ການນັບເລກຂອງຄົນທີ່ເວົ້າພາສາລາວຢູ່ຂະແມຣ໌(ກຳປູເຈັຽ)
- ຄົນທີ່ເວົ້າພາສາລາວຢູ່ກຳປູເຈັຽນັ້ນມີຈຳນວນຫຼາຍສົມຄວນ ໂດຍຕົວເລກທີ່ບໍ່ເປັນທາງການອາດມີຫຼາຍ ເຖິງ ໑.໒໐໐.໐໐໐ ຄົນ, ຄົນທີ່ເວົ້າພາສາລາວຢູ່ກຳປູເຈັຽນັ້ນ ມີຢູ່ຫຼາຍເຂດ(ແຂວງ), ເຊັ່ນຢູ່ແຂວງຊຽງແຕງ, ຣັຕນະຄີຣີ, ກະແຈະ, ພຣະວິຫານ, ຕະແບງມີໄຊ(ບັນເຕີຍມຽນເຈີຍ), ພັດຕະບອງ(ບັດຕຳບອງ), ໂດຍສະເພາະຄົນເຊື້ອສາຍລາວ ສັນຊາດກຳປູເຈັຽ ທີ່ເວົ້າພາສາ ລາວຫຼາຍທີ່ສຸດແມ່ນຢູ່ ໃນແຂວງຊຽງແຕງ, ຣັຕນະຄີຣີ(ແຂວງບໍ່ແກ້ວເກົ່າ) ຮອງລົງມາແມ່ນທີ່ແຂວງພະວິຫານ, ແຂວງຕະແບງມີໄຊ(ບັນເຕັຍມຽນເຈັຍ) ສ່ວນຢູ່ແຂວງກະແຈະນັ້ນມີນ້ອຍສຸດ ເພາະມີສະເພາະເປັນຊາຍແດນຊຽງແຕງ(ສຕຣຶງແຕງ)ກັບກະແຈະ, ບັນດົນຄິຣີ, ເທົ່ານັ້ນ ທີ່ແຂວງຊຽງແຕງແມ່ນມີເວົ້າຫຼາຍທັງສອງຝັ່ງຄື ທີ່ເມືອງທະຣາບໍຣິວັດທາງຝັ່ງ ຕາເວັນຕົກ ແລະທາງຝັ່ງນຳ້ເຊກອງ.- ຊຸມຊົນບາງຊຸມຊົນໃນກຳປູຊາຕາມຊົນນະບົດ ແລະແນວຊາຍແດນບໍ່ໄດ້ຮັບການສຶກສາມາຕັ້ງແຕ່ເຫິງນານ ການສຶກສາມີສະເພາະໃນເມືອງໃຫຍ່ຂອງແຂວງ ແລະເມືອງນ້ອຍ ສະນັ້ນໂອກາດທີ່ຈະໄດ້ຮັບການສຶກ ສາຂອງຄົນໃນຊົນນະບົດ ຕາມແນວຊາຍແດນ ຈຶ່ງຈຳເປັນຕ້ອງເຂົ້າໄປໃນເມືອງເທົ່ານັ້ນ ນອກຈາກນນັ້ນແມ່ນຮຽນນຳຄູບາ ຢູຸ່ວັດ ສຳລັບວັດຂອງຊຸມຊົນເຊື້ອສາຍລາວໃນກັມປູເຈັຽ, ການສຶກສາສ່ວນໃຫຍ່ ແມ່ນມີການຮຽນ ແລະສອນ ກັນຕາມວັດທະນະທັມ ປະເພນີເທົ່ານັ້ນ, ການຮຽນການສອນແມ່ນສອນກັນແຕ່ໂຕທັມເປັນສ່ວນຫຼາຍ ແລະມີການສອນໂຕ ລາວແນ່ເລັກນອ້ຍ, ນັບແຕ່ອະດີດຈົນຮອດປັດຈຸບັນ ມີພຣະສົງລາວຈາກທາງພາກໃຕ້ຂອງລາວໄດ້ເຂົ້າໄປຢູ່ໃນບັນ ດາແຂວງເຫຼົ່ານີ້ ກໍສອນອັກສອນທັມ ແລະອັກສອນລາວໃຫ້, ບາງຄັ້ງເດັກນ້ອຍທາງກຳປູເຈັຽ ຈະຂ້າມມາບວດ ແລະຮຽນທີ່ຝັ່ງລາວ ຈຶ່ງປາກົດວ່່າຄົນຊຸມຊົນລາວລາວໃນກຳປູເຈັຽຈະເວົ້າ ແລະຂຽນພາສາລາວຫຼາຍກວ່າພາສາຂະເໝນ, ສ່ວນຊຸມຊົນຊາວຂະເໝນ ເຊື້ອສາຍລາວທີ່ອາໄສຕາມຊາຍແດນໄທຍ໌ ກໍມີພຣະໄທຍ໌ເຂົ້າໄປຢູ່ ກໍສອນອັກສອນໄທຍ໌ໃຫ້ ແຕ່ພາສາເວົ້ານັ້ນ ຍັງຄົງເວົ້າພາສາລາວຢູ່ ເນື່ອງດ້ວຍອິດທິພົນພາສາລາວນັ້ນນັບຕັ້ງແຕ່ອຳເພີນາຈະຫຼວຍ ແຂວງອຸບົນ ລຽບຕາມຊາຍແດນໄທຍ໌ໄປຮອດ ແຂວງປາຈີນບູຣີ ເມື່ອເຂົ້າສູ່ແຂວງຈັນທະບູຣີ ທາງຝັ່ງໄທຍ໌ກໍຍັງມີຄົນເວົ້າພາສາລາວຢູ່ເຮັດໃຫ້ຄົນເຫຼົ່ານີ້ຮູ້ ແລະອ່ານພາສາໄທຍ໌ໄດ້ດີ ແລະເວົ້າພາສາລາວໄດ້ດີ,
- ຄົນທີ່ເວົ້າພາສາລາວໃນບັນດາແຂວງທີ່ຕິດຕໍ່ກັບລາວ ແມ່ນຄົນເຊື້ອສາຍລາວທີ່ອົບພະຍົບເຂົ້າໄປຢູ່ນັບຕັ້ງແຕ່ສະ ໄໝອານາຈັກລ້ານຊ້າງຈະລີນຮຸ່ງເຮືອງ, ສ່ວນຢູ່ໃນບັນດາແຂວງຊາຍແດນໄທຍ໌-ກັມປູເຈັຽນັ້ນ ແມ່ນແບ່ງຄົນກຳປູເຈັຍເຊື້ອສາຍລາວອອກເປັນ ໒ ພວກ ຄື ພວກໜຶ່ງແມ່ນຂະຫຍາຍຕົວໄປສະໄໝລ້ານຊ້າງຈະເຣີນຮຸ່ງເຮືອງ ແລະພວກ ໒ ແມ່ນຖືກກວດຕ້ອນໄປສະໄໝ ພຣະເຈົ້າມະຫາກະສັດເສີກຂອງສຍາມ(ນາຍທອງດ້ວງ) ໄດ້ກວດຕ້ອນຄົນລາວວຽງ ໄປຕັ້ງແຕ່ສະໄໝສົງຄາມສຍາມ-ລາວຄັງທີ ໑ ສະໄໝນັ້ນພຣະເຈົາມະຫາກະສັດເສີກ ໄດ້ໄປວ່າຣາຊະການຫົວເມືອງຂະເໝນ ຈຶ່ງເອົາທາດຄົວເຮືອນລາວວຽງໄປນຳ ຊຸມຊົນລາວຈື່ງຍາຍກັນຢູ່ໃນບັນດາແຂວງ ພາກເໜືອຂອງສະເໝນ ເມື່ອງສຍາມສົ່ງດິນແດນສ່ວນນີ້ໃຫ້ແກ່ຂະເໝນ ຊຸມຊົນລາວວຽງບາງພວກກໍກັບເຂົ້າມາຍັງ ບັນດາເມືອງໃນແຂວງຊາຍແດນໄທຍ໌ກຳປູເຈັຽ ດ້ວຍເຫດນັ້ນອິດທິພົນພາສາໄທຍ໌ກາງ ຈຶ່ງເຂົ້າໄປຍັງຂະເໝນນ້ອຍ ທີ່ສຸດເພາະ ມີອິດທິພົນພາສາລາວກັ້ນກາງໄວ້.
