ຮ້ອຍເຣື່ອງເມືອງລາວ, ຣວມເຣື່ອງກ່ຽວກັບລາວ ແລະເຣື່ອງທີ່ໜ້າສົນໃຈອື່ນໆໄວ້ໃຫ້ເປັນຮ້ອຍເປັນພວງ.
10 June 2008
ແມ່ນຳ້ຂອງ(ເຂົາຂຽນ-ເຮົາອ່ານ)
ເປັນບົດຂຽນຂອງນັກຂຽນອີສານ ສ່ວນໃຫນ່ຈະເປັນເລື່ອງຂອງລາວ-ອີສານ ເຊິ່ງເນັນເຖິງແມ່ນຳ້ "ຂອງ" ແລະສາຂາຂອງມັນ ໜ້າອ່ານຫິ້ຼນ
http://www.oknation.net/blog/somkhitsin/2008/03/28/entry-1
ອ່ານຫຼິ້ນຂອງນັກຂຽນອີສານ(ໝວດໝູ່ໃຫຍ່) ເລືອກອ່ານຕາມໃຈ
http://www.oknation.net/blog/search_blog.php?keyword=%26%233749%3B%26%233762%3B%26%233751%3B&cate_id=0
ເລືອກອ່ານ
http://www.oknation.net/blog/kongsongfang/2008/05/21/entry-3
พุทธทำนายในอุรังคะทาดนิทาน

ชาวจีนสิบสองปันนาเรียกแม่น้ำโขงว่า “หลันชางเจียง” หรือแม่น้ำล้านช้าง มีนัยหมายถึงแม่น้ำที่ไหลเชี่ยวกราก ทว่าใน “นิทานอุรังคธาต” เรียกแม่น้ำนี้ว่า “ทะนะนะทีเทวา” อันหมายถึงแม่น้ำแห่งทรัพย์สินเงินทองอันเทวดาเสกสรรให้
ทรัพย์สมบัติดังกล่าว คำลาวเรียก “ของ” และเรียกทะนะนะทีเทวาว่า “แม่น้ำของ” และเพี้ยนมาเป็น “แม่น้ำโขง” ในสำเนียงคนไทยกรุงเทพฯ และ Mekong River ในภาษาอังกฤษ

หลันชางเจียง(แม่น้ำล้านช้าง) หรือแม่น้ำโขงตอนบน ภาพ โดยประสาท ตงศิริ ถ่ายจาก ระเบียงท้ายเรือเร็วปรับอากาศ “เทียนต๋า2” ซึ่งแล่นตามลำ แม่น้ำโขง จากท่าเรือเมือง เชียงรุ้งถึงท่าเรือเชียงแสน ของไทย


(ซ้าย) พระ ธาตุพนมองค์เดิม (นครพนม : ไทย) ประดิษฐานพระอุรังธาตุ (ธาตุทรวงอก) ที่ดอยกัปปนคีรี ภูกำพร้า (ขวา) พระธาตุหลวง (เวียงจันทน์ : สปป.ลาว) ดอนคอนพะเนา ภูเขาหลวง หนองคันแทเสื้อน้ำ
ผม จะลองสังเคราะห์กำเนิดภูมิประเทศ แม่น้ำลำคลอง ภูเขาเลากา สภาพบ้านเมืองและการลงหลักปักฐานลัทธิความเชื่อในพระพุทธศาสนา จากนิทานอุรังคธาตุ วรรณกรรมโบราณแห่งลุ่มแม่น้ำโขง พอเป็นสังเขปดังต่อไปนี้
แม่น้ำอู
แม่น้ำปิง : พินทะโยวัตตีนาค ขุดเป็นแม่น้ำไปเมืองเชียงใหม่ ชื่อแม่น้ำพิน หรือ พิงค์ และใส่ชื่อเมืองนั้นว่า โยนาควัตตีนคร หรือโยนกนาควัตตี หรือพิงคนครเชียงใหม่ ในเวลาต่อมา
“...ส่วน ว่าน้ำหนองแสนั้น สัตว์ทั้งหลาย มีแข่ เหี่ย เต่า และแลนก็ล้มตายเป็นอันมาก พวกผีทั้งหลายเห็นก็พากันไปเอามาซุมกันกิน เวลานั้นนาคทั้งหลาย คือสุวันนะนาค กุทโธปาปนาค ปัพพารนาค สุกขหัตถีนาค สีสัตตนาค และถหัตถีนาค เป็นต้น ตลอดนาคทั้งหลายผู้เป็นบริวารที่อยู่ในหนองแสบ่สามารถอาศัยอยู่ได้
แม่น้ำงึม : “...แต่ นั้นมานาคทั้งหลายมักใคร่อยู่บ่อนใดก็อยู่บ่ได้แล เงือก งูทั้ง หลายอันเป็นบริวารก็ไปนำทุกแห่ง ส่วนปัพพาสนาค (ปัพพารนาค) ก็ควัดไปอาศัยอยู่ภูเขาหลวง พญานาค พญางู โตบ่อยากอยู่ดอมนาคทั้งหลาย จึงควัดออกเป็นแม่น้ำสายหนึ่ง เอิ้นว่าแม่น้ำเงือกงู ภายลุนมาจึงเอิ้นว่าแม่น้ำงึมเท่าทุกวันนี้แล...”หลี่ผี : “...ส่วนสุกขรนาคและหัตถีนาคอาศัยอยู่เวินสุก ส่วนว่าทะนะมุนละนาค ผู้อาศัยอยู่เมืองศรีโคตบองก็ควัดฮ่องจากนั้นลงไปฮอดเมืองอินทะปัตถะนคร จนฮอดแม่น้ำสมุทร ฮ่องนี้เอิ้นว่าน้ำหลี่ผีนั้นแล...”แม่น้ำมูน : “แม่ น้ำที่เป็นบ่อนอยู่ของทะนะมุนละนาคนั้นก็ไหลท่วมเป็นแกว่ง ดังนั้นทะนะมุนละนาคจึงควัดให้เป็นฮ่องฮอดเมืองกุลุนทนคร ฮ่องน้ำนี้มีชื่อว่า มุนละนที ตามชื่อพญานาคโตนั้นแล” แม่น้ำซี : “ส่วน ซีวายนาค ก็ควัดแต่แม่น้ำมูนจนฮอดเมืองพญาสุรอุทกะผู้ปกครองหนองหานหลวง พร้อมทั้งเมืองใหญ่น้อยเขตนครนั้น และตลอดฮอดเมืองหนองหานน้อย ตราบเท่าฮอดเมืองกุลุนทนคร แต่นั้นมาน้ำนั้นจึงมีชื่อว่าซีวายนทีตามชื่อนาคโตนั้น...” เรื่องราวที่หยิบยกมานี้เป็นส่วนหนึ่งในบั้นที่ 1 ของนิทานอุรังคธาตุ เพื่อนำเสนอภาพลักษณ์ทางภูมิศาสตร์ลุ่มแม่น้ำโขงในวรรณกรรมโบราณ ทีนี้ลองมาดูเรื่องราวที่เกี่ยวเนื่องกับพระพุทธศาสนาในลุ่มแม่น้ำโขงจากวรรณกรรมโบราณเรื่องนี้ในบั้นที่ 2 “บั้นอุรังคะทาดนิทาน” “...เมื่อ พระพุทธเจ้ายังทรงพระชนม์อยู่ และได้เสด็จประทับอยู่ในวัดเชตวัน เมื่อ เวลาใกล้รุ่ง พระอานนท์เถระเจ้าผู้เป็นอุปัฏฐากได้จัดแจงไม้สีฟันและน้ำส่วยหน้า (น้ำล้าง หน้า) ถวายแก่พระพุทธเจ้า เมื่อพระพุทธเจ้าทรงชำระเรียบร้อยแล้ว ทรงหลิง (รำลึก) เห็นพระพุทธเจ้า 3 พระองค์ที่ผ่านมาในอดีต พระพุทธเจ้าทั้ง 3 พระองค์นั้นยังได้ก่อธาตุไว้ในดอยกัปปันนคีรี (หมายถึงภูกำพร้า) อยู่ใกล้เมืองศรีโคตบอง (หมายถึงเมืองนครพนม) นั้น เมื่อหลิงเห็นอย่างนั้นแล้ว พระพุทธเจ้าก็ทรงผ้ากำพลสีแดง ซึ่งนางโคตมีได้ถวายเป็นทาน ผ้ากำพลผืนนี้มีประวัติเล่าไว้ว่า นางโคตมีเมื่อจะปลูกฝ้ายนางได้เอาคำ (ทองคำ) มาทำอ่าง (กระถางปลูก) แล้วจึงเอาแก่นจันทน์แดงพร้อมทั้งคันธรสทั้งมวล แล้วเอาคำเป็นฝุ่น (เอาทองคำเป็นปุ๋ย) ใส่ลงในอ่างคำ (กระถางทองคำ) นั้น ครั้นแล้วจึงเอาฝ้ายมาปลูกลงที่นั้น เหตุนั้นดอกฝ้ายจึงแดงดั่งแสงสุริยะกำลังขึ้น (เหนือขอบฟ้า)(แลนเป็นสัตว์เลื้อยคลาน ชนิดครึ่งบกครึ่งน้ำ อย่างตะกวด แลนคำคือแลนที่มีเกล็ดทองคำ) เมื่อ พระพุทธเจ้าทรงผ้าแล้วจึงทรงบาตรผินหน้าไปทางทิศตะวันออก พระอานนท์เถระเจ้าผู้เป็นปัจฉาสมณะลีลานำทาง (เสด็จตาม)อากาศ และได้เสด็จมาประทับที่ดอนคอนพะเนานั้นก่อน จึงมาประทับที่หนองคันแทเสื้อน้ำ ขณะนั้นพระพุทธเจ้าได้ทรงหลิงเห็นแลนคำ บ้าน เมืองจักย้ายที่อยู่อาศัยเปลี่ยนแปลงไปมาเป็นหลายชื่อหลายเสียงแล... เหตุว่า พระตถาคตเห็นแลนแลบลิ้นสองแง่ม (แฉก) เป็นนิมิตรแล หากเมื่อใด หากท้าวพญาองค์ เป็นหน่อพุทธังกูรได้มาเสวยราชบ้านเมือง พระพุทธศาสนาของพระตถาคตก็จักรุ่งเรือง เหมือนดังพระตถาคตยังทรงพระชนม์อยู่นั้นแล...”

ตาม เส้นทางโขงสองฝั่ง เราจะพบ เห็นการทำลายป่าต้นน้ำ เพื่อใช้ ประโยชน์ในการเพาะปลูก และถือ ครองเป็นเจ้าของ พบเห็นทั่วไป เกือบทุกเขตน้ำแดนดินทั้ง 6 ประ เทศ รวมทั้งในจีนตอนใต้
บั้น อุรังคะทาดนิทานนี้ เป็นที่มาของวรรณกรรมพุทธทำนายที่ศิลปินรุ่นครบรอบ 25 พุทธศตวรรษนำมาขยายความในรูปกลอนลำ แพร่หลายขยายตัวตามสองฟากฝั่งแม่น้ำโขงที่ใช้ภาษาลาวเป็นภาษาหลักในชีวิต ประจำวันเพราะ ว่าน้ำหนองแสขุ่นมัวเป็นตมหมด จึงพากันออกมาอยู่แม่น้ำและบนบก ในที่ต่างๆ กัน พวกผีทั้งหลายรู้ว่าพวกนาคจักมายาด (แย่งชิง) ชิงกินนำ ก็เฮ็ดให้นาคทั้งหลายตาย บางพ่องพญาทั้งหลายก็ตาย ตลอดฮอดเงือกงูก็ตายเช่นเดียวกัน แล้วจึงพากันออกหนีจากแคมหนองแสนั้น นาคและเงือกงูทั้งหลายอยู่ตามน้ำของ (โขง) ก็ยอมมาเป็นบริวารของพญานันทกังฮีสุวันนะนาค และก็พากันไปอาศัยอยู่ภูกู่เวียน ภูนั้นจึงได้ชื่อว่าภูกู่เวียน ส่วนพุทโธปาปนาคควัด (ขุด) แต่ภูกู่เวียนจนเกิดเป็นหนองใหญ่ มีชื่อว่าหนองบัวบานในบัดนี้...”
