08 September 2012

"ເຖິງ" ເປັນພາສາລາວ "ຖຶງ" ເປັນພາສາໃຜ ?

- "ໄປຮອດຈອດເຖິງ" ເປັນສຳນວນພາສາລາວ ທີ່ມີຄຳວ່າ "ຮອດ" ກັບ "ເຖິງ" ຢູ່ນຳກັນ, ຄຳວ່າເຖິງ ກັບຮອດ ແລະ ເຖິງນັ້ນມີຄວາມໝາຍດຽວກັບ ທັງສອງເປັນຄຳທີ່ສົມບູນໃນຕົວ ເວລາໃຊ້ຈະໃຊ້ "ຮອດເຖິງແລ້ວ" ກໍໄດ້ ຫຼືຈະໃຊ້ແຕ່ "ຮອດແລ້ວ" ຫຼື "ເຖິງແລ້ວ" ກະໄດ້ແຕ່  "ຮອດເຖິງ" ເຖິງວ່າ ເປັນຄຳປະສົມທີ່ສາມາດໃຊ້ປະສົມກັນໄດ້ແຕ່ບໍ່ນິຍົມໃຊ້ກົງຕົວດັ່ງນັ້ນ ມັກຈະຫາຄຳອື່ນມາປະສົມສະເໝີ ເພື່ອໃຫ້ "ຮອດເຖິງ" ມີສັນທະລັກສະນະສວຍງາມຂຶ້ນ ເຊັ່ນຄຳທີ່ມັກພົບທີ່ສຸດໃນກຸ່ມພາສາໄທລາວ, ຄື "ໄປຮອດຈອດເຖິງ, ມາຮອດມາເຖິງ" ຫຼືບາງທ້ອງຖິ່ນຈະວ່າ "ຈວບເຖິງ" ແຕ່ບໍ່ປາກົດເຫັນວ່າ "ຈວບຮອດ" ແບບນີ້ມັກຈະໃຊ້ໃນກຸ່ມ ພາສາລາວທຸກພາກ ທຸກເຜົ່າ ທັງໃນແລະນອກປະເທດ.

- ເຖິງ ເຊື່ອວ່າເປັນພາສາລາວແທ້ ຕາມຫຼັກຖານທາງສີລາຈາຣືກທີ່ມີອາຍຸ 500 ປີກັບມານີ້ເທົ່າທີ່ພົບ ແລ້ວ ເຫັນວ່າຄຳ ນີ້ປາກົດຕົວມາເຫິງນານທັງໃນ ແລະນອກປະເທດ,  ໃນຊີວິດວັດທະນະທຳຂອງຊົນ ຊາດທີ່ມີພັດທະນາມາຈາກແຫຼ່ງ ດຽວກັນນັ້ນ ຊົນເຜົ່າຕະກູນລາວ ທີ່ເວົ້າພາສາຕະກູນໄທລາວ ໃນດິນລາວທຸກໆເຜົ່າ ຄຳວ່າ "ຮອດ-ເຖິງ" ແມ່ນສື່ຄວາມໝາຍດຽວກັນໝົດ, ໃນກຸ່ມຊົນສ່ວນໃຫຍ່ໆໃນລາວ ທັງສາມພາາກໃຫຍ່ ຄື ພາສາລາວພາກເໜືອ, ພາກກາງ ແລະພາກໃຕ້ ກໍໃຊ້ ແລະສື່ຄວາມໝາຍດຽວກັນ ລວມຄົນເຊື່ອສາຍທີ່ເວົ້າພາສາວໃນປະເທດກຳປູເຈັຍ, ໃນພາກຕາ ເວັນອອກ, ຕາເວັນອອກສ່ຽງເໜືອຂອງໄທຍ, ລ້ານນາ,  ໄທໃຫຍ່ ໃນຣັດສານ, ໄທຂືນໄນຊຽງຕຸງ, ໄທລື້ໃນສິບສອງພັນນາ,  ໄທດຳ-ໄທແດງໃນສິບສອງຈຸໄທສາປາ ຫາກເຮົາສຶກສາເລິກອອກໄປກວ່ານັ້ນ ອາດຈະເຫັນວ່າຄົນທີ່ເວົ້າພາສາຕະກູນໄຕ ກະໄດນີ້ "ຮອດກັບເຖິງ" ເປັນຄຳລາວໃນກຸ່ມພາສາ ໄຕກະໄດ ຕະກູນໄທລາວທັງມວນ.

- ໃນກຸ່ມພາສາໄຕ-ກະໄດ ຕະກູນໄທລາວນັ້ນ ປັດຈຸບັນແຍກກັນຢູ່ເປັນປະເທດເອກະລາດ ມີ 2 ປະເທດ ຄື 1 ປະເທດລາວ, ປະເທດໄທຍ ເຫຼືອນັ້ນ ແມ່ນລວມຢູ່ກັບປະເທດຕ່າງໆ ທັງຈີນ, ພະມ້າ, ຫວຽດນາມ, ກຳປູເຈັຍ ແລະຮອດອິນເດັຍກະມີ ຄືລັດອັດສຳ,  ບັນດາປະຊາຊົນຄົນເຊື້ອສາຍໄທລາວ ທີ່ໄປຢູ່ກັບປະທດທີ່ຕ່າງພາສາ, ອັກສອນ ແລະວັດທະນະທຳ ແລະລະບອບການເມືອງເສດຖະກິດ ສັງຄົມນັ້ນ, ພາສາເວົ້າຂອງເຂົາຈະຕາຍລົງເປັນອັນດັບແຮກ, ບໍ່ເກີນ 3 ຊົ່ວອາຍຸຄົນ ແລະກັບປ່ຽນມາໃຊ້ພາສາຫຼັກ ອັນເປັນພາສາທາງການທີ່ສາມາດໃຊ້ໃນຊີວິດປະຈຳວັນທີ່ດີກວ່າ.