- ແຕ່ຢ່າງໃດກໍຕາມ ຈົນມາຮອດປີ ໑໙໙໐ ເປັນຕົ້ນມາປະເທດຂະເໝນສົບຫງົບສົງຄາມລົງ ການໄປມາຫາສູ້ຄ້ານຂາຍ ແລະການເປີດຊາຍແດນລະຫວ່າງໄທຍ໌-ກັມປູເຈັຽຫຼາຍຂຶ້ນ ການທ່ອງທ່ຽວລະຫວ່າງສອງປະເທດ ຂະຫຍາຍຕົວຂຶ້ນ ເຮັດໃຫ້ຄົນຂະເໝນ ແລະຄົນຂະເໝນເຊື້ອສາຍລາວມີຄວາມສົນໃຈຮຽນພາສາໄທຍ໌ຫຼາຍຂຶ້ນ ຜະສົມກັບຄົນເວົ້າພາສາລາວໃນ ບັນດາແຂວງຊາຍແດນໄທຍ໌ກໍນິຍົມເວົ້າໄທຍຫຼາຍຂຶ້ນ ເຮັດໃຫ້ພາສາລາວ ໃນຊຸມຊົນຄົນທີ່ເວົ້າພາສາລາວໃນຂະເໝນຕາມ ຊາຍແດນຂະເໝນລົດນ້ອຍຖອຍລົງ.
- ອີກທັງນັບແຕ່ປີ ຄ.ສ ໒໐໐໐ ເປັນຕົ້ນມາທາງຣັດຖະບານກຳພູຊາໄດ້ຂະຫຍາຍໂຮງຮຽນໄປສູ່ຊົນນະບົດ ໂດຍສະເພາະ ແມ່ນມຸ້ງເປົ້າມາຍັງບັນດາຊົນຊາດຊົນເຜົ່າຕາມແນວຊາຍແດນ ຈຶ່ງເຮັດໃຫ້ຊົນເຜົ່າອື່ນໆຕາມຊາຍແດນຣວມ ທັງຊົນເຊື້ອສາຍລາວໄດ້ເຂົ້າໂຮງໃນບ້ານເກີດຂອງຕົນ ເມື່ອປີ ໒໐໐໒ ຜູ້ຂຽນໄດ້ໄປປະເທດຂະເໝນ ເຫັນບັນດາ ເດັກນ້ອຍກຸ່ມໜຶ່ງ ເວົ້າພາລາວໃນພະນົມເປັນຫຼວງຫຼາຍ ຈຶ່ງຖາມໄດ້ຄວາມວ່າມາຈາກບັນດາແຂວງຕ່າງໆ ທີ່ກ່າວມານັ້ນ ຄົນເຫຼົ່າສ່ວນຫຼາຍມາເປັນສັງກະລີວັດ ແລະເຂົ້າໂຮງຮຽນໃນໂຮງຮຽນຂອງຣັດ ຖາມເຂົາໄດ້ ຄວາມວ່າ “ເຂົ້າໂຮງຮຽນພາສາຂະເໝນ” ຈຶ່ງສົນໃຈຖາມເຂົາວ່າ, ຈຶ່ງວ່າເຂົ້າໂຮງຮຽນພາສາຂະເໝນ ເຂົາ ຕອບ ວ່າ “ເຂົາເວົ້າພາສາລາວແຕ່ເດີມ ເມື່ອເຂົ້າໂຮງຮຽນຕ້ອງຮຽນພາສາຂະເໝນ” ບາງຕົນອາຍຸ ໑໕ ປີ ຈຶ່ງໄດ້ມີໂອ ກາດເຂົ້າໂຮງຮຽນ ຫຼັງຈາກນັ້ນ ຜູ້ຂຽນຈຶ່ງເຂົ້າໄປຍັງວັດອຸນາໂລມ ແລະອື່ນໆໃກ້ຄຽງກັນອີກ ໒ ວັດ ແລ້ວກໍເຂົ້າ ໄປຍັງວັດຕ່າງໆ ໒ ວັດກໍເຫັນສັງກະລີວັດທີ່ເວົ້າພາສາລາວເປັນອີກ ຈຳນວນຫຼວງຫຼາຍ, ປົກກະຕິແລ້ວໃນບັນດາ ແຂວງທີ່ມີຄົນເຊື້ອຊາດລາວ ເວົ້າພາສາລາວນັ້ນ ເຂົາຈະມີສຳນຽງພາສາເປັນພາສາທາງໃຕ້ທັງໝົດ, ແຕ່ເທົ່າ ທີ່ພົບມີເດັກນ້ອຍ ແລະພຣະອີກກຸ່ມໜຶ່ງເວົ້າພາສາລາວສຳນຽງທາງວຽງຈັນ ຖາມໄດ້ຄວາມວ່າມາຈາກແຂວງ ພະວິຫານ, ອັນນີ້ສົງໄສ ວ່າເປັນຫຍັງຄົນຂະເໝນເຊື້ອສາຍລາວກຸ່ມນີ້ ຈຶ່ງເວົ້າສາລາວສຽງວຽງຈັນ ເຂົາບອກວ່າ ພໍ່ແມ່ເຂົາເວົ້າໃຫ້ຟັງວ່າ ເປັນລາວທີ່ອົບພະຍົບມາຈາກວຽງຈັນ, ເມື່ອມາທາງຊຽງແຕງ ມີຄົນເຊື້ອສາຍລາວຊາວ ຊຽງແຕງເວົ້າໃຫ້ຟັງ “ມີອີກໝູ່ບ້ານໜຶ່ງທາງຮູເຊກອງ ແລະເຊຊານ ມີຄົນທີ່ເວົ້າສຽງວຽງຈັນ” ແຕ່ຜູ້ຂຽນຍັງບໍ່ທັນ ເຫັນ, ຫາໂອກາດໄປເບິ່ງຢູ່ຍັງບໍ່ທັນມີໂອກາດ ຖ້າຫາກວ່ານັກສຶກສາ ແລະນັກຄົ້ນຄວ້າພາສາລາວທີ່ຢູ່ນອກປະ ເທດຢາກຈະສຶກສາໜ່ວຍສຽງພາສາລາວ ຫຼືປະຫວັດສາດລາວບາງແງ່ມູມ ກໍຄວນທີ່ຈະຂຽນໂຄງການຊອກແຫ່ຼງ ທຶນໄປສຶກສາຊຸມຊົນຊາວລາວຢູ່ບັນດາແຂວງເຫຼົ່ານີ້ ກ່ອນທີ່ຄົນໃນດິນແດນຕອນນີ້ຈະປ່ຽນສັບພາສາ ແລະໜ່ວຍ ສຽງແຜກອອກໄປ ເພາະອິດທິພົນຂອງການສຶກສາ ແລະສື່ທາງວິທະຍຸ, ໂທຣະທັດ ແລະຊີດີ ຈະເຂົ້າໄປປ່ຽນແປງ ໂຄງສ້າງວັດທະທັມທາງພາສາຂອງຊາວລາວນອກປະເທດ.