: ชีวายนาคขุดคลองมาด้วยหน้าอก (อุระ) ของตน จึงได้ชื่อว่าอุรังคะนที คือแม่น้ำอูอ้างอิง
http://www.oknation.net/blog/kongsongfang/2008/05/23/entry-1
09 June 2008
ບົດທີ ໔: ກຳເນີດຄຳວ່າ “ລາວ”
ພຣະທີ່ພົບໃນແຂວງມຸກດາຫານ

ອິງຕາມຂ່າວທີ່ຊາວບ້ານບາງຊາຍນ້ອຍ ເມືອງຫວ້ານໃຫຍ່ ແຂວງມຸກດາຫານ ພົບພຣະພຸດທະຮຸບໃນລຳນ້ຳຂອງດັ່ງທີ່ສສະເໜີຂ່າວໄປແລ້ວໃນບລ໊ອກນີ້ນັ້ນ, ເມື່ອເອົາຂາວນີ້ມາຜະໜວກເຂົ້າກັບຂ່ວຕ່າງໆ ກ່ຽວກັບພຣະພຸດທະຮູບຂອງລາວເສັຍເລື້ອຍໆນັ້ນ ມັນເຮັດໃຫ້ເກີດມີຄວາມສົງໄສວ່າ ການພົບພຣະຄັ້ງນີ້ມັນອາດເກີດຄວາມສົງໄສ ແລະມີເງື່ອນງຳຢ່າງໃດຢ່າງໜຶ່ງ
ຄວາມຈິງແລ້ວ ພຣະພຸດທະຮູບທີ່ຈົມລົງນຳ້ຂອງນີ້ມີເຫດພຽງ ໒ ປະການເທົ່ານັ້ນ ຄື
໑- ເກີດຈາກການພັງທະລາຍຂອງດິນຝັ່ງແມ່ນນຳ້ຂອງ ເຮັດໃຫ້ວັດເກົ່າແຄມນຳ້ຂອງຕົກລົງນຳ້
໒- ເກີດຈາກການເຄື່ອນຍ້ານວັດຖຸບູຮານໃນປາງສົງຄວາມສຍາມ-ລາວ
໓- ເກີດຈາກການໂຈຣະກັມ
ຫາກກີດຈາກການພັງທະລາຍຂອງດິນຝັ່ງແມ່ນນຳ້ຂອງ ເຮັດໃຫ້ວັດເກົ່າແຄມນຳ້ຂອງຕົກລົງນຳ້ ກໍອາດເປັນໄດ້ເມື່ອ ໔໐ ປີ ຄືນຫຼັງ ເພາະຕລິ່ງຝັ່ງຂອງທັງສອງຟາກຝັ່ງຍັງບໍ່ທັນຖືກເອົາໃຈໃສ່ຈາກທາງສັງຄົມ ແລະລັດຖະບານ, ຫາກເກີດຈາກການເຄື່ອນຍ້ານວັດຖຸບູຮານໃນປາງສົງ ຄວາມສຍາມ-ລາວ ກໍນັບເປັນເວລາ ໒໐໐ ກວ່າປີແລ້ວ, ຫາກພຣະພຸດທະຮູບທີ່ພົບນີ້ ໄດ້ເກີດຈາກເຫກການທັວສອງ ກໍເປັນໄປໄດ້ວ່າ ພຣະຮູບນີ້ຈັກຕ້ອງສຶກຂໍ ແລະເຂົ້າຂີ້ໝ້ຽງ ຫຼືຫລ້ອຍຫຼໍໄປຕາມທຳມະຊາດຂອງວັດຖຸ ແຕ່ພຣະພຸດທະຮູບທີ່ພົບໃນແຂວງມຸກດາຫານັ້ນ ຍັງຄົມສະພາບເຫຼື້ອມ ແລະບໍ່ມີສິ່ງຫຼຸ້ຍຫຼໍເລີຍ ຈຶ່ງອາດສັນນິຖານວ່າພຣະອົງນີ້ ຕ້ອງຖືກໂຈຣະກັມຈາກຄົນບໍ່ຫວັງດີ ແລະພວກຊື້ຂອງເກົ່າຕາມໃບສັ່ງແນ່ນອນ.
ພຣະອົງນີ້ ເປັນສີລະປະລ້ານຊ້າງພົບຫຼາຍທີ່ສຸດຢູ່ທີ່ແຂວງພາກກາງເຖິງພາກໃຕ້ຂອງລາວ ພຣະສິລປະແບບນີ້ສ່ວນຫຼາຍຈະເປັນພຣະສ່ຽງ
08 June 2008
ໃບລາຍເກີດບູຮານ


ໜັງສືການເກີດສະໄໝປັດຈຸບັນ ມີສອງໜ້າ ມີພະຍານ ໓ ຄົນລົງລາຍເຊັນພ້ອມ ມີການຕິດສະເຕັມເຊັ່ນກັນ
໑-ໃບລາຍເກີດບູຮານ ທີ່ຂຽນໃສ່ແພຂາວ ຂຽນດ້ວຍອັກສອນທັມລື້ (ແຂວງບໍ່ແກ້ວ)ຄຳອ່ານ
ອ້າຍນຳລຸຣ ເກີດມາໃນຽປິຼຮ່ວງ ປຼີສັກກະຣາຊາ ໑໓໒໓ ເດີນ ໗ ຂຶ້ນ ໔ ຄ່ຳ ....
໒-ໃບລາຍເກີດບຸຮານ ທີ່ຂຽນໃສ່ເຈັ້ຍ ຈາກປື້ມໂຫລາສາດ ຈາກເມືອງນຳ້ບາກ ແຂວງຫຼວງພຣະບາງໃບລາຍເກີດ ບາງຄັ້ງກໍຖືກຮຽກວ່າ ໃບຊາຕາ ຫຼືໜັງສືຜູກດວງຊາຕາ ເຊິ່ງເປັນທີ່ນິຍົມຂອງຄົນລາວທຸກເຜົ່າຊົນ ແລະທຸກທ້ອງຖິ່ນມາແຕ່ເຫິງນານແລ້ວ, ຮຽກວ່າໃບຜູກດວງຊາຕານີ້ໃນສະໄໝບູຮານນັ້ນ ແມ່ນມີຄວາມນິຍົມນັບຖືຢ່າງຍິ່ງ ນອກຈາກເປັນການຄັ້ງຢືນ ບອກສະຖານະຜູ້ເກີດ ເພື່ອໃຫ້ຜູ້ເກີດຮັບຮູ້ວັນເດືອນປີຂອງຕົນ ເພື່ອຈະນຳເອົາວັນເດືອນປີຂອງຕົນໄປໃຊ້ໃນວຽກງານຕ່າງໆໃນຊີວິດປະຈຳວັນແລ້ວ ການຜູກດວງບໍ່ແມ່ນສະເພາະແຕ່ມະນຸດເທົ່ານັ້ນ ຫາກແມ່ນລວໄປເຖິງດວງຂອງສິ່ງທີ່ມະນຸດສ້າງຂຶ້ນຕ່າງໆອີກ ເຊັ່ນດວງເຮືອນ, ດວງບ້ານ, ດວງເມືອງ, ດວງພຣະພຸດທະຮູບ ແລະເທວະຮູບຕ່າງໆດ້ວຍ।
ຢູ່ໃນເມືອງລາວເຮົານັ້ນ ໄດ້ປະສົບພົບໃນລາຍເກີດ ແລະໃບຜູກດວງຕ່າງໆ ເຊິ່ງບໍ່ໝາຍສະເພາະດວງຂອງຄົນນັ້ນ ເທົ່ານທີ່ເຫັນແມ່ນການຜູ້ດວງ ຂອງການສ້າງເມືອງ, ດວງຂອງກາານຂຶ້ນສະເຫວີຍເມືອງຂອງເຈົ້າເມືອງ, ທີ່ພົບຫຼາຍແມ່ນສະຫຼັກໃສ່ຫີນ ຈຶ່ງຮຽກວ່າ ສີລາຈາຣືກ ຜູກດວງຂອງການສ້າງພຣະພຸດທະຮູບ, ສ້າງສາລາໂຮງທັມ ແລະອື່ນໆ ຫາກຂຽນດວງລົງໃສ່ຫີນ ກໍຮຽກວາສີລາຣືກ, ຫາກລົງໃສ່ວັດຖຸອື່ນນອກຈາກຫີນ ກໍຮຽກວ່າ ຈາລືກ ເຊັ່ນຈາຣືກວັດຖານພຣະ ແລະອື່ນໆ
ໃບລາຍເກີດມະນຸດ ທີ່ນິຍົມກັນສະໄໝບູຮານນັ້ນ ເທົ່າທີ່ພົບແລ້ວ ແລະບັງເຫັນຢູ່ບໍ່ຫຼາຍໃນປັດຈຸບັນນີ້ ແມ່ນອາຍຸແຕ່ປະມານ ໔໗-໑໐໐ ປີເທົ່ານັ້ນ ເຊິ່ງມັກພົບ ແລະກັບບັນດາຊົນເຜົ່າລາວໃນພາກເໜືອ ເຊັ່ນ ຜູ້ຂຽນພົບທີ່ເມືອງຫ້ວຍຊາຍແຂວງພາກເໜືອຂອງລາວ (ຮູບທີ ໑) ແລະພົບນຳຄົນແຂວງຫຼວງພຣະບາງ ເຊິ່ງຂຽນໃສ່ປຶ້ມໂຫຣາສາດ.
ສີລາຈາລືກ ປະເພດລົງເລກນີ້ກໍຈັດຢູ່ໃນປະເພດໃບລາຍເກີກເຊັ່ນກັນ ແຕ່ເປັນກາລົງເລກຂອງປະເພດວັດຖຸ ເພາະລົງວັນເດືອນປີເກີດໄວ້ຈະແຈ້ງ
ເຊັ່ນຈົວຢ່າງ ສີລາຈາລືກລົງດວງ ຫຼືຜູກດວງວັດສີສະເກດ,
ການຂຽນລາຍເກີດແບບບູຮານນັ້ນ ເຂົາຮຽກວ່າຜູ້ດວງ ຕາມຄະຕິເດີມແລ້ວ ມັກຈະຖືກປະຕິບັດນຳສັງຄົມຊາວພຸດແບບບູຮານ ເມື່ອເດັກເກີດແລ້ວ ພໍ່ແມ່ຈະເອົາວັນເດືອນປີຂອງລູກໄປໃຫ້ທ່ານພຣະອາຈານຢູ່ວັດ ຕັ້ງຊື່ແລ້ວລົງອັກຂະຫຼະໃຫ້ ບາງຄັ້ງຫໍໃຫ້ກວານບ້ານ ຫຼືືຜູ້ ສຳຄັນ ຫຼືຜູ້ຮູ້ການຂຽນຂຽນລົງເລກໃຫ້(ຜູກດວງໃຫ້) ແລ້ວເອົາດວງນັ້ນໄປຝັງໄວ້ເສົາຂວັນຂອງເຮືອນ ຫາກຊາວພຸດກໍເອົາດວງນັ້ນ ໄປໄວ້ຖານ ຫຼືບັນລັງພຣະ ອີກໃບໜຶ່ງໃຫ້ພໍ່ແມ່ເອົາໄວ້ໃນຫິ້ງພຣະທີ່ເຮືອນ ເມື່ອລູກແຕ່ງການແຕ່ງງານອອກເຮືອນແລ້ວ ກໍເອົາໃຫ້ລູກເອົາໄປໄວ້ຫິ້ງພຣະທີ່ເຮືອນ, ອັນນີ້ແມ່ນແມ່ນປະຕິບັດກັນມາຈົນກາຍເປັນປະເພນີ ໃນບາງຊົນເຜົ່າກໍຖືກັນຈົນຮອດບັດນີ້ ເຖິງວ່າໃບລາຍເກີດທາງການຈະຖືກ ປະຕິບັດກັນທາງກົດໝາຍແລ້ວກໍຕາມ ໃບລາຍເກີດແບບບູຮານ ກໍຍັງຕ້ອງໄດ້ໃຊ້ ແລະຖືກັນຈົນເປັນປະເພນີ້ຮອດບັດນີ້
ພຸດທະສີນລ້ານຊ້າງ


ພຣະພຸດທະຮູບ ນອກຈາກເປັນທີ່ຂາບໄວ້ສັກກາລະບູຊາຂອງມະນຸດ ແລະເທວະດາແລ້ວ ພຣະພຸດຮູບຍັງເປັນງານສີນຊິ້ນສຳຄັນທີ່ເປັນເອກະລັກ ເປັນສັນຍາລັກ ແລະເອກະລາດຂອງຊາດໄດ້ດ້ວຍ, ສີລປະລ້ານຊ້າງ ກໍເປັນສັນຍາລັກທາງວັດທະນະທຳລາວ ທີ່ບົ່ງບອກເຖິງສັງຄົມ ແລະວັດທະນະທຳລາວໃນສະໄໝນັ້ນໄດ້ດ້ວຍ ເລື່ອງລາວຈະເປັນຢ່າງໃດ ໂຜດຕິດຕາມບົດຄວາມນີ້ໃຫ້ໂອກາດຕໍ່ໄປ............
