07 September 2012

ຈາຣືກພຣະທາດບ້ານຮ້າງນ້າແຮ່

ຈາຣືກພຣະທາດບ້ານຮ້າງນ້າແຮ່
ອັກສອນທີ່ຈາຣືກ ລາວ
ສັກຣາຊພຸດທະສັກກຣາຊ 1893
ພາສາ ລາວ
ດ້ານ/ບັນທັດ ຈຳນວນດ້ານ 1 ດ້ານ ,u 12 ບັນທັດ
ວັດຖຸຈາຣຶກ -
ລັກສະນະວັດຖູ ຮູບໃບສີມາ
ຂະໜາດວັດຖຸ ກວ້າງ 24 ຊມ, ສູງ 79 ຊມ
ບັນຊີ/ທະບຽນວັດຖຸ 1. ກອງຫໍສະໝົດແຫ່ງຊາດ(ໄທຍ) ກຳນົດເປັນ "ສນ,4"
2. ໃນໜັງສື ສີລາຈາຣືກອີສານສະໄໝໄທຍ-ລາວ ກຳນົດເປັນ "ຈາຣືກພຣະທາດຮ້ານບ້ານແຮ່"
ພົບເມື່ອ ບໍ່ປາກົດຫຼັກຖານ.
ສະຖານທີ່ພົບ ສະຖານນີອະນາໄມບ້ານແຮ່(ວັດພຣະທາດສີບຸນເຮືອງ) ຕຳບົນແຮ່ ອຳເພີພັງໂຄນ ຈັງຫວັດສາກົນນະຄອນ.
ຜຸ້ພົບ ອາຈານສຸຣັຕນ໌ ວຣາງຣັຕນ໌ ແລະຄະນະນັກສຶກສາ ຈາກວິທະຍາໄລຄຣູສາກົນນະຄອນ.
ປັດຈຸບັນຢູ່ທີ່ ສະຖານນີອະນາໄມບ້ານແຮ່(ວັດພຣະທາດສີບຸນເຮືອງ) ຕຳບົນແຮ່ ອຳເພີພັງໂຄນ ຈັງຫວັດສາກົນນະຄອນ.
ພິມເຜີຍແຜ່ ສີລາຈາຣຶກອີສານສະໄໝໄທຍ-ລາວ (ກຸງເທບ ຯ ຄຸນພິນອັກສອນກິຈ, 2530) 225-227.
ປະວັດ ສີລາຈາຣືກຫຼັກນີ້ເພິ່ງຄົ້ນພົບເມື່ອອາຈານສຸຣັຕນ໌ ວຣາງຣັຕນ໌ ແຫ່ງວິທະຍາໄລຄຣູສາກົນນະຄອນ ພານັກສຶກສາໄປສຶກສານອກສະຖານທີ່ ພາຍຫຼັງໄດ້ພາອາຈານທະວັຊ ປຸນໂນທັກ ໄປສຶກສາເມື່ອ ເດືອນເມສາ ພ.ສ 2527 ພົບສະເພາະທ່ອນບົນແລະທ່ອນລ່າງ ເດືອນສຶງຫາ 2527 ອາຈານທະວັຊ ປູນໂນທົກ ໄດ້ນຳພາບນິ້ງຈາຣືກຫຼັກນີ້ມາສະເໜີ ໃນທີ່ປະຊຸມນານາຊາດເຣື່ອງ ໄທຍສຶກສາ ທີ່ກຸງເທບ, ສາດຕຣາຈານ ດຣ. ປະເສີດ ນະ ນະຄອນ ໄດ້ສະແດງຄວາມເຫັນ ແລະໃຫ້ຄວາມສົນໃຈ ແກ່ຈາຣຶກຫຼັກນີ້ມາກ ອາຈານທະວັຊ ປູນໂນທົກ ຈິ່ງໄດ້ໃຫ້ນັກສຶກສາຜູ້ຊ່ວຍວິໄຈ ໄປຄົ້ນຫາສ່ວນຂອງຈາຣືກທີ່ຍັງຫຼົງເຫຼືອອີກຄັ້ງໜຶ່ງ ແລະພົບສ່ວນທີ່ຂາດໄປໄດ້ຄົບສົມບູນ.
ເນື້ອໃນໂດຍສັງເຂບ ຂໍ້ຄວາມຂາຣືກກ່າວເຖິງການອຸທິດທີ່ດິນໃຫ້ແກ່ວັດຂອງເຈົ້ານາຍຣະດັບພຣະຍາ ແລະແສນ ເຊິ່ງ ເປັນຫົວໜ້າຊຸມຊົນໃນຣະແວກນັ້ນ.
