09 September 2012

ອັກສອນລາວສະໄໝສົມເດັດພຣະເຈົ້າອະນຸວົງ ຄວນຈະເໝືອນອັກສອນສຍາມສະໄໝດຽວກັນ

- ຫາກເຮົາອ່ານປະຫວັດສາດ ຫຼືເລື່ອງລາວກ່ຽວກັບປະຫວັດສາດໄທຍ ນັບແຕ່ ຄ.ສ 1829 ເປັນຕົ້ນ ມານັ້ນ ຫາກກ່າວເຖິງຄວາມສຳພັນໄທຍ-ລາວ ມັກຈະກ່າວເຖິງພຣະເຈົ້າອະນຸວົງ ໃນປະຫວັດສາດ ໄທຍຂານພຣະນາມຂອງພຣະເຈົ້າອະນຸວັງວ່າ "ເຈົ້າອະນຸວົງເປັນຂະບົດ" ບໍ່ວ່າແຕ່ປະຫວັດສາດກະແສ ຫຼັກ ກໍຄືປະຫວັດສາດແອ້ມ ຫຼືປະຫວັດທ້ອງຖິ່ນກໍກ່າວເຖິງພຣະເຈົ້າອະນຸວົງເປັນຂະບົດ.
- ແຕ່ປະຫວັດສາດຂອງລາວ ແຕ່ໃດໆມາ ຮູ້ເຖິງບົດບາດ ແລະຖານະຂອງພຣະມະຫາກະສັດຂອງລາວ ລ້ານຊ້າງພຣະອົງນີ້ ຄື ວິຣະສັດຜູ້ຊົງປີຊາສາມາດ ທີ່ສຳຄັນຂອງລາວພຣະອົງໜຶ່ງ, ວິຣະກະສັດຂອງ ລາວເຮົາມີຫຼາຍພຣະອົງ ຄື 1. ພຣະເຈົ້າເລີດຫຼ້າທໍຣະນີຟ້າງ່ມມະຫາຣາດ, 2. ສົມເດັດພຣະເຈົ້າອະໄພ ພູທອນບໍວອນໄຊຍະເຊຕຖາທິຣາຊ, ແລະອົງສຸດທ້າຍ ຄື ສົມເດັດພຣະເຈົ້າອະນຸວົງສາ.
- ການສຶກສາວ່າ ພຣະເຈົ້າອະນຸວົງເປັນກະບົດ ຫຼືເປັນວິຣະກະສັດແທ້ນັ້ນ ມີຊ່ອງທາງໃຫ້ເຮົາສຶກສາ ຫຼາຍຊ່ອງຕາມ ໂດຍອ້າງອີງເຖູິງຫຼັກຖານທີ່ພໍມີຢູ່ 1 ໃນນັ້ນ ຄືຫຼັກຖານທີ່ລະອຽດທີ່ເຮົາປາກົດໃນ ສີລາຈາຣືກ ທີ່ທາງເຂົ້າພັດທະສີມາວັດສີສາເກດວໍຣະມຫະາວິການນີ້ໄດ້, ໃນນັ້ນ ເຮົາສຶກສາແຕ່ພຽງ ຫຼັກຖານສຶ່ນດຽວ ແລ້ວເອົາໄປແລໃສ່ຫຼັກຖານອື່ນທາງປະຫວັດສາດແລ້ວ "ຄຳວ່າພຣະເຈົ້າອະນຸວົງ ເປັນຂະບົດນັ້ນ" ຖືວ່າເປັນເລື່ອງຄວນຫາຫຼັກຖານມາອ້າງອີງ ເພື່ອໃຫ້ຂາວ.

No comments:

Post a Comment