ສົມບັດອັນລຳ້ຄ່າ


ໃນຮູບ ໓ ແຜ່ນນີ້ ມີສົມບັດອັນລຳ້ຄ່າຢູ່ເຖິງ ໖ ຊີ້ນ, ໃນພາບທີ ໑ ເປັນຮູບແຜ່າເງິນສະຫຼັກ ມີຮູ້ຊາຍ ໑ ຄົນ ນັ່ງຢູ່ທາງກາງ ແລະມີຍິງ ໒ ຄົນນັ່ງຢູ່ສອງຂ້າງ, ຍິງທັງສອງມີອາຍຸແຕກຕ່າງກັນຢ່າງເຫັນຈະແຈ້ງ ທັງສອງກຳລັງຖືດອກບົນຜູ້ລະດອກ ອັນອາດໝາຍເຖິງທາດປະຣິຈາຄະ ແຕ່ມີເບິ່ງອີກທາງໜຶ່ງ ຫາກເຫັນວ່າທາດປະຣະຈາຄະທຳມະດາທົ່ວໄປ ມືຂອງທັງສອງຄົນໃນຮູບອາດຊິຖືໃບວີແທນດອນດອກບົວກໍໄດ້ ແຕ່ຢ່າງໃດກໍຕາມ ເມື່ອເຮົາເອົາຮູບແຜ່ນທີ່ ໒ ມາພິຈາຣນານອີກຈະເຫັນວ່າ ເຫັນຍິງສາວໃບໜ້າໜຸ່ມແໜ້ນອາຍຸກໍບໍ່ອາດຊິເກິນ ໒໑-໒໕ ປີ ປູ່ແທ່ນດອກບົວ ແລະມືຊ້າຍຖືກດອກບົວອີກດອກໜຶ່ງຢືນຢູ່ ແລະມີຄຸົນສອງຄົນທັງຊາຍ ແລະຍິງຖືພາສະນະເໝືອນກຳລັງເປັນທາດປາຣິຈາຄະ ຄອບຮັບໃຊ້ຍິງຄົນນີ້, ອັນນີ້ຄົງຈະເປນສິ່ງຢັ້ງຢືນ ແລະວິນິດໄສພາບທີ ໑ ໄດ້ແລ້ວວ່າ, ຜູ້ຊາຍທີ່ນັ່ງຊັນຫົວເຂົານັ້ນ ກໍຄືບຸກຄົນຜູ້ຊົງອຳນາດ ເຊິ່ງເປັນເຈົ້າຂອງພາບນັ້ນ ສ່ວນຍິງສອງຄົນທີ່ຖືດອກບົວນັ້ນ ບໍແມ່ນທາດປະຣິຈາຄະທຳມະດາສາມັນ ຫາກແມ່ນ "ພັນລະຍາທັງສອງຂອງຊາຍຄົນນີ້" ຯເພາະເຫດໃດ ? ເພາະພາບແມ່ນທີ ໒ ມັນຟ້ອງ ພາບທັງໝົດນີ້ ເຮົາຮູ້ແລ້ວວ່າໄດ້ທີ່ດຽວກັນຢູ່ບ້ານໜຶ່ງໃນບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ແລະໄດ້ຢູ່ໃນສະຖານດຽວກັນ ທີ່ບ້ານແຫ່ງໜຶ່ງ ຕາມຂ່າວທີ່ບັນດາທ່ານຮູ້ແລ້ວ, ເມື່ອພາບນີ້ໄດ້ໃນທີ່ແຫ່ງດຽວກັນ ມັນກໍຢັ້ງຢືນໃນຕົວແລ້ວວ່າ "ສົມບັດທັງໝົດນີ້ຕ້ອງແມ່ນຂອງຄົນດຽວກັນ" ແລະພາບແຜ່ນທີ ໒ ຕ້ອງແມ່ນກ່ຽວເນື່ອງກັບພາບທີ ໑ ເນື່ອງຈາກທີ່ພາບທີສອງ ມັນໄດ້ບອກຖານະຂອງຂອງຍິງໜຸ່ມຈະແຈ້ງແລ້ວວ່າແຜ່ນໃຜ ? ຍິງຄົນທີສອງຕ້ອງເປັນຊາຍາອີກຄົນໜຶ່ງຂອງຊາຍທີ່ຢູ່ໃນພາບທີ ໑ ນັ້ນ, ຍິງຄົນນີ້ ເຖິງຈະຍັງສາວແຕ່ກໍຊົງອິດທິພົນທີ່ສຸດຕໍ່ຊາຍຄົນນີ້ ເພາະມີຄົນໃຊ້ຄອຍບົວລະບັດຮັກສາ ອັນນີ້ມັນກໍກ່ຽວຂ້ອງກັບພາບທີ ໓ ເຊິ່ງໄດ້ຖ່າຍລວມເອົາວັດຖຸເຄື່ອງຄຳ ໔ ສິ້ນໄວ້ນຳກັນ, ໃນພາບທີ ໓ ນັ້ນ ບໍ່ແມ່ນພາບ ແຕ່ແມ່ນພາສະນະທີ່ພົບໃນທີ່ດຽວກັບມີ ໑- ພາສະນະຄ້າຍກະອົບ(ບາງທ່ານວ່າຂັນໝາກຄຳ) ໒-ຄັນໂທ ຫຼືເຕົ້ານຳ້ຄຳຜະສົມ ໓- ໂອຄຳ ຫຼືຂັນຄຳ(ທີ່ຕືນຫາຍໄປ) ແລະ ໔- ຕົ້ນດອກໄມ້ຄຳ(ບາງທ່ານວ່າ-ຕົ້ນດອກໄມ້ຄຳນີ້ແມ່ນເຄື່ອງປະກົບຍອດຂອງກະອົບຄຳ) ແຕ່ ຜຂ ວ່າໜ້າຈະແມ່ນດອກໄມ້ ປະດັບສະດາຂອງເກົ້າ ສຳລັບຍິງສູງສັກໃນສະໄໝນັ້ນ) ເພາະເຫັນທີ່ສຽນຂອງຍິງໜຸ່ມຮູ້ສຶກວ່າມີເກົ້່າດອກໄມ້ ຫຼືບໍ່ດັ່ງນັ້ນ ກໍແມ່ນດອກໄມ້ທີ່ຍິງສາວຖືກໍເປັນໄປໄດ້
ຢ່າງໃດກໍຕາມ ໃນພາບສະຫຼັກດ້ວຍແຜ່ນເງິນທັງສອງນັ້ນ ຜູ້ຊາຍຕ້ອງແມ່ນເຈົ້າເມືອງ ໃນສະໄໝບູຮານ, ສ່ວນນາງທັງສອງຕ້ອງແມ່ນຊາຍາຂອງເຈົ້າເມືອງນັ້ນ, ຫຼັກຖານນີ້ ສົມທຽບຈາກຂໍ້ມູນຫຼັກຖານທີ່ເປັນນິທານ ຫຼືເລື່ອງທີ່ປະຊາຊົນໄດ້ເຫຼົ່າມາເປັນພື້ນຂອງບ້ານ(ປະເພດພື້ນສືບ)ນັ້ນວ່າ
"ມີເມືອງໜຶ່ງ ຊື່ເມືອງຄັນແທ້(ຫຼື້ເມືອງເວີນຊາ) ມີເຈົ້າເມືອງປົກຄອງ ເຈົ້າເມືອງໄດ້ໄປຕີເມືອງໜຶ່ງ ຊື່ວ່າເມືອງຕຸມພະວາ ໄດ້ແລ້ວກໍເອົາລູກຊາວຂອງເຈົ້າເມືອງຕຸມພະວານັ້ນມາເປັນຊາຍາ ເຈົ້າເມືອງເມືອງເວີນຊານັ້ນ ຈຶ່ງໄດ້ຈຶ່ງຊາຍາສອງຄົນ" ຄວາມຈິງແລ້ວນິທານ ທີ່ປະຊາຊົນບ້ານໜອງເຮືອທອງເລົ່າມາຍາວ ແລະມີຄວາມຣະອຽດຫຼາຍ ແຕ່ບໍ່ສາມາດເລົ່າໄດ້ລະອຽດ ເພາະກຳເນື້ອໃນບໍ່ໄດ້ທັງໝົດ ຈຶ່ງເຫລົ່າພໍສັງເຂບນຳມາເປັນຕົວຢ່າງ ເພື່ອພິຈາລະນາຮູບ ແລະສົມບັດທັງໝົດ ຫາກນິທານເລື່ອງນີ້ເປັນຈິງ ກໍສະແດງວ່າວັດຖຸທັງໝົດນີ້ ຍ່ອມມີທີ່ມາຢ່າງຈະແຈ້ງ ແລະຍ່ອມໃຫ້ລາຍລະອຽດຂອງປະວັດສາດອະນາຈັກສີໂຄດຕະບອງໃນພຸດທະສະວັດທີ ໑໑-໑໖ ໄດ້ຢ່າງຈະແຈ້ງລະອຽດ ເພາະນອກຈາກວັດຖະເຫຼົ່ານີ້ແລ້ວ ຍັງມີພາຖາດເງິນອີກໜຶ່ງອັນ ເຊິ່ງໃນຂອບພາຖາດເງີນນັ້ນມີອັກສອນປັນລະວະ ເຊິ່ງເປັນອັກສອນທີ່ອານາຈັກສີໂຄດຕະບອງນຳມາໃໍຊ້ໃນໄລຍະນັ້ນ
ອັກສອນນັ້ນຍັງບໍ່ທັນສາມາດອ່ານໄດ້ຈະແຈ້ງ ແຕ່ສາມາດວິເຄາະຕາມຫຼັຫຖານປະຫວັດສາດອື່ນ ໄດ້ແລ້ວວ່າມີອາຍຸເຖິງ ໒໔໕໓ ປິີ(ອິງຕາມຂ່າວ), ນອກຈາກນີ້ ຫາກອ່ານໄດ້ໂດຍລະອຽດແລ້ວຄົງຈະເຫັນປະວັດສາດລາວກ່ອນອານາຈັກລ້ານຊ້າງໄດ້ຢ່າງຈະແຈ້ງຂຶ້ນຕື່ມ ໂດຍະສະເພາະປະວັດສາດລາວອານາຈັກສີໂຄດຕະບອງ, ຄວາມຈິງແລ້ວ ຕາມການໃກ້ການຂອງທ່ານຫົວໜ້າກົມພິພິດທະພັນ ແລະວັດຖຸບູຮານເວົ້າກັບຜູ້ຂຽນນັ້ນ ບອກວ່າວັດຖຸບູຮານທີ່ພົບນັ້ນ ມີຫຼວງຫຼາຍກວ່ານີ້ ນອກຈາກວັດຖຸທີ່ພົບໃນສະຖານທີ່ນັ້ນແລ້ວ ຍັງມີຫຼັກຖານທີ່ກ່ຽວຂ້ອງກັບຕຳນານຂອງເມືອງຄັນແທນີ້ຫຼວງຫຼາຍ ເຊິ່ງເປັນສິງຢັ້ງຢືນເຖິງຄວາມເປັນຈິງຂອງຕຳນານພື້ນສືບນັ້ນໄດ້ເປັນຢ່າງດີ
ສ່ວນສົມບັດທັງໝົດນັ້ນ ອິງຕາມພາບທີ່ປາກົດ ແລະການພົບກນັ້ນ ແມ່ນຂອງຍິງສາວໃນຮູບນັ້ນ ເພາະນອກຈາກພາບແລ້ວແຜ່ນທີ ໑ ແລ້ວ, ກໍມີຮູບແຜ່ນທີສອງ ເຊິ່ງມີຮູບຂອງນາງສາວຄົນດຽວຢູ່ເທົ່ານັ້ນ ຫາກເຮົາເອົາເລື່ອງນັ້ນມາເປັນເລື່ອງຂອງເຮົາ ເຮົາຈະເອົາຮູບຂອງຍິງອີກຄົນໜຶ່ງ ເຊິ່ງເປັນເມັຍຂອງຜົວເຮົາໄວ້ໃນເຮືອນຂອງເຮົາບໍ ? ແນ່ນອນແລ້ວເປັນໄປບໍ່ໄດ້ໃນສັງຄົມມະນຸດທຸກສະໄໝ ແຕ່ຫາກສັງຄົມນັ້ນຍອມຮັບກັບລາຊາຜູ້ມີອຳນາດຈັກຕ້ອງໄດ້ມີຊາຍາຫຼາຍອົງ ບາງຄັ້ງອາດເກີດຈາກຄວາມຈຳເປັນ ຢ່າງພາວະວິໄສ ເຊັ່ນສາຍການທູນ, ປະດັບກຽດຕິຍົດ, ເວົ້າເຖິງອາຳນາດປາລະມີ ຫຼືເວົ້າເຖິງການສ້າງຜູ້ສືບທອດອື່ນໆ ແຕ່ໃນລະດັບຈິດໃຈນັ້ນແມ່ນຍອມຮັບກັນຍາກ ແຕ່ສິ່ງທີ່ພົບເຫັນແມ່ມີຮູບຍິ່ງສາວ ເປັນຮູບດ່ຽວ ກໍໝາຍເຖິງເຈົ້າຂອງຊັບສົມບັດເຫຼົ່າ ລວມທັງຮູບນັ້ນແມ່ນເຈົ້າຂອງພາບເປັນຜູ້ຮັກສາຂອງຕົນເອງໄວ້.
