ຮ້ອຍເຣື່ອງເມືອງລາວ, ຣວມເຣື່ອງກ່ຽວກັບລາວ ແລະເຣື່ອງທີ່ໜ້າສົນໃຈອື່ນໆໄວ້ໃຫ້ເປັນຮ້ອຍເປັນພວງ.
20 June 2008
ເມື່ອສຍາມເສັຍດິນແດນ
ໃນຄວາມໝາຍຂອງການເສັຍດິນແດນຂອງສຍາມນັ້ນ, ຄົນໄທຍໄດ້ໃຫ້ທັດສະນະກ່ຽວກັບເຫດການເສັຍດິນແດນນັ້ນວ່າ “ຖືກບີບບັງຄັບ” ຫຼືມັກຈະໃຫ້ຄໍາວ່າ “ສັນຍາເສັຍປຽບ” ໃນຂະນະດຽວກັນກໍມັກຈະໃຊ້ ຄໍາວ່າ “ພຣະມະຫາກະສັດຂອງໄທຍ໌ທຸກພຣະອົງ ພະຍາຍາມຮັກສາເອກະຣາດຂອງປະເທດ ໂດຍການທຳສົງຄາມເພື່ອປ້ອງກັນຣາຊະອານາຈັກ ຣວມເຖິງການຍອມສະຫຼະດິນແດນເລັກນ້ອຍເພື່ອຮັກສາດິນ ແດນທີ່ສຳຄັນໆ ສະຫຼຸບແລ້ວເຮົາເສັຍໄປ 782.877 ຕາຕະລາງກິໂລແມັດ, ເຫຼືອພຽງ ໕໑໒.115 ຕາຕະ ລາງກິໂລແມັດ ໃນປັດຈຸບັນ” ອັນນີ້ແມ່ນຄຳເວົ້າຂອງຄົນໄທຍ໌ທຸກຄົນຮັບຮູ້ ເຊິ່ງນັກວິຊາການດ້ານປະວັດສາດ ແລະສົນທິສັນຍາທາງປະວັດສາດ ການເສັຍດິນແດນຂອງສຍາມມັກກ່່າວເຖິງສະເໝີ ຈົນເຮັດໃຫ້ມີການສະເໜີບົດຂຽນ ຄຳເວົ້ານີ້ຈາກຄົນໄທຍ໌ໃນຍຸກປັດຈຸບັນ ບໍ່ວ່າຊິແມ່ນທ່ອງທ່ຽວໃນເທິງໜ້າເວັບໄຊນ໌ ຫຼືປື້ມອ່ານໃນງານເສວະນາກ່ຽວກັບປະວັດສາດ, ກໍມັກຈະຍິນເລື່ອງນີ້ເລື້ອຍໆ ນັບແຕ່ປີ 1994 ເຖິງປີ 2000 ທີ່ເຄີຍພຳນັກຢູ່ເມືອງໄທຍ໌ ກໍມັກຈະຍິນຄຳນີ້ຫຼາຍຄັ້ງ, ຈຶ່ງເຮັດໃຫ້ມີຄວາມຄິດຢາກສຶກສາເລື່ອງນີ້ໃຫ້ເຫັນຄວາມຈິງ ຈຶ່ງຕ້ອງໃຊ້ເວລາທ່ອງເວບ ແລະຫາອ່ານປຶ້ມກ່ຽວກັບປະຫວັດສາດຍຸກນີ້ໃຫ້ຫຼາຍຂຶ້ນຈຶ່ງພົບກັບການສະຫຼຸບກ່ຽວກັບ “ການເສັຍດິນແດນຂອງສຍາມ” ທີ່ເຂົາສະຫຼຸບໄວ້ຈະແຈ້ງເຖິງ 14 ຄັ້ງ, ໂດຍນັບຈາກປີ ພ.ສ 2329(ຄ.ສ ໑໗໘໖) ຈົນເຖິງປີ ພ.ສ 2505(ຄ.ສ 2505) ການເສັຍດິນແດນທັງໝົດ 14 ຄັ້ງນັ້ນ, ຊາວໄທຍ໌ສຣຸບໄວ້ວ່າ ເສັຍດິນແດນໃຫ້ບັນດາປະເທດຕ່າງໆ ດັ່ງນີ້
- ເສັຍໃຫ້ພະມ້າ 2 ຄັ້ງ.
- ເສັຍໃຫ້ຍວນ 1 ຄັ້ງ.(ຫວຽດນາມ-ຜູ້ຂຽນ)
- ເສັຍໃຫ້ຂະເໝນ 1 ຄັ້ງ.
- ເສັຍໃຫ້ອັງກິດ 4 ຄັ້ງ.
- ເສັຍໃຫ້ຝຣັ່ງເສດ 6 ຄັ້ງ.
ການເສັຍດິນແດນທັງທັງໝົດ 14 ຄັ້ງນັ້ນ ປະວັດສາດການເສັຍດິນແດນໄທຍ໌ລຳດັບເຫດການໄວ້ ດັ່ງນີ້:
໑. ເສັຍດອນໝາກ(ດອນປິນັງ) ໃຫ້ອັງກິດ ເມື່ອ ພ.ສ 2329 ຈຳນວນພື້ນທີ່ 375 ຕາຕະລາງກິໂລແມັດ.
2. ເສັຍເມືອງມະຣິດ, ທວາຍ ແລະຕະນາວສີໃຫ້ພະມ້າ ເມື່ອ ພ.ສ 2336 ຈຳນວນພື້ນທີ່ 55.໐໐໐ ຕາຕະ ລາງກິໂລແມັດ.
໓. ເສັຍເມືອງບັນທາຍມາດ ເມື່ອ ພ.ສ 2353 ໃຫ້ແກ່ຍວນ(ຫວຽດນາມ-ຜູ້ຂຽນ) ຈຳນວນພື້ນທີ່ບໍ່ຮູ້ແຈ້ງ.
4. ເສັຍເມືອງແສນຫວີ, ຊຽງຕຸງ ແລະເມືອງພົງ ເມື່ອ ພ.ສ 2368 ໃຫ້ພະມ້າຈຳນວນ 90.000 ຕາຕະລາງ ກິໂລແມັດ.
5. ເສັຍຣັດເປຣັກ ເມື່ອ ພ.ສ 2369 ໃຫ້ແກ່ອັງກິດ ຈຳນວນພື້ນທີ່ບໍ່ຮູ້ແຈ້ງ.
6. ເສັຍແຄວ້ນສິບສອງປັນນາ ເມື່ອ ພ.ສ 2393 ໃຫ້ຝຣັ່ງເສດ ຈຳນວນພື້ນທີ່ 60.000 ຕາຕະລາງກິໂລ ແມັດ.
6. ເສັຍຂະເໝນ ເມື່ອ ພ.ສ ຂອງແມ່ນຳ້ຂອງໃຫ້ແກ່ຝຣັ່ງເສດ ຈຳນວນພື້ນທີ່ 124.000 ຕາຕະລາງກິໂລ ແມັດ.
8. ເສັຍແຄວ້ນສິບສອງຈຸໄທ ເມື່ອ ພ.ສ 2413 ໃຫ້ແກ່ຝຣັ່ງເສດ ຈຳນວນພື້ນທີ່ 87.000 ຕາຕະລາງກິໂລ ແມັດ.
9. ເສັຍດິນແດນຝັ່ງຊ້າຍຂອງແມ່ນຳ້ສາລະວິນ 13 ເມືອງ ເມື່ອ ພ.ສ 2435 ໃຫ້ແກ່ອັງກິດ ຈຳນວນ 30.000 ຕາຕະລາງກິໂລແມັດ.
10. ເສັຍດິນແດນຝັ່ງຂວາຂອງແມ່ນຳ້ຂອງ ໃຫ້ແກ່ຝຣັ່ງເສດ ເມື່ອ ພ.ສ 2436 ຈຳນວນ 143.000 ຕາຕະລາງກິໂລແມັດ, ໃນວິກິດການ ຣ.ສ 112.
11. ເສັຍແຄວ້ນຫຼວງພຣະບາງ, ຈຳປາສັກ ເມື່ອ ພ.ສ 2446 ໃຫ້ຝຣ່ັງເສດ ຈຳນວນພື້ນທີ່ 62.500 ຕາຕະລາງກິໂລແມັດ, ເພື່ອແລກກັບເມືອງຈັນທະບູຣີ.
12. ເສັຍມົນທົນບົວລະພາ(ສຽມຮຽບ, ສີໂສພົນ, ພຣະຕະບອງ) ເມື່ອ ພ.ສ 2449 ໃຫ້ແກ່ຝຣັ່ງເສດ ຈຳນວນ 51.000 ຕາຕະລາງກິໂລແມັດ ເພື່ອແລກກັບເມືອງຕຣາດ.
13. ເສັຍຫົວເມືອງມາລາຍູ(ຣັດກະລັນຕັນ, ຕຣັງການູ, ປາລິສ, ໄທຣບູຣີ) ເມື່ອ ພ.ສ. 2451 ໃຫ້ອັງກິດ ຈຳນວນພື້ນທີ່ 80.000 ຕາຕະລາງກິໂລແມັດ ເພື່ອແລກກັບກິດຍົກເລີກສິດທິພາບນອກອະນາເຂດ ບວກກັບໃຫ້ ໄທຍ໌ກູ້ເງິນເພື່ອສ້າງທາງຣົດໄຟສາຍໃຕ້.
14. ເສັຍເຂົາ(ພູ)ພຣະວິຫານ ເມື່ອ ພ.ສ 2505 ໃຫ້ຂະເໝນ ຈຳນວນພື້ນທີ່ 2 ຕາຕະລາງກິໂລ ແມັດ.
ເມື່ອລຳດັບເຫດການ ເຊິ່ງທາງໄທຍ໌ສະຫຼຸບວ່າເສັຍດິນແດນ 14 ຄັ້ງນັ້ນ, ຍັງເຫັນວ່າໄທຍ໌(ສຍາມຂະນະນັ້ນ-ຜູ້ຂຽນ) ຍັງໄດ້ປະໂຫຍດຢ່າງຫຼວງຫຼາຍ ດັ່ງເຫດການເສັຍດິນແດນຂອງສຍາມຄັ້ງທີ 10, ທີ 11, ທີ 12 ແລະ ຄັ້ງທີ 13 ນັ້ນ ເຫັນວ່າສຍາມຍັງໄດ້ປະໂຫຍດຕອບແທນຄືນ ເຊິ່ງເຂົ້າໃຈວ່າສ່ວນທີ່ເສັຍໄປ ກັບປະໂຫຍດທີ່ໄດ້ກັບມາຄືນຍ່ອມສົ່ງຜົນສະທ້ອນອັນດີໃຫ້ແກ່ສຍາມ, ອີກທາງໜຶ່ງໃນບັນດາປະເທດທີ່ຢູ່ອ້ອມປະເທດສຍາມນັ້ນ ໃນປະຫວັດການເສັຍດິນແດນຂອງສຍາມ ຍັງເຄີຍໄດ້ເສັຍດິນແດນໃຫ້ແກ່, ພະມ້າ, ຂະ ເໝນໄປແລ້ວ ຊໍ້າບໍ່ພໍຍັງເສັຍດິນແດນໃຫ້ແກ່ຫວຽດນາມອີກ ເຊິ່ງເປັນດິນແດນທີ່ຢູ່ໄກສຍາມສົມຄວນ, ສຳ ລັບປະເທດທີ່ຢູ່ໄກສຸດຂົ້ວໂລກ ຢ່າງຝຣັ່ງເສດກັບອັງກິດນັ້ນ ສຍາມກໍເສັຍດິນແດນມາແລ້ວ, ເປັນຕາໜ້າສົງ ໄສວ່າ “ລາວ” ເຊິ່ງເຄີຍມີດິນແດນອັນກວ້າງໃຫຍ່ໄພສານມາກ່ອນໜ້ານັ້ນ ນັບແຕ່ປີ ພ.ສ 1900 ເຊິ່ງພຣະບາດສົມເດັດພຣະເຈົ້າຟ້າມງຸ່ມມະຫາຣາຊ ສ້າງແລ້ວມອບໄວ້ໃຫ້ຊົນຊາດລາວເປັນເຈົ້າຂອງ ບໍ່ເຫັນມີປະວັດສາດຕ່າງປະເທດກ່າວເຖິງວ່າເສັຍດິນແດນ ແລະໃນໄລຍະນັບ ແຕ່ປີ ພ.ສ 2329 ເປັນຕົ້ນມານີ້, ບໍ່ເຄີຍມີວັດສາດໜ້າໃດວ່າລາວໄດ້ດິນແດນຈາກໃສ ແລ້ວດິນແດນທີ່ເປັນອານາຈັກລ້ານຊ້າງທີ່ເຄີຍມີຄວາມຈະເຣີນຮຸ່ງເຮືອງ ແລະຍິ່ງໃຫຍ່ ກວ້າງຂວາງມາກ່ອນນັ້ນມັນຫາຍໄປໃສລະພີ່ນ້ອງ ຄົນລາວກໍຍັງເສີຍມັ່ງບໍ່ກ່າວເຖິງເລື່ອງນີ້ເລີຍ.
ວັນນີ້, ເປີດເບິ່ງໂທລະທັດທາງໄທຍ໌ ກໍຍັງໄດ້ຍິນໄທຍ໌ກ່າວເຖິງໄທຍ໌ເສັຍດິນແດນຜ່ານມາ ແລະກຳລັງຈະເສັຍອີກ ແລ້ວເຮົາຈະນັ່ງເບິ່ງເຫດການວ່າໃຜຈະໄດ້ ໃຜຈະເສັຍນັ້ນ ຄົງບໍ່ເປັນປະໂຫຍດສາແລ່້ວ, ເຖິງເວລາແລ້ວ ທີ່ພວກເຮົາຈະມາສຶກສາເຖິງການໄດ້ ການເສັຍດິນແດນ ຂອງບັນດາປະເທດເຫຼົ່ານີ້ຢ່າງຈິງຈັງດ້ວຍວິທີທາງວິຊາການ, ຢ່າງນ້ອຍເຮົາກໍມາກ່າວເຖິງວ່າອານາຈັກລ້ານຊ້າງທີ່ກວ້າງໃຫຍ່ບົນສອງ ຟາກຝັ່ງມັນຫາຍໄປໃສແລ້ວ ເພື່ອຄວາມຮັບຮູ້ແລະເຂົ້າໃຈກັນດີຂຶ້ນ ເພື່ອປ້ອງກັນການກະທົບກະທັ່ງກັນໃນອະນາຄົດ ເຊິ່ງໃຜໆກໍບໍ່ຄາດຫວັງວ່າຈະໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນຊຳ້ຮອຍອີກ ເຖິງເວລາແລ້ວທີເຮົາຈັກຕ້ອງເວົ້າ, ໃນເມື່ອກ່ອນໃນປະວັດສາດການເສັຍ ຫຼືໄດ້ດິນແດນຂອງບັນດາປະເທດທີ່ກ່າວນາມຂ້າງຕົ້ນນັ້ນ ລາວເຮົາບໍ່ມີສ່ວນຮ່ວມໃນການໄດ້ການເສັຍເລີຍ ອີກທາງໜຶ່ງໃນຂະນະນັ້ນເຖິງຢາກເວົ້າກໍເວົ້າບໍ່ໄດ້ ເພາະບໍ່ແມ່ນໜ້າທີ່ ມາດຽວນີ້ເຮົາມີໜ້າທີ່ ເປັນຂອງປະເທດແລ້ວ ຄວນເວົ້າແຕ່ເຮົາຈະເວົ້າໄດ້ຫຼືບໍ່, ຢ່າງນ້ອຍກໍເວົ້າໃຫ້ລູກຫຼານເຮົາຮູ້ເຖິງກົກປາຍສາຍເຫດແຫ່ງອະດິດຕະການານມາແລ້ວກໍຍັງດີ.
ອ້າງອິງ
http://www.youtube.com/user/xaouxso
ອັກສອນລາວ ໄດ້ມາຈາກອັກສອນພຣະຍາແຖນ
ເລົ່າໂດຍ: ພໍ່ຈາຣຍ໌ຄຣູໝັ້ນ ໂຊຕິທອນ.
ອະ ຕິເຕ ກາເລ, ໃນອະດີດຕະການຜ່ານມາ ຕັ້ງແຕ່ກ່ອນປູ່ສັງກະສາຍ່າສັງກະສີພຸ້ນ, ໂລກມະນຸດເຮົາຖືກນ້ຳຖ້ວມໃຫຍ່ຄັ້ງໜຶ່ງ ເຮັດໃຫ້ມະນຸດຕາຍຈົນເກືອບໝົດ, ແຕ່ມີເຖົ້າຄົນໜຶ່ງໄດ້ເອົາຫຼານຊາຍ, ຍິງ,ຄູ່ ເຂົ້າຂອງ ແລະສັດສາວາສິ່ງຂຶ້ນໃສ່ເຮືອ ຈຶ່ງເຮັດໃຫ້ເຮືອນັ້ນຟູຂຶ້ນໄປຮອດເມືອງແຖນ ແລ້ວພະຍາແຖນຜູ້ເປັນໃຫຍ່ກວ່າໂລກໃນສະໄໝນັ້ນ ໄດ້ສັ່ງໃຫ້ເຖົ້າຄົນນັ້ນ ໄປຢູ່ໜອງແຫ່ງໜຶ່ງ; ເມື່ອນ້ຳລົດແລ້ວຈຶ່ງສັ່ງໃຫ້ເຖົ້າຄົນນັ້ນມາສ້າງເມືອງລຸ່ມ, ແລ້ວແຖນກໍສ້າງມະນຸດ ແລະສັບພະສິ່ງຂຶ້ນມາແທນ, ຫຼັງຈາກນັ້ນມາມະນຸດໄດ້ສົມສູ່ຢູ່ກິນນຳກັນ ຈົນອອກລູກອອກຫຼານ ແຜ່ໄປຫຼວງຫຼາຍ ເຮັດໃຫ້ມະນຸດເກີດຄວາມສັບສົນວຸ້ນວາຍ, ຈຶ່ງຮອດເຖິງພຣະຍາແຖນ, ພຣະຍາແຖນເຫັນເປັນເຊັ່ນນັ້ນ ຈຶ່ງໄດ້ສົ່ງຂຸນບູຣົມຣາຊາທິຣາດມາປົກຄອງເມືອງລຸ່ມ, ຕັ້ງກົດເກນຕ່າງໆ ໃຫ້ມະນຸດໄດ້ປະພຶດປະຕິບັດກັນ, ຫຼັງຈາກນັ້ນເປັນຕົ້ນມາ ມະນຸດຈຶ່ງຢູ່ດ້ວຍຄວາມບໍ່ບຽດບຽນກັນ, ເຮັດໃຫ້ນານ້ອຍອ້ອຍໝູຢູ່ເຢັນເປັນສຸກຕລອດມາ.
ເມື່ອບ້ານ ເມືອງມີກົດເກນຂຶ້ນມາແລ້ວ ບ້ານເມືອງກໍຢູ່ເຢັນເປັນສຸກ ຜູ້ຄົນກໍຫຼວງຫຼາຍຂຶ້ນ, ເຖິງວ່າຄົນເລົ່ານັ້ນຈະບໍ່ຄ່ອຍຕໍ່ສູ້ບຽດບຽນກັນກໍຕາມ ແຕ່ພຣະຍາແຖນເຫັນວ່າ ທີ່ບ້ານແຫ່ງນັ້ນ ມີຄົນຢູ່ຮ່ວມກັນ ໓ ພວກ, ພວກໜຶ່ງຜິວເຫຼືອງ, ພວກໜຶ່ງຜິວຂາວ, ອີກພວກໜຶ່ງຜິວດຳ, ແລະມີຊື່ພວກແຕກຕ່າງກັນດັ່ງນີ້ຄື: ພວກໜຶ່ງຮຽກຊື່ພວກຕົນວ່າເຈັກ, ອີກພວກໜຶ່ງຊື່ພວກລາວ ແລະອີກພວກໜຶ່ງຊື່ວ່າພວກກຼອມ(ຂອມ), ທັງ ໓ ພວກນີ້ຕ່າງກໍຢູ່ບ້ານດຽວກັນ, ພວກເຈັກແມ່ນອາໄສຢູ່ຫົວບ້ານ, ພວກລາວອາໄສຢູ່ກາງໝູ່ບ້ານ ແລະພວກກຼອມອາໄສຢູ່ທ້າຍບ້ານ.
ເມື່ອເປັນເຊັ່ນນັ້ນ, ພະຍາແຖນເລັງເຫັນວ່າ ໃນການອະນາຄົດຜ່ານໄປ ຄົນ ໓ ພວກນີ້ ລ້ວນແຕ່ເປັນພີ່ນ້ອງກັນ ແຕ່ເມື່ອຜູ້ຄົນຂອງຕົນເພີ່ມຂຶ້ນຫຼວງຫຼາຍໄປແລ້ວ ຈະຕ້ອງແຍກຍ້າຍ ກັນໄປຢູ່ຕ່າງບ້ານ, ຕ່າງຖິນກໍຈະເຮັດໃຫ້ຄົນພວກນີ້ຫຼົງລືມເຜົ່າພັນ ແລະພວກພ້ອງກັນ, ເມື່ອເປັນເຊັ່ນນັ້ນ ພຣະຍາແຖນຫຼວງ ຜູ້ເປັນໃຫຍ່ແກ່ແຖນທັງຫຼາຍ ໄດ້ສັ່ງໃຫ້ແຖນແຕ່ງ, ຜູ້ເປັນແຖນທີ່ມີໜ້າທີ່ນິຣະມິດສິ່ງຕ່າງໆໃຫ້ແກ່ມະນຸດ ລົງມາຍັງເມືອງມະນຸດ ແລ້ວໃຫ້ສ້າງອັກສອນຊະນິດໜຶ່ງ ເພື່ອຈະໃຫ້ມະນຸດໄດ້ບັນທຶກເຣື່ອງຣາວຂອງຊາດຕົນໄວ້ ເພື່ອໃຫ້ມະນຸດໄດ້ສຶກ ສາເຣື່ອງຣາວຂອງຕົນ.
ເມື່ອແຖນແຕ່ງໄດ້ ຮັບໂອງການຂອງພຣະຍາແຖນຫຼວງແລ້ວ ກໍໄດ້ລົງມາຍັງເມືອງມະນຸດແລ້ວ ກໍໄດ້ໄປຍັງສານພຣະພູມປະຈຳໝູ່ບ້ານອັນນັ້ນ, ເມື່ອໄປຍັງ ສານພຣະພູມແລ້ວ ກໍແຈ້ງຂ່າວອັນພຣະຍາແຖນສັ່ງໃຫ້ຕົນມາກະທຳ ເພື່ອຈະປະທານອັກສອນໃຫ້ແກ່ມະນຸດ ເພື່ອຈະໄດ້ບັນທຶກເຣື່ອງຣາວຂອງຕົນໄວ້ໃຫ້ລູກຫຼານໄດ້ສຶກສາສືບທອດ.
ເມື່ອພຣະພູມໄດ້ຟັງການຣາຍງານຕົວຂອງແຖນແຕ່ງແລ້ວ ກໍໄດ້ຕ້ອງຮັບແຖນແຕ່ງເປັນຢ່າງດີ, ຫຼັງຈາກນັ້ນ ແຖນແຕ່ງກໍໄດ້ນິຣະມິດອັກສອນໄວ້ໃນພະລານ ເດີ່ນກາງບ້ານນັ້ນໝົດທຸກຕົວ ແລ້ວກໍສັ່ງໃຫ້ພຣະພູມໄປບອກກ່າວ ໂດຍການນິຣະມິດຄວາມຝັນໃຫ້ຫົວໜ້າກຸ່ມຂອງຄົນທັງສາມພວກໃຫ້ຮູ້ວ່າ “ມື້ອື່ນເຊົ້ານີ້ ເນື່ອງຈາກວ່າພຣະຍາແຖນຫຼວງ ໄດ້ມີພຣະໂອງການໃຫ້ແຖນແຕ່ງໄດ້ແຕ່ອັກສອນໃຫ້ມະນຸດໄດ້ນຳເອົາໄປບັນທຶກເຣື່ອງຣາວຂອງຕົນໄວ້, ດ້ວຍເຫດນັ້ນຈຶ່ງໃຫ້ ຫົວໜ້າເຜົ່າໄປຍັງຫໍພຣະພູມຫົວບ້ານນັ້ນ ຫາກເຫັນອັກສອນແລ້ວໃຫນນຳເອົາໄປໃຊ້".
ທີ່ຫົວບ້ານນັ້ນ ເປັນຫໍພຣະພູມປະຈຳໝູບ້ານ ເຊິ່ງຄົນທັງສາມພວກໄດ້ມາທຳກິດຈະກັມ ແລະມ່ວນຊື່ນລື້ນເລີງກັນປະຈຳເດືອນ, ທັງໄດ້ມາລ້ຽງພຣະພູມ ມາຂໍພອນ ຫຼືຕິດຕໍ່ສື່ສານກັບພຣະຍາແຖນຢູ່ຟາກຟ້າ.
ໃນຄືນນັ້ນ, ຫົວໜ້າຂອງຄົນທັງສາມພວກ ໄດ້ຮັບຮູ້ນິມິດຄວາມຝັນອັນນັ້ນ ກໍນອນຫຼັບໄປຈົນມື້ອື່ນເຊົ້າ, ໃນຄ່ຳຄືນນັ້ນເອງ ຝົນຕົກແຮງຮ່າໃຫຍ່ ຈຶ່ງເຮັດໃຫ້ຄົນພວກນັ້ນນອນຫຼັບຝັນດີເປັນພິເສດ.
ມື້ໃໝ່ມາ, ພໍຮຸ່ງອະຣຸນ ຫົວໜ້າກຸ່ມຄົນລາວໄດ້ຕື່ນຂຶ້ນມາແຕ່ແສງທອງກຳລັງຮຸ່ງ ກໍໄດ້ໄປຍັງເດີ່ນຫົວບ້ານ ພໍໄປເຖິງຫົວບ້ານກໍໄດ້ເຫັນອັກສອນ ອັນພຣະຍາແຖນ ທີ່ພຣະພູມມານິຣະມິດໃຫ້ຮູ້ເມື່ອຄືນນີ້, ບັງເອີນຂີ້ກະເດືອນພັດໄຕ່ທັບສ່ວນໜຶ່ງຂອງອັກສອນແລ້ວ ຈຶ່ງໄດ້ກ່າຍເອົາອັກສອນນັ້ນກັບມາຍັງເຮືອນ ແຕ່ວ່າອັກສອນທີ່ຫົວໜ້າເຜົ່າລາວເຫັນນັ້ນມີສອງແບບ ຈຶ່ງບໍ່ເຂົ້າໃຈວ່າ ອັກສອນທັງສອງແບບນັ້ນອັນໃດເປັນອັກສອນຂອງພຣະຍາແຖນແທ້, ທັງເປັນຮູບອັກສອນຢ່າງຈະແຈ້ງ ແຕ່ວ່າຕອນທ້າຍໆຂອງ ໝວດອັກສອນ ພັດເປັນຮອຍຂີ້ກະເດືອນໄຕ່ ເມື່ອເອົາມາຮອດເຮືອນແລ້ວຫົວໜ້າເຜົ່າລາວ ກໍໄດ້ແປງເອົາອັກສອນຊະນິດທີ່ມີຕົນຕົວຈະແຈ້ງບັນທຶກເປັນອີກແບບໜຶ່ງ ຮຽກວ່າອັກສອນລາວ, ສ່ວນທີ່ເປັນຮອຍຂີ້ກະເດືອນນັ້ນ ກໍແປງເປັນອີກແບບໜຶ່ງ ຕົວມົນໆ ເມື່ອຄົນລາວຍ້າຍຖິ່ນໄປຕັ້ງອານາຈັກຂອງຕົນ ກໍເອົາໃຊ້ກາຍເປັນອັກສອນລາວອີກແບບໜຶ່ງ ການຕໍ່ມາເມື່ອມີພຸດທະສາສນາ ຄົນທັງຫຼາຍໃຊ້ຂຽນພຣະທັມມະວິໄນ ຄົນທັງຫຼາຍຈຶ່ງຮຽກວ່າອັກສອນທັມ, ສ່ວນທີ່ເປັນຕົວຕົນຈະແຈ້ງນັ້ນ ກໍບັນທຶກພາສາລາວ ຄົນທັງຫຼາຍ ຈຶ່ງຮຽກວ່າອັກສອນລາວ. ຍ້ອນວ່າອັນສອນທັງສອງຢ່າງນີ້ ເຄິ່ງໜຶ່ງຈະແຈ້ງ ເຄິ່ງໜຶ່ງຖືກຂີ້ກະເດືອນໄຕ່ທັບແລ້ວ ຈຶ່ງເຮັດໃຫ້ອັກສອນທັງສອງນີ້ບໍ່ຄົບ ມີພຽງແຕ່ຊາວ ໒໗ ຕົວ, ການຕໍ່ເມື່ອຄົນຫຼາຍຂຶ້ນ ພາສາກໍເກີດຂຶ້ນມາເລື້ອຍເຮັດໃຫ້ຄວາມເວົ້າຫຼາຍຂຶ້ນມາ ຕໍ່ມາຈຶ່ງໄດ້ແຕ່ງອັກສອນທັງສອງນີ້ຈົນຄົບ, ເມື່ອໄດ້ອັກສອນແລ້ວ ຫົວໜ້າກວານບ້ານກໍໄດ້ເອົາອັກສອນທັງສອງນັ້ນ ບັນທຶກໄວ້ແຜ່ນໜັງຄົນທັງຫຼາຍຈຶ່ງ ປ່ຽນຊື່ຄຳວ່າອັກສອນນັ້ນມາເປັນໜັງສື ໃນການຕໍ່ມາ, ເຮົາຈະເຫັນວ່າອັກສອນລາວເປັນຕົວເປັນຂາ ເວລາຂຽນຄວາມເວົ້າແລ້ວອັກສອນ ແລະຄຳເວົ້າມັກຈະຖືກຕ້ອງກັນ ຫຼືກົງກັນກັບຄຳເວົ້າ ເຊັ່ນ: ກິນ, ການ, ກືນ, ສອງ, ສາມ, ສີ່ ແລະອື່ນໆ, ສ່ວນອັກສອນທັມນັ້ນຈະເຫັນເປັນຕົວມົນໆ ເພາະວ່າໄດ້ຈາກຮອຍຂີ້ກະເດືອນນັ້ນເອງ.
ໃນມື້ດຽວກັນນັ້ນ, ເຜົ່າກຼອມທີ່ຕັ້ງບ້ານເຮືອນຢູ່ທ້າຍບ້ານ ກໍຮູ້ສຶກເຖິງຄວາມຝັນ ທີ່ພຣະຍາແຖນ ແລະພຣະພູມມາບອກໃຫ້ໄປເອົາອັກສອນ, ຈຶ່ງຮີບໄປຍັງຫົວບ້ານບ່ອນສານພຣະພູມ ແຕ່ວ່າໄປເຖິງສວາຍແນ່ແລ້ວ ຂິ້ກະເດືອນໄຕ່ລືບໜັງສືຈົນໝົດແລ້ວ ຈຶ່ງເຫັນແຕ່ຮອຍຂີ້ກະເດືອນ ເມື່ອເຫັນເປັນເຊັ່ນນັ້ນ ກໍນຶກວ່າຮອຍຂີ້ກະເດືອນນັ້ນເປັນໜັງສື ກໍເອົາເອົາຮອຍຂີ້ກະເດືອນນັ້ນ ມາແປງເປັນອັກສອນ ຈົນຄົບ ໔໔ ໂຕ, ແຕ່ຂຽນເປັນຮອຍຄ້າຍຮອຍຂີ້ກະເດືອນ ຄົນທັງຫຼາຍຈຶ່ງຮຽກວ່າ ອັກສອນກຼອມຫວັດ(ອັກສອນຂອມຫວັດ) ເມື່ອໄດ້ໄປແລ້ວພວກກຼອມກໍໄດ້ເອົາໄປຂຽນໄວ້ໜັງຄົນກຼອມ(ຂອມ ຫຼືຂະເມໝນ) ກໍຮຽກວ່າໜັງສືເຊັ່ນກັນ, ດ້ວຍເຫດນັ້ນ ອັນສອນ ຫຼືໜັງສືຂອມຈຶ່ງຕົວມົນໆເໝືອນກັນກັບຮອຍຂີ້ກະເດືອນ.
ສ່ວນ ພວກເຈັກ, ອາໄສຢູ່ຫົວບ້ານນັ້ນເອງ ຕື່ນຂຶ້ນມາແຕ່ເຊົ້າ ແຕ່ວ່າເຮັດວຽກ ເຮັດງານຈົນລືມ, ກວ່າຈະຮູ້ເມື່ອຄີງ ເຖິງນິມິດທີ່ພະຍາແຖນ ແລະພຣະພູມໄປບອກວ່າໃຫ້ມາເອົາໜັງສືໄປໃຊ້ ກໍຈົນກວ່າໄກ່ໂຕນຄອນແລ້ວ, ເມື່ອໄປຮອດເດີນໂພນຫົວບ້ານກໍເຫັນພຽງແຕ່ຮອຍຕີນໄກ່ ຈຶງນຶກໃນໃຈວ່າ ຄືຊິແມ່ນນີ້ແລ້ວເປັນອັກສອນທີ່ແຖນສັ່ງໃຫ້ມາເອົາ ຈຶ່ງກ່າຍເອົາຮອຍຕີນໄກ່ນັ້ນໄດ້ໄວ້ ທຳອິດໄດ້ກ່າຍ ໄວ້ໄມ້ຄານກ່ອນ, ແຕ່ຕໍ່ມາເນື່ອງຈາກວ່າບ້ານຂອງຊາວຈີນນັ້ນມີຕົ້ນໃຜ່ຫຼາຍ ຈຶ່ງຂຽນໜັງສືໜັງນັ້ນໄວ່ກະບັ້ງໄມ້ໃຜ່ ເຮົາຈຶ່ງເຫັນວ່າ ຕົວໜັງສືຈີນນອກຈາກເປັນຕົວຄືກັນຄືກັບຮອຍໄກ່ເຂັ່ຍແລ້ວ ຍັງຂຽນລົງໄປທາງລຸ່ມ ເໝືອນໄກ່ເຂັ່ຍ ແຕ່ເນື່ອງຈາກການຂຽນໄມ້ໃຜ່ຕ້ອງຂຽນຕາມລວງຍາວຂອງໄມ້ໃຜ່ນັ້ນເອງ.
ຄວາມໝາຍຂອງຄອນພຣະເພງ ແລະຫຼີ່ຜີ
(ຮອງ ຜອ.ວິທະຍາໄລສົງ ອົງຕື້)
ເມື່ອເຮົາພົບບົດຂຽນກ່ຽວກັບບົດຂຽນ ຫຼືເລື່ອງລາວກ່ຽວກັບຄອນພຣະເພງ ແລະຫຼີຜີນັ້ນ ມັກຈະເຮັດໃຫ້ເນື້ອຄວາມ ແລະຂໍ້ມູນບາງຂໍ້ມູນຂາດຫາຍໄປ ຍິ່ງການຂຽນຊື່ "ຄອນພຣະເພງ" ຖືກກຳນົດດ້ວຍສຳນຽງພາສາກາງແລ້ວ ຄວາມໝາຍຂອງຄອນພຣະເພງກໍປ່ຽນແປງໄປ ບໍ່ສະເພາະແຕ່ຄົນຕ່າງຖິ່ນ ແມ່ນກະທັງຄົນທ້ອງຖິ່ນເອງກໍຮຽກຊື່ຄອນພຣະເພງ ປ່ຽນໄປຕາມໜັງສືທີ່ຂຽນໄວ້ເປັນທາງການນັ້ນ ຍິ່ງໄປກວ່ານັ້ນຄົນທົ່ວໄປຍັງເຂົ້າໃຈວ່າ ຄອນພຣະເພງ ແລະຫຼີຜີເປັນສະຖານທີ່ດຽວກັນດ້ວຍ, ເພື່ອໃຫ້ບັນດາທ່ານທີ່ສົນໃຈໄດ້ຮັບຮູ້ເລື່ອງລາວຂອງຄອນພຣະເພງ ແລະຫຼີ່ຜີຖືກຕ້ອງຂຶ້ນກວ່າເດີມ ຈຶ່ງໄດ້ຄົ້ນຄວ້າ ວິໄຈ ຄວາມເປັນມາມາສະດໜີໃຫ້ແກ່ທ່ານຮັບຮູ້ດັ່ງນີ້.
ອັນວ່າ ຄອນພຣະເພງ ກັບຫຼີ່ນັ້ນ ມີຄົນເຂົ້າໃຈວ່າແມ່ນທີ່ດຽວກັນ, ທີ່ແທ້ຄອນພຣະເພງບໍ່ແມ່ນທີ່ດຽວກັນກັບຫຼີ່ຜີ ເພາະຄອນພຣະເພງ (ແມ່ນຮູບທີ່ເອົາມາໂຊວ໌ນັ້ນ) ຢູ່ຝັ່ງຕາເວັນອອກຕິດກັບຝັ່ງເມືອງ(ຝັ່ງຕາເວັນອອກແຜ່ນດິນໃຫຍ່) ດ້ານໜຶ່ງຕິດກັບດອນຊື່ດຽວກັນ(ດອນພຣະເພງ) ສ່ວນຫຼີ່ຜີນັ້ນຢູ່ຝັ່ງດ້ານຕາເວັນຕົກຂອງດອນພຣະເພັງນັ້ນອອກໄປ ເຊິ່ງມີດອນເດດ ດອນສົມຂັ້ນໄວ້ ຄືຢູ່ລະຫວ່າງດອນເດດກັບດອນຄອນ(ສ່ວນຢູ່ລະຫວ່າງດອນເດດກັບດອນຄອນນັ້ນເຂົາຮຽກວ່າ ແກ້ງປັກຕູເມືອງ, ຫາກນັກທ່ອງທ່ຽວຢາກໄປທ່ຽວທີ່ນັ້ນແມ່ນຕ້ອງໄດ້ຂີ່ເຮືອໄປ ລົງເຮືອທີ່ບ້ານນາກະສັງ.
ກ. ຄອນພຣະເພງ ຊາວທ້ອງຖີ່ນສຽງເດີມ ຈະຮຽກອອກສຽງວ່າ “ເພງ” ບໍ່ໄດ້ອອກສຽງ “ເພັງ” ເພາະຄວາມໝາຍທີ່ແທ້ຈິງ ມີທີ່ມາຢ່າງນ້ອຍສອງທາງ, ອິງຕາມຄວາມເປັນຈິງຕາມຮູບສັບຣະຫວ່າງ “ເພັງ” ກັບ “ເພງ” ມີທີມາດັ່ງນີ້:
- ຄຳວ່າ “ເພັງ” ໝາຍຄວາມວ່າ “ເຕັມ” ຫຼື “ຮຸ່ງ” ຫຼື “ແຈ້ງ” ເຊັ່ນ “ເດືອນເພັງແຈ້ງ ແສງສ່ອງເຮືອງໃສ ຍາມຣາຕຣີ ສິວິໄລຮຸ່ງເຮືອງສະເທືອງຟ້າ” ສະນັ້ນຄຳວ່າ “ພຣະ” ມາຈາກພາສາປາລີວ່າ “ວຣ” ແປງວ່າ “ປະເສີດ, ດີ” ແລ້ວແປງ “ວ” ໃຫ້ເປັນ “ພ” ຈຶ່ງໄດ້ ຄຳວ່າ “ພຣ” ໃນພາສາປາລີສຣະ “xະ” ຈະບໍ່ມີຮູບ ໃນອັກສອນທຸກຕົວຍ່ອມມີສຣະ “xະ” ຕິດພັນຢູ່ນຳສະເໝີ ດ້ວຍເຫດນັ້ນ ເມື່ອມາຂຽນເປັນພາສາລາວແລ້ວ ຈຶ່ງຕ້ອງເອົາສຣະ “xະ” ມາຂຽນໄວ້ຫຼັງ ຈຶ່ງອ່ານວ່າ “ພຣະ” ແລະ ແລ້ວຄອນນີ້ ຈຶ່ງມີຊື່ວ່າ “ພຣະເພງ” (ມີທີ່ມາຈະອະທິບາຍໃນຄວາມເປັນມາຂອງຊື່ ເມື່ອຊາວເໜືອໄປເຫັນເຂົ້າ ກໍຮຽກວ່າຄອນພະເພັງ, ເພາະຄົນທາງເໜືອ ເມື່ອຂຽນ “ເພງ” ຈະຂຽນວ່າ “ເພັງ” ຈຶ່ງເຊື່ອວ່າຂຽນບໍ່ຖືກຕາມຄວາມໝາຍເດີມຂອງ ຊື່ຂຽນແຫ່ງນີ້, ເພາະຄຳວ່າ "ເພງ" ໝາຍເຖິງ "ສຽງມ່ວນ, ສຽງອ່ອນຊ້ອຍ". ຈຶ່ງມີທີ່ມາ ແລະ ຄວາມໝາຍຂອງຊື່ “ຄອນພຣະເພງ” ນັ້ນມີທີ່ມີສອງກະແສອີກດັ່ງນີ້ ຄື:
໑. ຄອນພຣະເພງ ທີ່ຊາວໂລກໃຫ້ສັນຍານາມວ່າ “ແອງກລາຕາເວັນອອກ” ນີ້ ເມື່ອກ່ອນຈະມີສຽງດັງ ກ້ອງກັງວານໄກໄປຮອດຈຳປາສັກ ແລະພູພຽງບໍຣິເວນ, ທາງຕາເວັນອອກດຮອດສາຍພູແດນແກວ, ທາງໃຕ້ຮອດກະແຈະ, ທາງຕາເວັນຕົກຮອດເມືອງຕ່ຳ(ສຸຣິນ) ເພາະມີຄຳໜຶ່ງ ຄົນທາງໃຕ້ກ່ອນບົດປ່ອຍ ປີ ໑໙໗໕ ກັບຄືນໄປ ມັກເວົ້າຄຳກ່ອມລູກວ່າ “ຮອດມາຕ່ຳເຮົາໄດ້ກິນປາ ຮອດເມືອງຜາເຮົາໄດ້ກິນເຂົ້າ” ມີຄຳກ່າວອີກຄຳໜຶ່ງວ່າ “ເມື່ອຊາວສີພັນດອນໄປພູພຽງບໍຣິເວນ ຫາກຢາກຮູ້ວ່າສີພັນດອນຢູ່ທີ່ໃດ ຂຶ້ນຕົ້ນໄມ້ຈະຍິນສຽງຄອນພຣະເພງດັງ ກໍຈາມາຍັງສີພັນດອນຖືກ” ສຽງນີ້ດັງຕລອດຍາມແລ້ງ ແລະ ຝົນ, ຈົນມາຮອດສະໄໝຝຣັ່ງເຂົ້າມາປົກຄອງລາວ ພວກເຂົາຈະລ່ອງແພໄມ້ສັກຈາກບໍ່ແກ້ວ ໄຊຍະບູຣີ ດ້ວຍເພຕາມລຳແມ່ນ້ຳຂອງ ລົງໄປທະເລຈີນໃຕ້ ເມື່ອໄປຮອດທາງດອນຄອນແລ້ວ ເຂົາຈະປ່ອຍແພລົງແກ້ງ ແຕ່ຈະບັງຄັບໃຫ້ແພໄມ້ສັກໄປທາງດອນເດດ ແລະດອນຄອນ ແຕ່ມາມີແພໄມ້ສັກຂະບວນໜຶ່ງໄດ້ໄຫຼໄປທາງຕາເວັນອອກ ເລີຍໄປຕົກທາງຄອນພຣະເພງ ແລະແລ້ວໄມ້ສັກຈຶ່ງໄປຕົກຖືກລິ້ນຫີນທີ່ທຳໃຫ້ມີສຽງດັງຂອງຄອນພຣະເພງນັ້ນ ແຕ່ນັ້ນມາສຽງເພງແຫ່ງຄອນພຣະເພງນັ້ນ ກໍບໍ່ດັງເລີຍແຕ່ບັດນັ້ນ, ຍັງຄົງຍັງດັງເທົ່າປັດຈຸບັນນີ້ ແຕ່ຍາມຝົນເທົ່ານັ້ນ ສຽງຄອນພຣະເພງຈະດັງສະເພາະຍາມຝົນ ເວລາ ໓-໔ ໂມງໃກ້ຊິແຈ້ງ ຈະດັງຮອດເມືອງໂຂງ, ເມືອງແສນ, ຂະເໝົາ ຖ້າໃຜໄປທາງສີພັນດອນຍາມນັ້ນ ກໍໃຫ້ສັງເກດເບິ່ງ ຜູ້ຂຽນເກີດທີ່ດອນຂະເໝົາ, ເມືອງແສນ, ສະນັ້ນ ຄຳວ່າຄອນພຣະເພງ ນັ້ນມີທີ່ມາຈາກ ສຽງຄອນພຣະເພງ ດັງເໝືອນສຽງເພງຈາກສະຫວັນ, ໝາຍຄວາມວ່າສຽງເພງທີ່ປະເສີດນັ້ນເອງ.
