21 September 2012

ເວົ້າເລື່ອງໂຜດສັດ

- ບໍ່ໄປບໍ່ມາທາງໃດ ກັບມາເວົ້າເລື່ອງໂຜດສັດອີກຮອບໜຶ່ງ ເພາະເຊົ້າວັນນີ້ ມີຄົນມາເຮັດ ບຸນໂຜດສັດ.
- ສັດທີ່ເຂົາເອົາມາມີ ນົກກະຈອກ 3 ໂຕ, ເຕົ່າ 1 ໂຕ, ຖວາຍພາເຂົ້າທິບ ແລ້ວສູດມົນລົດ ນໍ້າ.
- ບັງເອີນ ກໍາລັງສູດຢູ່ນັ້ນນົກໂຕໜຶ່ງ ມັນລົ້ມລົງແລ້ວລຸກບໍ່ຂຶ້ນ.
- ເຈົ້າຂອງຕົກໃຈໃຫຍ່ເລີຍ ເບິ່ງທ່າທາງຈິດໃຈເຂົາກະວົນກະວາຍ ພະຍາມທຸກວິທີ ເພື່ອ ເຮັດໃຫ້ນົກນັ້ນລຸກຂຶ້ນໄດ້.
- ກໍເລີຍບອກເຂົາໄປວ່າ ບໍ່ຕ້ອງຢ້ານບາບ ຄັນເຮົາທໍາດີ (ບໍ່ແມ່ນວ່າບໍ່ຄໍານຶງເຖິງຊີວິດນົກ ແຕ່ຄໍານຶງເຖິງຄົນໄວ້ກ່ອນ ຊີວິກນົກ ຊີວິດຄົນເທົ່າກັນ ແຕ່ນົກຕາຍແລ້ວ ຟື້ນຍາກແນ່ ນອນສົງໄສມັນຫິວອາຫານ ແຕ່ວານີ້ເພາະເຂົາໄປຊື້ມາແຕ່ວານີ້ພຸ້ນ ມື້ຄືນບໍ່ຮູ້ວ່າເຂົາ ໃຫ້ກິນເຂົ້າກິນນໍ້າບໍ່ ຫຼືບໍ່, ຄົນຈັບນົກມາຂາຍ ຄົງຈະຈັບມາຫຼາຍວັນແລ້ວ)
- ຫຼັງຈາກພາເຂົາແຜ່ເມດຕາແລ້ວ ກໍໃຫ້ເຂົາໄປປ່ອຍນົກ ເຂົາກັບມາແລ້ວ ບອກວ່ານົກໂຕ ໜຶ່ງບິນບໍ່ໄດ້ (ແມ່ນໂຕມັນລົ້ມນັ້ນແລ້ວ)
- ມັນບິນບໍ່ໄດ້ກະຕາມ ຖືວ່າເຮົາປ່ອຍແລ້ວບໍ່ຕ້ອງຫ່ວງ, ໃຫ້ເຂົ້າໃຈວ່າ ຕົວໃຜຕົວມັນ ບາບ ຢ່າທໍາກໍາຢ່າສ້າງ ຫາກຢາກອິດສະຫຼະ ກໍຈົ່ງຢ່າສ້າງກຳເພິ່ມ.
- ຖາມເຂົາວ່າ ເປັນຫຍັງຈຶ່ງຢາກໂຜດສັດ ເຂົາບອກວ່າ ໄປວັດຖໍ້າແຫ່ງໜຶ່ງ ແມ່ຂາວບອກ ໃຫ້ ປ່ອຍນົກປ່ອຍເຕົ່າ.
- ແມ່ຂາວບອກວ່າ ຄັນເຮັດປ່ອຍນົກ ປ່ອຍເຕົ່າ ຊີວິດຊິດີຂຶ້ນ ?
- ອາຕະມາ ຖາມວ່າ ເປັນຫຍັງຈຶ່ງໄປເອົານົກກະຈອກໂຜດລະ ?
- ຊິໃຫ້ປ່ອຍນົກຫຍັງ ?