- ບັນດາຕະກູນໄທລາວທີ່ແຍກຕັ້ງປະເທດຂອງຕົນໄດ້ສົມບູນ ແລະໃຊ້ພາສາ ແລະວັດທະນະທຳ ຂອງຕົນໄດ້ສົມບູນ ແມ່ນປະເທດລາວ ແລະປະເທດໄທຍ.

- ກ່ຽວກັບຄຳວ່າ "ເຖິງ" ປະເທດໄທຍໃຊ້ "ຖຶງ"(ถึง) ເຮົາມາສຶກສານຳກັນວ່າ "ເຖິງ" ທີ່ລາວເຮົາໃຊ້ກັບ "ຖຶງ" ທີ່ໄທຍໃຊ້ ອັນໃດຖືກຕ້ອງ ແລະເປັນຄຳພາສາໄທລາວໂດຍແທ້.

- "ເຖິງ" ນີ້ດັ່ງທີ່ເຮົາສຶກສາເບິ່ງແລ້ວ ເປັນພາລາວທັງມວນ ເປັນພາສາລາວ ທີ່ສືບທອດມາຈາກພາ ສາໄທລາວຕັ້ງແຕ່ບູຮານະການ ເຫັນໄດ້ຈາກຄຳເວົ້າຂອງບັນດາຊົນເຜົ່າຕະກູນໄທລາວທັງໃນ ແລະນອກປະເທດ.

- ຜູ້ຂຽນ ຊອກເບິ່ງສີລາຈາຣືກພາສາລາວ ໃນໝວດອັກສອນລາວເດີມ(ລາວ), ອັກສອນລາວບູຮານ(ທຳ) ຈະພົບກັບຄຳວ່າ "ເຖິງ" ແລະ "ຮອດ" ນີ້ປະກົດຕົວສະເໝີ ເຊັ່ນວ່າ "ຈວບເຖິງ" ນີ້ມັກຈະພົບໃນ ສີລາຈາຣືກ ທີ່ກ່ຽວກັບການປັກປັນ ເຂດແດນ, ບ້ານ, ວັດ, ເມືອງ ສະເໝີ, ບໍ່ສະເພາະແຕ່ໃນສີລາຈາລືກເທົ່ານັ້ນ ໃນວັນນະຄະດີອັກສອນລາວບູຮານ ແລະອັກສອນລາວເດີມ ກໍມັກຈະເຫັນສະເໝີ,  ເມື່ອຜູ້ຂຽນຄົ້ນຄວ້າໃນຈາລືກອັກສອນລາວທັງສອງແບບເຫັນແຕ່ ເຖິງ ບໍ່ເຫັນຖຶງ, ກໍຄົ້ນຄວ້າໃນຈາລືກ ອັກສອນລ້ານນາກໍເປັນຄຳວ່າ "ເຖິງ" ແລະຮອດ "ຮອດ" ນີ້ໃຊ້ແທນກັນຢູ່ສະເໝີ, ຕໍ່ໄປກໍ ໄປຊອກໃນໝວດອັກສອນສຸໂຂໄທ ທີ່ຖືວ່າເປັນອັກສອນທີ່ໂດດເດັ່ນ ແລະໄທຍຖືເປັນກົກເຫງົ້າພາສາ ແລະອັກສອນ ໄທຍປັດຈຸບັນນັ້ນ ນັບແຕ່ສີລາຈາລືກອັກສອນຂຸນຣາມຄຳແຫງມາຮອດ ສີລາຈາລືກສະໄໝພະຍາລິໄທ ກັບເຫັນວ່າ ໃນ 4 ຫຼັກທີ່ໃຊ້ສຶກສາ ບໍ່ປາກົດເຫັນວ່າ "ຖຶງ" ຈະປາກົດເຫັນຄຳວ່າ "ຮອດ" ແລະ "ເຖິງ"

ຫຼັກຖານ
เกลออย่ากินเข้าเพราเลย เกลออดเข้าเพรา ให้เถิงรุ่ง. (ไตรภูมิ); มื้อ

โบราณเขียนเป็น อรญญิก หรือ อไรญิก ก็มี เช่น ในกลางอรญญิก, เมืองสุโขทัยนี้มีอไรญิก. (จารึกสยาม), (โบ) วัดอรัญญิก เช่น ไปสูดญัดกฐินเถิงอไรญิกพู้น. (จารึกสยาม). ว. ที่เกี่ยวกับป่า เช่น อรัญญิกาวาส. (ป. อาร?ฺ??ก ว่า เกี่ยวกับป่า).

ໝາຍເຫດ: ການຂຽນ ໄທ ກັບ ໄທຍ ໃນເອກະສານນີ້ ມີຄວາມໝາຍຕ່າງກັນດັ່ງນີ້
ກ. ຂຽນໄທຍ ໝາຍເຖິງຄົນໄທຍ ໃນປະເທດໄທຍ.
ຂ. ໄທ ໝາຍເຖິງຄົນໄທລາວທັງມວນ ທີ່ຢຸ່ໃນດິນລາວ ແລະນອກດິນລາວໃນປັດຈຸບັນ.
ຄ. ໄທລາວ ໝາຍເຖິງຄົນລາວທຸກເຜົ່າ.
ງ. ໄຕ-ໄທ ໝາຍເຖິງກຸ່ມຄົນໄທລາວ.

ຄົ້ນຄວ້າໂດຍ: ພຣະຄຣຸເນືອງພິລັກ ໂຊຕິທອນ

No comments:

Post a Comment