໒. ກະແສງທີສອງນີ້ ຄືວ່າ ທີ່ຄອນພຣະເພງນັ້ນ ບໍ່ວ່າຍາມແລ້ງ ແລະຍາມຝັນສຽງຄອນພຣະເພງກໍດັງເໝືອນສຽງເພງຮອດບັດນີ້ ຂໍເຊີນໄປສຳຜັດເອງຫາກມີເວລາ ເພາະແຖວນັ້ນເມື່ອກ່ອນເປັນປ່າສົມບູນ ມີສັດສາວາສິ່ງຮ້ອງຂັບຂານ ກ່ອມກັບສຽງນ້ຳຕົກຕາດ ເລີຍກາຍເປັນສຽງເພັງເໝືອນດັງສວາງສະຫວັນ.
ສ່ວນຄຳວ່າຫຼີຜີນັ້ນ ມີທີ່ມາ ແລະຄວາມໝາຍ ໔ ກະແສ ດັ່ງນີ້ຄື:
໑. ກະແສງທີໜຶ່ງ ມາຈາກໜັງສືພຣະລັກພຣະຣາມ ອັນເປັນວັນນະກັມເອກຂອງລາວ, ເຣື່ອງໜຶ່ງດຽວນີ້ ຊອກຫາອ່ານຍາກ ແຕ່ມີສະບັບພາສາລາວ ທີ່ຂ້າພຣະເຈົ້າມີໄວ້ ທັງສອງເຫັ້ຼມເລີຍ, ມີເຣື່ອງລາວດັ່ງນີ້,
“ເມື່ອພຣະລັກພຣະຣາມ ໄດ້ນາງສີດາກັບຄືນມາແລ້ວ, ກໍເດີນທາງກັບມາຍັງເມືອງຈັນທະບູລີ ເມື່ອມາຮອດສະຖານທີ່ແຫ່ງໜຶ່ງ ບໍຣິເວນມະຫານະທີສີທັນດອນ(ສີທັນຕະຣະ) ທີ່ນັ້ນບໍ່ມີດອນຈັກດອນເລີຍ ເປັນວັງນ້ຳທີ່ກວ້າງຮຽກວ່າສະໝຸດ, ພໍດີເວລາໃກ້ຄ່ຳ ຈຶ່ງຈະພັກນອນແຮມຄືນ ພຣະລັກເຫັນວ່າຖ້ານອນທີ່ຝັ່ງກໍຢ້ານບໍ່ມີຄວາມປອດໄພ ພຣະລັກຈຶ່ງຍິງສອນລົງໄປຍັງມະຫານະທີສີທັນດອນ ແລະປາຖໜາໃຫ້ເປັນດອນ ຈຶ່ງເກີດມີດອນໜຶ່ງຂຶ້ນມາ ພຣະລັກຈຶ່ງເຊີນພຣະຣາມ ແລະນາງສີດາໄປທີ່ດອນນັ້ນ ແລ້ວນິມິດຜາສາດຂຶ້ນໃນນດອນນັ້ນ, ໃນຂະນະນັ້ນເອງລາບພຣະນາສວນ ເມື່ອຮູ້ວ່າພຣະຣາມມາຕາມເອົານາງສີດາກັບຄືນແລ້ວ ກໍຕິດຕາມມາຈຶ່ງມາທັນທີ່ມະຫານະທີສີທັນດອນນັ້ນ ຈື່ງເກີດສົງຄາມຂຶ້ນທີ່ນັ້ນ, ຝ່າຍພຣະລັກຢູ່ທາງເໜືອ ສ່ວນພຣະນາສວນຢູ່ທາງໃຕ້ ສົງຄາມຣະຫວ່າງລາບພຣະນາສວນ ກັບພຣະລັກພຣະຣາມຈຶ່ງເກີດຂຶ້ນທີ່ນັ້ນ.
ທາງຝ່າຍລາບພຣະນາສວນຈຶ່ງແຕ່ງໃຫ້ຄຸດ ແລະນາກກໍ່ກຳແພງຂຶ້ນຕັນແມ່ນ້ຳ ເພື່ອຫວັງຈະໃຫ້ນ້ຳນັ້ນຖ້ວມດອນ ແຕ່ຍ້ອນອິດທິຣິດຂອງສອນ ເຖິງວ່ານ້ຳຈະຖ້ວມຫຼາຍພຽງໃດກໍຕາມ ນ້ຳບໍ່ສາມາດຖ້ວມດອນນັ້ນໄດ້ດ ແຕ່ວ່ານ້ຳຈະຖ້ວມບໍຣິວານຂອງພຣະລັກພຣະຣາມ ແລະປະຊາຊົນ ພຣະຣາມຈຶ່ງສັ່ງໃຫ້ ຫະນຸມານ ໄປມ້າງກຳແພງຫີນເປັນຊ່ວງໆ ຄົນທັງຫຼາຍຈຶ່ງຮຽກວ່າ “ຫຼີ່” ຫະນຸມານນັ້ນ ໄປເຫັນນາງມັດສາງາມຫຼາຍ ຈຶ່ງໄປກ້ຽວພາລາສີ ຈຶ່ງເຮັດໃຫ້ຫະນຸມານບໍ່ສາມາດມ້າງກຳແພງຫິນຕັນນ້ຳນະທີໄດ້ ຈຶ່ງເຮັດໃຫ້ສະຖານທີ່ນັ້ນ ເປັນຄອນທ້າງຕັນນ້ຳຂອງຮອດບັດນີ້, ຈຶ່ງເກີດເປັນດອນ ແລະຄອນຕ່າງໆ ລວມທັງຄອນພຣະເພງ ແລະຫຼີຜີດ້ວຍ.
ໃນຂະນະນັ້ນເອງ ການສົງຄາມຍັງດຳເນີນໄປຢ່າງຮຸນແຮງເຮັດໃຫ້ບໍຣິວານຂອງທັງສອງຕາຍຕົກລົງນ້ຳ ໄຫຼໄປເປີະຫຼີ່ຫີນນັ້ນເໝັ້ນສະເອືອນ ຄົນທັງຫຼາຍຈຶ່ງຮຽກວ່າ “ຫຼີຜີ” ແຕ່ບັດນັ້ນມາ, ສ່ວນດອນຕ່າງໆ ທີ່ມີຫຼາຍກວ່າພັນດອນໃນເຂດນັ້ນ ກໍເກີດຈາກອຳນາດອິດທິຣິດຂອງລາບພຣະນາສວນ ໄດ້ໄປຂົນເອົາພູ ແລະ ຫີນມາໂຍນໃສ່ພຣະລັກ ພຣະຣາມ ທາງພຣະລັກ-ພຣະລາມກໍເອົາສອນຍິງ ກໍປ້ອງກັນດ້ວຍອິດທິຣິດໄປຕົກລົງນ້ຳ ກໍກາຍເປັນດອນ ຕົກລົງດິນກາຍເປັນພູ ສະນັ້ນ ທີ່ດອນໂຂງຈຶ່ງມີພູຫຼາຍເຖິງ ໙໙ ໜ່ວຍພູ(ຕາມການເລົ່າຂານກັນ)
໒. ກະແສທີສອງ ແມ່ນມີເນື້ອຄວາມຕາມເລົ່າຂານຂອງຊາວທ້ອງຖິ່ນ ແລະ ອິງຕາມຄວາມເປັນຈິງທາງພູມສາດ ກາຍະພາບ, ທີ່ບໍຣິເວນທີເປັນຫຼີ່ຜີນັ້ນ ເປັນຕາດເປັນຄອນຫຼາຍ ຄ້າຍຫຼີ່ ເມື່ອຄົນຕາຍຕົກນ້ຳ ຫຼືສັດຕາຍຕົກນ້ຳໄດ້ໄຫຼໄປເປີະຫຼີ່ຕາດຄອນທີ່ນັ້ນ ຊາວພື້ນເມືອງຈຶ່ງຮຽກທີ່ນັ້ນວ່າຫຼີ່ຜີ, ອັນນີ້ຢືນຢັນໄດ້ສະໄໝຍັງນ້ອຍມີຄົນຕາຍຕົກນ້ຳ ຢູ່ທາງດອນເໜືອຫາຄາບບໍ່ໄດ້ ຊາວບ້ານຈຶ່ງພາກັນໄປຫາທີ່ແຖວຫຼີ່ຜີດກໍເຫັນສົມປະສົງ.
໓. ອິງຕາມວັດທະນະທັມໃນບຣິເວນນີ້ ຈະເຮັດຫຼີ່ເພື່ອຕັນເອົາປາ ແຕ່ມີສັດ ແລະຄົນຕາຍດິກນ້ຳ ໄຫຼໄປເຂົ້າຫຼີ່ ຄົນຈຶ່ງຮຽກວ່າ “ຫຼີຜີ”.
໔. ອິງຕາມວັດທະນະທັມເຊັ່ນກັນ ຊາວດອນແຖວນີ້ ເຮັດຫຼີ່ເອົາປາ ປາທີ່ຂຶ້ນມາເຂົ້າຫຼີຕ້ອງຕາຍເປັນຜີທຸກຕົວ ເວັ້ນເສັຍແຕ່ເອົາບໍ່ໝົດແລ້ວ ຈຶ່ງປ່ອຍລົງນ້ຳຄືນ (ເມື່ອ ໑໐-໑໕ ປີຄືນຫັຼງ ມີປະເພນີວ່າ ຖ້າຫຼີ່ໃດເອົາປາບໍ່ໝົດໃນຫຼີ່ຂອງຕົນກໍໃຫ້ຮ້ອງຖາມຄົນອື່ນວ່າຊິເອົາບໍ ? ຖ້າບໍ່ມີໃຜເອົາໃຫ້ປ່ອຍລົງນ້ຳຄືນ)
ໃນປັດຈຸບັນນີ້ ຫຼີ່ຜີ ແລະຄອນພຣະເພງໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ນັກທ່ອງທ່ຽວທັງໃນ ແລະນອກປະເທດ ຍ່ອມຮູ້ຈັກກັນດີ ຫາກທ່ານທັງຫຼາຍ ມີໂອກາດໄປທາງເມືອງໂຂງສີພັນດອນ ກໍຢ່າພາດທີ່ຈະໄປເບິ່ງສອງຄອນທີ່ຍິ່ງໃຫຍ່ນີ້ສວຍງາມ ຕ່າງກັນ ໄປຍາມໃດກໍໄດ້ສີສັນ ແລະອັດຖະຣົດທີ່ບໍ່ມີວັນລືມເລີຍ
19 June 2008
ໄຫວ້-ນົບ-ເຄົາຣົບ-ຢຳແຢງ ເປັນພື້ນຖານວັດທະນະທັມລ້ານຊ້າງ
ໄຫວ້-ນົບ-ເຄົາຣົບ-ຢຳແຢງ ນັ້ນເປັນຄຳເວົ້າຂອງຄົນລາວຕັ້ງແຕ່ແຕ່ດຶກດຳບັນ ແລະຍັງຫຼົງເຫຼືອມາຮອດປັດຈຸບັນ ດ້ວຍຄຳເວົ້າຜະໂຫຍກນີ້ ໄດ້ກໍເກີດເປັນພື້ນຖານວັດທະນະທັມລ້ານຊ້າງ ທີ່ມີຄວາມສວຍງາມ ແລະເອກລັກ ສັນຍາລັກ ແລະຄົງຄວາມເປັນຊາດລາວມາຮອດປັດຈຸບັນ ເຊິ່ງຄົນລາວເຮົາຢືດຖືປະຕິບັດ ທີ່ປາກົດຕົວໃນທຸກວົງການສຂອງສັງຄົມ ເຊິ່ງຂາດເສັຍໄປບໍ່ໄດ້
ໄຫວ້-ນົບ-ເຄົາຣົບ-ຢຳແຢງ ນີ້ ໄດ້ຖືກຳເນີດຈາກແນວຄິດທາງວັດທະນະທັມທາງພຸດທະສາສນາ ທີ່ສະແດງອອກທາງກາຍ ເຊິ່ງສະແດງເຖິງ ຈິດໃຈອັນອ່ອນນ້ອມຖ່ອມຕົວ ແລະເຄົາຣົບສັດທາໃນຄວາມເຊື່ອ, ສາສະໜາ, ບຸກຄົນ ແລະສະຖານທີ່ ເຊິ່ງສາມາດແຍກການເຄົາຣົບອອກເປັນ ປະເພດອອກໄດ້ດັ່ງນີ້:
໑. ການໄຫວ້
- ການໄຫວ້ແບ່ງອອກເປັນປະເພດຍ່ອຍໆອອກອີກ ໔ ປະເພດອີກງຕາມປະເພດຂອງການໄຫວ້ຄື:
- ໄຫວ້ພຣະພຸດຮູບ ແລະສິ່ງເຄົາຣົບ.
- ໄຫວ້ພຣະສົງ-ສາມະເນນ.
- ໄຫວ້ພໍ່ແມ່
- ໄຫວ້ຄຣູອາຈານ
໑. ໄຫວ້ພຣະພຸດຮູບ ແລະສິ່ງເຄົາຣົບ.
ການໄຫວ້ພຣະນັ້ນ ຈະຢືນໄຫວ້ກໍໄດ້ ຈະນັ່ງໄຫວ້ກໍໄດ້ ທັງນີ້ທັງນນັ້ນ ຕ້ອງອິງຕາມສະຖານທີ່ ເຊັ່ນກາພຣະພຸດທະຮູບໃຫຍ່ ແລະຢູ່ກາງເດີນຢືນໄຫວ້ກໍໄດ້ ແຕ່ຖ້າຫາກພຣະພຸດຮູບທີ່ຮ້າຍພຣະແລະຕ່ຳກວ່າເຮົາຢືນຕ້ອງນັ່ງຄຸເຂົ່າລົງແລ້ວຈຶ່ງໄຫວ້ ແຕ່ການໄຫວ້ພຣະທົ່ວ ຖືເປັນກິດຈະວັດ ແລະວັດທະນະທຳການໄຫວ້ພຣະນັ້ນແມ່ນນັ່ງໄຫວ້ ທີການຈັດສະຖານທີ່ນັ່ງ ແລະມີຮ້ານພຣະ ຫຼືຫິ້ງພຣະປະຈຳບ້ານເຮືອນຂອງຕົນ ສ່ວນລະບຽບວິທີການໄຫວ້ພຣະນັ້ນ ໃຫ້ໄປສຶກສາໃນໜັງສືວ່າດ້ວຍການໄຫວ້ພຣະສູດມົນ, ການໄຫວ້ພຣະນັ້ນຈະມີທັງ, ຂາບ, ໄຫວ້ນົບ, ເຄົາຣົບ, ສັກກາຣະບູຊາ, ຈຶ່ງຖືວ່າເປັນການໄຫວ້ພຣະທີ່ຖືກຕ້ອງ ຄື
- ການຂາບ : ຊາຍນັ່ງຄຸເຂົ່າລົງ ຕັ້ງຕົວໃຫ້ກົງ ປະນົມມືທັງສອງຂຶ້ນ ປະນົມໄວ້ຫົວນ້ອມໜ້າຜາກລົງຮັບ ແລ້ວນ້ອມກາຍລົງຈຸກັບພຶ້ນ ຂະນາບສອກທັງສອງລົງກັບພື້ນ ໃຫ້ປາຍສອກທັງສອງຈຸກັບຫົວເຂົ່າ ຝາມືທັງສອງຂາບລົງແບນກັບພື້ນ ແລະເອົາໜ້າຜາກຈຸພື້ນແລ້ວຈຶ່ງເງີຍຂຶ້ນ ເຮັດແບບນັ້ນ ໓ ຄັ້ງ, (ການຂາບພຣະທີ່ຖືກຕ້ອງບໍ່ຄວານເກີນ ໓ ຄັ້ງ), ສຳລັບການຂາບຂອງຜູ້ຍິງກໍໃກ້ເຮັດເໝືອນຜູ້ຊາຍທຸກຢ່າງ ພຽງແຕ່່້ເວລານັ່ງຄຸເຂົ່ານັ້ນ ໃຫ້ຢຽດປາຍຕີນໄປທາງຫຼັງ ບໍ່ໃຫ້ຕັ້ງປາຍຕີນຂື້ນ.
- ນົບ ເວລາກ່າວຄຳໄຫວ້ພຣະ ໃຫ້ເອົາມືທັງສອງປະນົບໄວ້ລະຫວ່າງເອີກ ແລະກ່າວຄຳໄຫວ້ພຣະຕໍ່ໄປຈົນຈົບ, ບາງຄັ້ງຮຽກວ່າ ປະນົມ ຫຼືພນົມມື.
- ເວລາໄຫວ້ພຣະນັ້ນ ທຳຄວາມເຄົາຣົບ ທັງກາຍ ແລະໃຈໃຫ້ພ້ອມໄປດ້ວຍຄວາມເຄົາຣົບ ຫູືສັດທາໃນສິ່ງທີ່ໄຫວ້ ແລະຕັ້ງໃຈຈິງໃນການໄຫວ້.
- ສັກກາລະບູຊາ ກໍຄືຫາດອກໄມ້ ທູບທຽນ ມາສັກກກາຣະບູຊາດ້ວຍ ຈຶ່ງຊື່ວ່າການໄຫວ້ທີ່ຄົບ ທີ່ສຳຄັນຕ້ອງຈູດທູບ ໃຕ້ທຽນ
໒. ໄຫວ້ພຣະສົງ-ສາມະເນນ.
- ໄຫວ້ພຣະສົງ ກໍເຮັດເໝືອນໄຫວ້ພຣະເກີອບທຸກຢ່າງ ມີຂໍສຳຄັນຢູ່ທີ່ວ່າ ເມື່ອພຣະສົງຢືນຢູ່ຜູ້ຍິງຕ້ອງນ່ັງລົງ ຜູ້ຊາຍກໍນັ່ງລົງ ແຕ່ຖ້າເຫັນເພີ່ນຢູ່ໃກປະມານເວົ້າອອກໄປທຳມະດາບໍ່ຍິນ ກໍໃຫ້ຍົກມີໄຫວ້ແບບຢືນກໍໄດ້.
໓. ໄຫວ້ພໍ່ແມ່
- ໄຫວ້ພໍ່ແມ່ ກໍໃຫ້ເຮັດແບບໄຫວ້ພຣະ ແຕ່ເວລາຂາບນັ້ນຂາບຄັ້ງດຽວລົງເທິງຕັກຂອງເພີ່ນ ຄັນເພີ່ນຢືນຢູ່ ກໍໃຫ້ຢືນໄຫວ້ ຕາມແບບສະບັບຂອງລາວ ຄື ຊາຍຢືນຕົວກົງ ປະນົມມືທັງສອງເຂົ້າກັນຍົກຂຶ້ນເໜືອບ່າ ແລະນ້ອມໜ້າຜາກຮັບມືປະນົມນັ້ນ ສ່ວນຜູ້ຍິງໃຫ້ເຮັດເໝືອນຊາຍ ແຕ່ເວລາໄຫວ້ໃຫ້ຍ້າຍຂາຊ້າຍກັບໄປຫຼັງຈັກໜ່ອຍ ເວລານ້ອມຫົວລົງຮັບປະນົມມື້ນັ້ນ ໃຫ້ນ້ອມທັງກາຍທ່ອນເທິງລົງໄປດ້ວຍຫໜ້ອຍໜຶ່ງ.
໔ ໄຫວ້ຄຣູອາຈານ
- ໄຫວ້ຄຣູບາອາຈານກໍໃຫ້ເຮັດຄືກັບໄຫວ້ພໍ່ແມ່.