ຜູ້ສ້າງ ບໍ່ປາກົດຫຼັກຖານ.
ການກຳນົດອາຍຸ ຂໍ້ຄວາມຈາຣືກບັນທັດທີ 4 ຣະບຸ ຈ.ສ 712 ຄື ພ.ສ 1893 ກົງກັບປີທີ່ພຣະເຈົ້າອູ່ທອງຊົງສະຖາປານາ ກຸງສີອະຍຸທະຍາ ແລະກ່ອນພຣະເຈົ້າຟ້າງຸ່ມຄອງນະຄອນຫຼວງພຣະບາງ(ຊຽງທອງ) ພສ. 1896 ເຖິງ 3 ປີ, ຖ້າສັກກາຣາຊທີ່ປາກົດໃນຈາຣືກຖືກຕ້ອງ ຈາຣືກຫຼັກນີ້ຈະເປັນຈາຣືກອັກສອນໄທຍ ນ້ອຍ(ລາວ) ທີ່ມີອາຍຸເກົ່າທີ່ສຸດທີ່ພົບຂະນະນີ້ ແລະເປັນຮູບແບບອັກສອນໄທຍນ້ອຍ(ລາວ)ທີ່ໄດ້ ພັດທະນາໄປແລ້ວ ຄືມີຮູບແບບສະເພາະຕົວຫ່າງຈາກອັກສອນໄທຍສຸໂຂໄທຍສະໄໝພຣະເຈົ້າລິໄທ ທີ່ຮ່ວມສະໄໝດຽວກັນ ຈາກການສຶກສາຮູບແບບຂອງຕົວອັກສອນໃນສີລາຈາຣືກພຣະທາດຮ້າງ ບ້ານແຮ່ນີ້ ໜ້າຈະຕ້ອງທົບທວນທິດສະດີທີ່ວ່າອັກສອນໄທຍນ້ອຍໄດ້ແບບຢ່າງໄປຈາກຕົວ ອັກສອນໄທຍສະກຸນພໍ່ຂຸນຣາມຄຳແຫງ ຖ້າປາກົດຫຼັກຖານອື່ນໆສະໜັບສະໜູນອີກສ່ວນໜຶ່ງ.
ຂໍ້ມຼນອ້າງອີງ ຮຽບຮຽງຂໍ້ມູນໂດຍ : ນະວະພັນ ພັທຣະມູນ, ໂຄງການຖານຂໍ້ມູນຈາຣືກໃນປະເທດໄທ, ສມສ, 2549, ຈາກ ທະວັຊ ປຸນໂນທົກ, "ຈາຣືກພຣະທາດຮ້າງບ້ານແຮ່" ໃນສີລາຈາຣືກອີສານສະໄໝ-ລາວ, ສຶກສາ ທາງດ້ານອັກຂຣະວິທະຍາ ແລະປະວັດສາດອີສານ(ກຸງເທບ ຯ ຄຸນພິນອັກສອນກິຈ, 2530) 225-227.
ພາບປະກອບ ພາບສຳເນົາຈາຣືກຈາກ : ພາກວິຊາພາສາຕາເວັນອອກ ຄະນະບູຮານຄະດີ ມະຫາວິທະຍາໄລ ສີລປະກອນ, 2545(ເລກ ທະບຽນ CD; INS-TH-14, ໄຟນ໌; Sn_0400_c)
ເທັກ ตำบลแร่, อำเภอพังโคน, แสน, วงดวงชาตา

ອ້າງອີງ 
ອັກສອນສະໄໝດຽວກັນ
ເກັບກຳໄວ້ ໂດຍ : ພອຈ.ເນືອງພິລັກ ໂຊຕີທອນ

1 comment:

  1. ທິດສະດີທີ່ວ່າ ອັກສອນລາວ(ໄທຍ ຮຽກວ່າອັກສອນໄທຍນ້ອຍນັ້ນ ພັດທະນາມາຈາກອັກສອນພະຍາລິໄທ ສະກຸນຣາມຄຳແຫງນັ້ນ ຕາມທິດສະດີຂອງໄທຍແຜ່ນຜິດຖະໜັດ ເພາະອັກສອນນີ້ເກີດກ່ອນ ອັກສອນພະຍາລີໄທ ຍັງສົມບູນກວ່າ

    ReplyDelete