- ມີສິ່ງໜຶ່ງທີ່ມີຄວາມເໝືອນແລະແຕກຕ່າງລະຫວ່າງພາສາລາວ ແລະພາສາຂະແມຣ໌ ຄວາມຈິງພາສາ ຂະແມຣ໌ກັບພາສາລາວມີຄວາມແຕກຕ່າງກັນເປັນສ່ວນຫຼາຍຢູ່ແລ້ວ ແຕ່ມີບາງຄຳທີ່ເຮົາຟັງພໍເຂົ້າໃຈ ກໍແມ່ນພາສາ ທີ່ມາຈາກພາສາປາລີນັ້ນ ເຊັ່ນປັນຍາ, ສາມັກຄີ, ສາລາ, ແລະອື່ນໆ, ສ່ວນຄຳລາວບາງຄຳ ທີ່ພາສາລາວຖ່າຍ ທອດມາຈາກພາສາຂະແມຣ໌ນັ້ນ ຄົນລາວອາດຊິຟັງບໍ່ຮູ້ເຣື່ອງເລີຍ, ເຊັ່ນ ສົ້ງລາວທາງໃຕ້ຮຽກ “ໂຂ” ສຽງຂະແມຣ໌ອອກສຽງ “ໂຄ”, ໄປຕິກໆ ຄົນທາງຊຳເໜືອຍັງເວົ້າກັນຢູ່, ຄົນຂະແມຣ໌ວ່າ "ໂຕວ໌ຕິກໆ"(ໄປເລື້ອຍໆ), ຂະເໝົາ-ຂເມົາ, ຣະອໍ-ຣະອໍ ແລະອື່ນໆ.
- ອີກສິ່ງໜຶ່ງທີ່ພາສາລາວ ແລະພາສາຂະແມຣ໌ມີສ່ວນຄ້າຍຄືກັນແມ່ນການນັບຈຳນວນ ຄື:
໐-ໂຊນ, ໑-ມວຍ, ໒-ປີ, ໓-ເບິຍ, ໔-ບວນ, ໕-ປຣາມ,
໖-ປຣາມມວຍ, ໗-ປຣາມປີ, ໘-ປຣາມເບິຍ, ໙-ປຣາມບວນ, ໑໐-ດ໊ອບ,
໑໑-ດ໊ອບມວຍ, ໑໒-ດ໊ອບປີ, ໑໓-ດ໊ອບເບິຍ, ໑໔-ດ໊ອບບວນ, ໑໕-ດ໊ອບປຣາມ, ໑໖-ດ໊ອບປຣາມມວຍ, ໑໗-ດ໊ອບປຣາມປີ, ໑໘-ດ໊ອບປຣາມເບີຍ, ໑໙-ດ໊ອບປຣາມບວນ,
໒໐-ມເພີຍ (໒໑-ກໍເອົາ "ມວຍ", ມາຕື່ມໃສ່ຈົນຮອດ ໒໙-ກໍອ່ານວ່າ "ມເພີຍປຣາມມວຍບວນ")
ຈາກນັ້ນແຕ່ ໔໐-໙໐ ເຂົາຈະປ່ຽນສຽງວ່າ ຊາມເສ໊ບ, ສີ່ເສັບ, ຮ່າເສັບ, ຮົກເສັບ, ເຈັດເສັບ, ແປດເສັບ, ເກົ້າເສັບ ຈົນຮອດ ໑໐໐-ມວຍຣອຍ, ໑໐໑-ມວຍຣວຍມວຍ, ໑໐໒-ມວຍຣອຍປີ, ໄປເລື້ອຍໆ, ໒໐໐-ປີຣອຍ, ຈົນໄປຮອດ ໙໐໐-ປຣາມບວນຣອຍ, ບາດມາຮອດ ໑,໐໐໐ ມວຍປອນ, ໒,໐໐໐ ປີປອນ ໄປເລືອຍໆ ຈົນຮອດ ໑໐,໐໐໐-ມວຍເມີນ, ໑໐໐.໐໐໐-ມວຍແຊນ, ໑.໐໐໐.໐໐໐ ມວຍລຽນ, ໑໐໐.໐໐໐.໐໐໐-ມວຍໂກດ.
