກເຊ ແລະຈຳປາສັກ).
ກອງພົນພາຍັບ ມີນາຍພົນໂທຫຼວງຫານ ສົງຄາມ ເປັນຜູ້ບັນຊາການ ກອງພົນ, ນາຍພົນໂທຂຸນເຣືອງ ວິຣະຍຸດ ເປັນຮອງ ໑, ນາຍພັນໂທຫຼວງສຸດ ທິ ວັນນະກອນ ເປັນເສນາທິການກຳລັງ ປະກອບດ້ວຍ ກອງພັນທະຫານຮາບ ທີ ໒໘ ນະຄອນສະຫວັນ ແລະກອງພັນທະຫານຮາບທີ ໒໙ ພິດສະນຸໂລກ, ກອງ ທັບທະຫານຮາບທີ ໓໐ ລຳປາງ ແລະກອງທັບທະຫານຮາບທີ ໓໑ ຊຽງໃໝ່.
ໃນກໍລະນີ ພິພາດອິນດູຈີນ ທະຫານໄທຍ໌ໄດ້ປະກອບມີວິຣະກຳເປັນຈຳ ນວນຫຼາຍ ທີ່ສຳຄັນໄດ້ສ້າງສຽງໃຫ້ແກ່ປະເທດໄທຍ໌ຫຼາຍທີ່ສຸດ ຄື ການຮົບ ຫ້ວຍຍາງ ຕາແສງບ້ານພ້າວ ໃນເຂດຂະເໝນ, ໂດຍກອງພັນທະຫານຮາບທີ ໓ ພຣະນະຄອນ(ປັດຈຸບັນຄືກອງພັນທະຫານຮາບທີ ໒ ກົມທະຫານຮາບທີ ໑ ຮັກສາພຣະອົງ) ສັງກັດກອງພຣະນະຄອນ ໃນກອງພັນຜະສົມອາຣັນ ໃນກອງ ທັບບົວຣະພາ ຈົນໄດ້ຮັບສັນຍານາມວ່າ ກອງທັບທະຫານເສືອ ໒໘ ພະຈິກ ໒໔໙໗ ຝຣັ່ງເສດໄດ້ສົ່ງເຄື່ອງບິນຈຳນວນ ໕ ລຳ ຈາກທ່າແຂກມາຖິ້ມລະເບີດ ທີ່ ນະຄອນພະນົມ ຝ່າຍໄທຍ ໄດ້ນຳເຄື່ອງບິນຂັບໄລ່ ໓ ເຄື່ອງຂຶ້ນຕໍ່ສູ້ ຂັບ ໄລ່ເຄື່ອງ ບິນຝຣັ່ງໜີກັບໄປ ຫຼັງຈາກນັ້ນກໍມີການຮົບທາງອາກາດ ແຂວງ ຊາຍແດນແຕ່ໜອງຄາຍ ເຖິງຈັນທະບູຣີ ແລະເມືອງຕ່າງໆໃນລາວ ແລະ ຂະເໝນ.