- ນົກຫຍັງກະໄດ້ ເຊິ່ງບໍ່ແມ່ນນົກກະຈອກ.
- ຊິໄປຊື້ຢູ່ໃສລະ ?
- ຊື້ຢູ່ໃສກະໄດ້ ບໍ່ຊື້ມາກະໄດ້ ເຮົາຢາກໂຜດສັດຊະນິດໃດ ຄັນຫາບໍ່ໄດ້ ເຮົາກໍປາດຖະໜາ ບໍ່ບຽດບຽນສັດນັ້ນ ແລ້ວກໍກ່າວຄໍາແຜ່ເມດຕາໄປທຸກວັນ ກໍຊື່ວ່າໂຜດສັດແລ້ວ.
- ເພິ່ນບອກວ່າໃຫ້ປ່ອຍນົກ.
- ແມ່ອອກລ້ຽງນົກຊັ້ນບໍ ?
- ບໍ່ ໄດ້ລ້ຽງຂ້ານ້ອຍ.
- 5555 ບໍ່ໄດ້ລ້ຽງ ຊິໄປປ່ອຍມັນເຮັດຫຍັງ ເຮົາບໍ່ໄດ້ລ້ຽງ ຄັນເຮົາລ້ຽງ ກະວ່າໄປອີກຈັ່ງໜຶ່ງ.
- ຈັກແລ້ວ ເພິ່ນບອກວ່າໃຫ້ປ່ອຍນົກ ກະໄປຫາຊື້ມາ.
- ອາຕະມາເວົ້າຫຼິ້ນ ແກມອີຫຼີ ໂອຍ.........ອົດສາໂຜດນົກທັງທີ ໄປຊື້ນົກກະຈອກມາປ່ອຍ. 5555
- ປ່ອຍບໍ່ໄດ້ຊັ້ນບໍ ຂ້ານ້ອຍ ? (ເຂົາສົນໃຈ)
- ປ່ອຍໄດ້ ແຕ່ບໍ່ຄັກ.
- ເປັນຫຍັງຂ້ານ້ອຍ.
- ປ່ອຍນັກກະຈອກ ມັນກະກະຈອກຫັ້ນຕິ, ຄັນປ່ອຍຕ້ອງປ່ອຍນົກກາງແກ ຊືມັນ ຈຶ່ງຍິ່ງໃຫຍ໋.
- ຄືວ່າຈັ່ງຊັ້ນ.
- ເອົາວ໌ ກາງແກ ຄືຄວາມເປັນອິສຣະແຂງແຮງ ຫັ້ນຕິ.
- ປ່ອຍນົກເຂົາ ມັນກໍແຂງແຮງດີ ແລະທຸກສິ່ງທຸກກາຍເປັນຂອງເຂົາເລີຍ ບໍ່ເປັນຂອງເຮົາຊໍ້າ 5555
- ຄືວ່າຈັງຊັ້ນ ຂ້ານ້ອຍ 5555
- ນົກເຂົາເດ ບໍ່ແມ່ນນົກເຮົາ ແມ່ອອກໜ້າຊື່ນຈັກໜ່ອຍ ຫົວ 5555 ໄດ້ແລ້ວຕອນນັ້ນ.
- ປ່ອຍເຕົ່າເດ ຂ້ານ້ອຍ ຊິໄດ້ຫຍັງ ?
- ຈັກແລ້ວ ອາຕະມາບໍ່ຮູ້.
- ເພິ່ນບອກວ່າ ຊິອາຍູຍືນ.
- ຍືນເທົ່າໃດ ?
- ດຽວນີ້ຄົນອາຍຸບໍ່ເກີນຮ້ອຍຈັກຄົນ ຍິ່ງຄົນລາວ ອົງການສະຫະປະຊາຊາດບອກວ່າ ອາຍຸສະເລັຍ 65 ປີເທົ່ານັ້ນ ຢາກອາຍຸຍືນ ຕ້ອງກິນອາຫານຖືກສຸຂະລັກສະນະ ທຳອາລົມໃຫ້ດີ ເຮັດບຸນໃຫ້ໃຈສຸກ.