ບົດທີ ໓: ໝາກນ້ຳເຕົ້າປຸງ
ໝາກນ້ຳເຕົ້າ ເປັນພືດຊະນິດເຄືອ ເປັນໝາກໄມ້ທີ່ຄົນລາວຮູ້ຈັກມາເຫິງນານ ປາກົດໃນຕຳນານພະຍາແຖນ ຫຼືຕຳນານຂຸນບູຣົມ ຄົນລາວຖືວ່າ ມະນຸດເຊື້ອຊາດ ລາວມາຈາກໝາກນ້່ຳເຕົ້າປຸງ ຖືວ່າພະແຖນເປັນເທພະເຈົ້າຂອງຕົນ, ຖືວ່າຂຸນບູຣົມ ຣາຊາທິຣາດເປັນປະຖົມມະກະສັດຂອງຄົນລາວ ລວມທັງຊົນຊາດໄຕທັງມວນ, ຖືວ່າລາວ ແລະບັນດາຊົນເຜົ່າໄຕທັງໝົດ ເປັນພີ່ນ້ອງຮ່ວມທ້ອງດຽວກັນ, ຄຳວ່າໝາກນຳ້ເຕົ້າປຸງນັ້ນ ຄົງຈະຜ້ຽນດ້ວຍລັກສະນະຂອງພາສາແຕ່ລະຍຸກ ຫາກເບິ່ງລັກສະນະຂອງເນື້ອເລື່ອງແລ້ວ ຄົງຈະແມ່ນໝາກນຳ້ເຕົ້າປຸ້ງ (ຄືວັນໃຫຍ່ກວ່າປົກກຕິ)
ໃນຕຳນານຂຸນບູຣົມພາກຕົ້ນໆ ຈະເວົ້າກ່ຽວກັບຄວາມເຊື່ອກ່ຽວກັບແຖນ ສາເປັນສ່ວນໃຫຍ່ແຕ່ຄວາມຈິງຂອງເລື່ອງນັ້ນ ອາດເວົ້າເຖິງວ່າຊົນຊາດຕ່າງໆ ທີ່ເກີດຂຶ້ນໃນດິນແດນສຸວັນນະພູມ ຫຼືໃນ ສະເພາະອິນດູຈີນເທົ່ານັ້ນ ວ່າແມ່ນຊົນຊາດດຽວກັນ ຫຼືມີບັນພະບູລຸດດຽວກັນ ເລື່ອງນີ້ແມ່ນສາມາດທີ່ ຈະພໍຟັງເຫດຜົນໄດ້ ເພາະວ່າຍຸກນັ້ນມັນແມ່ນຕົກຢູ່ໃນລະບອບ ຂອງເທວະຣາຊາ ການທີ່ພະຍາແຖນ ມີສ່ວນກ່ຽວພັນກັບຄົນເຊື້ອສາຍໄຕລາວນັ້ນ ມັນຍ່ອມເປັນໄປໄດ້ ໂດຍເອົາແຖນເປັນ ຈຸດໃຈກາງຂອງຄວາມເຊື່ອ ແລ້ວເອົາໝາກນ້ຳເຕົ້າ ເປັນປະເດັນຂອງເລື່ອງ ເພື່ອອະທິບາຍໃນ ສິ່ງທີ່ເປັນປິດສະໜານັ້ນ “ໝາກນໍ້າ” ອາດໝາຍເຖິງສາຍນ້ຳ “ເຕົ້າ” ອາດໝາຍເຖິງສິ່ງທີ່ເຕົ້າລວມຄວາມເຊື່ອ ແລະເຕົ້າລວມຄວາມເປັນຊົນຊາດ ທີ່ມີບັນພະບູຣຸດດຽວກັນ, ໂດຍຢືດເອົາ ຕອນສຳຄັນຄື ພະຍາແຖນ ໄດ້ສົ່ງຂຸນບູຣົມລາຊາທິຣາດ ມາຄອງເມືອງລຸ່ມລິດລຽງ, ມາຄອງ ເມືອງພຽງຄັກຄ້ອຍ, ທີ່ນານ້ອຍອ້ອຍໜູ ນັ້ນເປັນແລ່ງກຳເນີດຊາດໄທລາວ, ເຊິ່ງຂຸນບູຣົມລາຊາທິລາດ ເປັນປະ ຖົມກະສັດລ້ານຊ້າງ ແລະບັນພະບູລຸດຂອງໄທ-ໄຕທັງມວນ.
ຫາກເຮົາເອົາຄຳວ່າ “ໝາກ” ກັບ“ນ້ຳ”ແລະ”ເຕົ້າ” ມາແຍກສ່ວນກັນຈະເຫັນປິດສະໜາທີ່ວ່າ “ໝາກ” ໝາຍເຖິງສະຖານທີ່ ແລະຕົ້ນກຳເນີດ, “ນຳ້” ກໍຄືສາຍນ້ຳໃດ ໜຶ່ງໃນພູມີພາກອິນດູຈີນ ແລະຄຳວ່າ “ເຕົ້າ” ນີ້ກໍຄືສູນກາງຂອງໄທ-ໄຕລາວທັງມວນ, ສະຖານທີ່ຕັ້ງຂອງ ນານ້ອຍອ້ອຍໜູນັ້ນຢູ່ທີ່ໃດ ? ຄວນຈະສຶກສາໃຫ້ລະອຽດອີກ, ແຕ່ເທົ່າທີ່ນັກປະວັດສາດທັງຫຼາຍ ໄດ້ກ່າວເຖິງນັ້ນແມ່ນບົ່ງຊີ້ໄວ້ ໒ ແຫ່ງຄື ທີ່ເມືອງສິບສອງຈຸໄທ ເຊິ່ງເປັນຖິ່ນຂອງໄຕດຳ, ໄທ ແດງ ແລະໄທຂາວ ແລະບາງທ່ານກໍກຳນົດໄປຍັງເມືອງໜອງແສ ເຖິງຢ່າງໃດປິດສະໜາ ໝາກນ້ຳເຕົ້ານີ້ ເປັນເລື່ອງໜຶ່ງທີ່ສຳຄັນ ຄວນແກ່ການສຶກສາໃນວົງກວ້າງອີກຕໍ່ໄປ.
ສຳລັບ ທ້າວພະຍາ ແລະຂຸນບູຣົມທີ່ແຖນໄວ້ໃຈລົງມາຂອງເມືອງລຸ່ມນັ້ນ, ຈະເປັນແຖນ ຫຼືເປັນໃຜກໍເປັນຄວາມເຊື່ອທາງລັດທິ ແລະສາສະໜາໃນສະໄໝນັ້ນ, ບາດນີ້ ຄຳວ່າແຖນແມ່ນໃຜ, ເປັນພົມ ຫຼືເປັນພະອິສວນ ຫຼືພະນາຣາຍນັ້ນ ກໍຍ່ອມເປັນໄປ ໃນຄວາມເຊື່ອຂອງ ລັດທິເທວະນິຍົມ ຫຼືສາສະໜາເທວະນິຍົມ, ເຊິ່ງຮ່ວມຍຸກກັບສາສະໜາພາມຮີນດູ ອັນເປັນ ສາສະໜາເກົ່າແກ່ຂອງມະນຸດໂລກ ມາກ່ອນແລ້ວ ຫຼືຈະວິເຄາະໄປວ່າ ແຖນກໍຄືເທພະເຈົ້າ ຂອງຄົນລາວ ບໍ່ແມ່ນພົມ, ມະຫາພົມ ຫຼືພະອີສູນ ພຣະນາລາຍເລີຍ ແຕ່ວ່າພະຍາແຖນ ເປັນເທພະເຈົ້າອີກອົງໜຶ່ງ ທີ່ມີສະຖານະທຽບເທົ່າກັບ ເທພະເຈົ້າອົງສຳຄັນຂອງສາສະໜາພາມ (ຮິນດູ), ຫຼືຄຳວ່າ “ເມືອງລຸ່ມ” ຈະຕີຄວາມໝາຍວ່າ ບໍ່ແມ່ນເມືອງຟ້າເມືອງແຖນດອກ ແຕ່ເປັນ ເມືອງທີ່ຢູ່ທາງໃຕ້, ຖ້າເປັນເຊັ່ນນັ້ນ ຄຳວ່າ “ເມືອງຟ້າ” ແລະ “ເມືອງບົນ” ກໍຕ້ອງມີເມືອງໜຶ່ງ ອີກຢູ່ທາງເໜືອ ນານ້ອຍອ້ອຍໜູນີ້ອີກ ທີ່ຄົນເມືອງເໜືອສົ່ງຂຸນບູຣົມມາຄອງເມືອງລຸ່ມ(ເມືອງໃຕ້).