ສີລະປະລ້ານຊ້າງສັນຍາລັກແຫ່ງແມ່ນໍ້າຂອງ
ສີລະປະລ້ານຊ້າງສັນຍາລັກແຫ່ງແມ່ນໍ້າຂອງ
ພຣະຄຣູເນືອງພິລັກ ໂຊຕິທອນ
ຫາກເວົ້າເຖິງສີລປະລ້ານຊ້າງ ຫຼາຍທ່ານອາດຊິ້ຂົ້າໃຈໂລດ ແຕ່ຖ້າຖາມວ່າແຫຼ່ງກຳເນິດສີລະປະລ້ານ ຊ້າງຢູ່ທີ່ໃດ ? ຫຼາຍຄົນອາດຊິຕອບໄປຕ່າງໆນານາຕໍ່ກັບຄຳຖາມນີ້ ຫາກເຮົາສຶກສາຕາມປະຫວັດສາດຂອງຊົນ ຊົນຊາດລາວ ແລະການສ້າງຕັ້ງອານາຈັກຂອງຊົນຊາດລາວແລ້ວ ຈະເຫັນໄດ້ວ່າ ຄົນລາວມັກຈະຕັ້ງອານາຈັກຢູ່ ຕາມສາຍນຳ້ ເຊິ່ງມີສາຍນຳ້ໃຫຍ່ສານໜຶ່ງ ເຊິ່ງເມື່ອກ່ອນຮຽກວ່າສາຍເລືອດລາວ ເຮັດໃຫ້ຄົນລາວຢູ່ສອງຝາກຝັ່ງ ແມ່ນຳ້ສາຍນີ້ ໄດ້ສ້າງສັນສີລະປະອັນເປັນເອກລະລັກຕົນ ແລະເອກະລັກຊາດ ສະແດງເຖິງຄວາມເປັນເອກະລັກ ຂອງຊົນເຜົ່າ ແຕ່ເມື່ອມາຮອດປັດຈຸບັນນີ້ ແມ່ນຳ້ຂອງໄດ້ຖືກແຍກອອກເປັນສອງຝາກຝັ່ງຢ່າງຈະແຈ້ງ ເໝືອນກັບ ສາຍເລືອດຖືກເຊືອດຝານອອກຈາກກັນ ເຊັ່ນດຽວກັບຄົນສອງຝາກຝັ່ງອັນເປັນພີ່ນ້ອງ ເຊື້ອເຜົ່າພົງພັນ ໄດ້ຫຼົງລືມ ກັນໄປຕາມການເວລາ ຊຳ້ບໍ່ພໍສາຍເລືອດນັ້ນພັດຖືກໂລກເຂົາແຊກແຊງອີກຕ່າງຫາກ ກໍເໝືອນກັບປະວັດ ສີລປະ ວັດທະນະທຳໃນສອງຝາກຝັ່ງນັ້ນຖືກທຳລາຍໂດຍທຳມະຊາດ ແລະຖືກປິດບັງໂດຍຄົນຈະນວນໜຶ່ງ ເຮັດໃຫ້ສີລະ ປະວັດທະນະທັມຂອງສອງຝັ່ງຂອງນັ້ນຖືກລະເລີຍ ແລະລືມຫຼົງຢ່າງໜ້າສົມເພດ.
ແຕ່ປານນັ້ນກໍຕາມ ເພື່ອແກ້ຂໍ້ຂ້ອງໃຈໃນສິລປະລ້ານຊ້າງກຳເນີດເກີດຂຶ້ນທີ່ໃດນັ້ນ ແມ່ນໄດ້ສຶກສາຈາກ ການເດີນທາງເທິງສອງຝັ່ງແມ່ນຳ້ຂອງຈາກເໜືອຮອດໃຕ້ ຈາກຝັ່ງຕາເວັນອອກສູ່ຕາເວັນຕົກແຫ່ງແມ່ນຳ້ນຳ້ຂອງ ສັງເກດ ແລະຕີລາຄາສະເໝີ ໃນສິ່ງທີ່ພົບເຫັນໃນດິນແດນທັງສອງຕອນນີ້ ຈຶ່ງເຫັນວ່າ “ສີລະປະລ້ານຊ້າງ ກໍເກີດ ທີ່ລ້ານຊ້າງນັ້ນແລ້ວ ແລະລ້ານຊ້າງຢູ່ທີ່ໃດ ກໍຕ້ອງຕອບວ່າລ້ານຊ້າງກໍຢູ່ບົນສອງຝາກຝັ່ງແມ່ນຳ້ຂອງ ແລະສາຂາ ແມ່ນຳ້ຂອງມັນຕັ້ງແຕ່ເໜືອຮອດໃຕ້ນີ້ແລ, ຄຳຖາມອາດຊິຖາມຕໍ່ໄປວ່າ ສາຂາຂອງແມ່ນຳ້ຂອງມັນນັ້ນກໍານົດເອົາ ແຕ່ໃສເຖິງໃສ ກໍຕ້ອງຕອບວ່າ ເໜືອສຸດກຳນົດແຕ່ຍອດອູລົງໄປຮອດເຊກອງຊ້ອນ ເຊຊານຊ້ອນຕໍ່ໃຕ້ຕ່ຳສຸດເຂດ ແຄວ້ນແດນໃຕ້ຕໍ່ຂະເໝນພຸ້ນແລ.
ຫາກເຮົາຍັງຈື່ບົດກອນບົດໜຶ່ງທີ່ຢູ່ໃນປຶ້ມຫັດອ່ານໃນສະໄໝລະບອບເກົ່ານັ້ນຂຽນວ່າ “ປະເທດຂ້ອຍຊັ້ນຊື່ ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳ້ຂອງຝ່ານໄຫຼຜ່າທາງກາງ ມີຫົນທາງຖະໜົນສະອາດ ປະເທດ ຊາດລາວໃຫຍ່ໄຜສານ….” ເຮົາຈະເຫັນວ່າ ນອກຈາກເຂດກຳນົດທາງຍາວຂອງສາຂາແມ່ນຳ້ຂອງແລ້ວ ຍັງເວົ້າ ເຖິງຄຳກອນນີ້ອ້າງອິງດ້ວຍ ກໍຈະເຫັນວ່າ “ສີລປະລ້າງຊ້າງ ເປັນສິລປະມະຫາຊົນ ເລີ່ມຕົ້ນຈາກສີລປະສາມັນ ຊົນບົນສອງຝາກຝັ່ງແມ່ນຳ້ຂອງ ຈົນກ້າວເຂົ້າສູ່ສີລປະສູນກາງອຳນາດຂອງອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພ ສານ ແລ້ວອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພສານນີ້ ໄດ້ຍຶນຍົງຄົງຕົວຢູ່ຢ່າງທະນົງອົງອາດຮ່ວມ ໔-໕໐໐ ປີ, ຍ່ອມສ້າງສັນສີລປະພື້ນຖານຂອງກຸ່ມຄົນຈົນກາຍເປັນວັດທະນະທຳລາວທີ່ມີເອກະລັກ ສັນຍາລັກ ແລະຄົງຄວາມ ເອກະລາດ ແຫ່ງຊາດລາວຊົ່ວລູກຊົ່ວຫຼານມາຮອດປັດຈຸບັນ.
(ອານາຈັກລ້ານຊ້າງໃນພຸດທະສະຕະວັດທີ ໒໐ ເຖິງພຸດທະສະວັດທີ ໒໔)
ເນື່ອງດ້ວຍມະນຸດຊະຍະຊາດທັງຫຼາຍນັ້ນ ອາໄສຢູ່ລ່ອງແມ່ນຳ້ ແລ້ວກໍ່ເກີດເປັນຊຸມຊົນ ກາຍເປັນອານາ ຈັກຕ່າງໆ ເຊິ່ງການຈະເລີນເຕີບໂຕຂອງອານາຈັກ ກໍ່ໃຫ້ເກີດວັດທະນະທັມເອກະລັກຂອງຊົນກຸ່ມໃຫຍ່ທັງມວນ ໂດຍການສືບທອດວັດທະນະທັມຊຸມຊົນ, ຊົນຊາດ, ຊົນເຜົ່າ, ທີ່ສ້າງສັນໂດຍທັມມະຊາດ ເປັນແຮງບັນດານໃຈ ແລະຈີນຕະນາການອັນເລີກເຊິ່ງ ການເປັນຜົນງານດ້ານສີລະປະວັດທະນະທັມ ກໍ່ໃຫ້ເກີດວັດທະນະທັມທາງ ແນວຄິດ ຜລິດເປັນສາຍສຳພັນທີ່ສົ່ງຜົນສະທ້ອນທີ່ສືບເນື່ອງມາເປັນວັດທນະນະທັມແຫ່ງປະຫວັດສາດລວມສູນ ສະແດງອອກມາເປັນອັດຕະລັກ ຫຼືເອກະລັກຂອງທີ່ມີຕົວຕົນ ແລະສັນຍາລັກອັນລົງຕົວຂອງກຸ່ມຄົນຕ່າງໆທີ່ອາໄສ ຢູ່ໃນລ່ອງແມ່ນຳ້ສາຍຕ່າງໆໃນອະນຸພາກພື້ນແຫ່ງແມ່ນ້ຳຂອງທີ່ມີຂອບເຂດ ແລະສີລປະວັດທະນະທັມນັ້ນ ໄດ້ ກາຍເປັນກະແສທານທີ່ຢືດໜ່ຽວກັນໃຫ້ກຸ່ມຄົນຂອງຊຸມຊົນ ໃຫ້ມີຄວາມຮູ້ສຶກຮ່ວມກັນທາງສາຍເລືອດ ຈົນເປັນ ເອກະລາດສະແຫ່ງຊາດສະເພາະຄົນກຸ່ມໃຫຍ່, ອັນມີສາມັນສຳນຶກຮ່ວມກັນ ຄວາມເປັນອັນໜຶ່ງອັນດຽວກັນ ໂດຍ ອາໄສສີລະປະວັດທະນະທັມເປັນແກນນຳ ເຊິ່ງເຫັນໄດ້ຈາກວັດທະນະທັມພື້ນຖານຂອງຊຸມຊົນທີ່ຈະເລີນເຕີບໂຕ ໃນກຸ່ມຊົນສ່ວນໜ່ອຍ ກ່ອນປະຫວັດສາດ ກາຍມາເປັນວັດທະນະທັມປະຫວັດສາດແຫ່ງຍຸກສະໄໝມັນມີສ່ວນຕໍ່ ເນື່ອງກັນປຽບສະເໝືອນວັດທະນະທັມສາຍເລືອດຝອຍ ລວມກັນແລ້ວກາຍເປັນວັດທະນະທັມສາຍເລືອດໃຫຍ່ ເຮັດໃຫ້ມີການຍອມຮັບເຊິ່ງກັນແລະກັນ ອັນເປັນທີ່ມາຂອງກຸ່ມຊົນທີ່ມີປະຫວັດສາດ ເມື່ອສືບຄົ້ນທາງປະຫວັດ ສາດກຈະເຫັນໄດ້ເຖິງວິວັດທະນາການສ້າງສັນພັດທະນາປັບປຸງ ເພື່ອຮອບຮັບຕໍ່ຄວາມຕ້ອງການຈິງແຫ່ງຍຸກສະ ໄໝໄດ້ຢ່າງຈະແຈ້ງ ໃນອະດີດກະແສແຫ່ງວັດທະນະທັມລາວ ໄດ້ກໍ່ກຳເນີດຈາກວິວັດທະນາການຂອງຊຸມຊົນ ກໍ່ກຳເນີດເປັນວັດທະນະທັມລວມຂອງຊາດລາວ ເຊິ່ງມີສາຍນຳ້ຂອງເປັນຕົ້ນກຳເນີດຫຼໍ່ລ້ຽງກໍ່ໃຫ້ເກີດວັດທະນະ ນະທັມລ້ານຊ້າງບົນສອງຟາກຝັ່ງແມ່ນຳ້ຂແງ, ເຖິງວ່າໃນປັດຈຸບັນວັດທະນລາວໄດ້ໄຫຼຜ່ານຂ້າມສາຍນຳ້ໜຶ່ງ ຕໍ່ ໃສ່ສາຍນຳ້ໜຶ່ງ ຂ້າມເສັ້ນແດງແຫ່ງວັດທະທັມກໍຕາມ ວັດທະນະທັມລາວຊາວລ້ານຊ້າງກໍຍັງຄົງວັດທະນະທັມ ຕົນເຊັ່ນດຽວກັບອະດີດ ເຊິ່ງເຫັນໄດ້ຈາກສີລປະວັດທະນະທັມແຫ່ງແມ່ນຳ້ຂອງ ໃນອະດີດໄດ້ສ້າງສັນສີລະປະວັດ ທະນະທັມອື່ນຢ່າງລົງຕົວ.
(ພຣະທາດພະນົມເປັນເປັນວັດທະນະທັມຖານບົວ ໘ ຫຼ່ຽມ ເປັນວັດທະນະທັມທາງສາຍເລືອດລ້ານຊ້າງຕາມ ວິຖີທາງປະ ວັດສາດ ຢືນສະງ່າຢູ່ກາງພະນົມເປັນ)
ແມ່ນຳ້ຂອງ ເປັນແມ່ນຳ້ສາຍໜຶ່ງທີ່ຫຼໍ່ລ້ຽງຜູ້ຄົນຢູ່ໃນອະນຸພາກພຶ້ນທະອາຊີຕາເວັນສ່ຽງໃຕ້ ເຊິງກຳເນີດ ຈາກສາຍພູທິເບດ ຕອນເໜືອຂອງປະເທດຈີນ ໄຫຼຜ່ານດີນແດນຂອງປະເທດຈີນ, ພະມ້າ, ລາວ, ໄທຍ໌ ຂະເໝນ ແລະຫວຽດນາມ ດິນແດນທີ່ແມ່ນຳ້ຂອງໄຫຼາຍຜ່ານກໍ່ກຳເນີດເປັນແຫຼ່ງວັດທະນະທັມປະເພນີທີ່ຫຼາກຫຼາຍ ລວມ ທັງສີລະລ້ານຊ້າງທີ່ມີເອກະລັກທີ່ເວົ້າເຖິງນີ້ດວ້ຍ.
ລ້ານຊ້າງ ຄືຊື່ອານາຈັກທີ່ຍິ່ງໃຫຍ່ຄຽງຄູ່ຢູ່ກັບແມ່ນຳ້ຂອງ ເຊິ່ງຕັ້ງຂຶ້ນປະມານພຸດທະສະວັດທີ ໑໗ ລ້ານ ຊ້າງໝາຍເຖິງດິນແດນຕອນເໜືອຂອງລາວມີນະຄອນຫຼວງພະບາງເປັນສູນກາງ ຈົນມາເຖິງພຸດທະສະວັດທີ ໒໑ ລ້ານຊ້າງໄດ້ຂະຫຍາຍຕົວລົງທາງໃຕ້ ຈົນເຖິງລີ່ຜີມີສູນກາງຢູ່ທີ່ນະຄອນຫຼວງວຽງຈັນ, ແລະຄຳວ່າລ້ານຊ້າງຕິດ ພັນກັບແມ່ນຳ້ຂອງນັ້ນ ເພາະປາກົດຫຼັກຖານໃນພາສາວັດທະນະທັມຊາວໄທລື້ຮຽກແມ່ນຳ້ຂອງວ່າ ແມ່ນຳ້ລ້ານ ຊ້າງ, ຢ່າງໃດກໍຕາມອານາລ້ານຊ້າງນີ້ມີຫຼັກຖານປາກົດໃນເອກະສານບູຮານ ດັ່ງນີ້:
ສີສັຕຕະນາຄະນາຫຸດ ເປັນຊື່ອານາຈັກລາວໃນສອງທີ່ຄື ທີ່ນະຄອນຫຼວງພຣະບາງເປັນຣາຊະທານີ ຄັ້ງ ໑ ແລະທີ່ນະຄອນຫຼວງວຽງຈັນຄັ້ງ ໑ ຄຳວ່າ “ສີສັຕະນາຄະນາຫຸດນີ້” ບໍ່ທັນເຫັຍຜູ້ແປ ແລະຕີຄວາມໝາຍ ເປັນລາຍ ລັກອັກສອນເທື່ອ ສະນັ້ນຜູ້ຂຽນຈຶ່ງລອງແຍກສັບອອກມາແປ ແລະຕີຄວາມໝາຍດັ່ງນີ້:
ສີສັດຕະນາຄະນະຫຸຕນີ້ ຄວາມເດີມເປັນ “ສຣີສັຕຕະນາຄະນາຫຸຕອຸຕະມະຣາຊະທານີ…” ແຍກສັບອອກ “ສຕ” ແປວ່າຮ້ອຍ “ນາຄ” ແປວ່ານາກກໍໄດ້ ແປວ່າຊ້າງກໍໄດ້ “ນຫຸຕ” ແປວ່າໝື່ນ, “ອຸຕມະ” ແປວ່າອັນອດົມ ຣາຊະທານີ ໝາຍຄວາມວ່ານະຄອນອັນເປັນສູນກາງແຫ່ງຣັດ ຫຼືປະເທດ ລວມຄວາມແລ້ວແປວ່າ “ລ້ານຊ້າງ”. ແປໝົດນາມວ່າ “ສຣີສັຕຕະນາຄະນາຫຸຕອຸຕະມະຣາຊະທານີ…” (ເມືອງສີອຸດົມໄປດ້ວຍຊ້າງອັນເປັນສີແຫ່ງ ຣາ ຊະທານີ)
ຜູ້ຂຽນເປັນຄົນສີທັນດອນ ເຄີຍຊິນກັບການັບເລກຂອງຄົນທາງໃຕ້ເຂດສີພັນດອນໃນອະດີດ ເຂົານັບເງິນຄື ສິບໝື່ນ ເທົ່າກັບແສນ, ສິບແສນເທົ່າກັບລ້ານ, ການເວລາຜ່ານໄປຄຳນັບນີ້ສູນເສັຍໄປ ດຽວນີ້ຊາວສີພັນດອນໃຊ້ ການ ນັບເລກແບບດຽວກັນທົ່າປະເທດ ເມື່ອປີ ໒໐໐໑ ໄດ້ໄປເມືອງຂະເໝນ ແລະໄປນອນພັກຢູ່ຊຽງແຕງຫຼາຍຄືນ ດັ່ງ ເຮົາຮູ້ແລ້ວວ່າ ຄັ້ງໜຶ່ງເມືອງຊຽງແຕງ ແລະຣັດຕະນະຄີຣີຂອງຂະເໝນປັດຈຸບັນນີ້ ເຄີຍຮ່ວມເປັນສ່ວນໜຶ່ງ ຂອງ ອານາຈັກລ້ານຊ້າງຈຳປາສັກ ສະນັ້ນຈຶ່ງບໍ່ເປັນເລື່ອງແປກທີ່ຊາວຂະເໝນເຊື້ອສາຍລາວເຂດນັ້ນ ໃຊ້ພາສາ ລາວ ເປັນພາສາທາງວັດທະນະທັມໃນຊີວິດປະຈຳວັນ ແຕ່ພາສາລາວໃນເຂດນີ້ຂາດການຕິດຕໍ່ພົວພັນກັບລາວ ມາເຫິງ ສັບແສງທາງການອາດຊິປະສົມກັບພາສາຂະເໝນໄປເປັນທັມມະດາ ມີການນັບເລກຂອງຄົນລາວໃນຂະ ເໝນ ເຊິ່ງຖືວ່າແປກຈາກຄົນລາວທົ່ວໄປຄື:
ໜຶ່ງແສນ, ສອງແສນຮອດເກົ້າແສນເຂົາຈະວ່າ ສິບໝື່ນ, ຊາວໝື່ນ, ເກົ້າສິບໝຶ່ນ, ໜຶ່ງລ້ານບາງຄັ້ງກໍວ່າ ສິບແສນ, ຈົນຮອດເກົ້າສິບແສນ, ເມື່ອຟັງຄຳນັບເລກຂອງຊາວລາວໃນຊຽງແຕງແລ້ວ ຈຶ່ງລອງເອົາ ສຣີສັຕນາຄະ ນາຫຸດມາແຍກຊັບຈະເຫັນເປັນຕົວເລກຄື “ຮ້ອຍໝຶ່ນ” ເມື່ອເອົາຄຳວ່າ ຮ້ອຍໝຶ່ນມາຜສົມກັນແລ້ວ ຈະເປັນ “ໜຶ່ງລ້ານພໍດີ” ກໍເທົ່າກັບລ້ານ ເມື່ອເອົາ “ນາຄ” ອັນແປວ່າຊ້າງຈະເຫັນເປັນຮູປະທັມເລີຍວ່າ “ລ້ານຊ້າງ” ຫາກ ເຮົາເອົາ “ສຣີ” ຄຳໜ້າມາຜສົມເຂົ້າ ກໍຈະໄດ້ຄຳວ່າ “ສີລ້ານຊ້າງ” ຢ່າງໜ້າພາກພູມໃຈ.