ສິ່ງທີ່ວ່າມີການເໝືອນ ແລະແຕ່ງກັນກັນລາວນັ້ນ ຄືຄວາມເໝືອນ ຄື
ຄ້າຍຄຽງທາງການອອກສຽງ ເລກສູນ ໐ (ຂ)ໂຊນ(ລ)ສູນ, ຕັ້ງແຕ່ ໓໐-໙໐ ຄ້າຍກັນທາງການອອກສຽງ ຄື (ຂ)ສາມເສັບ(ລ)ສາມສິບ-(ຂ)ເກົ້າເສັບ(ລ)-ເກົ້າສິບ.
- ຄວາມເໝືອນກັນທີ່ລາວ ແລະໄທຍ໌ ອາດໄດ້ມາຈາກຂະແມຣ໌ ຄື ໑໐໐ ຂະເໝນວ່າ “ມວຍຣອຍ” ສຽງລາວມາດຕາຖານວ່າ “ໜຶ່ງຮ້ອຍ” (ແຕ່ມາຮອດປັດຈຸບັນທົ່ວປະເທດລາວພາກັນເວົ້າ “ໜຶ່ງລ້ອຍ, ສອງລ້ອຍ” ນິຍົມກັນເກືອບທົ່ວປະເທດແລ້ວ, ໂດຍສະເພາະຄົນລາວທາງພາກເໜືອພໍ່-ແມ່ບໍ່ພາເວົ້າລ້ອຍມີແຕ່ວ່າ “ຮ້ອຍ” ບາດມາຮຽນຢູ່ວຽງຈັນ ພາກັນເວົ້າລ້ອຍໆ ເປັນແຖວ, ບໍ່ຮູ້ວ່າໄດ້ຈາກໄທຍ໌ ຫຼືໄດ້ຈາກຂະແມຣ໌ກັນແທ້.
- ຄວາມທີ່ຄືກັນທົ່ວໂລກ ກ່ຽວກັບການນັບຈຳນວນນັ້ນ ຜູ້ຂຽນວ່າຮຽກວ່າ ເປັນຈຸດແຍກ ກໍຄື ທຸກໆພາສາໃນໂລກ ເມື່ອນັບຈຳນວນໄປຮອດ ໒໐ ແລ້ວມັກຈະປ່ຽນຮູບສັບທັນທີ ເອົາໄກ້ກັນກ່ອນນໍ ຂະເໝນວ່າ “ມະເພິຍ”, ລາວວ່າ “ຊາວ”, ໄທຍ໌ວ່າ “ຍີ່ສິບ”, ຫວຽດນາມວ່າ, ອັງກິດວ່າ, “ທະເວັນຕີ” ສ່ວນພາອື່ນນອກຈາກພາສາທີ່ວ່າມາແລ້ວນັ້ນ ເຂົາຮຽກຊາວວ່າຈັງໃດ ? ໃຜຮູ້ໄດ້ລອງເອົາມາທຽບກັນເບິ່ງວ່່າ ມີພາສາໄດ້ເມື່ອໄປຮອດ ໒໐ ແລ້ວຈະບໍ່ເປັນຈຸດແຍກດັ່ງທີ່ກ່າວແລ້ວ.