ອີກສິ່ງໜຶ່ງທີ່ບໍ່ຄວນມອງຂ້າມໃນຕຳນານຂຸນບູຣົມນັ້ນ ມີຖານັນດອນສັກຂອງລະບອບ ການປົກຄອງຢູ່ສອງຊັ້ນຈະແຈ້ງ ຄື “ພະຍາ ແລະຂຸນ” ເຮົາຈະເຫັນໃນພາກຕົ້ນໆຂອງໜັງສື ນັ້ນ “ແຖນ” ຈະຢູ່ໃນຖານະຂອງ “ເຈົ້າຟ້າເຈົ້າພະຍາ” ອັນມີອະພິສິດເໜືອບັນດາຂຸນທັງມວນ ເຊັ່ນ ຂຸນເຄັກ, ຂຸນຄານ, ຂຸນຄູ(ຄຣູ) ແລະຂຸນຄອງ, ລ້ວນແຕ່ຖືກແຕ່ງຕັ້ງ ຫຼືມີພະບັນຊາແຕ່ງຕັ້ງ ຫຼືປົດຕຳແໜ່ງທັງນັ້ນ, ຍັງມີອີກນາມໜຶ່ງ ທີ່ເຂົ້າໃຈວ່າເປັນຕຳແໜ່ງ ຫຼືມີຖານະເໜືອນຂຸນ ກໍຄືປູ່ ອັນເປັນນາມຂອງ “ປູ່ລາງເຊີງ” ເຖິງເປັນແກ່ນນຳຂອງມະນຸດລຸ້ນກ່ອນ ທີ່ເຫຼືອຈາກນ້ຳຖ້ວມຫຼວງຍັງເຫຼືອຢູ່, ເມື່ອເບິ່ງຕອນນີ້ ລະບອບການປົກຄອງຂອງຄົນໄຕລາວນັ້ນ ມີ "ພະຍາ ກັບຂຸນ" ເປັນໃຫຍ່ມາເຖິງສົມຄວນ (ເຫິງປານໃດແລ້ວ)
ຫາກເປັນໄປໃນລັກສະນະເຊັ່ນນັ້ນ ຄົນໄຕລາວ ກໍແມ່ນຊົນຊາດທີ່ເກົ່າແກ່ມາ ແຕ່ດຶກດຳບັນ ເຊິ່ງມີຄວາມເຊື່ອລັດທິ ແລະສາສະໜາເປັນຂອງຕົນເອງ ແລ້ວກໍ່ເກີດ ເປັນວັດທະທຳລາວ ທີ່ຢຶດຖືປະຕິບັດກັນມາໃຫ້ເຫັນເປັນຮູບປະທຳຮອດບັດນີ້.
ເລື່ອງຂອງຂຸນບູຣົມນີ້ ກໍມີສ່ວນຄ້າຍໆກັບ ເລື່ອງທ້າວຮຸ່ງ(ທ້າວເຈືອງ) ທີ່ເປັນບັນພະບຸ ຣຸດຂອງລາວອີກພວກໜຶ່ງ ໄດ້ມີລູກມີຫຼານຫຼວງຫຼາຍພາຍມາກ ອອກໄປຕັ້ງຖິ່ນຖານໃນຖິ່ນຕ່າງໆບໍລິເວນນີ້ ກໍເໝືອນກັບເລື່ອງນາງສາຢີ ຂອງຈີນທີ່ມີບຸດ ໑໐ ຄົນແບ່ງແຍກກັນອອກໄປ ສ້າງເມືອງ ເຊັ່ນດຽວກັນກັບເລື່ອງເຈົ້າຕະກູນເມືອງ ທີ່ຕີເມືອງຊູ ມີໂອຣົດ ໙ ຄົນ, ເຊິ່ງຕ່າງ ແຍກຍ້າຍກັນຄອງ ຫຼືສ້າງເມືອງ ຈຶ່ງທຳໃຫ້ມອງເຫັນການສ້າງ ບ້ານແປງເມືອງຂອງມະນຸດ ໃນທ້ອງຖີ່ນຕ່າງໆໃນລ່ອງນ້ຳ ແລະຫາແຫຼ່ງນ້ຳ ເພື່ອສ້າງຊຸມຊົນເມືອງ ເຊິ່ງໃນຄວາມໝາຍ ຂອງນັກປະຫວັດສາດລາວ ວ່າສັງຄົມເຈົ້າກົກເຈົ້າເຫຼົ່າພັດທະນາມາເປັນສັງຄົມນະຄອນລັດ.
ດັ່ງດຽວກັບຂຸນບູລົມລາຊາທິລາດ ໄດ້ຖືກພຣະຍາແຖນສົ່ງລົງມາເປັນເຈົ້າຜູ້ປົກຄອງ ເມືອງຫຼືຜູ້ນຳຊຸມຊົນທີ່ມີກຸ່ມໃຫຍ່ ພາຍຫຼັງກໍປາກົດຊື່ຂຸນຄວາງ, ຂຸນວີ, ຂຸນເລີງ, ຂຸນແລນ, ຂຸນລໍ ເປັນຜູ່ນຳຊຸມຊົນໄທ ແລະລາວທີ່ອອກຈາກນ້ຳເຕົ້ານັ້ນ ມາລວມຕົວກັນສ້າງບ້ານແປງ ເມືອງຂຶ້ນໃນດິນແດນສຸວັນນະພູມນີ້.
ແຕ່ຕຳນານຂອງຂອງຈີນນັ້ນ ກ່າວເຖິງຜູ້ສ້າງໂລກຄືພານກູ້ ເມື່ອທຳການຫຼົງໃຫຼໃນໂລກ ຢູ່ໃນໂລກເຫິງນານເຖິງ ໑໘.໐໐໐ ປີ, ພານກູ້ ທ່ານຜູ້ຮູ້ອະທິບາຍວ່າ (ກູ້-ແປວ່າ ເກົ່າ ຫຼືບູຮານ) ສຳລັບຄຳວ່າ “ພານ” ນັ້ນອອກສຽງໃກ້ຄຽງກັບຄຳວ່າ “ແຜນ” ຫຼື “ແຖນ” ເປັນຄຳລາວບູຮານ ແປວ່າຜູ້ສ້າງໂລກ ຫາກເປັນເຊັ່ນນີ້ ກໍຕ້ອງຍອມຮອບວ່າ “ແພນ, ແຜນ, ແຖນ(ພະຍາແຖນ) ບາງທ່ານກໍວ່າ “ຜີແຖນ” ນັ້ນມີຄວາມໝາຍວ່າ “ຜູ້ສ້າງໂລກ, ສ້າງມະນຸດ”
ຄຳວ່າ “ຜູ້ສ້າງໂລກສ້າງມະນຸດນັ້ນ” ບໍ່ສະເພາະແຕ່ໃນຕຳນານຂອງລາວ ແລະໄຕເທົ່າ ນັ້ນ ຫາກມີທຸກໆຊາດໄປ, ເຊັ່ນ ອິນເດັຍບູຮານກໍແມ່ນພົມ, ອີຫຍິບບູຮານ ກໍມີຫຼາຍ ເຊັ່ນໃນຕົ້ນກໍາເນີດສາສະໜາຄິດ ກໍສືບເນື່ອງມາຈາກສາສະໜາຢິວ ແລະອີຢີບບຸຮານ.
ໃນບັນດາຊາວໄທລາວ ຫຼືກຸ່ມຄົນ ທີ່ເຊື່ອເລື່ອງແຖນ ເປັນຜູ້ສ້າງໂລກ ມັນກໍບໍ່ເປັນເລືອງແປກ, ສຳລັບຄວາມເຊື່ອ ເລື່ອງພຣົມເປັນຜູ້ສ້າງໂລກ ຂອງອິນເດັຍບູຮານເລີຍ, ດ້ວຍຄວາມ ເຊື່ອເຊັ່ນນີ້ບໍ ? ທາງຝຣັ່ງຈິງຕັ້ງດິນແດນສຸວັນນະພູມວ່າ “ອິນດູຈີນ ?” ເພາະມີແຫຼ່ງວັດທະນະທຳທີ່ແຕກຕ່າງກັນຈະແຈ້ງຄື "ແຖນ" ແລະ "ພາມ(ຮີນດູ)" ຫາກກ່າວເຖິງແຖນເປັນຜູ້ສົ່ງຂຸນບູລົມມາຄອງເມືອງລຸ່ມ ມີເນື້ອເລື່ອງເຊັ່ນດຽວກັນກຳເນີດສາສະໜາ ຂອງສາສະໜາເທວະນິຍົມທັງມວນ ຫາກເປັນເຊັ່ນນັ້ນ "ຂຸນບູຣົມ" ບໍ່ພຽງແຕ່ເປັນຜູ້ນຳຂອງອານາຈັກຢ່າງດຽວ ຍັງເປັນຜູ້ນຳ ທາງສາສະໜາດ້ວຍ.
ບົດທີ ໒ : ແຖນໃນວັນນະກຳຕຳນານ ແລະພົງສາວະດານ
ຕົ້ນກໍຳເນີດຂອງມະນຸດທຸກຊົນຊາດຊົນເຜົ່າໃນໂລກນີ້ ຂະບວນວິວັດແຫ່ງປະວັດສາດ ລ້ວນແຕ່ເລີ່ມຕົ້ນມາຈາກວັນນະຄະດີ, ນິທານ ແລະຕຳນານພາຍໃຕ້ຄວາມເຊື່ອຂອງກຸ່ມຊົນໃນຍຸກນັ້ນໆດ້ວຍກັນທັງນັ້ນບາງຊາດບາງເຜົ່າພັນ ເມື່ອຜ່ານຂະບວນວິວັດເຫຼົ່ານັ້ນ ກ່ອນຈະກ້າວເຂົ້າຍຸກຂອງວິທະຍາສາດ ໃນຮູບແບບປະວັດສາດ ບາງຊາດບາງເຜົ່າພັນ ຕ້ອງໄດ້ຜ່ານຄວາມເຊື່ອແຫ່ງສາດສະໜາອັນມີຢູ່ທົ່ວໄປ ເຊັ່ນອິນເດັຍນັ້ນ ໄດ້ຜ່ານຍຸກຂອງສາສະໜາພາມ, ຍຸກອຸປະຣິສັດ, ຍຸກໄຕເວດ, ຍຸກຣາມມະຍະນະ, ຍຸກພະຣະຕະ ແລ້ວກໍຜ່ານເຂົ້າສູ່ຍຸກຂອງພຸດທະສາສະນາ ອັນເປັນປັດສະຍາສຸດຍອດຂອງມວນມະນຸດ, ແລ້ວຈຶ່ງກັບໄປສູ່ຍຸກຂອງຮີນດູ ແລະອິສລາມ ເມື່ອໂລກປ່ຽນແປງມາສູຍຸກສັງຄົມອານາຈັກໃຫຍ່ ຈຶ່ງກ້າວເຂົ້າຍຸກຂອງປະ ຫວັດສາດວິທະຍາສາດ ຮ່ວມກັບຊາວໂລກທັງມວນ, ມີບາງຊາດບາງກຸ່ມຄົນ ທີ່ເກີດຫຼັງຍຸກເລົ່ານັ້ນ ກໍາເນີດໃນບຸກຂອງວິທະຍາການໂລກໃໝ່ ກໍບໍ່ມີວິວັດທະນາການເລົ່ານັ້ນ ກໍປະຕິເສດປະຫວັດສາດປະເພດຕໍາ ນານໄປເລີຍ ອັນນັ້ນມັນກໍເປັນສິ່ງໜຶ່ງທີ່ເຮັດໃຫ້ເຮົາເຫັນຄວາມໃໝ່ເກົ່າຂອງຊາດນັ້ນໆໄດ້ດີ.
ຫາກເຮົາຖືເອົາຫຼັກຖານແຫ່ງວັນນະກຳ ແລະຕຳນານ ທີ່ປາກົດໃນລາວ ເຊິ່ງເປັນບົດຕົ້ນຂອງພົງ ສາວະດານລາວແລ້ວ ມັນກໍບໍ່ແມ່ນເລື່ອງແປກ ທີ່ແຍກວັດທະນະທຳອອກຈາກຄວາມເຊື່ອ ແລະແຍກຄວາມເຊື່ອອອກຈາກວິທະຍາສາດໄດ້, ເມື່ອເຮົາເຂົ້າໃຈບັນຫານີ້ ເຮົາຈະມອງຊອດໄປເຫັນວ່າ “ສັງຄົມລາວເຮົາ ລວມທັງຊົນຊາດຊົນເຜົ່າໄຕທັງມວນນັ້ນ ມີຄວາມເຊື່ອທີ່ເປັນເອກະລັກແຫ່ງຊາດຕະກູນ ແລະກຸ່ມຊົນຕົນມາແຕ່ເດີມນັ້ນ ຄື ຄວາມເຊື່ອຜີບັນພະບູຣຸດ ແລະແຖນ ອັນເປັນຄວາມເຊື່ອ(ລັດທິ ຫຼືສາສະໜາ) ດັ້ງເດີມຂອງຕົນ ເຊິ່ງນັກຄົ້ນຄວ້າຊາວຝຣັ່ງຄົງຈະເຫັນຈຸດນີ້ ຈຶ່ງຮຽກວັດທະນະທຳສ່ວນນີ້ວ່າ ແຫຼ່ງວັດທະນະທຳຈາກຈີນ” ບົດເລີ່ມຕົ້ນຂອງຊາດລາວໄດ້ກຳນົດຈຸດເກີດຈາກ “ແຖນ” ເຊິ່ງບໍ່ໄດ້ກ່າວເຖິງພາມອັນເປັນສາສະໜາເກົ່າແກ່ຂອງໂລກໝື່ນໆປີເລີຍ, ແຖນ ຜູ້ຊົງອຳນາດເໜືອຄົນໄຕລາວ ໄດ້ມີອະພິສິດເປັນເທບເອກະຣາດ ບໍ່ເຫັນທີ່ມາຈາກຂະບວນວິວັດຂອງພະພຣົມ ຫຼືພະອີສວນ ແລະພະນາຣາຍແມ່ນແຕ່ນ້ອຍດຽວ, ແຕ່ສັງຄົມລາວມີຈຸດກຳເນີດຈາກແຖນເປັນໃຫຍ່ໃນເມືອງຟ້າ, ຮ່ວມກັບແຖນອື່ນໆປົກຄອງເມືອງລຸ່ມ ແຖນຈຶ່ງເປັນເທພະເຈົ້າຂອງຄົນລາວ ແລະໄຕເທົ່ານັ້ນ.