ຫາກເຮົາສຶກສາສີລາຈາຣືກສຸໂຂໄທ ໃນຈາຣືກຫຼັກທີສອງມີຄຳວ່າ “ແສນຊ້າງ” ແລະຫຼັກສີລາຈາຣືກ ຣາມ ຄຳແກງມີຄຳວ່າ “ເມືອງກວ້າງຊ້າງຫຼາຍ” ອັນໝາຍວ່າເມືອງນີ້ມີສ້າງຫຼວງຫຼາຍເຮົາກໍຈະເຫັນວ່າ “ຊ້າງເປັນສັນ ຍາລັກຂອງລາວ”, ແລ້ວເມື່ອເຮົາຢືດຖືຕາມຫຼັກຖານສີລາຈາຣືກຣາມຄຳແຫງທຸກຫຼັກທີ່ກ່າວເຖິງລ້ານຊ້າງນັ້ນ, ມັນກໍເປັນສິ່ງຢັ້ງຢືນວ່າ “ລ້ານຊ້າງນັ້ນກຳເນີດມາກ່ອນສີລາຈາຣືກຣາມຄຳແຫງ” ເນື່ອງຈາກວ່າໄດ້ກ່າວອ້າງເຖິງ ດິນແດນທີ່ມີຄວາມຈະເລີນມາກ່ອນ ຫຼືປາກົດຊື່ກ່ອນຈະເກີດສີລາຈາຣືກນັ້ນແລ້ວ ແລະຖ້າເປັນດັ່ງນັ້ນຈິງ ລ້ານ ຊ້າງເກີດກ່ອນສຸໂຂໄທ ເນື່ອງດ້ວຍສີລາຈາຣືກຣາມຄຳແຫງ ໄດ້ກ່າວວ່າ “ຕົວຣາມຄຳແຫງເອງເປັນຕົ້ນກະສັດ ສ້າງເມືອງສຸໂຂໄທ” ນັ້ນກໍໝາຍວ່າ ວັດທະນະທັມລ້ານຊ້າງ ອັນເປັນວັດທະນະທັມຊຸມຊົນລາວ ເກີດກ່ອນວັດທະ ນະທັມລ້ານຊ້າງແລ້ວ.
ຫາກເຮົາຖືກວ່າ ສີໂຄຕະປຸຣະ ເປັນສ່ວນໜຶ່ງຂອງລ້ານຊ້າງທີ່ສືບເນື່ອງວັດທະນະທັມຊຸມຊົນ ຫຼັກຖານ ທາງສີລະປະວັດທະນະທັມທີ່ເຮົາຄົ້ນພົບເມື່ອກາງເດືອນພຶດສະພາ ປີ ໒໐໐໘ ຜ່ານມານັ້ນ ເປັນວັດທະນະທັມທີ່ ຢັ້ງຢືນເຖິງຄວາມເອກລາດແຫ່ງຊາດຂອງວັດທະນະທັມລ້ານຊ້າງ ທີ່ປະສົມປະສານກັນເຂົ້າ ເຊິ່ງວັດຖຸບູຮານ ທີ່ພົບນີ້ມີອາຍຸ ເຖິງ ໒໔໕໓ ປີ.
(ຫຼັກຖານທາງສີລະປະທີ່ພົບໃໝ່ເຊື່ອວ່າມີອາຍຸ ໒໔໕໓ ປີ ເປັນສີລະປະສີໂຄດຕະບອງ ຖືວ່າເປັນວັດທະນະທັມຊຸມຊົນກ່ອນລ້ານຊ້າງ)
ຄວາມຈະແຈ້ງຂອງລ້ານຊ້າງ ທີ່ພົ້ນເດັ່ນທາງປະຫວັດສາດນັ້ນ ເລີ່ມປາກົດຕົວໃນຣັດຊະສະໄໝ ພຣະບາດສົມເດັດພຣະເຈົ້າຟ້າງຸ່ມະຫາຣາດ ໃນ ພ.ສ ໑໘໔໙-໑໙໑໕ ທີ່ຊົງລວບລວມພຣະຣາຊະອານາຈັກລາວເປັນ ປຶກແຜ່ນ ໂດຍຕັ້ງເມືອງຊຽງດົງຊຽງທອງ(ຫຼວງພຣະບາງ)ເປັນຣາຊະທານີ ເຊິ່ງໃນຣັດຊະສະໄໝນັ້ນ ສາມາດ ກ່າວໄດ້ວ່າ ເປັນສະໄໝລ້ານຊ້າງຢ່າງແທ້ຈິງ ລ້ານຊ້າງສະໄໝພຣະເຈົ້າຟ້າງຸ່ມະຫາຣາດອາດລວມເອົາອານາ ຈັກລ້ານນາດ້ວຍ ຈົນມາເຖິງລັດຖະສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ສູນກາງຣາຊະທານີຂອງລ້ານຊ້າງ ກໍໄດ້ມາຕັ້ງຢູ່ຈັນທະບູຣີ ຂະໜານນາມວ່າ “ສີສັດຕະນາຄະນາຫຸດອຸຕະມະຣາຊະທານີ” ໃນປີ ພ.ສ ໒໑໐໓-໒໑໓໐ ຫຼັງຈາກນນັ້ນອານາຈັກລ້ານຊ້າງກໍໄດ້ແບ່ງອອກເປັນສາມອານາຈັກ ຄືອານາຈັກລ້ານຊ້າງຫຼວງພຣະບາງ, ອາ ນາຈັກລ້ານຊ້າງວຽງຈັນ ແລະອານາຈັກລ້ານຊ້າງຈຳປາສັກໃນການຕໍ່ມາ ອານາຈັກທັງສາມນີ້ໄດ້ກິນເນື້ອທີ່ກວມ ເອົາພາກອີສານຂອງໄທຍ໌ປັດຈຸບັນຕັ້ງແຕ່ເລີ່ມຕົ້ນອານາຈັກ, ເຮັດໃຫ້ສິລະປະວັດທະນະທັມລ້ານຊ້າງແຜ່ໄພສານ ອອກໄປໃນພູມີພາກຕ່າງໆຂອງພາກອີສານຂອງໄທຍ໌ ລ່ວງເລີຍໄປຮອດດິນແດນຂະເໝນທາງພາກໃຕ ອັນເປັນ ສ່ວນໜຶ່ງຂອງອານາຈັກລ້ານຊ້າງຈຳປາສັກ ກາຍເປັນວິຖີຊີວິດ ແລະວັດທະນະທັມຂອງຊຸມຊົນເຫຼົ່ານັ້ນ, ອັນສະ ແດງເຖິງ ຄວາມສັດທາ ແລະຄວາມເຊື່ອຂອງກຸ່ມຊົນຕໍ່ສິ່ງຕ່າງໆຮອດຕົວ ລວມທັງສາສະໜາ ມອງເຫັນໄດ້ໃນແງ່ ມູມດ້ານສິລະປະວັດທະນະທັມ ຕະຫຼອດຄຸນຄວາມດີ ແລະຖ່າຍທອດຄຸນຄ່າດ້ານວັດທະນະທັມລຸ້ນຕໍ່ລຸ້ນສືບມາ ເຮັດໃຫ້ສີລະປະວັດທະນະທັມເຫຼົ່ານັ້ນ ຝັງເລີດໃນສາຍເລືອດຂອງຊົນຊາດໃນດິນແດນທີ່ຖືກກ່າວເຖິງ.
ສີລະປະລ້ານຊ້າງ ບໍ່ພຽງແຕ່ຂະຫຍາຍຕົວໃນຂອງເຂດແຫ່ງອານາຈັກ ແລະຊຸມຊົນຕົນເທົ່ານັ້ນ ຍັງໄດ້ ຂ້າມຜ່ານນອກວັດອຳນາດແຫ່ງອານາຈັກຂອງຕົນໃນບາງກາລະໂອກາດ ເຫັນໄດ້ວັດທະນະທຳ ລ້ານຊ້າງໄດ້ ເຄື່ອນໄປຕາມລຳແມ່ນຳ້ຂອງໃນສະໄໝປະຫວັດສາດຂ້າມຜ່ານ ໂດຍການອົບພະຍົບຂອງຊົນຊາດລາວກຸ່ມໜຶ່ງລົງ ໃຕ້ຮອດເມືອງພະທາຍ(ພະນົມເປັນ) ໃນໄລຍະນີ້ເປັນທີ່ບຍອມຮັບກັນຢ່າງກວ້າງຂວາງແລ້ວວ່າ ການຂະຫຍາຍ ວັດທະນະນະທັມລ້ານຊ້າງເຂົ້າສູ່ພາກອີສານ ຈົນສິ້ນສະໄໝພຣະເຈົ້າສີຣິບຸນຍະສານ ໃນ ພ.ສ ໒໓໒໒ ຫຼັງຈາກ ນັ້ນວັດທະນະທັມລ້ານຊ້າງ ບໍ່ພຽງແຕ່ຂະຫຍາຍຕົວດິນແດນລ້າງຊ້າງເທົ່ານັ້ນ ຍັງໄດ້ສືບຕໍ່ຂະຫຍາຍຕົວອອກ ນອກອານາຈັກລ້ານຊ້າງອີກ ຫຼັງຈາກທີ່ອານາຈັກລານຊ້າງລົ້ມສະຫຼາຍ ຄົນລາວທົ່ວທັງ ໓ ອານາຈັກໄດ້ຖືກຂົນ ຍ້າຍດ້ວຍການກວດຕ້ອນ ລົງໄປສູ່ລ້ອງແມ່ນຳ້ເຈົ້າພະຍາ ແລະສາຂອງມັນຈົນທົ່ວດິນແດນສຍາມ ກາຍເປັນວັດ ທະນະທັມທີ່ປະສົມປະສານລະຫວ່າງສຍາມ-ລາວ ກໍ່ເກີດເປັນວັດທະນະທັມໄທຍ໌ມາຮອດບັດນີ້ ຈົນເຮັດໃຫ້ແຍກ ແຍກອອກບໍ່ໄດ້ວ່າ “ອັນໃດເປັນວັດທະນະທັມໄທຍ໌ແທ້ ແລະອັນໃດເປັນວັດທະນະທັມລາວແທ້ໃນຫົວເມືອງນອກ ອານາເຂດລ້ານຊ້າງ” ສີລະປະສອງແຫຼ່ງນີ້ ໄດ້ຫຼໍ່ຫຼອມ ແລະກໍ່ກຳເນີດວັດທະນະທັມຣັຕນະໂກສີນນັ້ນເອງ.
18 June 2008
ແມ່ນ້ຳຂອງບໍ່ແມ່ນແມ່ນໍ້າໂຂງ
ຜູ້ຂຽນ ເຄີຍຖືກຖາມຈາກປະຊາຊົນຊາວໄທຍ໌ ບໍ່ວ່າຈະເປັນຄົນທຳມະດາ ຫຼືບັນດານັກຮຽນ ຮູ້ປັນຍາຊົນສະເໝີວ່າ “ເປັນຫຍັງຄົນລາວຈຶ່ງຮຽກແມ່ນຳ້ໂຂງ ເປັນແມ່ນຳ້ຂອງລະ” ມີຫຼາຍຄັ້ງກໍບໍ່ໄດ້ ຕອບ ແລະມີຫຼາຍຄັ້ງເຊັ່ນດຽວກັນທີ່ຕອບແບບຫຼິ້ນໆວ່າ “ເພາະເປັນແມ່ນຳ້ຂອງລ້ານຊ້າງນັ້ນຕີ” ແລ້ວ ກໍຍິ້ມໆຫົວໆ ມ່ວນຊື່ນທຸກໆຄັ້ງໄປ.
ດ້ວຍເຫດມີຄວາມແຕກຕ່າງກັນທີ່ກ່າວແລ້ວ ກ່ຽວກັບ ”ແມ່ນ້ຳຂອງ” ແລະ “ແມ່ນ່້າໂຂງ” ນີ້, ຈຶ່ງ ເປັນແຮງຜັກດັນໃຫ້ຜູ້ຂຽນຄົ້ນຄວ້າກັນຄັກແນ່, ຕາມການສືບຄົ້ນຫຼັກຖານເອກສານ ແລະຫຼັກຖານທາງພາສາແລ້ວ ສ່ວນໃຫຍ່ຈະມີຄວາມເຫັນເປັນເອກະພາບກັນກ່ຽວກັບຄຳວ່າ “ນ້ຳຂອງ” ແມ່ນຖືກຕ້ອງຕາມສຽງພາສາລາວເດີມແທ້, ເມື່ອອິງຕາມຫຼັກຖານທາງຝ່າຍໄທຍ໌ ຍ່ອມເຫັນຄວາມກະຈ່າງແຈ້ງວ່າ ແມ່ນໍ້າຂອງນັ້ນທັງໄທຍ໌ ແລະລາວຮຽກແບບດຽວກັນມາເຫິງນານ ເມື່ອເຮົາອ້າງອິງຕາມຫຼັກສີລາຈາ ຣືກຣາມຄໍາແຫງ ວ່າ “องม่าน เมืองน...เมืองพลัว( พ้นฝั่งของ (ອງມ່ານ ເມືອງນ…ເມືອງພລົວ ພົ້ນຝັ່ງຂອງ)” ຊໍ້າບໍ່ພໍໃນສີລາຫຼັກດຽວກັນ ຍັງຮຽກຊື່ແມ່ນນຳ້ຂອງນີ້ເຖິງສອງຄັ້ງ ເຊັ່ນ “แลไทเมืองใต้หล้าฟ้าฏ...ไท ชาวอูชาวของมาออก- (ແລໄທ ເມືອງໃຕ້ຫຼາຟ້າຕ…ໄທ ຊາວອູຊາວຂອງມາອອກ)” ເຖິງວ່າຫຼັກສີລາຈາຣືກຣາມຄຳແຫງທີ່ກ່າວນີ້ ຈະມີຄວາມບໍ່ຈະແຈ້ງ ແລະເປັນທີ່ສົງໄສຫຼາຍປະການໃນເລື່ອງປະວັດ ແລະທີ່ມາຂອງສີລາຈາຣືກຫຼັກນີ້ ໃນໝູ່ນັກປະວັດສາດ ແລະວິຊາການໄທຍ໌ເອງໃນປັດຈຸບັນກໍຕາມ(ດັ່ງທີ່ຮູ້ແລ້ວ) ແຕ່ຫຼັກສີລາຈາຣືກຫຼັກນີ້ໄດ້ຖືເປັນຫຼັກຖານທີ່ກໍ່ກຳເນີດປະວັດສາດຊາດ ໄທຍ໌ມາກ່ອນໜ້ານັ້ນແລ້ວ ຈຶ່ງຖືວ່າເປັນຫຼັກຖານໜຶ່ງທີ່ອ້າງໄດ້ວ່າ ແມ່ນໍ້າຂອງ ເປັນຊື່ເດີມຂອງຄົນໄທ ລາວຮຽກຂານກັນມາກ່ອນ ທີ່ໄທຍ໌ຈະປ່ຽນມາເປັນ ນຳ້ໂຂງ, ອາດມີຄົນບາງກຸ່ມຍັງບໍ່ທັນແນ່ໃຈວ່າ ສີລາຈາຣືກນີ້ຖືກສ້າງຂຶ້ນສະໄໝຫຼັງຣາມຄຳແຫງ ຫຼືຫຼັງກັນແທ້ກໍຕາມ ແຕ່ວ່າສີລາຈາຣືກນີ້ ຖືກສ້າງຂຶ້ນດ້ວຍນໍ້າມີມະນຸດ ໃນອະດີດ ຫາກມີການຄົ້ນພົບໃນໂອກາດຕໍ່ໄປວ່າ ສີລາຈາຣືກນີ້ສ້າງຂຶ້ນໃນບຸກຄົນໃດໜຶ່ງເມື່ອຣັດຊະສະໄໝພຣະນັ່ງເກົ້າຣັຊການທີ ໓ ຂອງສຍາມ ໂດຍພຣະມຸງກຸດເກົ້າຣັດຊະການທີ ໔ ແຫ່ງສຍາມ ຂະນະຊົງພະຍົດເປັນພຣະເຈົ້າລູກຍາເທີເຈົ້າຟ້າມຸງກຸດສົມມະຕເທວົງພົງອິສວນ ສະໄໝຊົງຜະນວດເປັນພຣະພິກຂຸ ແລ້ວເດີນທຸດົງໄປພົບສີລທີ່ພົບສີລາຈາຣືກນີ້ ທີ່ເມືອງສຸໂຂໄທກໍຕາມ, ກໍບໍ່ ໄດ້ໝາຍຄວາມວ່າຈະຫັກລ້າງຊື່ “ນໍ້າຂອງ” ລົງໄດ້ ເພາະຄຳວ່າ “ຂອງ” ໄດ້ປາກົດຕົວໃນສີລາຈາຣືກທີ່ ມະນຸດໃນຍຸກກ່ອນໜ້າເຮົາໄດ້ສ້າງຂຶ້ນແລ້ວ, ຫາກເປັນເຊັ່ນນັ້ນຈິງ ກໍຍິ່ງເຮັດໃຫ້ຄຳວ່າ “ຂອງ” ແລະ ຄຳວ່າ “ລາວ” ພົ້ນເດັ່ນ ເປັນທີ່ປາຈັກແກ່ຊາວໂລກໄດ້ຢ່າງບໍ່ຕ້ອງສົງໄສ ເນື່ອງຈາກວ່າ “ຣັດຊະການທີ ໓ ແລະ ຣັດຖະການທີ່ ໔ ທັງສອງພຣະອົງນີ້ ເປັນບຸກຄົນໃນປະຫວັດສາດທີ່ມີຢູ່ຈິງ ແລະກະສັດທັງສອງພຣະອົງຂອງສຍາມນັ້ນ ໄດ້ເຄີຍຮຽກຊື່ແມ່ນໍ້າສາຍນີ້ວ່າ “ຂອງ” ບໍ່ແມ່ນ “ໂຂງ”.
ເພື່ອໃຫ້ຫຼັກຖານຄຳວ່າ “ຂອງ” ກັບ “ໂຂງ” ນີ້ວ່າ ຊື່ໃດເປັນຊື່ຮຽກເດີມຂອງຊຸມຊົນລາວໄທຍ໌ ໃຊ້ຮຽກແມ່ນໍ້າສາຍນີ້ມາກ່ອນໃນອະດີດໃຫ້ຈະແຈ້ງຂຶ້ນ, ຈຶ່ງໄດ້ຄົ້ນຄວ້າເພີ່ມຕື່ມອີກໃນດີນແດນ ໕ ປະເທດ, ກໍພົບຫຼັກຖານທາງພາສາມາຫຼາຍແຫ່ງ ຄື:
ຫຼັກຖານທາງພາສາຂອງກຸ່ມຊົນຕະກູນໄຕລາວຢູ່ນອກປະເທດ, ຄົນລາວລ້ານນາບູຮານ ກວາມເອົາບໍຣິເວນພາກເໜືອຂອງໄທຍ໌ ໄດ້ບັນທຶກໃນໜັງສືບູຮານ ເປັນອັກສອນທັມຍວນ ຫຼືລື້ລ້ານນາໃນເຣື່ອງພຣະເຈົ້າລຽບໂລກ ວ່າແມ່ນ້ຳສາຍນີ້ວ່າ “ຂະນະນະທີ” ໃນໜັງສືສະບັບດຽວທີ່ເປັນສ່ວນຂອງສຳນວນພາສາທ້ອງຖິ່ນວ່າແມ່ “ນ້ຳຂອງ”, ໄດ້ໄປສຶກສາປະຕິບັດງານທາງພາກເໜືອຂອງໄທຍ໌ ກໍເຫັນຊາວທ້ອງຖິ່ນວ່າ “ແມ່ນ້ຳຂອງ” ເຊັ່ນກັນ ບໍ່ໄດ້ຮຽກແມ່ນ້ຳໂຂງເລີຍ ອັນນີ້ກໍສອດຄ່ອງກັບໜັງສືພຣະເຈົ້າລຽບໂລກສະບັບອັກສອນລ້ານນາກ່າວເຖິງ ໂດຍສະເພາະຄົນທ້ອງຖິ່ນທາງອຳເພິຊຽງຂອງ, ຊຽງແສນ ແມ່ນຮຽກວ່າວ່າແມ່ຂອງ.
ຄົນພະມ້າແຖວທ່າຂີ້ເຫຼັກ ເຊື້ອສາຍລາວ ຫຼືຕະກູນໄຕຕ່າງໆ ຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ” ສະ ໄໝໄປທ່ຽວ ຄົນຊຽງຕຸງກໍຮຽກວ່າ ແມ່ນໍ້າຂອງ ບາງຄັ້ງກໍຮຽກລ້ານຊ້າງ, ເວັ້ນເສັຍແຕ່ຄົນສະ ມັກທ່ອງທ່ຽວໄປມາກໍຮຽກໂຂງຕາມໄທຍ໌.
ຄົນຈັງຫວັດເລີຍ ແລະເພັດຊະບູນ ຮຽກແມ່ນ້ຳສາຍນີ້ວ່າແມ່ນ້ຳຂອງ, ປີ ໑໙໙໘ ໄປຢາມໝູ່ຢູ່ອຳເພີນະຄອນໄທ ຖາມເຂົາວ່າ ພວກພີ່ນ້ອງຮຽກແມ່ນ້ຳໂຂງວ່າແມ່ນ້ຳນໍ້່່າຫຍັງ ເຂົາຕອບວ່າ “ແຕ່ກີ້ຮຽກວ່າແມ່ນ້ຳຂອງ” ຄົນສະໄໝເກົ່າຮຽກແມ່ນ້ຳຂອງທັງນັ້ນ, ກໍໄດ້ລົມກັບຜູ້ເຖົ້າອາຍຸ ໕໐-໘໐ ປີ, ປະມານ ໑໐ ກວ່າຄົນປາກົດວ່າເວົ້າເປັນສຽງດຽວກັນວ່າ “ແມ່ນໍ້າຂອງ” ແຕ່ປີ ໒໐໐໑-໒໐໐໕ ໄດ້ໄປອຳເພີດ່ານຊ້າຍປີລະຄັ້ງສອງຄັ້ງ ປາກົດວ່າ ຊາວອຳເພີດ່ານຊ້າຍທຸກຄົນຮຽກ “ແມ່ນ້ຳຂອງ” ເວັ້ນເສັຍແຕ່ເຂົາເວົ້າພາສາໄທຍ໌ຈຶ່ງອອກແມ່ນ້ຳໂຂງຕາມສໍາ ນຽງໄທຍ໌ ເດັກນ້ອຍລຸ້ນໃໝ່ຮຽກແມ່ນ້ຳໂຂງໝົດ.
