19 June 2011

ໄທຍ໌ຕັ້ງນະຄອນຈຳປາສັກ ເປັນຈັງຫວັດ ຫຼັງໄດ້ຄືນຈາກຝຣັ່ງ

- ຈັງຫວັດນະຄອນຈຳປາສັກ ເປັນ 1 ໃນ 4 ຈັງຫວັດທີ່ປະເທດໄທຍ ໄດ້ດິນແດນຄືນຈາກຝຣັ່ງເສດໃນຊ່ວງ ພ.ສ 2484 (ຄ.ສ 1941) ໂດຍຍົກທ້ອງທີ່ການປົກຄອງເມືອງຈຳປາສັກ ເຊິ່ງຂຶ້ນຢູ່ກັບມົນທົນອຸບົລຣາຊະທານີ ໃນສະໄໝຣາຊະການທີ 5 ແລະຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເສດ ເມື່ອປີ ພ.ສ 2447 (ຄ.ສ 1904) ຂຶ້ນເປັນຈັງຫວັດ ພາຍຫຼັງສົງຄາມໂລກຄັ້ງທີ 2 ໄທຍ໌ຕ້ອງສົ່ງດິນແດນກັ່ງກ່າວໃຫ້ຝຣັ່ງເສດ ເຊິ້ງປົກຄອງປະເທດລາວໃນຂະນະນັ້ນ ພາຍຫຼັງປະເທດລາວໄດ້ຮັບເອກະຣາຊຈາກຝຣັ່ງເສດແລ້ວ ພື້ນທີ່ດັ່ງກ່າວຈຶ່ງໄດ້ຍົກຂຶ້ນເປັນແຂວງຈຳປາສັກ ຂອງລາວໃນປັດຈຸບັນ.

- ອັນໜຶ່ງ ພື້ນທີ່ຂອງຈັງຫວັດນີ້ຍັງກິນອານາບໍຣິເວນພື້ນທີ່ສ່ວນໜຶ່ງຂອງຈັງຫວັດ(ແຂວງ) ຊຽງແຕງ ແລະພື້ນທີ່ສ່ວນໃຫຍ່ຂອງຈັງຫວັດ(ແຂວງ)ພະວິຫານ ໃນປະເທດກັມປູເຈັບ ໃນປັດຈຸບັນນີ້ດ້ວຍ.

- ກົມສີລະປະກອນໄດ້ກຳນົດໃຫ້ຈັງຫວັດ(ແຂວງ) ໃຊ້ຕາປະຈຳຈັງຫວັດ(ແຂວງ) ເປັນຮູບປຣາສາດວັດພູ ອັນເປັນບູຮານສະຖານສຳຄັນຂອງ ເມືອງຈຳປາສັກ ຢ່າງໃດກໍຕາມ ໃນໜັງສືຕາປະຈຳຈັງຫວັດຂອງກົມສີລະປະກອນ ພິມເມື່ອ ພ.ສ 2542 (ຄ.ສ 1999) ບໍ່ໄດ້ລົງພິມຮູບຕາດັ່ງກ່າວໄວ້ດ້ວຍ.

ການຈັດການປົກຄອງ
- ແຜນທີ່ດິນແດນຈັງຫວັດນະຄອນຈຳປາສັກ (ສະແດງດ້ວຍພື້ນທີ່ສີຂຽວ)
- ເມື່ອແຮກຕັ້ງຈັງຫວັດ(ແຂວງ)ນັ້ນ ໄດ້ແບ່ງການປົກຄອງອອກເປັນ 6 ອຳເພຮ(ເມືອງ) ຕາມປະກາດເຣື່ອງຕັ້ງອຳເພີ ລົງວັນທີ 23 ກໍຣະກົດ ພຸດທະສັງກາດ 2484 (ຄ.ສ 1941) ດັ່ງນີ້:

1. ອຳເພີເມືອງນະຄອນຈຳປາສັດ (ຕາມເຂຕອຳເພີນະຄອນຈຳປາສັກເດີມ)
2. ອຳເພີວັນໄວທະຍາກອນ(ຕາມເຂຕອຳເພີມຸລະປາໂມກເດີມ)
3. ອຳເພີທາຣາບໍຣິວັຕຣ໌(ຕາມເຂຕອຳເພີທາຣາບໍຣິວັດເດີມ)
4. ອຳເພີມະໂນໄພຣ (ຕາມເຂດອຳເພີມະໂນໄພຣເດີມ)
5. ກິ່ງອຳເພີໂພນທອງ (ຕາມເຂຕກິ່ງອຳເພີໂພນທອງເດີມ)

- ຫຼັງຈາກວັນທີ 8 ສິງຫາ ພ.ສ 2484 (ຄ.ສ 1941) ສະພາຜູ້ແທນຣາສະດອນ ໄດ້ພິຈາຣະນາຕັ້ງສານຈັງຫວັດ ໂດຍຄະນະຜູ້ສຳເຣັດຣາຊະ ການແທນພຣະອົງ ປະກາດໃຈຣາຊະກິດຈານຸເປກສາ ວັນທີ 12 ສິງຫາ ພ.ສ 2484 (ຄ.ສ 1941) ຕໍ່ມາທາງການໄດ້ປັບປຸງເຂຕການປົກ ຄອງ ຈັງຫວັດນະຄອນຈຳປາສັກໃໝ່ ໂດຍໂອນທ້ອງທີ່ອຳເພີ ຈອມກະສານ ຈັງຫວັດພິບູນສົງຄາມ ມາຂຶ້ນກັບນະຄອນຈຳປາສັກ ທຳໃຫ້ນະຄອນຈຳປາສັກ ມີເຂຕການປົກຄອງຈົນເຖິງ ພກສ 2489 (ຄ.ສ 1946) ຣວມທັງສິ້ນ 6 ອຳເພີ(ເມືອງ) ອຳເພີນະຄອນຈຳປາສັກ ອຳເພິວັນທະຍາກອນ, ອຳເພີທາຣາບໍຣິວັຕຣ໌: ອຳເພີມະໂນໄພຣ, ອຳເພີຈອມກະສານ ແລະກິ່ງອຳເພີໂພນທອງ.

- ອັນໜຶ່ງ, ທາງຣາຊະການໄດ້ຄືນຖານະໃຫ້ເຈົ້າຍຸຕິທັມມະທອນ(ຫຍຸຍ ນະ ຈຳປາສັກ) ອະດີດເຈົ້າຜູ້ຄອງນະຄອນຈຳປາສັກ ກ່ອນທີ່ຈະຕົກ ເປັນຫົວເມືອງຂຶ້ນຂອງຝຣັ່ງເສດ ໃຫ້ມີຖານະເປັນເຈົ້າຜູ້ຄອງນະຄອນອີກຄັ້ງໜຶ່ງ (ແທນການແຕງຕັ້ງຜູ້ວ່າຣາຊະການຈັງຫວັດ) ພຣະອົງໄດ້ຢູ່ ໃນຕຳແໜ່ງດັ່ງກ່າວເຖິງແກ່ພິຣາລັຍ ເມື່ອວັນທີ 2 ມິນາ ພ.ສ 2489 (ຄ.ສ 1946).

No comments:

Post a Comment