໕ ມັງກອນ ໒໔໘໔ ກອງທັບສຍາມຂອງໄທຍ໌ ໄດ້ເຄື່ອນກຳລັງບຸກເຂົ້າ ໄປໃນດິນແດນລາວ ແລະຂະເໝນ ປະສົບໄຊຊະນະຕລອດບັ້ນຮົບ ດັ່ງນີ້:
໑. ກອງທັບບົວລະພາ ຢຶດສີໂສພົນ ໄພຣິນ ແລະພະຕະບອງໄດ້.
໒. ກອງທັບອີສານ ຢຶດຈຳປາສັກໄດ້.
໓. ກອງທັບພາຍັບ ຍຶກປາກລາຍ ແລະຊຽງຮ່ອນໄດ້.
໑໗ ມັງກອນ ໒໔໘໔ ເກີດຍຸດທະນາວີເກາະຊ້າງ ລະຫວ່າງຣາຊະນາວີ ໄທຍ໌ ກັບກອງເຮືອຮົບຝຣັ່ງເສດ ກອງເຮືອຮົບຝ່າຍໄທຍ ໓ ລຳ, ໄດ້ແກ່ເຮືອຮົບ ຫຼວງທົນບູຣີ(ເຮືອປືນ) ມີນາວາໂທຫຼວງພຣ້ອມ ວິຣະພັນ ເປັນຜູ້ບັງຄັບການ ເຮືອ ເຮືອຮົບຫຼວງສົງຂລາ (ເຮືອຕໍຣ໌ປິໂອ) ແລະເຮືອຣົບຫຼວງຊົນ ບູຣີ(ເຣືອ ຕໍຣ໌ປິ ໂດ) ກອງເຮືອຝຣັ່ງເສດມີ ໗ ລຳ ໄດ້ແກ່ເຮືອລາດຕາເວນລາມໍຕ໌ປິເກຕ໌ ເປັນເຮືອ ທຸງ ພ້ອມເຮືອສະລຸປ ໒ ລຳ ແລະເຮືອປືນ ໔ ລຳ ຝ່າຍໄທຍ໌ ເສັຍປຽບດ້ານກຳລັງຫຼາຍ ຜົນການຮົບໄດ້ຮັບຄວາມເສັຍຫາຍໜັກທັງສອງ ຝ່າຍ,
໒໕ ມັງກອນ ໒໔໘໔ ໄທຍ໌ຮັບຂໍ້ສະເໜີ ໃຫ້ຢຸດຍິງຂອງຍີ່ປຸ່ນທີ່ເຂົ້າມາ ໄກ່ເກັ່ຍ ກໍຣະນີພິພາດຄັ້ງນີ້.
໒໘ ມັງກອນ ໒໔໘໔ ໄທຍ໌ ແລະຝຣັ່ງເສດຢຸດຍິງ ແລະໄດ້ລົງນາມໃນ ສັນຍາພັກຮົບທີ່ໄຊງ່ອນ ບົນເຮືອຮົບຍີ່ປຸນ ເມື່ອ ໓໑ ມັງກອນ ໒໔໘໔.
໙ ກຸມພາ ໒໔໘໔ ໄທຍ໌ ແລະຝຣັ່ງເສດໄດ້ລົງນາມໄດ້ລົງນາມໃນສົນທິ ສັນຍາສະຫງົບເສີດ ທີ່ໂຕກຽວ ໂດຍໄທຍໄດ້ດິນແດນຝັ່ງຂວາແມ່ນ້ຳຂອງຈຳ ນວນ ໖໙. ໐໒໙ ຕາຕະລາງກິໂລແມັດ ຈາກຈຳນວນທີ່ໄທຍ໌ເສັຍດິນແດນໃຫ້ ຝຣັ່ງເສດທັງໝົດ ໔໖໗,໕໐໐ ຕາລາງກິໂລແມັດ.(໔)
໙ ກຸມພາ ໒໔໘໔ ນາຍພົນຕີພະຫົນ ພົນພາຍຸຫະເສນາ ເປັນປະທານ ວາງສີລາຣືກ ອະນຸສາວະຣີໄຊສະໝໍຣະພູມ ບໍລິເວນຖະໜົນພະຍາໄທ ບັນຈົບ ກັບຖະໜົນຣາຊະວິຖີ ເພື່ອເປັນອະນຸສອນ ແລະກຽດປະຫວັດ ແຕ່ວິຣະຊົນຜູ້ ສະຫຼະຊີບເພື່ອຊາກໃນກໍລະນີພິພາດອິນດຸຈີນ.
ຈອມພົນ ປ.ພິບູນສົງຄາມ ນາຍົກຣັດຖະມົນຕີ(ໄທຍ) ໄດ້ປະກອບພິທີ ເປີດອະນຸສາວະຣີ ໒໔ ມິຖຸນາ ໒໔໘໕ ທະຫານ ແລະຕຳຫຼວດ(ໄທຍ໌) ເສັຍຊີວິດ ດັ່ງນີ້:
ທະຫານບົກ ໙໔ ຄົນ,
ທະຫານເຮືອ ໔໑ ຄົນ,
ທະຫານອາກາດ ໑໓ ຄົນ,
ຕຳຫຼວດ ໑໒ ຄົນ
ລວມທັງໝົດ ໑໖໐ ຄົນ ອັດຖີຂອງຜູ້ເສັຍຊີວິດຈຳນວນໜຶ່ງໄດ້ບັນຈຸ ນະອະນຸສາວະຣີແຫ່ງນີ້.
ທັງໝົດນັ້ນແມ່ນ ກ່າຍຈາກບົດຂຽນຂອງໄທຍ໌ ທີ່ກ່າວເຖິງວິຣະກຳ ທີ່ໄດ້ດິນແດນຈາກຝຣັ່ງ ໂດຍສະເພາະໄດ້ດິນແດນຝຣັ່ງ ຖືເປັນວິຣະກຳຂອງ ໄທຍ໌ ເຊິ່ງດິນແດນທີ່ໄດ້ໄປຈາກຝຣັ່ງນັ້ນແມ່ນ ແຂວງໄຊຍະບູຣີ ແລະແຂວງ ຈຳປສັກຂອງລາວ, ສະນັ້ນເມື່ອມາຫວນເບິ່ງປະຫວັດສາດແລ້ວ ຖືເປັນການໄດ້ ດິນແດນຂອງສຍາມ ທີ່ໄດ້ຈາກຝຣັ່ງ ແລະຜູ້ທີ່ສູນເສັຍແທ້ໆນັ້ນແມ່ນຄືລາວ, ແຕ່ປະຫວັດສາດຕອນນີ້ ລາວບໍ່ມີສ່ວນຮູ້ເຫັນເລີຍ.
ອ້າງອິງ:
http://blog.spu.ac.th/print.php?id=1411

No comments:

Post a Comment