ປີ ໒໐໐໐ ໄປແຖວສີຊຽງໃໝ່ ໄດ້ມີໂກກາດລົມກັບຄົນເຖົ້າຄົນໜຶ່ງ ເປັນເວລາ ໑ ວັນ ເຂົາຈະເວົ້າປະວັດສາດ ແລະພື້ນວຽງຈັນເກ່ງທີ່ສຸດ ແລະແມ້ນຢຳທີ່ສຸດເຂົາກໍຮຽກວ່ານ້ຳຂອງເຊັ່ນກັນ.
ປີ ໑໙໙໓ ໄປນະຄອນພະນົມຊາວນະຄອນພະນົມຄົນລຸ້ນເກົ່າ ຈະຮຽກແມ່ນ້ຳສາຍນີ້ວ່າ “ນ້ຳ ຂອງ”, ຍັງຮູ້ຕື່ມອີກວ່າ “ທາດພະນົມນັ້ນສຳນຽງລາວເດີມຮຽກວ່າ ພຣະທາດປະນົມ (ແປວ່າພຣະທາດໄຫວ້ ຫຼືພຣະ ທາດນົບ)- ດັ່ງກ່ອນວ່າ “ສິບຍົກ ໃຊ້ເກົ້າປະນົມຂາບເໜືອສຽນ, ປະນົມກອນກົ້ມຂາບ” ຄຳວ່າ “ທາດປະນົມ” ຈຶ່ງສອດຄ່ອງກັບຄໍາທີ່ພົບສະເໝີ ໃນໜັງສືບູຮານລາວ.
ສ່ວນມຸກດາຫານໄປເມື່ອປີ ໒໐໐໘ ບໍ່ມີໂອກາດໄດ້ສອບຖາມກັບຄົນທ້ອງຖິ່ນ ແຕ່ຄົງຮຽກເໝືອນກັນ ເພາະເປັນດິນແດນອິດທິພົນພາສາລາວ ແຕ່ທາງເມືອງອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ເຂັມມະລາດ ຈະຮຽກແມ່ນ້ຳຂອງທັງນັ້ນ, ບໍ່ສະເພາະແຕ່ເທົ່ານັ້ນ ຄົນອຸບົນແຖວນອກເມືອງໄປຈະເວົ້າ ສຳນວນພາສາເໝືອນກັບລາວເກືອບທຸກຢ່າງ ບໍ່ວ່າຊິເປັນການຂານຮັບ “ໂດຍ, ຂ້ານ້ອຍ, ລົດຈັກ, ຍົນ ແລະອື່ນໆ”, ຫາກຊາວອຸບົນລຸ້ນໃໝ່ ຍັງສືບທອດວັດທະທັມທາງພາສານີ້ໄວ້ໄດ່ ຍ່ອມຈັກເປັນກະລັກ ຂອງຖິ່ນໄດ້ຢ່າງໜ້າສັນລະເສີນ.
ສ່ວນທາງຮ້ອຍເອັດ, ມະຫາສາຣະຄາມເຂົ້າໄປໃນ ສ່ວນໃຫຍ່ຈະຮຽກວ່າແມ່ນ້ຳໂຂງ ສົງໄສວ່າເຂົາຢູ່ໄກແມ່ນ້ຳຂອງ ຄວາມຜູກພັນກັບແມ່ນ້ຳຂອງບໍ່ຄ່ອຍຈະມີ, ເມື່ອຍິນໄທຍ໌ເວົ້າກໍເວົ້າວ່ານ້ຳໂຂງໄທຍ໌ຕາມສຳນຽງພາສາກາງ ເພາະທາງໄທຍ໌ນັ້ນ ຈະຕ່າງງຈາກລາວຢູ່ທີ່ວ່າ ໃນລັດຖະທຳມະນູນ ຈະກໍານົດເອົາພາສາໄທຍ໌ເປັນພາສາກາງ ຈະແຕກຕ່າງຈາກລາວກົງທີ່ວ່າ ເມື່ອເວົ້າແລະຂຽນທາງການຈັກຕ້ອງໄດ້ໃຊ້ພາສາໄທຍ໌ ເວົ້າແລະຂຽນພາສາທ້ອງຖິ່ນບໍ່ໄດ້, ບໍ່ເໝືອນກັບລາວ ກຳນົດວ່າ “ພາສາລາວເປັນພາສາທາງການ” ແຕ່ເວລາວເວົ້ານັ້ນ ຈະເວົ້າສຳນຽງທ້ອງຖິ່ນໄດ້ໂດຍບໍ່ມີການລັງກຽດກັນ, ເມື່ອມາເບິ່ງຕາມຫຼັກຖານນີ້ແລ້ວ ອາດເຮັດໃຫ້ເຫັນວ່າ ເມື່ອກ່ອນຊາວອີສານຢູ່ໃນແມ່ນໍ້າຂອງເຂົ້າໄປຮຽກແມ່ນໍ້າຂອງ ຕັ້ງແຕ່ສະໄໝບູຮານ ແຕ່ເມື່ອອັກສອນໄທຍ໌ມີຄວາມສໍາຄັນໃນຊີວິດສັງຄົມຂອງຊາວອີສານຫຼາຍຂຶ້ນ ພາສາອີສານບາງຄໍາກໍຖືກລະລືມໄປ ແລ້ວໃສ້ສໍານຽງໄທຍ໌ແທນ.
ຄົນຊຽງຮຸ່ງຮຽກ “ແມ່ນ້ຳລ້ານຊ້າງ” ຕາມພາສາຈີນ ບາງຄັ້ງກໍຮຽກວ່າ “ແມ່ນ້ຳຂອງ” ໂດຍສະເພາະຄົນທີ່ຕັ້ງບ້ານເຮືອນຢູ່ແຄມນ້ຳສາຍນີ້ (ພາສາຈີນວ່າ LANJIAN ແປເປັນພາສາລາວວ່າ ລ້ານຊ້າງ).
ຄົນຂະເໝນແຖວ ຊາຍແດນດ້ານພະວິຫານ ໃກ້ໆກັບບ້ານເກີດຜູ້ຂຽນ (ເມືອງມະໂນໄພເດີມ ແຖວທ່າແກ່, ທ່າເປື້ອຍ, ທ່າກະສັງ, ທ່າເສືອໝີຮອດທພລາບໍຣິວັດ ກວາມເອົາຊຽງແຕງ, ຣັດຕະນະຄີຣີ (ແຂວງບໍ່ແກ້ວເດີມ) ເລີຍເຂົ້າໄປຮອດໃນຈະຮຽກແມ່ນ້ຳຂອງຄືກັບລາວ), ເມືອງຊຽງແຕງນີ້ຜູ້ຂຽນເຄີຍ ໄປແຖວນັ້ນປະມານປີ ໑໙໘໕ ເມື່ອປີ ໒໐໐໑-໒໐໐໗ ກໍເຄີຍໄປທ່ຽວແຖວນັ້ນອີກ ຈົນຮອດກະແຈະ, ເມືອງທາລາບໍຣິວັດ ຄົນເຫຼົ່ານີ້ລ້ວນແຕ່ເວົ້າພາສາລາວ ພວກເຂົາກໍຈະຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ”,
ຊື່ແມ່ນ້ຳຂອງໃນພາສາຕ່າງປະເທດ, ພາສາຈີນ “ລ້ານຊ້າງ ຫລືລ້ານຈຽງ (ໂຕ ຊ ເປັນ ໂຕ ຈ ລານຈຽງ= (澜沧江, Láncāng Jiāng) ທຽບໃສ່ພາສາອັງກິດວ່າ Lancang River ບາງຄັ້ງກໍຂຽນ LAN-CANG ເຮົາອາດວິເຄາະໄປໄດ້ອີກວ່າ ຊື່ອານາຈັກລ້ານຊ້າງ ເດີມມີຄວາມໝາຍວ່າ “ມີຊ້າງລ້ານໂຕ ຫຼືອານາຈັກທີ່ເຕັມໄປດ້ວຍຊ້າງ” ແຕ່ຫາກເຮົາວິເຄາະຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນລ້ານເມືອງ ຫາກຄໍາວ່າຈຽງ ໃນພາສາຈີນ ກົງກັບຊຽງ ໃນພາສາໄຕລື້ ກໍຫາກເປັນໄປໄດ້.
ພາສາຫວຽດນາມຮຽກວ່າ “ທາງໃຕ້ຮຽກວ່າແມ່ກົງ” ແຕ່ພາສາຫວຽດນາມແທ້ໆ ແລະເປັນພາສາທ້ອງຖິ້ນ ຮຽກອີກຢ່າງໜຶ່ງ ຄື (Cửu Long Giang) ອັນໝາຍເຖິງມັງກອນ ໙ ຫົວ(ນາກເກົ້າສຽນ).
ພາສາຂະເໝນຮຽກວ່າ “ຕົນເລສາດ, ຖາມຄົນຂະເໝນວ່າ “ແມ່ນ້ຳຂອງ” ຄົງໝາຍເຖິງແມ່ນ້ຳແຫ່ງຊາດ ເຄີຍຂີ່ເຮືອຈາກຊຽງແຕງ ໄປຮອດກຳປົງຈາມ ໕ ຄັ້ງຂີ່ໄປຮອດພະນົມເປັນ ໑ ຄັ້ງ ເມື່ອປີ ໑໐໐໔ ແມ່ນ້ຳບ່ອນນີ້ກວ້າງໃຫຍ່ຫຼາຍ ຈະແບ່ງອອກເປັນແມ່ນ້ຳ ໔ ສາຍ(ຕາມພາສາຂະເໝນຮຽກວ່າ ຈະຕຸຣະມຸກ ຄືແມ່ນ້ຳ ໔ ໜ້າ) ແມ່ນ້ຳຂອງຕໍ່ໄປຮອດຫຽວດນາມ ຂະເໝນຮຽກວ່າ ຕົນເລກຣອມ,(ແປເປັນລາວອາດຊິຮຽກວ່າ ແມ່ນໍ້າໃຕ້) ແມ່ນ້ຳປາສັກ(ອອກສຽງຕົນເລປາສ໊ະ) ເຂົ້າໄປທະເລສາບຮຽກ “ຕົນເລເວັຍສ໊ະ” ເລີຍໄປຮອດທະເລສາບແລ້ວ ອອກສຽງ “ຕົນເລສ໊ະ” ສ່ວນສາຍແມ່ຂອງຂຶ້ນມາທາງຊຽງແຕງ ຫຼືທາງຄອນພຣະເພງຂອງລາວເຮົາ ຍັງຄົງຮຽກວ່າຕົນເລສ໊ະເໝືອນເດີມ, ບາງຄົນບອກວ່າສະ ໄໝບູຮານ ຮຽກວ່າ “ຕົນເລຊຽງແຕງ ຫຼືຕົນສະຕຼຶແຕຣງ” ບາງຄັ້ງກໍຮຽກວ່າ “ຕົນເລລຽວ” ຖ້າແປເປັນພາສາລາວຮຽກ “ທະເລລາວ ຫຼືແມ່ນໍ້າລາວ”, ສຳລັບແມ່ນ້ຳເຊກອງນັ້ນ ທາງຄົນຊຽງແຕງ-ຄົນແສນປາງ ເອງກໍຮຽກວ່ານ້ຳເຊກອງ ແຕ່ຄົນຂະເໝນຮຽກວ່າ “ຕົນເລແມ່ກົງ”, ຂຽນເປັນພາສາອັງກິດວ່າ (Mekong).
ແມ່ນຳ້ຂອງ ໃນພາສາອັງກິດ,ຂຽນວ່າ Mekong ເນື່ອງຈາກຄົນອັງກິດເອງ ບໍ່ໄດ້ຕິດພັນກັບແມ່ນ້ຳສາຍນີ້ ຄົງອິງຕາມພາສາຖິ່ນ ທີ່ຮຽກແມ່ນ້ຳສາຍນີ້ວ່າ “ແມ່ຂອງ” ເມື່ອທຽບເປັນພາສາອັງກິດແລ້ວຈຶ່ງຂຽນວ່າ MEA-KHONG ຫລື MEANAM-KHONG ການອ່ານຄົງອອກສຽງວ່າແມ່ຂອງ ຫຼືບາງຄົນຂຽນວ່າ MAE KONG ກໍຄົງອ່ານວ່າ ແມ່ຂອງເຊັ່ນກັນ ແຕ່ເມື່ອບາງຄົນອາດອອກສຽງວ່າ ແມ່ໂຂງ ຫຼືແມ່ກົງ ສຳລັບການອອກສຽງວ່າແມ່ກົງ ຄົງຈະບໍ່ຖືກເພາະວ່າມີແມ່ນ້ຳສາຍໜຶ່ງ ທີ່ມາຈາກເຊກອງອັດຕະປື ລົງໃສ່ຊຽງແຕງ ແລະບ້ານຫາງໂຄນັ້ນ ມີການຂຽນເປັນພາສາອັງກິດວ່າ NAM SE KONG ຫຼື NAM SEA KONG ຕາມການສັນນິຖານການຂຽນຊື່ແມ່ນ້ຳຂອງ ຄົງຈະສະກົດດ້ວຍ KH ຫຼາຍກວ່າ K ຊື່ໆ, ພາສາຝຣັ່ງກໍຂຽນວ່າ Mènam Khong, ດຽວນີ້ອະນຸໂລມຂຽນຕາມອັງກິດກໍມີ.
ໃນເມື່ອເຮົາຮູ້ທີ່ມາແບບນີ້ ເຮົາຈຶ່ງມາປຽບທຽບ ແລະວິເຄາະເບິ່ງພາສາໄທຍ໌ ໃນບູຮານອາດຊິຮຽກແມ່ນ້ຳຂອງເໝືອນລາວ, ແຕ່ຄົນໄທຍ໌ເອງບໍ່ຄ່ອຍຈະມີຄວາມຜູກພັນ ແລະຕິດພັນກັບແມ່ນ້ຳຂອງມາແຕ່ສະໄໝບູຮານເພາະມີຫຼັກຖານ ໜຶ່ງວ່າ “ລາວອົບພະຍົບລົງມາທາງແມ່ນ້ຳຂອງ ແລະແມ່ນ້ຳປິງ ຍົມນ່ານ, ສ່ວນໄທຍ໌ອົບພະຍົບລົງໄປທາງແມ່ນ້ຳເຈົ້າພະຍາ” ແລະຫຼັກຖານໜຶ່ງຂອງກອນມະຫາແກ້ວຂຽນບົດທ່ອງຂຶ້ນໃຈ ໃນແບບຮຽນສະໄໝເກົ່າວ່າ “ປະເທດຂ້ອຍຊັ້ນຊື່ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳຂອງຜ່ານໄຫລຜ່າທາງກາງ ມີຫົນທາງຖນົນສະອາດ ປະເທດຊາດ ລາວໃຫຍ່ໄພ ສານ ເຮົາລູກຫຼານເກີດມາພາຍຊ້ອຍ ຄວນຊູຊ່ອຍສ້າງບ້ານເມືອງລາວ ໃຫ້ຢືດຍາວຕໍ່ໄປພາຍໜ້າ ຢ່າໃຫ້ຫຼ້າເຂົາແທ້ ໝູ່ລາວ” (ສຳລັບກອນບົດນີ້ ຜູ້ຂຽນໄດ້ຈື່ມາຕັ້ງແຕ່ເດັກນ້ອຍ ອາດມີການຜິດພາດບາງປະການ ຫາກໃຜຈື່ໄດ້ ຫຼືເຫັນວ່າມີຜິດບ່ອນໃດ ກະຣຸນາແກ້ໄຂໃຫ້ແນ່), ເມື່ອເປັນເຊັ່ນນັ້ນ ຄົງສັນນິຖານຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍນັ້ນ ອາດແມ່ເປັນສຳນຽງໃໝ່ ທີ່ໄທຍ໌ກຳນົດເອົາຕາມສຳນຽງຂອງພາສາຝຣັ່ງ-ອັງກິດ ເພາະຄຳວ່າ KHONG ໃນພາສາຝຣັ່ງ-ອັງກິດນັ້ນ ຈະອ່ານອອກສຽງເປັນໄດ້ທັງ “ຂອງ” ແລະ “ຄົງ” ຫຼື “ໂຂງ” ອັນນີ້ສາມາດພິສູດໄດ້ຈາກຊື່ ມະຫາວິທະຍາໄລດົງໂດກ(ມະຫາວິທະຍາໄລແຫ່ງຊາດ) ໄທຍ໌ຄວນຊິອ່ານວ່າ “ດົງໂດກ” ເໝືອນສໍານຽງລາວ ແຕ່ໄທຍ໌ພັດອອກສຽງວ່າ “ດອງດອກ” ເຊິ່ງເຮັດໃຫ້ສຳນຽງຂອງພາສາລາວປ່ຽນໄປໃນພາສາໄທຍ໌, ຄວາມຈິງແລ້ວຄຳວ່າ “ດົງ” ໃນພາສາໄທຍ໌ກໍມີ ເຊັ່ນ “ດົງພະຍາໄຟ, ດົງພະຍາເຢັນ” ດັ່ງນີ້, ແທນທີ່ໄທຍຈະຮຽກຕາມສຳນຽງລາວ ທີ່ໃຊ້ອັກສອນລາວ ເປັນເຄື່ອງວັດສົງໄສວ່າໄທຍ໌ອ່ານຕາມສຳນຽງຂອງພາສາຝຣັ່ງ (Dong-Dok) ຫຼືແກ້ງຮຽກໃຫ້ຕ່າງ ຖ້າເປັນເຊັ່ນນັ້ນຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍ໌ນັ້ນ ຕ້ອງອິງຕາມສຳນຽງພາສາຝຣັ່ງ-ອັງກິດ ຫຼືບໍ່ກໍຈົງໃຈບັນຍັດຂຶ້ນໃຊ້ໃຫ້ຕ່າງລາວດັ່ງທີ່ກ່າວແລ້ວ ຖ້າເປັນເຊັ່ນນັ້ນ ຄຳວ່າ “ແມ່ນ້ຳຂອງ” ຕ້ອງຊື່ເດີມ ຂອງແມ່ນ້ຳສາຍນີ້ ໂດຍບໍ່ຕ້ອງສົງໄສ.
ການອ່ານຂອງ ຫຼືໂຂງ ໃນພາສາອັງກິດ-ຝຣັ່ງນັ້ນ ເອົາແຕ່ຜູ້ຊິອ່ານກໍໄດ້ ເພາະວ່າໃນເມືອງລາວນີ້ ມີເມືອງໜຶ່ງຢູ່ແຂວງສາຣະວັນວ່າ “ເມືອງຄົງເຊໂດນ” ກໍຂຽນວ່າ “MEUANG KHONG SEADONE” ກໍໃຊ້ “KHONG”.
ຊື່ແມ່ນ້ຳຂອງໃນວັນນະຄະດີ, ວັນນະຄະດີ ຕຳນານອຸຣັງຄະນິທານ ຫຼືອຸຣັງຄະທາດຮຽກວ່າ “ຂະນະນະທີ” ແລະແມ່ນ້ຳຂອງ, ວັນນະຄະດີ ຕຳນານຂຸນບູຣົມ ປາກົດເຫັນຊື່ແມ່ນ້ຳຂອງ ວ່າ "ຂະນະນະທີ” ແລະແມ່ນ້ຳຂອງເຊັ່ນກັນ. ວັນນະຄະດີ ພະລັກພະລາມ ກໍປາກົດເຫັນ “ຂະນະນະທີ ແລະແມ່ນ້ຳຂອງ” ເຊັ່ນກັນ, ວັນນະຄະດີລາວອື່ນໆ ກໍປາກົດເຫັນເຊັ່ນນັ້ນ.
ເມື່ອມາເບິ່ງ “ຂະນະ” ເປັນພາສາປາລີ ເມື່ອມາເບິ່ງດ້ານພາສາລາວ ທີ່ປາກົດໃນວັນນະຄະດີ ກໍຮຽກວ່າແມ່ນ້ຳຂອງ ກໍສາມາດພິສູດໄດ້ວ່າ “ແມ່ນ້ຳຂອງເປັນຊື່ແທ້ຂອງແມ່ນ້ຳສາຍນີ້”
ຊື່ແມ່ນ້ຳຂອງໃນວັນນະຄະດີໄທຍ໌ ບໍ່ປາກົດເຫັນຊື່ແມ່ນ້ຳສາຍນີ້ ອັນນີ້ສະແດງໃຫ້ເຫັນວ່າ ໄທສຍາມບູຮານ ບໍ່ມີສິດທິໃນແມ່ນ້ຳສາຍນີ້.
ປະມານປີ ໑໘໗໐-໑໙໐໐ ກໍຣະນີປັກປັນເຂດແດນສຍາມ-ຝຣັ່ງໄດ້ມີຄວາມສຳຄັນຕໍ່ສຍາມ ໃນພາກພື້ນຫົວເມືອງລາວທາງອີສານ ຈຶ່ງເຮັດໃຫ້ສຍາມຮູ້ຈັກແມ່ນ້ຳຂອງ ອາດເປັນໄລຍະນີ້ເອງ ທີ່ສຍາມບັນຍັດຊື່ “ແມ່ນ້ຳຂອງ ເປັນແມ່ນໍ້າໂຂງ” ໃນພາສາໄທຍ໌ສຍາມ.
