19 June 2011

ເມືອງ Siriciempang ຢູ່ໃສ ?

- ເມືອງ Siriciempang ຢູ່ໃສ ? ໃນແຜນທີ່ເມືອງທີ່ຂຶ້ນກັບນະຄອນຈຳປາສັກ ເຊິ່ງສ້າງຕັ້ງຂຶ້ນໃນປີ ຄ.ສ 1713 ໂດຍແມ່ນພຣະຄຣູຂີ້ຫອມ ຫຼືພຣະຮາຊະຄຣູໂພນສະເມັກ ໄດ້ສ້າງຂຶ້ນນັ້ນ ໃນແຜນທີ່ປາກົດເຫັນຢູ່ບໍຣິເວນ ບ້ານທ່ານເປືອຍ ຫຼືບໍ່ກໍຢູ່ບ້ານທ່າໂພ ທ່ານໄຮ ແຄມນໍ້າຂອງ ຝັ່ງກຳປູເຈັຍປັດຈຸບັນ ຜູ້ຂຽນເຄີຍຍິນຊື່ນີ້ ບໍ່ຮູ້ວ່າຍິນຢູ່ໃສ ເມື່ອງມາເຫັນຊື່ເມືອງໃນແຜນທີ່ແລ້ວ ກໍຊອກຫາຂໍ້ມູນໃນທີ່ຕ່າງໆ ກໍບໍ່ເຫັນເລີຍ, ທ່ານຜູ້ໃນຮູ້ເມືອງ ທີ່ຫາຍສາບສູນນີ້ ກະຣູນາສົ່ງຂ່າວມາໃຫ້ອ່ານແນ່.
- ເມືອງ Siriciempang ຊື່ທີ່ປາກົດໃນອັກສອນຝຣັ່ງ ຢູ່ໃນແຜນທີ່ ແຕ່ຄົນລາວອາດຊິຮຽກວ່າ ສີຣິຈຳບັງ, ສີີຣິຈຽມປາງ ກໍອາດເປັນໄປໄດ້ ຢ່າງໃດກໍຕາມ ເມືອງດັ່ງກ່າວ ເລັ່ງຈຸດແລ້ວ ແມ່ນຢູ່ບໍຣິເວນ ຝັ່ງຕາເວັນຕົກຂອງແມ່ນໍ້າຂອງດິນຂະເໝນ ກົງກັນຂ້າມກັບ ດອນຂະເໝົາ ຫຼືດອນໂລງ, ດອນກະເດັນແຖວນີ້.

No comments:

Post a Comment