- ເຮັດບຸນຈັງໃດ ຂ້ານ້ອຍ.
- ເຮັດຄືມື້ນີ້ນີ້ລະ ຄື ໃຫ້ທານ ຮັກສາສິນ ໄຫວ້ພະ ພາວະນາ (ຕ່າງແຕ່ວ່າເຮັດດ້ວຍສັດທາ ບໍ່ແມ່ນເຮັດດ້ວຍການບັງຄັບ ບັນຊາ ຫຼືໃຫ້ໝໍດູໝໍເດົາບອກກ່ອນຈຶ່ງເຮັດ).
- ເຂົາວ່າເຮັດບຸນແຕ່ນ້ອຍ ອາຍຸສັ້ນ ?
- ເອົາອີກລະ ຍິນຫຼາຍແທ້ແບບນີ້ ? ແຕ່ເກີດມາ ແມ່ອອກເຄີຍໄປທຳບຸນຢູ່ເຮືອນຄົນບໍ ? (ຢ່າຟ້າວໂດຍເດີ ພິຈາລະນາກ່ອນຈຶ່ງໂດຍ) ໄປຊ່ວຍງານບຸນຊາວບ້ານບໍ ? ໄດ້ເພາະບຸນເຮືອນໝູ່ກອງຍາດມິດບໍ  ? ເອົາເງິນໃສ່ຊອງບໍ ສ້າງສິມ ກຸຕິ ວັດວາບໍ່ ເຊື່ອວ່າເຮັດປະຈຳແນ່ນອນ ? ເຄີຍໄຫວ້ບໍ ? ມື້ເຊົ້ານີ້ກໍເຫັນເຮັດພາເຂົ້າທິບ ແລະຕົ້ນກາລະພຶກພ້ອມ ແບບນີ້ບໍ່ແມ່ນເຮັດບຸນບໍ ?.
- ເຂົາວ່າຜູ້ໜຸ່ມ ເຮັດບຸນໃຫຍ່ບໍ່ໄດ້.
- ອັນໃດບູນໃຫຍ່ ບຸນນ້ອຍລະ ?
- ເຂົາວ່າ ເຮັດບູນກະຖິນ.
- ໃຫຍ່ນ້ອຍຢູ່ທີ່ໃຈໃສສັດທາ ແລະພ້ອມດ້ວຍການທັງສາມ ຄືເວລາທຳບຸນນັ້ນ ກ່ອນທຳ ກຳລັງທຳ ແລະທຳແລ້ວ ຍິນດີທຳ ທຳໃຫ້ໃຈບໍລິສຸດ ສະອາດ ປານິດ ບໍ່ມີຄວາມເປັນຫ່ວງເສັຍດາຍ ແລະອື່ນ ຕັ້ງໃຈບໍລິຈາກທານ ແມ່ນວັດຖຸນ້ອຍກໍໃຫຍ່ ວັດຖຸໃຫຍ່ກໍໃຫຍ່ ແມ່ອອກເອີຍ, ເອົາຈັ່ງຊີ້ ບາດໜ້າຄັນຢາກປ່ອຍສັດ ໂຜດສັດໃຫ້ເຮັດ ຕາມອາຈານ.
- ເຮັດຈັ່ງໃດຂ້ານ້ອຍ.
- 1. ຄັນໄປໃສມາໃສ ເຫັນເຂົາຂັງນົກໄວ້ໃນເຮືອນຂໍຊື້ແລ້ວປ່ອຍໂລດ.
- 2. ເຫັນນົກຖືກເຈັບ ຖືກເປັນເຂົາເອົາມາຂາຍ ຊື້ແລ້ວເອົາມາປົວແລ້ວປ່ອຍໂລດ.
- ເຂົາວ່າຄັນຊິປ່ອຍໃຫ້ໄປປ່ອຍທີ່ວັດ.
- ປ່ອຍທີ່ໃດກໍໄດ້ ກ່ອນຈະປ່ອຍໃຫ້ວ່າຈັ່ງຊິກ່ອນ.