ເມື່ອແຖນເປັນໃຫຍ່ໃນກຸ່ມຊົນຊາວລາວ ແລະໄຕມັນກໍບໍ່ເປັນເລື່ອງແປກປາຫຼາດ ທີ່ວັນນະກຳຕ່າ່ງຂອງຄົນລາວ ແລະວັດທະນະທຳລາວ ແລະບັນດາຊົນເຜົ່າ ຊິບໍ່ມີເລື່ອງຂອງແຖນ ເຂົ້າມາກ່ຽວຂ້ອງພາຍໃຕ້ຣະບົບຄວາມເຊື່ອໃນຍຸກແຫ່ງການສ້າງຄວາມແຂ້ມແຂງໃຫ້ແກ່ກຸ່ມຊົນ ທີ່ພົ້ນອອກຈາກສັງຄົມກະແຈກກະຈາຍແບບເຈົ້າກົກເຈົ້າເຫຼົ່າ ແລ້ວກ້າວຂຶ້ນເປັນສັງຄົມນະຄອນລັດ ແລະຣາຊະທານີທີ່ຍິ່ງໃຫຍ່, ແມ່ນແຕ່ຍຸກຣາຊະທານີທີ່ຍິ່ງໃຫຍ່ຂອງອານາຈັກຕ່າງໆ ໂດຍສະເພາະອານາຈັກລ້ານຊ້າງນັ້ນ ເຊິ່ງມີພຣະພຸດທະສາສະໜາເຂົ້າມາເປັນແກ່ນນຳ ແລະອິດທິພົນບົດບາດຄຳສອນ ແລະຄວາມເຊື່ອໃນພຸດທະສາສະໜາຍັງປາກົດໃນວັນນະກັມລ້ານຊ້າງ ທຸກໆເລື່ອງບໍ່ມີເວັ້ນ ແລະໃນອານາຈັກລ້ານຊ້າງກ່ອນມະຫາອານາຈັກລ້ານຊ້າງນັ້ນ ໄດ້ແບ່ງອອກເປັນສອງວັດທະນະທຳໂດຍຈະແຈ້ງ ຄື ທາງເໜືອໄດ້ຮັບອິດທິພົນແຖນ, ທາງໃຕ້ໄດ້ຮັບອິດທິພົນພຣາມ, ຮີນດູຈາກຂອມ ໃນນັ້ນຍັງມີວັດທະນະທັມນາຄ ອັນເປັນວັດທະນະທັມຍ່ອຍ ຄົງໄດ້ຈາກແຖນ ແລະພຣາມດ້ວຍ ເພາະປາກົດເຫັນວ່າທັງວັດທະນະທັມແຖນກໍເຫັນຖືນາກໃນລ່ອງນໍ້າ ກໍເຮັດໃຫ້ວັນນະກັມບາງວັນນະກຳຂອງລາວບາງເລື່ອງມີຄວາມເຊື່ອຂອງພຣາມ ຮີນດູເຂົ້າມາປາກົດໂດດເດັ່ນ, ໃນສະຖາປານາມະຫາອານາຈັກລ້ານຊ້າງແລ້ວ ວັນນະກຳລ້ານຊ້າງ ບາງວັນນະກຳປາກົດຄວາມເຊື່ອຂອງພຸດ, ພຣາມ, ແຖນ ແລະນາດປາກົດນຳກັນກໍມີ ເຊັ່ນວັນນະກັມຟ້າສັ່ງນ້ອງອື່ນໆ ເປັນວັນນະກັມພຸດປະສົມພຣາມ, ສວ່ນພຸດແລະພຣາມປະສົມກັນເຫັນໄດ້ຈາກວັນນະກຳພະລັກພະລາມ ອັນເປັນວັນ ນະຄະດີສຸດຍອດສະບັບໜຶ່ງຂອງລາວ ເຊັ່ນດຽວກັນກັບວັນນະກັມສີນໄຊເປັນນະກັມພຸດໂດຍເດັ່ນ ແລະພາມປະສົມເລັກນ້ອຍ, ວັນນະກັມພະເຫວດສັນດອນເປັນວັນນະກັມພຸດໂດຍເດັດຂາດ ແຕ່ວັນນະກັມເຫົຼ່ານັ້ນພັດຕ່າງຈາກວັນນະກຳຂຸນບູຣົມຣາຊາທິຣາດໜ້ອຍໜຶ່ງ ເພາະວັນນະກຳນີ້ ມັນໄດ້ກ່ຽວຂ້ອງກັບຈາຣີດປະເພນີໃນລັກສະນະພຶດຕິກຳ ແລະຄວາມເຊື່ອອອກເປັນຮູປະທຳ ວັນນະກຳຂຸນບູຣົມ ຈຶ່ງຈັດເປັນວັນນະ ກຳປະເພດຕຳນານ ເຊັ່ນດຽວກັບວັນນະກຳທີ່ປາກົດໃນລ່ອງແມ່ນ້ຳຂອງຕອນກາງຂອງລາວ ອີກເລື່ອງໜຶ່ງຄື “ອຸຣັງຄະນິທານ” ແລະວັນນະກຳໃນພາກກາງ ສາກຂອງເລື່ອງທີ່ຊຽງຂວາງຂື້ນພາກເໜືອຈົນຮອດຊຽງແສນໄດ້ແກ່ “ທ້າວຮຸ່ງທ້າວເຈືອງ” ວັນນະກຳທັງສາມນີ້ ມີຄວາມໂດດເດັ່ນຢ່າງມີອັດຕະລັກ ແລະເອກະລັກແຫ່ງຊົນຊາດລາວທີ່ພົ້ນເດັ່ນ ຕ່າງຍຸກຕ່າງສະໄໝ ຕ່າງມີຈຸດປະສົງ ແລະເປົ້າໝາຍຢ່າງມີຈຸດຢືນທັງສະ ແດງຖານະຂອງຕົນຢ່າງຈະແຈ້ງ, ມີຄວາມເຊື່ອທີ່ເປັນເອກະລັກ ໃຫ້ເຮົາແຍກປະເພດອອກເປັນປະເດັນໄດ້ຢ່າງລົງຕົວ ວັນນະກຳທັງສາມລ້ວນແຕ່ ໄດ້ສະທ້ອນບົດບາດສຳຄັນຕໍ່ວັດທະນະທັມ, ສັງຄົມ, ຊົນເຜົ່າ ແລະຄວາມເຊື່ອຢ່າງຈະແຈ້ງ, ຄືວັນນະກັມອຸລັງຄະນິທານ ຈະເນັ້ນເຖິງບົດບາດພະພຸດທະເຈົ້າ ແລະພະພຸດທະສາສະໜາທີ່ມີຕໍ່ຊົນຊາວນາຄະ ຫຼືລາວ, ສ່ວນວັນນະກັມຂຸນບູຣົມນັ້ນຈະເນັ້ນບົດບາດຂອງ "ແຖນ" ທີ່ມີອິດທະພົນຕໍ່ຊາວລາວແລະໄຕ, ສ່ວນວັນນະກັມເຣື່ອງ "ທ້າວຮຸ່ງທ້າວເຈື່ອງ" ເນັ້ນບົດບາດຂອງຕົນຕໍ່ຊຸມຊົນລາວ ແລະຂ້າ ເຊິ່ງມີແຖນເຂົ້າມາກ່ຽວຂ້ອງເປັນໄລຍະໆ ເມື່ອມາເບິ່ງຄວາມເດັ່ນຂອງວັນນະກັມທັງ ໓ ແລ້ວ, ລ້ວນແຕ່ເຫັນເອກະລັກຂອງຄວາມເຊື່ອເຂົ້າມາກ່ຽວຂ້ອງ ຈຶ່ງເຮັດໃຫ້ເຫັນວ່າ "ການສ້າງຊາດຂອງລາວ ກໍເປັນໄປແບບດຽວກັບທຸກຊົນຊາດໃນໂລກ ທີ່ເອົາຄວາມເຊື່ອເປັນການສ້າງຊາດ" ມີທິດສະດີໃນການປົກຄອງ ມັນຈຶ່ງບໍ່ເປັນການເລື່ອງແປກທີ່ເຫັນວັນນະກັມເຫຼົ່ານີ້ ມີເລື່ອງຂອງແຖນ ແລະຄວາມເຊື່ອແຕ່ລະຍຸກສະໄໝ ເຂົ້າມາກ່ຽວຂ້ອງ.
ເມື່ອແຖນ ມີບົດບາດຢ່າງຈະແຈ້ງໃນວິຖີຊີວິດ ຄວາມເຊື່ອ ແລະການປະຕິບັດ ຂອງສັງຄົມລາວບັນດາເຜົ່າ ແຖນຈຶ່ງເປັນສິ່ງທີ່ເຮົາບໍ່ຄວນຈະມອງຂ້າມໄດ້ເລີຍ.
- ຂຽນໂດຍ: ສາຍເຊລຳເພົາ
ບົດທີ ໑: ຕົ້ນກຳເນີດຂອງຄົນໃນພາກພື້ນອິນດູຈີນ
- ຢ່າງໃດກໍຕາມໃນຄວາມໝາຍໃໝ່ຂອງຄຳວ່າອິນດູຈີນໃນຍຸກໃໝ່ນັ້ນ ກຳເນີດຈາກໄລຍະສົງຄມອິນ ດູຈີນ ແລະສົງຄວາມເຢັນນີ້ ສະນັ້ນຄຳວ່າ “ອິນດູຈີນ” ໃນຍຸກໃນຄວາມໝາຍອື່ນ ຂອງຕາເວັນຕົກ ກໍເຂົາຈະເວົ້າສະເພາະ ໓ ປະເທດ ອັນໄດ້ແກ່ລາວ, ຫວຽດນາມ ແລະກຳປູເຈັຍ ເທົ່ານັ້ນ.
ໃນບົດຂຽນນີ້ຫາກກ່າວເຖິງອິນດູຈີນ ບໍ່ໄດ້ໝາຍເອົາສະເພາະແຕ່ ໓ ປະເທດເທົ່າ ນັ້ນແມ່ນໝາຍ ກຳນົດລວມໄປເຖິງບັນດາປະເທດໃນພາກພື້ນແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສ່ຽງໃຕ້ເຊິ່ງມີມຽນມາ, ພາກໃຕ້ຂອງຈີນ ແລະໄທຍ໌ດ້ວຍ, ຕະຫຼອດບັນດາປະເທດໃນຄາບສະມຸດປາຊີຟິກດ້ວຍ.