- ສ່ວນຄວາມເໝືອນໃນຄວາມແຕກຕ່າງກໍມີ ເຊັ່ນ “ໜຶ່ງພັນ” ຂະເໝນວ່າ “ມວນປວນ” ໄປເລື້ອຍໆ ຈົນຮອດ “ເກົ້າພັນ” ສ່ວນທີ່ວ່າ ຄວາມເໝືອນໃນຄວາມແຕກຕ່າງ ກໍຢູ່ທີ່ພັນນີ້ ຂະແມຣ໌ຈະອອກສຽງວ່າ “ປວນ” ຂຽນດ້ວຍໂຕ “ພ” ແຕ່ໂຕ “ພ” ຂອງຂະແມຣ໌ບາງຄັ້ງກໍອອກສຽງ “ປ” ກະມີ ຈຶ່ງເຮັດໃຫ້ສຽງຂອງເຂົາອອກໄປວ່າ “ປວນ” ແທນທີ່ວ່າ “ປັນ” ເພາະອັກສອນສັງໂຍກ, ເຊັ່ນຄຳວ່າ "ກຳປູເຈັຍ" ຄັນໃຫ້ຄົນລາວອ່ານຕາມອັກສອນທີ່ປາກົດຈະອອກສຽງວ່າ “ກັມພູຊາ” ເພາະສະກົດຕາມອັກສອນທີ່ໃຊ້ນັ້ນ ແມ່ນ ໂຕ “ພ ກັບ ຊ” ຜະສົມກັບ ພ+×ູ ແລະ ຊາ+×າ (ພູ-ຊາ) ແຕ່ເຂົາອອກຢ່າງນັ້ນ ເຮົາກໍວ່າຕາມເຂົາໄປ, ນອກຈາກນັ້ນຍັງມີທີ່ລາວວ່າ “ໜຶ່ງໝື່ນ” ຂະເໝນພັດວ່າ “ມວຍເມີນ” ອັນນີ້ເປັນຕາມສະຫຼະສັງໂຍກ, ເຂົາເອົາໂຕ “ມ” ຜະສົມ “ກັບສະຫຼະ “×ືນ” ພັດອອກ ສຽງ “ເມີນ” ບາດມາເຖິງແສນ ຂະເໝນພັດວ່າ “ແຊນ”, ຫຼືວ່າ “ມວຍແຊນ”, ປີແຊນ, ໄປເລືອຍໆ ຈົນມາຮອດ “ເກົ້າແສນ” ແທນທີ່ຈະວ່າ “ເກົ້າແຊນ” ເໝືອນທີ່ວ່າ “ເກົ້າເສັບ” ພັດວ່າ “ປຣາມບວນແຊນ” ບາດທີ່ນີ້ມາຮອດ “ໜຶ່ງລ້ານ” ຂະແມຣ໌ພັດວ່່າ “ມວຍລຽນ” ຕອນນີ້ “ສະຫຼະ ×າ ຂະແມຣ໌ກາຍ ເປັນສະ "×ຽນ" ໄປສາແລ້ວ, ບາດໄລ່ໄປຮອດ ໑໐໐.໐໐໐.໐໐໐ ຂະເໝນພັດວ່າ "ໂກດ", ລາວພັດວ່່າບໍ່ວ່າ "ໂກດ" ເໝືອນກັບທີ່ວ່າ “ໜ່ວຍ, ສິບ, ຮ້ອຍ, ພັນ, ໝື່ນ, ແສນ, ລ້ານ, ໂກດ, ຕື້” ທາງລາວພັດພາກັນເວົ້າ “ຮ້ອຍລ້ານ” ບາດໄປຮອດພັນລ້ານ, ທາງລາວຈຶ່ງພາກັນວ່າ “ຕື້” ແຕ່ທາງຂະເໝນຈັກແມ່ນເຂົາວ່າຈັ່ງໃດ ໃຜ້ຮູ້ບອກແນ່.
