31 August 2012

ເປັນຄຳຕອບ ທີ່ບໍ່ຄ່ອຍກົງຄຳຖາມ






ຜູ້ສຳພາດ(ໄທຍ): ທຸກວັນນີ້ຄົນລາວທົ່ວໄປນີ້ຍັງມອງຄົນໄທຍຍັງໄງ ?
----------
ສົມພະວັນ ສີຫາຣາດ : ບໍ່ຄ້ອຍດີປານໃດ, ທີ່ເຂົາເຈົ້າເບິ່ງເຂົາເຈົ້າຄິດ ອະແຕ່ວ້າ ເຮົາຖືກ ເຮົາຖືກດູໝີ່ນ ແລະໂຕປາຣ້ານີ້ແຫຼະ ໂຕທີ່ວ່າ ອ້າ....ຈຸດອັນທີ່ວ່າຊາດນິຍົມສູງ ເຖິງວ່າຈະກິນປາຣ້າ ມັນກະເປັນອາຫານປະຈຳຊາດຫຼັກ ມັນໆໆບໍ່ແມ່ນວ່າທຸກຄົນກິ໊ນ ແຮ໋ໆໆ ບໍ່ແມ່ນກິ໊ນທຸກໆໆມື້ລະ

ຄົນທີສອງ ຈຳເປັນເອົາມາປຽບທຽບກັບສົມພະວັນ
----------
ອີກຄົນໜຶ່ງວ່າ: ກິນປາຣ້າມັນກະແມ່ນ ເຮົາກະມີສັກສີ ວ່າຊັ້ນສາ ປາຣ້າເຖິງວ່າ ມັນກະແມ່ນເອກະລັກຂອງຄົນລາວ ທີ່ສືບທອດກັນມາ ດຽວນີ້ໄທຍ໌ຍັງເອົາໄປເປັນໂອທ໊ອບໂອຫຍັງເລີຍ ອີໆໆຮ່າໆໆ ມັນກະບໍ່ເອົາຈຸດນີ້ມາໝີ່ນປະໝາດກັນ

- ໝາຍບອກ: ທີ່ສຳຄັນ ຄຳວ່າປາຣ້ານັ້ນ ລາວເຮົາບໍ່ເອີ້ນຊື່ນີ້
- ການທິ່ທັງສອງຄົນເວົ້າວ່າປາຣ້ານັ້ນ ຕາມສັນນິຖານໃນພຶດຕິກຳຂອງຄົນທັງສອງ ແມ່ນເອນອຽງໄປຕາມຄຳຖາມຂອງຜູ້ຖາມ(ສູດທິໄຊ ຢຸ່ນ) ການລອຍຕາມລົມແບບນີ້ຖືເປັນນິໄສກົງໄປກົງມາ ບໍ່ຢຶດຕິດ ແລະລັງກຽດຂອງຄົນລາວເປັນເດີມພັນຢູ່ກ່ອນແລ້ວ ອັນນີ້ບໍ່ວ່າກັນ.
-----------------------

 ວິເຄາະຄຳຕອບສຳພາດຂອງຄົນລາວສອງຄົນ
1. ທ່ານສຸດທິໄຊ ແຮກໆໆ ໄດ້ຕັ້ງຄຳຖາມວ່າ "ທຸກວັນນີ້ຄົນລາວທົ່ວໄປນີ້ຍັງມອງຄົນໄທຍຍັງໄງ ?" ຖ້າຫາກມາໃນຄຳຖາມນີ້ ສົມພະວັນໜ້າຊິຕອບເປັນສອງປະເດັນ ໂດຍຄວາມເປັນຈິງຂອງຄົນລາວ ແລະສັງຄົມລາວທັງມວນ ຄຳຕອບທີ່ຄວນຄຳຕອບ ຄື :

