16 June 2011

ນະຄອນທັງຫ້າ ທີ່ປາກົດໃນຍຸກດຽວກັບສີໂຄຕະບອງ ແຕ່ ພ.ສ 8 ຮອດ ພ.ສ 236

- ນັບແຕ່ກ່ອນພຸດທະສັກກາດ ຮອດ ພ.ສ 8 ຈົນຮອດປີ ພ.ສ 600 ສູນກາງສຸວັນນະພູມ ຢູ່ທີ່ສີໂຄຕະບອງ ຍຸກນີ້ຮຽກວ່າ "ຍຸກສີໂຄຕ-ຈັນທະບູຣີ" ເພາະໃນໄລຍະນີ້ ໜັງສືອຣັງຄະທາດໄດ້ກ່າວເຖິງ ເມືອງສີໂຄດ ແລະເມືອງອື່ນໆ ຈົນຮອດການກຳເນີດ ເມືອງຈັນທະບູຣີ (ວຽງຈັນທນ໌) ໄວ້ຈະແຈ້ງ, ໃນນັ້ນ ມີເມືອງທີ່ພົວພັນກັນ ຫຼືເມືອງບໍຣິວານອີກ 5 ຫົວເມືອງ ຄື:

1. ເມືອງສີໂຄຕບອງ ເມືອງນີ້ຕັ້ງຢູ່ປາກໃຕ້ເຊບັ້ງໄຟ (ອາດແມ່ນເມືອງຮ້າງໜອງເຮືອທອງ ທີ່ນັ້ນຜູ້ຂຽນໄປ ປີ 2010 ເຫັນຮູບເມືອງ ແລະສີລາຈາຣື ເສົາຫີນຫຼັກເມືອງ ຮູບເມືອງ ດິນຈີ່ ແລະຄູວຽງຂະໜາດໃຫຍ່ ທ່ານໍ້າ ແລະຮອຍເສົາທ່າເຮືອ ຫຼືສາລາທ່ານໍ້າ ຕັ້ງຢູ່ກໍ້າໃຕ້ເຊບັ້ງໄຟ) ຕໍ່ມາເມືອງນີ້ຫ້າໄດ້ຍ້າຍຂຶ້ນມາທາງເໜືອນໍ້າເຊບັ້ງໄຟ (ບໍຣິເວນເມືອງເກ່ົາທີ່ແຂກ) ຕໍ່ມາກໍຍ້າຍໄປຝັ່ງຂວາແມ່ນໍ້າ ບໍຣິປ່າໄມ້ຮວກ (ບໍຣິພຣະທາດພະນົມ)ຊື່ວ່າມະຣຸກຂານະຄອນ ມີພຣະຍານັນທະເສນຄອງ.

2. ເມືອງຈຸລລະນີ້ພຣົມມະທັດ ໃນດິນແດນແຄ້ວນ ສິບສອງຈຸໄທ ບໍຣິແຄມນໍ້າມ້າ ຕົກອ່າວຕົງແກັງ, ມີພຣະຍາຈຸລລີພຣົມມະທັດຄອງ.

3. ເມືອງໜອງຫານຫຼວງ ຄືບໍຣິເວນແຂວງ(ຈັງຫວັດ)ສາກົລນະຄອນ ມີພຣະຍາສຸວັນນະພິງຄາຣ ເປັນຜູ້ຄອງ.

4. ເມືອງອິນທະປັຕ ມີການສັນນິຖານວ່າບໍຣິເວນ ຈຳປາສັກ ຫຼືເມືອງຂະແມຣ໌ບູຮານ ມີພຣະຍາອິນທະປັຕເປັນຜູ້ຄອງ.

5. ເມືອງໜອງຫານນ້ອຍ ຄືບໍຣິເວນເມືອງໜອງຫາຣ ເມືອງກຸມພະວາປີ ແຂວງອຸດອນທານີ ມີພຣະຍາຄໍາແດງ ເປັນຜູ້ຄອງ.

6. ເມືອງສາເກຕ ຫຼືເມືອງຮ້ອຍເອັດປະຕູ ມີພຣະຍາສາເກຕເປັນຜູ້ຄອງ (ຢູ່ທີ່ອຳເພີນາດູນ ແຂວງມະຫາສາຣະຄາມ)

ຂຽນ ແລະຄົ້ນຄວ້າສຣູບສັງລວມໂດຍ
ພຣະຄຣູເນືອງພິລັກ ໂຊຕິທອນ
(ອາຈານສອນວິທະຍາໄລສົງ)

No comments:

Post a Comment