17 June 2011

ຖືກ(ແມ່ນພາສາລາວແທ້) ຖູກ(ເປັນພາສາຄົນຈີນເວົ້າລາວໃນໄທຍ໌)

- ຖືກ, ຖືກຕ້ອງ, ຂອງຣາຄາຖືກ, ເປັນພາສາຂອງຄົນລາວທຸກກຸ່ມທັງໃນແລະນອກປະເທດ, ຄົນລາວ ຢູ່ໃນດິນລາວເວົ້າຄໍາດຽວກັນນີ້ທົ່ວໄປ, ສ່ວນລາວໃນຂະເໝນ, ລາວໃນພາກອີສານ, ເໜືອ, ລົບບູຣີຂອງໄທຍ໌, ພະມ້າ ແລະຈີນ ລ້ວນແຕ່ເວົ້າຄໍາດຽວກັບລາວນີ້ແລ້ວ.

- ແຕ່ປາກົດວ່າຄໍາວ່າຖືກໃນຄວາມໝາຍພາສາລາວນີ້, ໃນພາສາໄທຍ໌ ພັດວ່າຖູກ, ທັງໝົດ ເຊັ່ນ ຖູກ, ຖູກຕ້ອງ, ຂອງຣາຄາຖູກ, ດູຖູກ ເປັນພາສາໄທຍ໌ ແຕ່ວ່າຄໍາວ່າ ຖືກ ນີ້ໃນບັນດາຄົນໄທຍ໌ເມື່ອ 100-200 ປີນີເຂົາເວົ້າວ່າຖືກ ເໝືອນກັບຄົນລາວໃນພາສາລາວ.

- ກ່ຽວກັບຄໍາວ່າຖູກນີ້ ຜູ້ຂຽນສັງເກດມາຫຼາຍປີແລ້ວວ່າ ບໍ່ແມ່ນພາສາໄທຍ໌ເດີມດອກ ຄົນໄທຍ໌ໃນອະດີດຄົງຈະວ່າຖືກໆ ເໝືອນລາວເຮົານີແລ້ວ ແຕ່ດຽວນີ້ ກໍກາຍເປັນພາສາໄທຍ໌ໄປແລ້ວ ແລະລາວເຮົາກໍແສດຈີນໄປຄັນນຳມາເວົ້າແນ່ ກໍຄືດູຖູກ, ຄຳວ່າດູຖູກ ຄວາມແທ້ຄື ດູຖືກ, ຖືຖືກ, ເບິ່ງຖືກ ຄືຖືຄຸນຄ່າລາຄາຄົນ ສິ່ງນັ້ນສະເໝີກັນ ຫຼືຖືເບົາ.

- ແລ້ວເມື່ອ ເຮົາສະມຸດຖານວ່າ ຖູກບໍ່ແມ່ນພາສາໄທຍ໌ແທ້ ຄໍາວ່າຖູກນີ້ ໄດ້ມາຈາກໃສ ? ກໍຕ້ອງຕອບໄປວ່າ ຖູກ ໃນພາສາໄທຍ໌ນີ້ ໄດ້ມາຈາກຄົນຈີນເວົ້າລາວໄທຍ ບໍ່ຂອດ ຖືກ ກໍຜ້ຽນມາເປັນຖູກໆ ເມື່ອໄທຍ໌ຕັ້ງປະເທດແລ້ວ ກໍຈັບເອົາສຽງຖູກ ໄປໃຊ້ແທນຄໍາວ່າຖືກ ທີ່ໃຊ້ມາແຕ່ເດີມ.

- ວັນທີ 16 ມິຖຸນາ 2011, ໄດ້ພາຄົນຮັກແພງກັນມາຈາກຕ່າງແຂວງໄປທ່ຽວຕລາດ ພໍ່ຄ້າທີ່ເປັນຄົນຈີນ ເມື່ອເວົ້າຖືກໆ ເຂົາຈະອອກຖູກໆ ໃຫ້ເຂົາເວົ້າຖືກ ເຂົາກໍອອກຖູກ ບໍ່ແມ່ນແຕ່ຄົນດຽວ ຄົນໃດໆ ກໍຄົນນັ້ນ ທັງທີ່ເວົ້າພາສາລາວຫຼາຍຄໍາແຈ້ງ ແຕ່ມາເວົ້າຖູກ ມັກຈະອອກຖູກໆໆໆໆ

- ບໍ່ວ່າແຕ່ຄົນຈີນຢູ່ວຽງຈັນ ຄົນຈີນຢູ່ເມືອງລ້າ ເມືອງຮໍາຊຽງຮຸ່ງກໍຄືກັນ ຜູ້ຂຽນໄປປີ 2004 ໄດ້ໄປນອນຢູ່ເຮືອນຄົນລື້ ເຂົາກໍເວົ້າສໍານຽງລື້ ເຂົາກໍເວົ້າຄືກັນກັບລາວ ນີ້ ບາດໄປເວົ້າກັບຄົນຈີນ ທີ່ວ່າຖູກໆ.