ກ. ຄົນລາວໂດຍທົ່ວເປັນແລ້ວ ມອງຄົນໄທຍ໌ເໝືອນພີ່ນ້ອງໃກ້ຊິດທີ່ສຸດ ເພາະແຕ່ບູຮານນະການມາແລ້ວ ປະໂຫຍກວະລີທີ່ວ່າ "ລາວໄທຍ ເປັນບ້ານພີ່ເມືອງນ້ອງ ຫຼື ພີ່ນ້ອງລາວ-ໄທຍ ຫຼື ໄປພູ້ນກິນປາ ມາພີ້ກິນເຂົ້າ" ສາມປະໂຍກວະລີນີ້ນັ້ນ ຈະຮູ້ກັນສະເພາະໃນຄົນສອງຟາກຝັ່ງແມ່ນໍ້າຂອງເທົ່ານັ້ນ, ຜ່ານໄລຍະເວລາແຫ່ງການພັດທະນາຊາດຍຸກໃໝ່ ສາມປະໂຍກວະລີນີ້ ຄຳນີ້ອາດຊິຖືກຫຼົງລືມໄປແລ້ວ ໃນໝູ່ຄົນໄທຍທົ່ວໄປ ເພາະຖືກຊັກນຳໂດຍສື່ໄທຍ໌ ແລະການຕີຄວາມໝາຍຂອງໄທຍ໌ ຈົນເຮັດໃຫ້ກາຍເປັນພຶດຕີກຳ ແລະໃຊ່ກັນໂດຍທາງການມາຮອດບັດນີ້ວ່າ "ຜະເທດເພື່ອນບ້ານ" ສ່ວນຄົນລາວທົ່ວໄປ ໂດຍສະເພາະປະຊາຊົນຄົນລາວຕາມຊົນນະບົດນັ້ນ ມັກຈະຕອບຕາມຄຳທັງສາມປະໂຫຍກນີ້ໄດ້ຢ່າງຄ່ອງຕົວ ທັງນີ້ທັງນັ້ນຜູ້ຖາມຕ້ອງເລືອກສັນຄຳຖາມ ໃຫ້ກົງຕົວ ຈຶ່ງໄດ້ຄຳຕອບອັນບໍຣິສຸດນັ້ນ.

ຂ. ປະເດັນທີສອງ ຫາກຈະມອງທາງໜຶ່ງ ໃນໝູ່ຄົນລາວຍຸກໃໝ່ ໂດຍສະເພາະນັ້ນຄົນລາວທີ່ໄດ້ຮັບ ຂ່າວສານ ຈາກຝັ່ງໄທຍ໌ ນັບແຕ່ສະໄໝເທ້ ອຸເທນພຣົມມິນ ນິໂຄ ເທນິໂດ ເປັນຕົ້ນມານັ້ນ ຄົນລາວຮູ້ສຶກວ່າ ຄົນໄທຍບາງພວກດູຖຸູກຄວາມເປັນລາວ ແຕ່ທີ່ຈິງຄຳວ່າ ຄວາມເປັນລາວ ບໍ່ໄດ້ໝາຍວ່າ ປະເທດລາວຢ່າງດຽວ ອາດຊິໝາຍເຖິງຄົນລາວທີ່ຢູ່ໃນ ແລະນອກປະເທດດ້ວຍ, ໂດຍສະເພາະຄົນ ທີ່ຮັກຄວາມ ເປັນລາວໃນດິນແດນລ້ານນາ ແລະພາກຕາເວັນອອກສ່ຽງເໜືອຂອງໄທຍ໌ ເພາະເຮົາເຫັນວ່າ ກໍລະນີ ທີ່ອຸເທນ ແລະນິໂຄ ດູຖູກຍິງລາວນັ້ນ ບໍ່ສະເພາະແຕ່ລາວເທົ່ານັ້ນ ຕໍ່ຕ້ານ ແລະປະທ້ວງ ເຫັນວ່າ ມັນມີການປະທ້ວງກັນທີ່ເມືອງໄທຍພຸ້ນກ່ອນແລ້ວ ຈຶ່ງມີການປະສານລະຫວ່າງລາວສອງຝັ່ງໃຫ້ປະທ້ວງຄົນທັງສອງນັ້ນ ສື່ລາວຈຶ່ງຕີແຜ່ເລື່ອງລາວ ເຮັດໃຫ້ໄທຍ໌ທັງມວນມອງວ່າລາວມີອະຄະຕິຕໍ່ໄທຍ໌ ທີ່ແທ້ໄທຍ໌ມີອະຕິຕໍ່ລາວຢູ່ກ່ອນແລ້ວ ລາວພຽງແຕ່ທ່າຮັບແລະຕອບຄືນດັ່ງທີ່ຮູ້ກັນ,  ສະນັ້ນບັນຫາດັງກ່າວ ມັນບໍ່ໄດ້ເກີດຈາກຝັ່ງລາວ ແຕ່ມັນເກີດຈາກຝັ່ງໄທຍ ຈຶ່ງຂ້າມຂອງມາຝັ່ງລາວ ລາວຈື່ງຕົກເປັນທ່າຮັບເທົ່ານັ້ນເອງ.