- ບາດນີ້ມາເບິ່ງຄົນທີ່ເວົ້າພາສາລາວຢູ່ຊຽງແຕ່ງ ນັບຈຳນວນເປັນພາສາລາວ, ມີວິທີນັບແປກໆ ຄຳວ່າແປກ "ກໍແປກສຳລັບຄົນສະໄໝນີ້ເທົ່ານັ້ນ ແຕ່ເມື່ອກ່ອນຄົນລາວທາງໃຕ້ກໍນັບແບບດຽວນີ້ມາຄືກັນ ຄື ນັບຕັ້ງແຕ່ໜຶ່ງໄປເຖິງພັນແມ່ນ ຄືກັນໝົດ, ບາດໄປຮອດ ໑໐.໐໐໐ ທາງລາວໃນຊຽງແຕ່ງວ່າ “ໜຶ່ງໝື່ນ, ສອງໝື່ນ, ສາມໝື່ນ, ຈົນຮອດ "ສິບໝື່ນ" ຄືຄົນລາວທາງໃຕ້ສີພັນດອນເຄີຍເວົ້າມາແຕ່ກີ້(ແຕ່ນັບແຕ່ປີ ໑໙໗໕ ເປັນຕົ້ນມາ ກໍເລີກເວົ້າໄປແລ້ວ ພາກັນເວົ້າ ສິບພັນ, ຊາວພັນ, ສາມສິບພັນ ແລະອື່ນໆ ເໝືອນຄົນລາວທາງເໜືອ) ດຽວນີ້ໃນວຽງຈັນເຫັນມີການກັບມາຂຽນ ແລະໃຊ້ຄືນແລ້ວ ເຊັ່ນ ໒໓໐.໐໐໐ ກໍຂຽນວ່າ “ສອງແສນສາມໝື່ນ”, ແຕ່ສ່ວນຫຼາຍຍັງໃຊ້ ແລະຂຽນວ່າ “ສອງ ແສນສາມສິບພັນ” ຢູ່, ສ່ວນສິບພັນຊາວພັນກໍຍັງໃຊ້ຢູ່ຄືເກົ່າ, ແຕ່ເປັນທີ່ໜ້າຕະຫຼົກເມື່ອໃຊ້ເງິນບາດພັດວ່າ “ໜຶ່ງໝື່ນ, ສອງໝື່ນອີກ” ເອ໋ ຄົນລາວເຮົານີ້ຊິເອົາຈັ່ງໃດກັນແທ້ເນາະພີ່ນ້ອງ, ນອກຈາກນັ້ນ ຍັງປາກົດເຫັນເວົ້າທາງສື່ສານມວນຊົນ ແລະຄົນລຸ້ນກາງນັບເລກແບບຫວຽດນາ ຫຼືຈີນກະບໍ່ຮູ້ເຊັ່ນ: ໑.໔໗໘.ຼ໕໐໐ ກີບ ເຂົາຈະອ່ານວ່າ "ໜຶ່ງພັນສີ່ຮ້ອຍເຈັດສິບແປດພັນຫ້າຮ້ອຍກີບ" ເດັກນ້ອຍປັດຈຸບັນຟັງແລ້ວ ມືດປານປິດຕາ.
- ຫັດລອງມາເບິ່ງລາວໃນຂະເໝນນັບຈຳນວນເບິ່ງຕີ໋ ເຂົາໃຊ້ເລກຫົວແສນ ເຂົາວ່າຈັ່ງໃດລະ ? ແນ່…….ຄົງບໍ່ຮູ້ແລ້ວແມ່ນບໍ່ ? ຫຼືວ່າໃຜຮູ້ຍົກມືຂຶ້ນ.
- ເອົາລະ ! ກະຕາມເທາະ ຄັນບໍ່ຮູ້ຈົ່ງມາຟັງທາງນີ້, ຄື ເຂົາຈະວ່າ “ສິບໜຶ່ນ, ຊາວໜື່ນ, ສາມສິບໜຶ່ນ, ໄປຈົນຮອດ "ຮ້ອຍໝື່ນ" ໝາຍເຖິງໝາຍ "ໜຶ່ງແສນ, ສອງແສນ, ສາມແສນ ໄປເຖິງລ້ານນັ້ນເອງ, ບາດເຂົ້າສູ່ຫົວລ້ານ ເຂົາກໍວ່າ "ສິບແສນ, ຊາວແສນ, ຈົນຮອດ ເກົ້າສິບແສນ ແລ້ວກໍເຂົ້າສູ່ "ໂກດ" ອັນໝາຍເຖິງ ໑໐໐.໐໐໐.໐໐໐ ນັ້ນເອງ, ໂອຍ….ຈັ່ງແມ່ນນັບຄືຂະເໝນແທ໊ນໍ ??????
No comments:
Post a Comment