- ຈຶ່ງສະຫຼຸບວ່າ ອືມ໌ ຖືກເປັນພາສາລາວແຕ່ເດີມ ຖູກ ເປັນພາສາຂອງຄົນຈີນເວົ້າພາສາລາວ ແລ້ວໄທຍ໌ກໍຖືເອົາເປັນສາຕົນ ເພາະເຫັນວ່າມັນຕ່າງຈາກລາວ ເພື່ອເປັນພາສາໄທຍ໌ມາດຕາຖານ.

- ຫາກເຮົາ ສຶກສາໄປເລີກໆ ຈະເຫັນວ່າ ໃນກຸງເທບ ສະໄໝທົນບູຣີ ຫາຣັດຕະນະໂກສີນ ຄົນຈີນມາຢູ່ໄທຍ໌ຫຼວງຫຼາຍ ມາກັບພະເຈົ້າຕາກ ຫຼືສະໄໝພະເຈົ້າຕາກໃຫ້ໂອກາດເຂົ້າມາຕັ່ງຖິ່ນຖານທີ່ບາງກອກທົນບູຣີ ມາແລ້ວກໍເປັນຄົນ ຄວບຄຸມເສດຖະກິດ ສັງຄົມໄທຍ໌ ອໍານາດທາງເສດຖະກິດ ທີ່ຈີນໄດ້ສິດທິປະໂຫຍດຈາກພຣະຣາຊະສໍານັກນັ້ນ ເຮັດໃຫ້ເຂົາກາຍເປັນຄົນໃນລະດັບການນໍາຂອງໄທຍ໌ ສຍາມເລື້ອຍມາ ຈົນມາຮອດຍຸກສ້າງຊາດ ຈອງສຍາມກໍເລີ່ມຈາກສູນກາງອຳນາດ ຈຶ່ງຂະຫຍາຍຕົວອອກເມືອງອື່ນໆ ຈຶ່ງເຮັດໃຫ້ພາສາ ວັດທະນະທັມໄທຍ໌ປົນລາວ-ຈີນຂະຫຍາຍຕົວກາຍເປັນວັດທະນະທັມໄທຍ໌ ທີ່ປະສົມປະສານ ຢ່າງມີເອກະລັກມາຮອດບັດນີ້.

- ໃນເມືອງລາວເຮົາກໍເຊັ່ນກັນ ດຽວນີ້ຈີນມີອຳນາດທາງເສດຖະກິດຫຼາຍຂຶ້ນ ໃນຕລາດລາດເລ ນັບແຕ່ຂາຍເຄື່ອງທັນສະໄໝໄປຈົນຮອດອາຫານ ກໍແມ່ນຈີນທໍາ ຕໍ່ໄປພາສາລາວກໍຈະປ່ຽນສຳນຽງໄດ້ ໃນອະນາຄົດ ເມື່ອສຽງລາວປົນກັບຈີນ ສໍານຽງເກົ່າຖືກລືມ ສໍານຽງໃໝ່ຖືກນິຍົມ ພາສາລາວ ຂະຫຍາຍຕົວໄປ ລູກຫຼານລາວ ໃນອະນາຄົດກໍຢືດຖືນັ້ນເປັນສຽງລາວແທ້ໆ.

- ວິທີແກ້ ແລະປ້ອງກັນບັນຫານີ້ ຄື ທາງການລາວຕ້ອງພັດທະນາອັດສອນເພື່ອບັນທຶກພາສາໃຫ້ມາດຕະຖານ ແລະພັດທະນາການສື່ສານດ້ານສື່ການຂຽນໃຫ້ຫຼາຍຂຶ້ນ ບັນທຶກສະພາວະຄວາມເປັນຈິງ ເລື່ອງລາວຕ່າງໆໃຫ້ຫຼວງຫຼາຍ ບໍ່ຈະເປັນເລື່ອງເລັກໆນ້ອຍໆ ຫຼືບັນຫາສຳຄັນຂອງຊາດລົງໃນສື່ ເພື່ອເປັນຖານຂໍ້ມູນສຶກສາໄດ້ໃນອະນາຄົດ.

No comments:

Post a Comment