ຄຳວ່າດອນໂຂງ ມີສ່ວນກ່ຽວຂ້ອງກັບນໍ້າຂອງ ເພາະເປັນດອນໜຶ່ງໃນແມ່ນໍ້າຂອງ ໃນພາສາລາວໜັງສືບູຮານນັ້ນ ມີຊື່ໜຶ່ງອີກຕ່າງຫາກ ແຕ່ຕໍ່ມາຈຶ່ງປ່ຽນມາເປັນດອນໂຂງ, ຕາມການສັນນິຖານຂອງນັກຄິດລາວຫຼາຍຄົນກ່າວເຖິງທີ່ມາຂອງຄຳວ່າດອນໂຂງນັ້ນ ບໍ່ໄດ້ກ່ຽວກັບແມ່ນ້ຳຂອງເລີຍ ເຖິງວ່າດອນໂຂງນັ້ນ ຈະຕັ້ງຢູ່ໃນລຳແມ່ນ້ຳຂອງຕອນໃຕ້ກໍຕາມ, ແຕ່ດອນໂຂງນັ້ນມີທີ່ມາດັ່ງນີ້ ດອນໂຂງມີທີ່ມາດັ່ງນີ້ ຄື:
(໑) ໃນໜັງສືພຣະລັກພຣະຣາມ ແມ່ນມີຊື່ຕ່າງຫາກນິມິຕ ແມ່ນເກີດຈາກນິມິດຂອງພຣະລັກນັ້ນ ໄດ້ມາຮອດສະໝຸດທີ່ນັ້ນແລ້ວ ຕ້ອງການຈະຢຸດເຊົາ ຈຶ່ງແຝງສອນລົງນຳ້ ແລະອະທິຖານໃຫ້ເປັນ ດອນ, ຄົນທັງຫຼາຍຮຽກວ່າດອນສອນ.
(໒) ຄຳວ່າ “ດອນໂຂງ” ນັ້ນບາງທ່ານວ່າມາຈາກຄຳວ່າ “ຊ້າງໂຂງໜຶ່ງ” ຄືຊ້າງໂຕໜຶ່ງ, ມີນິທານພື້ນເມືອງວ່າ “ສະໄໝແຕ່ກີ້ທີ່ດອນໂຂງມີຊ້າງໂຂງ ໜຶ່ງຕາຍໄຫຼມາເປີະຫົວດອນທີ່ນັ້ນ, ເມື່ອຊາວຄົວວຽງຂອງສົມເດັດພຣະຄຣູຂີ້ຫອມ ປະມານ ຄ.ສ 1580-1641 ໄປເຫັນກໍເອົາຣືກນີ້ຕັ້ງຊື່ດອນ, ຫຼັກຖານຊາວຄົວວຽງໄປຂຶ້ນທີ່ບ້ານເມືອງແສນ ຈຶ່ງເຮັດໃຫ້ຊາວເມືອງແສນເວົ້າສຳນຽງວຽງຈັນຮອດບັດນີ້ ແລະຂະຫຍາຍຕົວໄປຮອດຂະເໝົາ, ດອນໂລງ, ນາດີ (ເວົ້າສຳສຽງຄ້າຍວຽງຈັນ-ທ່າແຂກ) ດ້ວຍເຫດນີ້ດອນໂຂງຈຶ່ງມີຊືປາກົດມາຮອດບັດນີ້.
ສ່ວນຄຳວ່າສີພັນດອນນັ້ນ ເປັນຊື່ຂອງການລຳຂອງຊາວເມືອງໂຂງ, ບາງທ່ານຄຳວ່າ “ສີພັນດອນ” ມາຈາກມີດອນຮອດ 4000 ດອນ (ຄວາມຈິງດອນໃນເຂດເມືອງໂຂງ ແລະເມືອງມຸນລວມກັນບໍ່ເຖິງ 1000 ດອນ, ຜຂ ເກີດທີ່ດອນໜຶ່ງໃນເມືອງໂຂງ ຢັ້ງຢືນໄດ້)
ແຕ່ຜູ້ເຖົ້າບາງຄົນເວົ້າວ່າ ຄຳວ່າສີພັນດອນນັ້ນມີທີ່ມາຈາກທີ່ຄະນະສຳຫຼວດແມ່ນຳ້ຂອງຊາດ ຝຣັ່ງ ໄດ້ເຂົ້າມາລາວຕາມລຳແມ່ນ້ຳຂອງ ໄດ້ນັບດອນ ມາຈາກປາກແມ່ນ້ຳຂອງ ເມື່ອມາຮອດດອນໂຂງນີ້ກໍໄດ້ 4000 ດອນພໍດີ ຈຶ່ງໃຫ້ຄົນຮຽກວ່າສີ່ພັນດອນ ຕໍ່ມາຜ້ຽນມາເປັນ ສີພັນດອນ.
ສ່ວນຊື່ເປັນທາງການຂອງລາວນັ້ນ ເມືອງໂຂງມີຊື່ວ່າ “ສຣີທັນດອນ" ອັນໄດ້ມາຈາກ ຊື່ຊ້າງສາມຫົວອັນເປັນສັດຊົງຂອງພຣະຍາອິນທາທິຣາຊ ເນື່ອງຈາກດອນໂຂງມີຊື່ກ່ຽວພັນກັບຊ້າງ ຈຶ່ງຕັ້ງແຂວງນີ້ ຊື່ວ່າແຂວງສຣີທັນດອນ ປະມານປີ 1962 ພ້ອມກັບແຂວງວາປີຄຳທອງ ແລະແຂວງຫົວຂອງ.
ບາງກະແສກໍວ່າ “ສຣີທັນດອນໄດ້ຕັ້ງຂຶ້ນຕານິມິດ ແຫ່ງທ້ອຖິ່ນ ເນື່ອງຈາກທ້ອງຖີ່ນນີ້ເຕັມໄປ ດ້ວຍໂຂດຫີນ ແລະແກ້ງຫຼາຍ ຈຶ່ງຮຽກວ່າ “ຫີນສີທັນ” ບວກກັບຄຳວ່າ “ດອນ” ຈຶ່ງໄດ້ “ສຣີທັນດອນ” ເມື່ອແປງເປັນພາສາປາລີໄດ້ຄຳວ່າ “ສຣີທັນຕຣ” ເຫັນໄດ້ຈາກສາມັນຍະສັກຂອງເຈົ້າຄະນະແຂວງສີ ທັນດອນວ່າ “ພຣະຫຼັກຄຳສຣີທັນຕຣາຈາຣຍ໌” ດັ່ງນີ້.
ນອກຈາກນີ້ຍັງປະກົດເຫັນການວິເຄາະຂອງທີ່ມາແຫ່ງແມ່ນຳ້ຂອງວ່າ “ເມື່ອກ່ອນຄົນແຖບນີ້ ນັບຖືສາສນາພຣາມ-ຮິນດູນັບແຕ່ ອານາຈັກຊາຍຟອງ, ສຣີໂຄຕປຸຣະ(ທ່າແຂກ-ນະຄອນພນົມ) ລົງ ໄປຮອດເມືອງເຊດຖາປຸຣະ(ຈຳປາສັກ) ຄົນສາສະໜາພຣາມຮີນດູນັບຖືແມ່ນ້ຳຄົງຄາ ເປັນແມ່ນໍ້າສັກ ສິດ ຊາວຮີນດູຄົງຈະເຂົ້າໃຈວ່າແມ່ນຳ້ນີ້ເປັນແມ່ນຳ້ຄົງຄາ ຫຼືຈະຮຽກໃຫ້ມີຄວາມໝາຍດຽວກັນກັບນຳ້ ສັກສິດ ໃນຄຳພີພຣາມນັ້ນ” ແລ້ວຕໍ່ມາຄໍາວ່າ “ຄົງຄາ” ອາຊິປ່ຽນຄວາມໝາຍມາເປັນ “ຂອງ” ໃນພາຍ ຫຼັງ ຫາກຄຳວິນິໄສນີ້ຖືກຕ້ອງ ຄົນລາວເຮົາໃນອະດີດຄົງຈະຮຽກແມ່ນຳ້ສາຍນີ້ວ່າ “ແມ່ນຳ້ລ້ານຊ້າງ” ເໝືອນກັບຊົນຊາດລາວບູຮານໃນສິບສອງພັນນາ ມາກ່ອນເຊັ່ນກັນ, ຈຶ່ງຕັ້ງຊື່ອານາຈັກຂອງຕົນວ່າ “ອານາຈັກລ້ານຊ້າງ” ເພາະຫຼັກຖານຄໍາວ່າ “ລ້ານຊ້າງ” ນັ້ນ ແມ່ນມີມາກ່ອນພຣະເຈົ້າຟ້າງຸ່ມມາສະ ຖາປານາ.
ສິ່ງທີ່ເຂົ້າໃຈຂອງຜູ້ຂຽນເອງນັ້ນ ຄິດວ່າດອນໂຂງໃນສະໄໝບູຮານຄົງຊື່ວ່າ “ດອນຊ້າງ” ອັນນີ້ (ເປັນຄຳສັນນິຖານເດີກຳລັງຫາຫຼັກຖານຢູ່) ເພາະວ່າຢູ່ໃນເມືອງໂຂງມີ ໒ ດອນຊື່ວ່າ “ດອນຊ້າງ” ດອນໜຶ່ງຢູ່ຫາງດອນລົບປະດີ ຮຽກວ່າດອນຊ້າງ, ແລະອີກດອນໜຶ່ງວ່າ “ດອນຊ້າງນ້ອຍ” ໃກ້ກັບດອນລຽງ ແຕ່ບໍ່ປາກົດເຫັນຄຳວ່າ “ດອນຊ້າງໃຫຍ່ເລີຍ” ແລະອີກດອນໜຶ່ງຢູ່ເຂດຊຽງແຕງ ໃກ້ກັບສາມໂບກ (ຂະແມ ຮຽກວ່າ “ສຽມໂບກ” ເຊັ່ນດຽວກັນແສນປາງ ຂະເໝນຮຽນສຽມປາງ) ມີດອນໜຶ່ງຊື່ວ່າ “ດອນຊ້າງ” ໃຫຍ່ແທ້ໆແຕ່ບໍ່ມີຄົນຢູ່ໜາແໜ້ນ ຜູ້ຂຽນເຄີຍເຫັນແຕ່ບໍ່ເຄີຍຂຶ້ນໄປ ຖາມຄົນລາວຊຽງແຕງບອກວ່າ “ດອນຊ້າງ” ແຕ່ພາສາຂະເໝນຮຽກວ່າ “ເກຣາະດຳເດີຍ” ອັນນີ້ສະແດງໃຫ້ເຫັນວ່າດອນໂຂງນີ້ ຄົງຈະມີຊື່ວ່າດອນຊ້າງ ເພາະຄຳວ່າ “ໂຂງ” ມີຄວາມໝາຍໃກ້ຄຽງກັບຊ້າງ ດັ່ງທີ່ກ່າວແລ້ວ ຈັ່ງໃດກໍຕາມຫາກທ່ານໃດມີຄວາມເຫັນເປັນຕ່າງ ຫຼືເພີ່ມຕື່ມໄດ້ຍິນດີນ້ອມຮັບ ຂໍ້ຄິດເຫັນນັ້ນຖ້າມີເງືອນໄຂທີ່ຈະປະກອບບົດຄວາມນີ້ໄດ້ ຜຂ ຈະຖືເອົາເປັນຫຼັກຖານເພື່ອເຮັດບົດຂຽນນີ້ດີຍິ່ງຂຶ້ນ.
ອ້າງອີງ
http://www.internationalrivers.org/en/image/tid/216
14 June 2008
ກົດໝາຍບູຮານລາວ

໑. ຄຳພິມູນລະຕັນໄຕ ມິສາລະສຳຄັນຢູ່ ໓ ປະການ ຄື ເປັນນິທານຕຳນານກ່ຽວກັບຄະດີຖ້ວຍຄວາມປິດສະໜາບັນຫາ ແລະຕົວຢ່າງພິຈາລະນາຄະດີແບບບູຮານ ໜັງສືເລື່ອງນີ້ເນັ້ນເຖິງການ ເຮັດວຽກບໍລິຫານປະເທດ ສັງຄົມ ແລະບ້ານເມືອງ ຂອງຜູ້ນຳສະໄໝບູຮານ" ເຊິ່ງຜູ້ປະລິວັດໜັງສືນີ້ໄດ້ໃຫ້ຄວາມສຳຄັນວ່າ " ເວົ້າງ່າາຍໆແມ່ນແນວທາງການບໍລິຫານປະເທດ ຫຼືລັດຖະສາດບູຮານຫຼືຫຼາຍຕົວຢ່າງ ຂອງການແກ້ບັນຫາ ແບບບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ"
໒. ຄຳພີທຳມະສາດຫຼວງ : ກໍເປັນກົດໝາຍແມ່ ຫຼືກົດໝາຍຫຼັກຂອງການໃຊ້ກົດໝາຍ ຫຼືພິທີພິຈາຣະນາຄວາມທັງໝົດ ເຊິ່ງມີທັງໝົດ ໓໒໑ ມາດຕາ, ແຕ່ເທ່ົາທີ່ມີການຄົນຄວ້າປາກົດວ່າເສັຍໄປ ໖ ຜູກຈຳນວນ ໖໐ ມາດຕາ, ຜູ້ຫ້ອງປານາຕິບາດ ຕາມທາງຜູ້ປະລິວັດໄດ້ກ່າວວ່າ ໄດ້ຫາແລ້ວເກີອບທົ່ວປະເທດແຕ່ບໍ່ພົບ ກໍຈົນໃຈ ຈຶ່ງສະບັບໜຶ່ງຈາກຊຽງໃໝ່ເປັນອັກສອນໄທຍ ຂາດໄປ ໖໐ ມາດຕາເຊັ່ນດຽວກັນ ແລະໃຫນນັ້ນບອກໄວ້ ດ້ວຍຄຳວ່າ ໄດ້ຕົນສະບັບຈາກປະເທດລາວ ຊາວຍີ່ປຸນນຳໄປ...ມີຫຼັກຖານພໍຢັ້ງຢືນໄດ້ວ່າແຕ່ງໃນສະໄໝພຣະເຈົ້າສຸຣິຍະວົງສາທຳມິກະຣາດ ມີລັກສະນະພິເສດ ເຫດວ່າເອົາສິນ ໕ ຫຼືປັນຈະສິລາໃນການຈັດໝວດໝູ່ ມີ ໕ ໝວດຄື
໒.໑. ຫ້ອງປານາຕິບາດ : ວ່າດ້ວຍການຕີຟັນລັນແທງ ທຸບຕີວິວາດ.
໒.໒. ຫ້ອງອະທິນນາທານ ວ່າດ້ວຍການລັກ ຂະໂມຍ ການໂລບການສໍ່ລາດບັງຫຼວງ ການປຸ້ນຈີ້ລັກຊັບ.
໒.໓. ຫ້ອງກາເມສຸມິດສາຈານ: ວ່າດ້ວຍການຜິດປະເວນີ ຄົບຊູ້ສູ່ສາວ ການສ້າງຄອບຄົວ ຈາຣີດຜົວເມັຍ(ຮີດຜົວຄອງເມັຍ) ການປະຮ້າງດ ການແປ່ງປັນຊັບສິນ.
໒.໔. ຫ້ອງມຸສາວາດ: ວ່າດ້ວຍການຕົວະ ຫຼອກລວງ(ຕົວະ ລ່າຍ ພາງ ສໍ້ສົນ ສັບສຽດ ການກ່າວຄຳຫຍາບ ໄຮ້ສາລະ ແລະຕົວະຍົວະ)
໒.໕. ຫ້ອງສຸລາ ແລະເມໄລ : ວ່າດ້ວຍການກິນເຫຼົ້າເມົາຢາ ສິ່ງເບື່ອເມົາ ແລະສິ່ງເສບຕິດຕ່າງໆ
໓. ຄຳພີສ້ອຍສາຍຄຳ: ເປັນຄຳພີຂະໜາດສັ້ນ ມີປະມານ ໓໐ ກວ່າແຜ່ນລານ ເນື້ອໃນຈະເນັ້ນໄປໃນຫຼັກການຂອງພິກຂຸປາຕິໂມກ ໒໒໗ ສິກຂາບົດ ເປັນພື້ນຖານໃນການປຽບທຽບ ແລະບັນຍັດໄວ້ລະອຽດກ່ຽວກັບຈະຣິຍະທຳສັງຄົມ ທີ່ເວົ້າໄວ້ຈະແຈ້ງກ່ຽວກັບການຄອງເຮືອນຂອງຄພຣາ ວາດ ໂດຍຖືເອົາຫຼັກສີນ ໒໒໗ ຂອງພຣະພິກຂຸສົງໄປປັບໃຊ້ໃນວະລະລະບຽບການຂອງສັງຄົມ ໃນຄຳພີນີ້ບອກໄວ້ຈະແຈ້ງວ່າແຕ່ງໃນລັດຊະສະໄໝຂອງ ພຣະເຈົ້າໂພທິສາລາດ ສະຕະວັດທີ ໑໔
໔. ຄຳພີສຸວັນນະມຸກຂາ: ມີລັກສະນະເປັນປະມວນກົດໝາຍບູຮານລາວ (The code of lao Customary Law) ກ່່າວເຖິງຫຼັກ ປະມວນກົດໝາຍໂດຍທົ່ວໆໄປ ມັກອ້າງປາລີສັນສະກິດມາປະກອບ ເຊັ່ນນິທານນາງຕັນໄຕ ນິທານເວຕານເປັນຕົ້ນ.
໕. ຣາຊະສາດ: ວ່າດ້ວຍພະຈາຣິຍະທັມຂອງພຣະມະຫາກະສັດ ເຊັ່ນ ທັສຣາຊະພິຊະທຳ, ອະປະຫານິຍະທຳ, ໂລກະທຳ ຈາຮີດບ້ານເມືອງ ແລະອື່ນໆ ຄຳພີນີ້ຈະເນັ້ນໄປທາງຜູ້ບໍລິຫານບ້າເມືອງ ໃຫ້ມີມະໂນທຳປະຈຳໃຈ ບໍ່ຄວນໃຊ້ອຳນາດໃນທາງທີ່ຜິດສີນທຳ ນຳໃຊ້ລາຊະຊັບ ແລະຊັບສິນຂອງຊາດ ເພື່ອບັນເທົາທຸເລົາທຸກຂອງປະຊາຊົນ ແລະປະເທດຊາດ ຊ່ວຍກັນປົກປ້ອງ ແລະຊຸກຍູ້ສົ່ງເສີມປະຊາຊົນພົນລະເມືອງ.
ຄຳພີທັງ ໕ ທີ່ມີການຈັດພິມ ແລະເຜີຍແຜ່ສູ່ງສັງຄົມລາວຜ່ານມາທັງ ໕ ສະບັບນີ້ ທັງຄຳພີ ໂພສາຣາດສັງຄະປາກອນ ນັ້ນລ້ວນແຕ່ເປັນກົດໝາຍ ບູຮານລາວ, ເມື່ອເຮົາສຶກສາເບິ່ງທາງປະຫວັດສາດແລ້ວ ຈະເຫັນໄດ້ວ່າ ອານາຈັກລ້ານຊ້າງໄດ້ໃຊ້ກົດໝາຍປົກຄອງປະເທດມາຕັ້ງແຕ່ສະໄໝພຣະເຈົ້າຟ້າງຸ່ມມະຫາລາດແລ້ວ ເມື່ອເຮົາເອົາ ໜັງສືທັງ ໕ ສະບັບນີ້ໄປໂຍງໃສ່ ຮີດ ໑໒ ຄອງ ໑໔ ປາກົດວ່າ ຮີດ ໑໒ ຄອງ ໑໔ ເປັນກົດໝາຍແມ່ບົດ ທຽບໄດ້ກັບລັດຖະທຳມະນູນ, ສ່ວນຄຳພີທັງຫ້ານີ້ແມ່ນກົດໝາຍລູກ ທີ່ເວົ້າເຖິງຂໍ້ບັນຍັດ ແລະວິທີພິຈາລະນາກົດໝາຍ, ແຕ່ໃນຄຳພີນັ້ນຈະມີຫຼັກໃນການອອກກົດ ຫຼືບັນຍັດກົດໝາຍນັ້ນ ຈະເປັນໄປໃນຫຼັກຂອງສິນ ໕ ເປັນໝວກໝູ່ໃຫຍ່ ແລະເອົາສີນ ໒໒໗ ເປັນຫຼັກຂອງການຂະຫຼາຍຄວາມຫຼັກການອອກກົດປະເພນີ ເຊີ່ງຮຽກວ່າ ກົດໝາຍຈະລິຍະທຳ ອັນເປັນຕົ້ນແບບຂອງຮີດຄອງ ແລະວິທີ່ປຕິບັດ ກາຍເປັນວັດທະນະທຳລາວ ທັງໝົດແມ່ນອິງໃສ່ເນື້ອໃນຄຳສອນຂອງພະພຸດທະສາສະໜາເປັນຫຼັກ ເພາະເຫດໃດ ? ເພາະເຮົາເຫັນນຳກັນແລ້ວວ່າ ປະເທດລາວນັບແຕ່ພຣະເຈົ້າຟ້າງຸ່ມເປັນຕົນມາເອົາພະທະສາສະໜາເປັນແກ່ນນຳຂອງການພັດທະ ນາຊາດ ກໍບໍ່ເປັນເລື່ອງປາຫຼາດທີ່ກົດໝາຍຕ່າງໆ ຕະຫຼອດທັງຈະລິຍະທຳສັງຄົມລາວໃນອະດີດ ຊິບໍ່ເອົາຄຳສອນພຣະພຸດທະສາສະໜາມາເປັນແບບ ຢ່າງຂອງການບໍລິຫານປະເທດ ເພາະສະໄໝນັ້ນ ກໍມີແນວທາງຫຼັກສຳຄັນກໍມີແຕ່ພະພຸດທະສາສະໜາ.