- ໃນບົດຂຽນນີ້ແມ່ນຂຽນກ່ຽວກັບວັດທະນະທຳ ແລະຊົນຊາດໃນພາກພື້ນ ເຊິ່ງປາກົດວ່າ ມີຄຳຊ້ຳກັນແຕ່ມີຄວາມໝາຍແຕກຕ່າງກັນ ຄື ຄຳວ່າ “ໄທຍ໌, ໄຕ ແລະໄທ”, ຫາພົບຄຳວ່າ “ໄທຍ໌” ເຊິ່ງທຽນໃສ່ພາສາອັງກິດ(Thai) ໃຫ້ໝາຍເຖິງຄົນໄທຍ໌ ສະເພາະໃນປະເທດໄທຍ໌ (Thailand) ເທົ່ານັ້ນ ແຕ່ຖ້າຫາກພົບຄຳວ່າ “ໄທຫຼືໄຕ” ເຊິ່ງກຳກັບເປັນພາສາອັງກິດ(Tai)ນັ້ນ ຄືຊົນຊາດ, ຊົນເຜົ່າຕ່າງໆໃນພູມີພາກນີ້ລວມໄປເຖິງຊົນຊາດລາວທັງມວນດ້ວຍ, ການກຳນົດແບບນີ້ ໄດ້ອ້າງອິງຕາມກົດສາກົນທີ່ໄດ້ກຳນົດໄວ້ແລ້ວ.
ການກຳເນີດຂອງແຕ່ລະຊາດຍ່ອມມີທີ່ມາຈະແຈ້ງ ແຕ່ທີ່ມາເຫຼົ່ານັ້ນຍ່ອມເກີດຈາກມະຕິ ແລະພື້ນຖານຂອງສັງຄົມມະນຸດ ທີ່ວິວັດທະນາການເຊິ່ງໄດ້ຈົດຈຳ ແລະບັນທຶກສືບເນື່ອງມາຈາກຍຸກຂອງວັນ ນະຄະດີປະເພດວະນະນິຍາຍ ແລະເທບນິຍາຍ, ປະເພດຂອງວັນນະກັມປະເພດຕຳນານ ແລະພື້ນເພ, ພື້ນສຶບ, ທັງສອງປະເພດນີ້ນັກປະຫວັດສາດຮຽກວ່າ ຍຸກວັນນະຄະດີ, ແລ້ວກ້າວເຂົາຍຸກພົງສາວະດານ ຕໍ່ໃສ່ຍຸກຂອງປະຫວັດສາດ, ເມື່ອມະນຸດໄດ້ເລີ່ມກໍ່ຮ່າງສ້າງຕົວເປັນສັງຄົມຣັດ ແລະມະຫາອານາຈັກ.
- ໃນພົງສາວະດານ ຂອງມະນຸດເຜົ່າພັນຕ່າງໆໃນພູມີພາກອິນດູຈີນນັ້ນ, ລ້ວນແຕ່ກຳເນີດມາຈາກເທບນິຍາຍ ທີ່ປະກົດໃນຮູບແບບຂອງຕຳນານເປັນສ່ວນໃຫຍ່, ໂດຍສະເພາະມະນຸດກຸ່ມທີ່ມີວັດທະນະທຳປະເພນີຄ້າຍຄຽງກັນ ມັກຈະປາກົດເຫັນວ່າມີຄວາມເຊື່ອດ້ວຍເລື່ອງຂອງ “ແຖນ” ຄ້າຍໆກັນ ໃນນັ້ນຍັງມີນາກມາກ່ຽວຂ້ອງດ້ວຍ, ເຊິ່ງເຮົາປາກົດໃນພົງສາວະດານພາກຕົ້ນໆຂອງອານາຈັກຕ່າງໆ ໂດຍສະ ເພາະແມ່ນອານາຈັກລ້ານຊ້າງ ແລະບັນດາກຸ່ມຄົນທີ່ມີຮ່ອງຮອຍວັດທະນະທັມດຽວກັນໃນກຸ່ມ “ໄຕ ຫຼືໄທ“ ມັກຈະມີບັນພະບູຣຸດສືບເນື່ອງມາຈາກແຖນ, ມີກຸ່ມຄົນໄຕ(ໄທ)ສ່ວນຫຼາຍມີ ບັນພະບູຣຸດດຽວກັນດຽວກັນກັບຄົນລາວໃນລ້ານຊ້າງ ແລະລ້ານນາ ອັນໄດ້ແກ່ “ຂຸນບູຣົມຣາຊາທິຣາດ ຫຼືຂຸນບູຣົມມະຫາຣາດ”.
- ໃນພົງວະດານລ້ານຊ້າງຕອນຕົ້ນໆນັ້ນ ໄດ້ເລີ່ມຈາກຂຸນທັງ ໓ ອັນໄດ້ແກ່ປູ່ລາງເຊີງ(ລານເຊີນ) ຂຸນຄານ ແລະຂຸນເຄັດ, ຂຸນທັງ ໓ ນີ້ຕັ້ງເມືອງຢູ່ຮ່ວມກັນໃນເມືອງລຸ່ມ ເຊິ່ງຂຸນທັງສາມນີ້ ກໍຢູ່ພາຍໃຕ້ອິດທິພົນຂອງ “ແຖນ” ເຊິ່ງຖືເປັນເທພະເຈົ້າຢູ່ເມືອງບົນ(ຟ້າ) ເຊິ່ງມີໜ້າທີ່ປົກຄອງເບິ່ງແຍງມະນຸດເມືອງລຸ່ມ(ໂລກ), ຂຸນທັງ ໓ ນີ້ຊິເຮັດຫຍັງທຳຫຍັງຕ້ອງໄດ້ປຶກສາຫາລື ຫຼືຕ້ອງໄດ້ຮັບຄວາມຊ່ວຍເຫຼືອເກື້ອກູນຈາກ ພຣະຍາແຖນ ເຊິ່ງຖືວ່າເປັນຜູ່ຊ່ວຍເຫຼືອເບິ່ງແຍງ, ຕໍ່ມາແຖນ ແລະຄົນເມືອງລຸ່ມມີການເຫີນຫ່າງກັນ ຈຶ່ງເຮັດໃຫ້ຄົນເມືອງລຸ່ມບໍ່ຄ່ອຍເຊື່ອຟັງແຖນ ເມື່ອການເວລາຜ່ານໄປ ຈຶ່ງເຮັດໃຫ້ແຖນນັ້ນເກີດຄວາມຂັດເຄືອງໃຈ ແລະພິໂລດຮ້າຍໃຫ້ມະນຸດທີ່ບັງອາດຝືນຄຳພຣະຍາແຖນ, ໃນທີ່ສຸດແຖນຈຶ່ງໄດ້ບັນດານໃຫ້ນ້ຳຖ້ວມຫຼວງແກ່ເມືອງລຸ່ມ ເຮັດໃຫ້ມະນຸດສ່ວນໃຫຍ່ຕາຍຈົນໝົດ, ນ້ຳຖ້ວມຄັ້ງນັ້ນ ຖືວ່າເປັນຍຸກລ້າງໂລກເພາະຄົນທີ່ເຫຼືອ ນັ້ນມີພຽງແຕ່ປູ່ລ້າງເຊີງ, ຂຸນເຄັດ ແລະຂຸນຄານ, ພ້ອມດ້ວຍບໍລິວານ ແລະສັດສາວາສິ່ງພຽງ ເທົ່າລຳເຮືອນ້ອຍໜຶ່ງເທົ່ານັ້ນ ເຊິ່ງປູ່ລາງເຊິນສັ່ງໃຫ້ຂຸນທັງສອງກຳກັບຂຶ້ນເຮືອ, ນ້ຳຖ້ວມຫຼວງໄດ້ເອົາເຮືອຂອງປູ່ລາງເຊິນຂຶ້ນໄປຮອດເມືອງຟ້າໄປຮອດພະຍາແຖນ.
- ຄັ້ງນັ້ນ, ພຣະຍາແຖນຈຶ່ງສັ່ງກັບຂຸນທັງ ໓ ວ່າ “ຊິກິນເຂົ້າໃຫ້ບອກໝາຍ, ຊິກິນແລງ ກິນງາຍໃຫ້ບອກກ່າວ, ກິນເຂົ້າໃຫ້ສົ່ງຂາ ຊິກິນປາໃຫ້ສົ່ງຮອດແຖນນັ້ນ, ເປັນການຢຳເກງຜີເຖົ້າ, ຢຳເກົ້າແຖນ” ແຕ່ບໍ່ຟັງ” ອັນນີ້ຖືວ່າເປັນປະເພນີປະຕິບັດຂອງຄົນຊົນຊາດລາວຕັ້ງແຕ່ ດຶກດຳບັນມາຮອດບັດນີ້, ໃນຊຸມຊົນຊາວລາວໃນປະເທດລາວເຮົາ ເມື່ອ 20 ປີຄືນຫຼັງເວລາຈະກິນເຂົ້າ ແມ່ນບໍ່ມີໃຜ ເຂົາກໍມັກຈະເອີ້ນວ່າ ມາເດີກິນ ເຂົ້າ ຄັນເຫັນໃຜກໍຕາມ ທັງທີ່ຮູ້ບໍ່ຮູ້ຈັກກັນຜ່ານກາຍມາ ຂະນະເຮົາກິນເຂົ້າຢູ່ ມັກຈະເອີ້ນວ່າ “ມາເດີກິນ ເຂົ້າ“, ໃນສັງຄົມຊົນນະບົດຍັງຄົງຮັກສາປະເພນີນີ້ຢູ່, ມັນເປັນຄະຕິຄວາມເຊື່ອມາແຕ່ບູຮານແລ້ວສໍາລັບ ຊົນໄທລາວເຮົາ.
ເມື່ອແຖນສັ່ງດັ່ງນັ້ນແລ້ວ ກໍໃຫ້ຄົນເຫຼົ່ານັ້ນ ໄປຢູ່ດອນໃນໜອງນ້ຳໃຫຍ່ ລໍຖ້າຈົນກວ່ານ້ຳຈະບົກລົງ ດອນກໍເກີດເປັນແຜ່ນດິນໃຫຍ່, ຕໍ່ມາຂຸນທັງ ໓ ນັ້ນຈຶ່ງບອກພຣະຍາແຖນວ່າ “ຢູ່ເມືອງຟ້າເມືອງແຖນບໍ່ລຶ້ງບໍ່ແກ່ນ ເມື່ອນ້ຳບົກແລ້ວຂໍລົງເມືອເມືອງລຸ້ມ ຈຶ່ງຂໍໄປຢູ່ເມືອງລຸ່ມລິດລຽງ ເມືອງພຽງຄັດຄ້ອຍ.
- ພຣະຍາແຖນຈຶ່ງສົ່ງຄົນເຫຼົ່ານັ້ນລົງມາເມືອງລຸ່ມ ພ້ອມກັບຄວາຍເຂົາລູ ແລ້ວໃຫ້ຕັ້ງບ້ານເມືອງຢູ່ທີ່ນານ້ອຍອ້ອຍໜູ ຄວາຍນັ້ນເຮັດນາໄດ້ ໓ ປີກໍຕາຍ ປູ່ລາງເຊິງຈຶ່ງເອົາເຂົາ ແລະຂາຄວາຍນັ້ນໄວ້ ແຕ່ກັບເກີດເປັນເຄືອນ້ຳເຕົ້າ ແລ້ວອອກໝາກໃຫຍ່ຜິດປົກກະຕິ.
ພາຍໃນໝາກນ້ຳເຕົ້ານັ້ນ ເກີດມີສຽງຮ້ອງຂອງຄົນໂກລາຫົນ ຈົນປູ່ລາງເຊິນໄດ້ສັ່ງໃຫ້ຄົນເຮັດເຫຼັກຊີໄປຊີໝາກນ້ຳເຕົ້ານັ້ນ ຄົນກໍລຸຫຼັ່ງທັ່ງເທຍາດກັນອອກມາ ຍ້ອນຮູ້ເຫຼັກຊີນັ້ນຍັງຮ້ອນ ແລະໃໝ້ດຳ, ຈຶ່ງເຮັດໃຫ້ຄົນທີ່ບຽດສຽດກັນອອກມາກ່ອນນັ້ນມີຜິວສີດຳ, ດັ່ງນັ້ນປູ່ລາງເຊິນຈຶ່ງສັ່ງໃຫ້ຄົນເອົາສິ່ວເຈາະໝາກນ້ຳເຕົ້ານັ້ນໃຫ້ໃຫຍ່ຂຶ້ນ ຮຽກວ່າຮູສິ່ວ ເຮັດໃຫ້ຄົນທີ່ອອກມາຫຼັງນີ້ມີ ຜິວຂາວກວ່າ ຄົນທີ່ອອກມາຕາມຮູສິ່ວນັ້ນໄດ້ແຕ່ຄົນໄຕແລະລາວ(ຮຽກຣວມກັນວ່າ ໄທລາວ) ສ່ວນຄົນທີ່ອອກມາກ່ອນ ຈາກຮູສິ່ວແມ່ນແມ່ນພວກຂ້າພວກຂອມ ຈຶ່ງໄດ້ເປັນຂ້ອຍ ແລະໄພ່ຂອງປູ່ລາງເຊິນທັງໝົດ.