- ຫາກສົມພະວັນຕອບແບບນີ້ ໃນຄຳຖາມແບບນີ້ ຖືວ່າເປັນແບບການທູດທີ່ໄດ້ຜົນທີ່ສຸດ ເພາະການທີ່ຄົນໄທຍ໌ດູຖູກຄວາມເປັນລາວນັ້ນ ມັນບໍ່ໄດ້ໝາຍເຖິງການດູຖູກຊາດລາວຢ່າງດຽວ ຫາກແຕ່ວ່າໝາຍເຖິງ ຄົນເຊື້ອຊາດລາວທັງໝົດ, ຫາກຄົນລາວໃນປະເທດລາວ(ບາງຄົນ) ເກັບເອົາຄຳນີ້ມາເປັນປະເດັນ ແຕ່ຝ່າຍດຽວ ມັນກໍບໍ່ແທດເໝາະກັບຄວາມເປັນຈິງເທົ່າທີ່ຄວນ ເພາະວ່າ ຄົນລາວໃນປະເທດລາວໂດຍທົ່ວໄປນັ້ນ ຍັງບໍ່ຮູ້ວ່າໃນສັງຄົມໄທຍ໌ແທ້ໆນັ້ນ ມີການດູຖູກ ຄວາມເປັນລາວຈິງຊໍ້າ ເວັ້ນເສັຍແຕ່ຄົນທີ່ໄດ້ຮັບຂ່າວສານທາງຝັ່ງໄທຍ໌ ແລະຄົນທີ່ໄດ້ເຄີຍໄປດຳ ລົງຊີວິດໃນປະເທດໄທຍ໌ເທົ່ານັ້ນ ໂດຍສະເພາະຄົນພາກອີສານ ເທົ່ານັ້ນ ຈຶ່ງຮູ້ຄວາມໝາຍທີ່ແທ້ຂອງເລື່ອງນີ້.