- ວ່າຈັ່ງໃດຂ້ານ້ອຍ.
- ວ່າຈັ່ງຊີ້.
1. ໃຫ້ເມດຕາຕົນເອງກ່ອນ (ເມດຕາເພິ່ນ ກໍຕ້ອງເມດຕາຕົນເອງໃຫ້ຖືເປັນສໍາຄັນ) ວ່າດັ່ງນີ້:
ອະຫັງ ສຸຂີໂຕ ໂຫມິ : ຂໍໃຫ້ຂ້ານ້ອຍມີຄວາມສຸກເຖີດ
ອະເວໂລ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີເວນເທີ້ນ.
ນິທທຸກໂຂ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີທຸກເຖີດ.
ອັພພະຍາປັຊໂຊ ໂຫມິ: ຂໍໃຫ້ຂ້ານ້ອຍຢ່າມີຄວາມພະຍາບາດຈ່ອງເວນເລີຍ.
ອະນິໂຄ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ.
ສຸກຂີ ອັຕຕານັງ ປະຣິຫາຣາມິ : ຂໍໃຫ້ຂ້ານ້ອຍຈົ່ງຮັກສາຕົນໃຫ້ພົ້ນທຸກໄພທັງສິ້ນເຖີ້ນ.

2. ເມດຕາສັດ ເມດຕາຄົນອື່ນ.
ສັບເພສັດຕາ ສຸຂີຕາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຈົ່ງເປັນສຸກເປັນສຸກເຖີດ.
ສັບເພສັດຕາ ອະເວຣາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີເວນເຊິ່ງກັນແລະກັນເລີຍ.
ສັບເພສັດຕາ ອັພພຍາປັດຊາ ໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ພະຍາບາດຈ່ອງເວນແກ່ກັນແລະກັນເລີຍ.
ສັບເພສັດຕາ ອະນິຄາໂຫນຕຸ :ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີຄວາມເຈັບໄຂ້ລໍາບາກກາຍລໍາບາກໃຈເລີຍ.
ສັບເພສັດຕາ ສຸຂີອັດຕານັງ ປະຣິຫາຣັນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນຈົ່ງເປັນຜູ້ຮັກສາຕົວຂອງຕົນໃຫ້ພົ້ນຈາກໄພທັງສິ້ນເຖິ້ນ.
- ເວົ້າແລ້ວ ກໍຕັ້ງປາຖະໜາໄວ້ໃນໃຈ ຕາມແຕ່ຢາກເວົ້າ ແລ້ວກໍປ່ອຍສັດໄປ ອັນນີ້ດີກວ່າ,
- ຢາກແທ້ ຂ້ານ້ອຍ ເຂົາວ່າ
- ເຮັດດີຕ້ອງຍາກ ດີກວ່າໄປຊື້ທີ່ເຂົາວາງຂາຍ ມີການຊື້ ກໍມີການຂາຍ ແລ້ວຄວາມເມດຕາຂອງເຮົາ ກໍກໍ່ເກີດຄວາມເດືອດຮ້ອນສັດອື່ນ ມັນຊີດີຊັ້ນບໍ ?
- ຫຼັງຈາກນັ້ນແລ້ວ ກໍປາດຖະໜາ ໄຫວ້ພະແລະກ່າວຄໍາແຜ່ເມດຕາໄປຕລອດ ແລະບໍ່ຄິດ ແລະບຽດບຽນສັດ ແລະຄົນຕະຫຼອດຊີວິດ ນັ້ນຄືການຖໂຜດສັດທີ່ດີ ທີ່ສຸດ.
- ເຂົາເອົາມາຂັງໄວ້ຂາຍຢູ່ວັດໃດຂ້ານ້ອຍ ຢູ່ວັດຍິ່ງບໍ່ຄວນຊື້ ເພາະຖືວ່າ ເປັນການທຳບາບຢູ່ ວັດ.
- ໂດຍ

No comments:

Post a Comment