19 June 2011

ສຍາມ(ສະຫຍາມ)

- ສຍາມ ເປັນຊື່ເດີມຂອງປະເທດໄທຍ໌ໃນປັດຈຸບັນ, ຄຳວ່າສຍາມ, ອັກສອນລາຕິນຂຽນ(Siam), ອັກສອນສັນສະກຣິດຂຽນ(श्याम), ອັກສອນລາວອະດີດຂຽນ(ສຍາມ) ອັກສອນລາວປັດຈຸບັນຂຽນ(ສະຫຍາມ), ໃນບົດຂຽນນີ້ກຳນົດຂຽນສຍາມ(ທັງນີ້ ເພື່ອໃຫ້ຖືກຕ້ອງ ຕາມການອອກສຽງສາກົນ ຂອງໄທຍ).

- ສຍາມ ເປັນຊື່ຮຽກຂອງປະເທດໄທຍ໌ໃນສະໄໝບູຮານ ແຕ່ບໍ່ແມ່ນຊື່ຄົນໄທຍ໌ໃຊ້ຮຽກຕົນເອງ, ສຍາມ ເປັນຊື່ຢ່າງເປັນທາງການຂອງໄທຍ໌ ໃນສະໄໝຂອງກະສັດໄທຍ໌ພຣະຈອມເກົ້າເປັນຕົ້ນມາ ແຕ່ໄດ້ມີການປ່ຽນຊື່ມາເປັນ "ໄທຍ໌" ເມື່ອວັນທີ 24 ມິຖຸນາ 2482 (ຄ.ສ 1939) ໃນອະດີດພຣະມະຫາກະສັດໄທຍ໌ ຊົງໃຊ້ຊື່ສຍາມ ໃນການທຳສົນທິສັນຍາກັບຕ່າງຊາດ ເປັນເວລາຫຼາຍສະຕະວັດ ອັນເນື່ອງມາຈາກອານາຈັກສຍາມນີ້ ປະ ກອບດ້ວຍຊົນຫຼາຍຊົນຊາດ ອາທິ ໄທ, ລາວ, ມອນ, ຍວນ, ຂະເໝນ, ແຂກ, ຈີນ, ຝຣັ່ງ ແລະມາລາຍູ, ພຣະ ມະຫາກະສັດໄທຍ ຈຶ່ງຮຽກດິນແດນແຫ່ງນີ້ວ່າ ປະເທດສຍາມ ເພື່ອຄວາມເປັນອັນໜຶ່ງອັນດຽວກັນຂງປະຊາຊົນ ອີກ ທັງນີ້ຊື່ສຍາມນັ້ນ ກໍຍັງຄົງເປັນທີ່ຮູ້ກັນຢ່າງ ແຜ່ຫຼາຍໃນວົງການຂອງຕ່າງປະເທດອີກດ້ວຍ.

- ຫາກອ້າງອິງ ຕາມນີ້ ທີ່ຄົນໄທຍ໌ໃນປັດຈຸບັນອ້າງສະເໝີວ່າ “ສຍາມ” ເປັນຊື່ທີ່ຄົນຕ່າງຊາດຮຽກຄົນໄທຍ໌ປະເທດໄທຍ໌ ບໍ່ແມ່ນຄົນໄທຍ໌ຮຽກຕົນເອງ ກໍບໍ່ແມ່ນຄວາມຈິງ ເພາະຄຳວ່າສຍາມ ໄດ້ປະກົດຕົວໃນປະຫວັດສາດໄທຍ໌ສະໄໝອະຍຸທະ ຍາພຸ້ນມາ.
- ຫາກວິເຄາະຕາມນັກປະຫວັດສາດລຸ່ນໃໝ່ຂອງໄທຍ ພະຍາມບອກວ່າ ສຍາມ ເປັນຊື່ທີ່ຕ່າງຊາດຮຽກ ບໍ່ແມ່ນ ຄົນໄທຍ໌ຮຽກຕົນເອງ, ຖ້າເປັນເຊັ່ນນັ້ນຈິງ ກໍອາດຕີຄວາມໝາຍວ່າ ຫົວເມືອງຕ່າງໆ ໃນພາກພື້ນດຽວກັນກໍຄົງຮຽກ ຄົນອາຍຸທະຍາ ວ່າ “ສຍາມດ້ວຍ” ເຊັ່ນເມືອງລົບບູຣີ, ລ້ານຊ້າງ, ລ້ານນາ, ຫົງສາ, ມາລາຢູ, ນະຄອນສີທຳທຳມະລາດ ແລະຂະເໝນ ຕລອດຮອດອານາມ, ດາຍຫວຽດ ເພາະດິນແດນເລົ່ານີ້ລ້ວນແຕ່ມີຊື່ຊົນຊາດຂອງຕົນເປັນ ຊາດ ເຊັ່ນໄທລາວ, ຂະແມ, ມາລາຍູ, ອານາມ, ດາຍຫວຽດ ຖ້າເປັນເຊັ່ນນັ້ນແທ້ ເມືອງສຍາມ ໃນອະດິດ ກໍຄົງຈະມີ ອານາເຂດແຕ່ພຽງອາຍຸທະຍາ ແລະເມືອງບໍລິວານ ໃນເຂດແມ່ນໍ້າເຈົ້າພະຍາຕອນກາງ ແລະໃຕ້ເທົ່ານັ້ນ ເພາະເມືອງເລົ່ານັ້ນລ້ວນແຕ່ເອກະລາດ.

No comments:

Post a Comment