- ການທີ່ກ້າເວົ້າເຊັ່ນນີ້ ເຫັນໄດ້ວ່າຄົນລາວທັງໝົດບໍ່ໄດ້ຕໍ່ຕ້ານໄທຍ໌ ບໍ່ໄດ້ຮັບຮູ້ເຖິງການດູຖູກຄວາມ ເປັນລາວນັ້ນ ເຫັນໄດ້ຈາກພິດຕິກັມ ຂອງຄົນລາວສ່ວນໃຫຍ່ ຍັງມີການພົວພັນອັນດີ ກັບຄົນໄທຍ ໂດຍສະເພາະຄວາມນິຍົມຂອງຄົນລາວຕໍ່ຄົນໄທຍ ເຊັ່ນໃຫ້ກຽດຄົນໄທຍ໌ທຸກຄົນ ຄື ເຫັນຄົນໄທຍ ເວົ້າຈາຄວາມໄທຍ໌ນຳຄົນລາວ ຄົນລາວເກືອບ 99 % ມັກຈະເວົ້າຄວາມໄທຍ໌ຕ້ອນຮັບໂລດ ບໍ່ວ່າ ຈະເວົ້າຢູ່ດິນລາວ ຫຼືດິນໄທຍ໌ ເຖິງການອອກສຽງສຳນຽງໄທຍ໌ບໍ່ແຈ້ງຄົນລາວກໍພະຍາມເວົ້າຄວາມໄທຍ໌ກັບຄົນໄທຍ໌ ອັນນີ້ຖືເປັນນິໄສອັນບໍຣິສູດດັ້ງເດີມຂອງລາວ, ການບໍລິໂພກຕ່າງໆ ເຖິງວ່າໃນລາວຈະມີສິນຄ້າຈາກທົ່ວທຸກມູມໂລກ ມີຂາຍຢູ່ໃນລາວ ທາງຄົນລາວກໍຈະເລືອກບໍລິໂພກສິນຄ້າຈາກໄທຍ໌ເປັນອັນດັບຕົ້ນໆ, ການອອກຕະຫຼາດ ຂອງລາວໃນບັນດາປະຊາຊົນລາວ ທີ່ຢູ່ສອງຟາກຝັ່ງແມ່ນໍ້າຂອງ ມັກຈະໄປອອກຕະຫຼາດທີ່ເມືອງໄທຍ໌ ເໝືອນກັບການອອກຕະຫຼາດ ບ້ານຕົນເອງ ອັນນີ້ເປັນສິ່ງຢັ້ງຢຶນວ່າລາວບໍ່ໄດ້ລັງກຽດໄທຍ໌ແລະບໍ່ມີແນວຄິດຊາດນິຍົມ ເໝືອນກັບຄຳ ທີ່ສົມພະວັນອ້າງເຖິງເລີຍ (ຄຳວ່າຊາດນິຍົມ ທີ່ສົມພະວັນອ້າງເຖິງວ່າ "ອ້າ....ຈຸດອັນທີ່ວ່າຊາດນິຍົມສູງ" ມັນເປັນຄຳທີ່ບໍ່ໄດ້ບົ້ງຊີ້ ຈະແຈ້ງວ່າຊາດນິຍົມນີ້ ໝາຍເຖິງໄທຍ໌ ຫຼືລາວ") ຖ້າຫາກອ້າງເຖິງຄົນລາວແລ້ວ, ສະແດງວ່າສົມພາວນອ້າງຜິດ ເພາະວ່າ ຄຳວ່າຊາດນິຍົມ ບໍ່ໄດ້ໝາຍເຖິງ ແບບນັ້ນ, ຄຳວ່າຊາດນິຍົມ ໝາຍເຖິງຄວາມນິຍົມໃນຄວາມເປັນຊາດສູງ, ຫາກຈະມາວ່າຄົນລາວ ມີຄວາມເປັນຊາດນິຍົມແທ້ ຄົນລາວຕ້ອງ ເປັນຜູ້ມີຄວາມຮັກໃນຄວາມ ເປັນຊາດລາວຢ່າງທະນົງອົງອາດ ທັງການດຳຣົງຊິວິດ ແລະພຶດຕິກັມ, ຫາກມອງຄຳວ່າຄວາມ ເປັນຊາດນິຍົມໃນບັນດາປະຊາດໃນພາກພື້ນອາຊີນີ້ ມາອັນດັບ 1 ແມ່ນ ຫວຽດນາມ ແລະຈີນ, 2 ແມ່ນໄທຍ 3 ແມ່ນຂະເໝນ
ແຕ່ຄວາມເປັນຊາດນິຍົມຂອງຈີນ ແລະຫວຽດນາມເປັນຊາດນິຍົມແບບທີ່ກໍ່ໃຫ້ເກີດຄວາມເປັນຊສດທີ່ໝັ້ນຄົງ ຄືເຂົານິຍົມຊາດເຂົາ ໂດຍບໍ່ໄປກ້າວກ້າຍຊາດອຶ່ນ, ສ່ວນຊາດນິຍົມແບບຳທຍ໌ຍັ່ນຈະກະທົບຕໍ່ຄົນໃນຊາດຕົນແລ້ວຍັງກ້າວກ້າຍຊາດອຶ່ນອີກ ເຊັ່ນການດູຖູກຄວາມເປັນລາວຂອງປິຊົນໄທຍ໌ເຊື້ອສາຍລາວ, ສຳລັບລາວນີ້ ຖືວ່າຍັງບໍ່ທັນມີແນວຄິດຊາດນິຍົມເລີຍ ເພາະເຫັນວ່າໃນ ສັງຄົມລາວ ບໍ່ມີຄວາມຂັດແຍ້ງກັນ ໃນຄວາມເປັນຊົນຊາດ ພືດຕິກັມຂອງຄົນລາວ ບໍ່ໄດ້ມີການກະທຳ ທີ່ມີຄວາມຕໍ່ຕ້ານຊາດອື່ນເລີຍ ຄື ຢູ່ກັນແບບປົກກະຕິ ຊາດໃດໆກໍຕາມ ທີ່ມາທຳມາຫາກິນໃນລາວ ພວກເຂົາກໍຢູ່ໃນລາວຢ່າງພາກພູມ ໃນຄົນລາວ ກໍຍິນດີຕ້ອນຮັບ ແລະໃຫ້ກຽດພວກເຂົາສະເໝີ ສິ່ງທີ່ຢັ້ງຢືນໄດ້ ກໍປັດຈຸບັນຄົນນານາຊາດມາຢຸ່ລາວ ຈິໃຊ້ຊີວິດຢ່າງປົກກະຕິ ຄົຍລາວກໍບໍ່ລັງກຽດ ແລະຕໍ່ຕ້ານຫຍັງເລີຍ ອັນນີ້ຄືນິໄສຄົນລາວ ທີ່ເປັນສົມບັດຊາດມາ ແຕ່ບູຮານນະການ.