ເມື່ອເຮົາສຶກສາ ປະຫວັດສາດລາວແຕ່ເລີ່ຕົ້ນແລ້ວ ຈະເຫັນວ່າ ປະເທດລາວເຮົານັ້ນ ເປັນລະບອບປະຊາທິປະໄຕ ແບບພະມະຫາກະສັດ ຫຼື ຣາຊາທິປະໄຕ ບໍ່ແມ່ນ ສົມບູນຍາສສິດທິຣາດ ໂດຍມີການບັງຄັບບັນຊາໂດຍພະມະຫາກະສັດ ໂດຍພະອົງດຽວ ຫາ່ກແມ່ນການບໍລິຫານປະເທດຊາດທັງໝົດ ແມ່ນເປັນໄປໂດຍກົດໝາຍ ແລະຄະຣາຊະມົນຕີທັງ ໔ ເຊິ່ງເຮົາເຫັນໄດ້ທາງໜຶ່ງນັ້ນວ່າ ປະເທດລາວເປັນປະເທດຣາຊາທິປະໄຕມາເຫິງນານນັ້ນ ຄື.
໑. ລະບົບທາດໃນອານາຈັກລ້ານຊ້າງບໍ່ຈະແຈ້ງ, ລະບົບທາດທີ່ປາກົດໃນສັງຄົມລາວແມ່ນສ່ວນໃຫຍ່ຈະເປັນຂ້ອຍ ແລະຂ້ອຍສ່ວຍໃຫຍ່ກໍແມ່ນ ຢູ່ໃນລັກສະນະສັດທາເປັນສ່ວນໃຫຍ່ ເຮົາຈະເຫັນວ່າ "ໃຫ້່ຂ້າໂອກາດ ຫຼືຂ້າປະຕິບັດພະທາດ" ເທົ່ານັ້ນ, ທາດ ຫຼືຂ້າເລົ່ານີ້ແມ່ນເປັນໄປດ້ວຍສັດທາ.
໒. ໃນປະຫວັດສາດຊາດລາວ ໂດຍສະເພາະສຶກສາປະວັດ ພະເຈົ້າຟ້າງຸ່ມມະຫາຣາດນັ້ນ ເຫັນວ່າ "ຊາວເມືອງເນລະເທດພະອົງ ເຖິງ ໒ ຄັ້ງ" ຄື ຄັ້ງໜຶ່ງ ເນລະເທດອອກຈກາລາຊະສຳນັກຊຽງທອງ ຕອນຍັງນ້ອຍ, ຄັງທີ ໒ ແມ່ນການເນລະເທດຕອນເປັນກະສັດແລ້ວ ອັນນີ້ຍ່ອມສະແດງໃຫ້ເຫັນວ່າ ໃນລະບອບການປົກຄອງລາວບູຮານ ໃຊ້ລະບົບກົດໝາຍ ແລະໃຊ້ສະພາ ເປັນການບໍລິຫານປະເທດ ແລະຖືສຽງປະຊາຊົນຫຼາຍກວ່າອຳນາດ, ວິທີນີ້ຍັງສືບຕໍ່ມາຈົນຮອດສະໄໝພະເຈົ້າສຸລິຍະວົງສາທຳມິກະລາດ ທີ່ສະພາລາດຊະມົນຕີສັງປະຫານລາຊະໂອລົດ ຂອງພຣະອົງ ອັນເນືອງມາຈາກຄວາມຜິດ ກົດໝາຍໝວດທີ ໓ ຄື ໝວດກາເມສຸມິດສາຈານ ຈະເຫັນວ່າກົດໝາຍ ໃນສະໄໝບູຮານນັ້ນສັກສິດສົມຄວນ ກົດໝາຍໝາດທີ ໓ (ວ່າດ້ວຍກາເມສຸມິດສາຈານ) ຍັງຕ້ອງໂທດຂັ້ນປະຫານ, ຖືວ່າ ອານາຈັກລາວຖືກົດໝາຍມາຢ່າງເຄັ່ງຄັດສົມຄວນ ຈຶ່ງເຮັດໃຫ້ປະເທດລ້ານຊ້າງເຂັ້ມແຂງມາເຖິງ ເກືອບ ໖໐໐ ປີ.
ຢ່າງໃດກໍຕາມ, ຄຳພີກົດໝາຍບູຮານລາວທີ່ປະກົດໃຫ້ເຮົາເຫັນເປັນຫຼັກຖານນີ້ ຍ່ອມສະແດງໃຫ້ເຫັນວ່າ ລ້ານຊ້າງ ກໍຄືສັງຄົມລາວ ເປັນປະເທດທີ່ມີຄວາມຈະເລີນມາຢ່າງແຂງແຮງ ເພາະມີກົດໝາຍເປັນເຄື່ອງມີໃນການບໍລິຫານປະເທດ.
ເຫັນຕົວເພິງໃນຖານພຣະທີ່ບ້ານເປໃຕເມືອງສັງທອງ


ຮູບທີ ໑ ຮູບຖານພຣະທີ່ພົບ ປາກົດເຫັນມີຈາຣືກອັກສອນລາວເດີມ(ອັກສອນລາວບອກສັກກະຣາດໄວ້ແຕ່ຍັງອ່ານບໍ່ທັນໄດ້ຄັກ)
ຮູບທີ ໒ ຮູບທີແຕ້ມໃຫ້ເຫັນສັດທັງ ໘ ຕົວທີ່ປະຈຳຢູ່ທິດຕ່າງໆ
"ບັກເຄົ້າເມົ້າ ນັ່ງເຝົ້າກໍຣະດີ
ປັດສິເມ ນາກເນົາໃນນຳ້............." ເມື່ອໄດ້ພຽງເທົ່ານີ້ກໍມາຕໍ່ເອົາຕາມເລື່ອງລາວ ປະກົດວ່າໄດ້ຮູບສົມບູນ ແລະຍັງໄດ້ໄປເຫັນ ເປັນເຈັ້ຍຂຽນດ້ວຍອັກສອນທັມທີ່ຂາດແລ້ວ ກໍຈຶ່ງເອົາມາຕໍ່ກັນເຂົ້າອີກ ຈຶ່ງໄດ້ເລື່ອງລາວຢ່າງນີ້.
ວິທີຫາຕົວເພິ່ງ(ໃຫ້ເບິ່ງຕາມຮູບທີ ໒)
- ຜູ້ຊາຍນັບອາຍຸ ໑ ປີລົງທີ່ເສືອ ວົນວຽນໄປຫານາກ ຈົນຄົບອາຍຸປັດຈຸບັນ
- ຜູ້ຍິງນັບອາຍຸ ໑ ປີລົງທີ່ງົວ ວົນວຽນໄປຫາຄຸດ ຈົນຄົບອາຍຸປັດຈຸບັນ (ເມື່ອອາຍຸປັດຈະບັນຂອງທ່ານຕົກສັດໂຕໃດ ທ່ານກໍເພິງສັດໂຕນັ້ນ ແລ້ວກໍມີຄຳທຳນາຍຢ່າງນີ້.(ອິງຕາມຕຳລາສອງແຫຼ່ງຄືຕາມແບບອັກສອນທຳທີ່ພົບເປັນເຈັ້ຍຂາດ ກັບຊອກໃນເວບເພີ່ມຕື່ມ ເຊິ່ງໝາຍຕາມທີ່ເອົາມາຈາກເວບວ່າ "ວ" ເອົາມາຈາກອັກສອນທຳວ່າ "ທ" ໄວ້ໜ້າຄຳຖາຍຕາມສັດທັງ ໘ ດັ່ງນີ້)
໑. ເພິ່ງງົວ:
- "ວ" ທວາຍວ່າ ປີນີ້ຈັກລຳບາກ ມີຄົນເອົາພາລະມາໃຫ້ຮັບຜິດຊອບ ຢ່າຮັບປາກໃຜງ່າຍຈັກລຳບາກ.
- "ທ" ປີໃດເພິ່ງງົວ ແຕ່ສັງຂານໄປຮອດເດືອນ ໙ ດັບມີເຄາະ, ແຕ່ເດືອນ ໑໐ ຮອດ ເດືອນຈຽງກັບມີໂຊກ, ແຕ່ເດືອນຍີ່ຮອດເດືອນ ໓ ມີເຄາະຮ້າຍໜັກ, ໃຫ້ແກ້ພົມມະຊາດແລະບູຊາຈິ່ງດີ.
໒. ເພິ່ງຄຸດ:
- "ວ" ທວາຍວ່າ ປີນັ້ນດີ ຖ້າຮັບຣັດຖະການຈະໄດ້ເລື່ອນຊັ້ນເລື່ອນຕຳແໜ່ງ ໃຫ້ແຕ່ງເຄື່ອງບູຊາຫິ້ງພຣະຕະຫຼອດປີ (ໄຫວ້ພຣະຕະຫຼອດປີຈັກໂຊກ)- "ທ" ປີໃດເພິ່ງຄຸດ ແຕ່ສັງຂານໄປຮອດເດືອນ ໙ ດັບຈັກມີໂຊກອັນໃຫຍ່, ແຕ່ເດືອນ ໑໐ ຮອດ ເດືອນຈຽງກັບມີໂຊກ, ແຕ່ເດືອນຍີ່ຮອດເດືອນ ໓ ມີເຄາະຮ້າຍໜັກ,
໓. ເພິ່ງແມວ- "ວ" ທວາຍວ່າ ຊາຕາຕົກລຳບາກມາກໝັກໜາ ແກ້ດ້ວຍການສູດພະຫູງ ບູຊາດ້ວນຂອງຂາວເຫຼືອງ.
໔. ເພິ່ງຣາຊະສີ- "ວ" ທວາຍວ່າ ປີນີ້ຊາຕາດີອົງອາດ ທຳການງານອັນໃດກໍສຳເລັດ ເສີມດ້ວຍການສູດອິຕິປິໂສ.
໕. ເພິ່ງເສຶອ- "ວ" ທວາຍວ່າ ຊາຕາດີຄິດທຳງານໃຫຍ່ກໍມັກຈະສຳເລັດ ມີສັດຕູເປັນຄົນໃກ້ຊິດ.
໖. ເພິ່ງນາກ- "ວ" ທວາຍວ່າ ທຳການຄ້າຂາຍກ່ຽວກັບນຳ້ ຫຼືທຳຣັດຖະການກ່ຽວກັບນຳ້ຈະດີີ.
໗. ເພິ່ງໜູ- "ວ" ທວາຍວ່າ ຈະຕົກຕ່ຳຫ້າມທຳການໃຫຍ່ໃຫ້ສູດພາຫຸງ ແລະອິຕິປິໂສ.
໘. ເພີ່ງຊ້າງ- "ວ" ທວາຍວ່າ ຈັກເລື່ອນຍົດ ເລືອນສັກ ໃຫ້ແຕ່ງເຄື່ອງບູຊາໂຊກ ສູດອິຕິປິໂສ.
ເມື່ອມາສຶກສາເຣື່ອງຕົວເພິງຄັກໆແລ້ວ ພັດເຫັນວິທີການອີກວິທີການໜຶ່ງ ທີ່ເປັນປະເພນີປະຕິບັດຂອງຄົນ ຄື ການປ່ອຍສັດ-ໂຜດສັດ-ເຊິ່ງໃນຕຳລານັ້ນນອກຈາກອະທິບາຍເຖິງບຸກຄົນໄດ້ເພິ່ງສັດຕັວໃດແລ້ວ ຈະມີເຄາະ ແລະລາບຕ່າງໆ ເມື່ອບຸກຄົນໄດ້ຮັບເຄາະແລະລາບແລ້ວ ຕຳລານີ້ກໍມີວີທີແກ້ເຄາະ ແລະບູຊາໂຊກດ້ວຍການໂຜດສັດອີກ ດັ່ງນີ້ຄື:
ວິທີແກ້ຕົວເພິ່ງຕາມຄະຕິບູຮານ
໑. ເພິ່ງເສືອ ໃຫ້ປ່ອຍປູ ແລະຫອຍ
໒. ເພິ່ງຊ້າງ ໃຫ້ປ່ອຍເຕົ່າ ແລະປາຂາວ
໓. ເພິ່ງຄຸດ ໃຫ້ປ່ອຍນົກສອງໂຕ ແລະຫອຍເທົ່າອາຍຸ
໔. ເພິ່ງແມວ ໃຫ້ປ່ອຍປາ, ຫອຍແນວລະ ໑໒ ໂຕ.
໕. ເພິ່ງນາກ ໃຫ້ປ່ອຍອ່ຽນ.
ໃນຕຳລານີ້ ປາກົດເຫັນວ່າ ໃຜເພິ່ງຫຍັງໃຫ້ປ່ອຍສັດຫຍັງໄວ້ພຽງ ໕ ຕົວສັດເທົ່ານັ້ນ ແຕ່ວ່າສັດຕົວເພິ່ງນັ້ນມີ ເຖິງ ໘ ຕົວ ຈຶ່ງຂາດຫາຍໄປ ໓ ຕົວສັດ ຄື ຣາຊະສີ, ໜູ ແລະງົວ ທີ່ໃນຕຳລາທີ່ພົບນີ້ບໍ່ໄດ້ກຳນົດໃຫ້ເຮັດຫຍັງ ຈຶ່ງສົງໄສວ່າ ຜູ້ສືບທອດຕຳລາຄົງກ່າຍມາບໍ່ໝົດ ຫຼືວ່າບໍ່ມີການກຳນົດໃຫ້ເຮັດຫຍັງມາກ່ອນແລ້ວ.
ົຢ່າງໃດກໍຕາມ ວິທີນັບຕົວເພິ່ງນີ້ ຖືວ່າເປັນມໍຣະດົົກລ້ານຊ້າງອີກແບບໜຶ່ງ ທີ່ມີການປະຍຸກເຂົ້າກັນລະຫວ່າງວີຖີພຸດ ກັບວິຖີພຣາມອັນເປັນຄວາມ ເຊື່ອເດີມຂອງພູມີພາກອາຊີໃນອະດີດ ກໍຖືວ່າເຂົ້າກັນຢ່າງລົງຕົວ, ຫາກເຮົາເບິ່ງຄວາມໝາຍອີກແບບໜຶ່ງຈະເຫັນວ່າການປະສົມປະສານກັນລະຫວ່າງພຸດກັບພຣາມນັ້ນ ເປັນຈຸດແຂງແບບໜຶ່ງ ທີ່ເຮັດໃຫ້ວິຖີພຸດຂອງລາວນັ້ນຕິດພັນກັບສັງຄົມລາວຢ່າງລົງຕົວ ແລະແຍກອອກບໍ່ໄດ້, ຈັນມາຮອດບັດນີ້ ວິຖີພຸດໃນເມືອງລາວ ໄດ້ປະສົມປະສານກັນຫຼາຍທັດສະນະຄະຕິ ແລະບໍ່ສາມາດທີ່ແຍກອອກຈາກສັງຄົມໄດ້, ຫາກມອງອີງຕຄວາມໝາຍໜຶ່ງ ການເພິ່ງຕົວສັດເປັນຄວາມເຊື່ອຂອງພຣາມ ທີ່ຄວນຢືດຖືປະຕິບັດ ແລະວ່າທັງຫຼາຍທັງປວງກໍຍັງຢູ່ແທບພຣະບາດຂອງພຣະພຸດທະ
ເຈົ້າ ອາດໝາຍຄວາມວ່າ ວິທີເອົາຊະນະກັບອຸປະສັກ ແລະສິ່ງກີດຂວາງນັ້ນ ຈະນອກເໜືອໄປຈາກຄຳສອນແຫ່ງພຣະພຸດທະສາສນາໄປບໍ່ໄດ້.
ປະຣະມາລິຂິດ : ເມື່ອຂຽນບົດ ແລະແຕ້ມຮູບນີ້ຈົບລົງແລ້ວ ທ່ານອາຈາຣຍ໌ໄລ່ ເຮັດວຽກຢູ່ຫ້ອງການສະຫວັດດີການ ສັງຄົມເມືອງໄຊເຊດຖາມາຫຼິ້ນນຳ ກໍໄດ້ເວົ້າເຣື່ອງນີ້ນຳເພີ່ນ ກໍພໍດີເພີ່ນຈື່ລະອຽດກ່ຽວກັບກອນ ເພີ່ນກໍຈົດໃຫ້ດັ່ງນີ້້້
- ຄຸດກໍເນົາຢູ່ເບື້ອງ ຫົນແຫ່ງບົວລະພາ
ອາຄະເນແມວ ຢູ່ເຟືອແຝງເຝົ້າ
ທັກຂິນກ້ຳ ລາຊະສີແຫນແຫ່
ບັກເຄົ້າເມົ້າ ນັ່ງເຝົ້າຫໍຣະດີ
ປັດສີເມ ນາກກ້ຽວທັນດອນ
ພາຍັບກ້ຳ ໂຄຈອນໝູປ່າ
ອຸດອນກ້ຳ ພາຍສານຊ້າງເຜືອກ
ເລື່ອນໆງົວແມ່ລ້ານ ກິນຫຍ້າຝ່າຍອີສານ
ໂສກສັຕວ໌ຕົວເພິ່ງແບບທີ: 1
" ໂຄງສອງ "
ກ່າວກັນວ່າ ເປັນຕໍາຣາຊຽງໝ້ຽງ-ຣິຈນາໂດຍ ສຳລິດ ບົວສີສວັດ
(ຄຳໃນວົງເລັບ-ແມ່ນຮຽບຮຽງໂດຍຜູ້ຂຽນ ເພື່ອໃຫ້ໄດ້ສຳຜັສ)
ຊົກງົກ (ຖົກ)ກວຽນ
ຫຽນແອ່ນ (ແບນ)ໂຕ
ໂສພາພ ນາບຟານ
ຫານນ້ໍາ ຊໍາໂກນ.
ຄໍາອະທິບາຍ:
ຊົກງົກ ໝາຍເຖິງ ຊ້າງ
ຖົກກວຽນ ໝາຍເຖິງ ງົວ
ຫຽນແອ່ນ ໝາຍເຖິງ ຄຣຸທ
ແບນໂຕ ໝາຍເຖິງ ແມວ
ໂສພາພ ໝາຍເຖິງ ຣາຊະສີຫ໌
ນາບຟານ ໝາຍເຖິງ ເສືອ
ຫານນ້ໍາ ໝາຍເຖິງ ນາຄ
ຊໍາໂກນ ໝາຍເຖິງ ໜູ.
ໂສກສັຕວ໌ຕົວເພິ່ງແບບທີ: 2
" ໂຄງສາມ "
ຄຣຸທບູ ພັພພູອາ
ສີຫາທັກ ພະຍັຄ(ໂຫ)
ນາໂຄປັຈ ມຸສິກັດພາ
ກຸນຊຣາອຸ ອຸສຸພ໌ອີ.
ກອນສັຕວ໌ຕົວເພິ່ງ:
" ກອນເກົ້າ "
ຄຣຸທ ກໍເນົາ(ນັ່ງ)ຫ້ອງ ຫົນແຫ່ງບົວຣະພາ
ອາຄະເນ(ນາມ) ແມວ ຢູ່ເຝືອແຝງຝັ້ນ
ທັກສິນ(ແຖວທາງ)ກ້ຳ ຣາຊະສີຫ໌ ແຫນແຫ່
(ເສືອລາຍແລ) ເຄົ້າເມົ້າ ນັ່ງເຝົ້າ ຫໍລະດີ
ປັຈສິເມ (ແມ່ນ)ນາຄ (ປາກກ່າຍ)ພັນດອນ
ພາຍັພ ໂຄຈຣໜູ (ຢູ່ໂກນກັດສ້າງ)
ອຸດອນ(ແດນ ດົງຊ້າງ) ພາຍສານລ້ານເຖື່ອນ
ເລື່ອນເລື່ອນງົວ ແມ່ງ້ອງ ກິນຫຍ້າ ຝ່າຍອີສານ.
ຄວາມໝາຍໂສກ ແລະ ກອນມີດັ່ງນີ້:
ຄຣຸທ ຢູ່ທິສ ບູລະພາ
ແມວ ຢູ່ທິສ ອາຄະເນ
ຣາຊະສີຫ໌ ຢູ່ທິສ ຫໍລະດີ
ນາຄ ຢູ່ທິສ ປັຈຈິມ
ໜູ ຢູ່ທິສ ພາຍັພ
ຊ້າງ ຢູ່ທິສ ອຸດອນ
ງົວ ຢູ່ທິສ ອີສານ.
ໝາຍເຫຕ: ຕົວເພິ່ງ ຫຼື ຕົວສັຕວ໌ເພິ່ງ, ແມ່ນຕົວທີ່ນັບອາຍຸໄປຕົກໃສ່, ຮຽກວ່າຕົກຕົວເພິ່ງ
ຈະຮ້າຍ ຫຼື ດີ ກໍຂຶ້ນຢູ່ນໍາສັຕວ໌ຕັວນັ້ນໆ ວ່າໃຫຍ່ ຫຼື ນ້ອຍ ດີ ຫຼື ຮ້າຍ.
ຖ້າຢາກຊາບວ່າປີນີ້ຈະໂຊຄດີ ຫຼື ບໍ່?
ຜູ້ຊາຍໃຫ້ນັບປີທີນຶ່ງລົງທີ່ ເສືອ ວຽນໄປຫາ ນາຄ
ຜູ້ຍິງ ໃຫ້ນັບລົງທີ່ ງົວ ວຽນໄປຫາ ຄຣຸທ
ອາຍຸຕົກສັຕວ໌ຕົວໃດ ໃຫ້ທວາຍຕາມນັ້ນ.
ເມື່ອເອົາຄຳກອນໂຄງນີ້ ມາທຽບກັບຮູບທີ່ແຕ້ມໄດ້ ແລ້ວໄປສົມທຽບກັບຮູບທີ່ປາກົດໃນຖານພຣະນ້ັນກໍກົງກັນພໍດີ.