- ໃນຄຳຖາມຂ້າງເທິງທີ່ສົມພາວັນ ຕອບນັ້ນໄດ້ຍົກເອົາຄຳວ່າປາແດກ ຂຶ້ນມາເປັນຕົວຢ່າງ ແຕ່ ສົມພາວັນ ກັບເວົ້າວ່າ "ປາຣ້າ" ອັນນີ້ ມັນຍັ້ງຢືນຈະແຈ້ງແລ້ວວ່າ ຄົນລາວບໍ່ມີແນວຄິດ ຊາດນິຍົມເລີຍ ແມ່ນກະທັງສົມພະວັນເອງກໍບໍ່ມີແນວຄິດນີ້ເພາະຫຍັງ ? ເພາະຄຳວ່າ ປາຣ້ານັ້ນ ໃນພາສາລາວ ແລະຄົນລາວ ບໍ່ຮຽກຊື່ມັນເປັນເຊັ່ນນັ້ນ ຈະຮຽກວ່າ "ປາແດກ" ຫາກສົມພະວັນມີຊາດນິຍົມແທ້ ຄົງຈະຮຽກວ່າປາແດກ ເໝືອນຄົນລາວທົ່ວໄປ.

- ສ່ວນຄຳຕອບຂອງຄົນທີສອງ ທີ່ເວົ້າເຖິງປາແດກ ມີຈຸດອ່ອນຢ່າງດຽວຄືໃຊ້ຄຳວ່າ "ປາຣ້າ" ເທົ່ານັ້ນ, ເຮົາບໍ່ໄດ້ຍິນຄຳຖາມຂອງຜູ້ຖາມ ສົງໄສ ຜູ້ຖາມບໍ່ໄດ້ຖາມແບບພາບລວມ ເໝືອນເຂົາຖາມ ສົມພາວັນ ຄົງຈະຖາມເຖິງເຣື່ອງປາຣ້າໂລດ ຈຶ່ງເຫັນໃຫ້ຄົນນີ້ຕອບໄປເຊັ່ນນັ້ນ ເນື້ອໃນຄຳຕອບ ຂອງຄົນທີສອງ ຖືກວ່າຕອບແບບສ້າງສັນ ສົມຄວນ ເພາະມີລັກສະນະ ແລະທັດສະນະທີ່ດີສົມຄວນ ສ່ວນຜູ້ອື່ນໆ ກໍໃຫ້ວິເຄາະກັນໄປເອງ.

- ຢ່າງໃດກໍຕາມການທີ່ເອົາເລື່ອງນີ້ ມາເວົ້າ ກໍບໍ່ແມ່ນເພື່ອສ້າງບັນຫາໃຫ້ເກີດຄວາມແຕກແຍກລະ ຫວ່າງລາວ-ໄທຍ ແຕ່ເອົາມາສຶກສາ ຕາມເລື່ອງລາວ ຫຼືວີດີໂອທີ່ເຂົາສ້າງມາກ່ອນແລ້ວ ໃຫ້ຄົນລາວມີແນວຄິດກວ້າງໆ ແບບພື້ນຖານວັດທະນະທັມລາວ ແທ້ໆ ແລະການໃຊ້ພາສານັ້ນ ກໍຄວນທີ່ຈະສຶກສາ ໃຫ້ມີຄວາມຈະແຈ້ງໃນເຫດຜົນ ຕາມແນວທາງ ຂອງພັກ ແລະລັດເຮົາສອນໄວ້ ຄືພົວພັນອັນດີກັບທຸກປະເທດໃນໂລກ ຕ່າງຝ່າຍຕ່າງໄດ້ຜົນ, ອັນໜຶ່ງ ພະນະທ່ານໄກສອນ ພົມວິຫານ ກໍໄດ້ກ່າວສະເໝີວ່າ "ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນນັ້ນໃຊ້ໄດ້ກັບທຸກວຽກງານແລ"

No comments:

Post a Comment