- ເມື່ອໝາກນ້ຳເຕົ້ານັ້ນແຕກອອກມາ ກໍມີຄົນເຜົ່າຕ່າງໆອອກມາອີກ ໕ ເຜົ່າ ຕື ໄທລົມ, ໄທລີ, ໄທເລີງ, ໄທລໍ ແລະໄທຄວາງ.
ໄທພວກນີ້ ມີການຕີຄວາມຂອງຫຼາຍຄົນວ່າ ໄທດຳ, ໄທຂາວ, ຫໍ້ ແລະແກວ, ບາງທ່ານ ກໍອ້າງໄປເຖິງໄທຈ້ວງນຳ ຢ່າງໃດກໍຕາມຕາມຄວາມໝາຍ ຂອງວັນນະກຳປະເພດຕຳນານ ໃນເລື່ອງຂຸນບູຣົມຣາຊາທິຣາດ ອັນເປັນຕົ້ນຕະກູນລາວແລະໄທ, ອາດລວມໄປເຖິງເຜົ່າໄທສ່ວນໃຫຍ່ໃນໄທສຍາມດ້ວຍ ນີ້ລ້ວນແຕ່ເປັນພີ່ນ້ອງກັນ ແລະເຜົ່າໄທທັງໝົດເລົ່ານີ້ ລ້ວນແຕ່ນັບຖື ພຣະຍາແຖນເໝືອນກັນກັບລາວ ເຊິ່ງມີປູລາງເຊິນເປັນຜູ້ບອກສອນ ໃຫ້ເຮັດໄຮ່ໃສ່ນາ ຕ່ຳຫູກທໍໄໝ ມີຜ້າແລະສິ້ນເປັນຕົ້ນລ້ຽງຊີວິດ ແລ້ວທຳການປຸກຢ້າວແປງເຮືອນ ແຕ່ງແປງກັນເປັນຜົວ ເປັນເມັຍກັນ ມີຢ້າວມີເຮືອນ ມີລູກລິງຊາຍອອກມາກໍແຕ່ງງານກັນເອງ ອອກລູກອອກຫຼານ ກັນເປັນເຜົ່າພັນ, ແຍກຍ້າຍກັນໄປຢູ່ໃນທີ່ຕ່າງໆ ຜູ້ຢູ່ສູງໃຫ້ເຮັດໄຮ່, ຜູ້ຢູ່ແຄມນ້ຳ ແລະທົ່ງພຽງໃຫ້ເຮັດນາ, ຈຶ່ງມີຄຳວ່າ ເຮັດໄຮ່ໃສ່ນາມາຮອດບັດນີ້.
- ເມື່ອຄົນຫຼາຍຂຶ້ນ ພຣະຍາແຖນຈຶ່ງໃຫ້ຂຸນຄູ(ຄຣູ) ແລະຂຸນຄອງລົງມາເປັນທ້າວພຣະຍາປົກຄອງມະນຸດຊ່ວຍປູ່ລາງເຊິນ, ຂຸນທັງສອງປົກຄອງຄົນກຸ່ມນີ້ ໂດຍປຸກເຮືອນກະບໍ່ເປືອງ ສ້າງເມືອງກະບໍ່ກວ້າງ ກິນແຕ່ເຫຼົ້າທຸກມື້ທຸກວັນ ຈົນບ່າວໄພ່ຄາງທຸກຄ່າງຍາກ ເຮັດໃຫ້ຂຸນເຄັດຂຸນຄານຕ້ອງໄປໄຫວ້ສາພຣະຍາແຖນ ຈົ່ງໃຫ້ພຣະຍາທັງສອງນີ້ກັບຄືນເມືອງບົນ ໃຫ້ເອົາສອງຄົນນີ້ກັບໄປເມືອງຟ້າ, ແລ້ວພຣະຍາແຖນຈຶ່ງສັ່ງຂຸນບູຣົມຣາຊາທິຣາດ ນຳລີພົນລົງມາເມືອງລຸ່ມລິດລຽງ ລົງມາເມືອງພຽງຄັກຄ້ອຍ ຢູ່ນານ້ອຍອ້ອຍໝູ ຂີ່ຊ້າງງາງອນງາງ້ຽວລົງມາ ຄົນທີ່ສະຫຼາດກໍໄດ້ເປັນບ່າວຮັບໃຊ້ໃຫ້ແກ່ຂຸນບູຣົມຣາຊາທິຣາດ, ຄົນທີ່ບໍ່ສະ ຫຼາດກໍເປັນບ່າວໄພ່ເປັນຂ້າ ຢູ່ປ່າເຮັດໄຮ່ໃສ່ນາ.
- ອັນນີ້ ແມ່ນຕຳນານເມືອງລ້ານຊ້າງ ອັນປາກົດໃນຕຳນານຂຸນບູຣົມຣາຊາທິຣາດ ແລະພາກຕົ້ນຂອງພົງສາວະດານລາວ, ເປັນຕຳນານທີ່ຕິດພັນກັບຄວາມເຊື່ອ ກ່ຽວຂ້ອງກັບພຣະຍາແຖນ ເຊິ່ງເປັນຕົ້ນກຳເນີດຂອງຊົນເຜົ່າ ຢູ່ໃນສຸວັນນະພູມ ຄືອິນດູຈີນ, ຄົນທັງໝົດແມ່ນອອກມາຈາກທີ່ດຽວກັນ ໝາຍເຖິງແຫຼ່ງດຽວກັນ ຄືຖິ່ນທີ່ສູງດ້ວຍຜູຜາປ່າໄມ້ທີ່ສຽດສິວເມກໝອກ.
ເມື່ອເບິ່ງຕາມວັດທະນະທຳຂອງຄົນເຫຼົ່ານີ້ ແມ່ນຕິດພັນກັບກັບຄວາມເຊື່ອເລື່ອງແຖນຢູ່ ບໍ່ສະ ເພາະແຕ່ກຸ່ມຊົນລາວກໍຄືກຸ່ມຊົນໄຕທັງມວນ ແລະອື່ນໆຈົນຮອດບັດນີ້ ເຖິງວ່າພຸດທະສາສະໜາຈະເຂົ້າມາມີບົດບາດ ໃນອານາຈັກລ້ານຊ້າງ, ລ້ານນາ, ສິບສອງຈຸໄທ, ສິບສອງພັນນາ ຕັ້ງແຕ່ກ່ອນປະຫວັດສາດ ແລະພ້ອມກັບປະຫວັດສາດຂອງຄົນເຫຼົ່ານີ້ກໍຕາມ ພຣະຍາແຖນ ແລ ຄວາມເຊື່ອເລື່ອງແຖນກໍຍັງປະກົດຕົວຢ່າງເອກະຣາດກໍມີ, ຕິດພັນກັບວັດທະນະທັມຊາວພຸດກໍມີ ອັນນີ້ມັນກໍຢັ້ງຢືນໃນສັດຈະທັດຂອງຕຳນານ ແລະບໍ່ເປັນເລື່ອງແຜກປະຫຼາດ ທີ່ແຖນຈະເປັນບົດເລີ່ມຕົ້ນຂອງພົງສາວະດານລາວ ຫຼືພົງສາວະດານລ້ານຊ້າງ ແລະກຸ່ມຊົນໃນຕະກູນດຽວກັນ, ໂດຍສະເພາະແລ້ວແມ່ນຕະກູນໄຕ ເຊິ່ງມີກົກເຄົ້າເຫງົ້າກະຕູນດຽວກັບລາວ ກໍມີເຄົ້າແບບດຽວກັນທຸກໆເຜົ່າ ຫາກເຮົາເອົາວັນນະຄະດີ ຕຳນານເລື່ອງນີ້ໄປເສື່ອມໂຍງເຂົ້າກັບຄວາມໝາຍຂອງຄວາມເວົ້າປະໂຫຍກໜຶ່ງ ທີ່ຄົນໄທຍ໌ເວົ້າກັນຈົນຮອດບັດນີ້ວ່າ “ຂະເໝນຂາວ ລາວ ດຳໄມ່ມີ ຫຼືໄມ່ໃຊ້” ນັ້ນແລ້ວ ຈະກົງກັບຄຳເນື້ອຄວາມໃນວັນນະຄະດີ ແລະຕຳນານຕອນໜຶ່ງວ່າ ຄົນທີ່ຜິວຂາວແມ່ນລາວ ຫຼືກຸ່ມໄຕ, ສ່ວນຄົນທີ່ຜິວດຳ ແມ່ນຂອມແລະຊົນຊາດທີ່ແຕກສາຂາອອກມາຈາກຂອມທັງຫຼາຍນັ້ນ, ເຊັ່ນຂະແມຣ໌, ສຍາມ, ມາລາຢາ, ມອນ ດັ່ງນີ້ເປັນຕົ້ນ.
- ເອີ…..ມັນເປັນປິດສະໜາທີ່ຊວນໃຫ້ຄົ້ນຫາບໍ່ແມ່ນຢອກເນາະ, ເອົາລະໃຜຊິວ່າຈັ່ງໃດກະຢ່າຢຸດບໍ່ໄດ້ສາແລ້ວປີ່(ພີ່)ນ້ອງເຮົາເອີຍ, ສືບຕໍ່ໄປຈົນເຫັນເງື່ອນນຳກັນເນີ.
07 June 2008
ເມື່ອພຣະເຈົ້າຟ້າງຸ່ມຖືກເນລະເທດ
ໃນໄລຍະຊີວິດຂອງພະບາດສົມເດັດພະເຈົ້າຟ້າງຸ່ມມະຫາລາດນັ້ນ ເລີ່ມຈາກທີ່ເປັນເຈົ້າຟ້າ ຕົວນ້ອຍໆ ຈົນກາຍມາເປັນພະມະຫາກະສັດຜູ້ກຽງໄກລືຊາຜາກົດ ແລະເປັນມະຫາຈັກກະພັດຜູ້ຊົງອຳນາດ ຜູ້ເປັນຈອມເອກະທິລາຊາ ແລະເອກະມະຫາລາຊາ ມີອະທິກະລາດທີ່ເຕັມໄປດ້ວຍຄວາມສຳເລັດອັນມະຫາສານ ເຊິ່ງຫາມະຫາກະສັດພະອົງໃດໃນຂອງລາວ ແລະມະຫາກະສັດບັນດາລາຊະອານາຈັກອ້ອມຂ້າງ ພະອົງຈະສະເໝີເໝືອນຍາກ ແຕ່ຊີວິດຂອງພະອົງຕັ້ງແຕ່ເລີ່ມຕົ້ນ ຈົນບັ້ນທ້າຍຂອງຊີວິດນັ້ນ ຕາມປະຫວັດສາດບັນທຶດວ່າມີຄຳວ່າ “ຖືກເນລະເທດ” ເຖິງສອງຄັ້ງ, ຫາກເຮົາເບິ່ງຕາມ ຄວາມເປັນຈິງຂອງຕາມລັກສະນະການປົກຄອງແບບຕ່າງໆແລ້ວ, “ພຣະຣາຊະອານາຈັກ ລ້ານຊ້າງນັ້ນ ໃຊ້ລະບອກຣາຊາທິປະໄຕ ທີ່ຖືກພັດທະນາມາຢ່າງສຸດຍອດມາແລ້ວແລ້ວ”.
ຫາກເຮົາບໍ່ທັນມອງເບິ່ງ ເຫດການແຫ່ງວັດທະນາການຂອງປະຫວັດສາດລ້ວ ເຮົາມາ ເບິ່ງວຽກງານດ້ານວັດທະນະທຳ ທີ່ປາກົດວັນນະຄະດີຂອງລາວ ບໍ່ວ່າຈະເປັນວັນນະຄະດີພະພຸດທະສາສະໜາ ຫຼືວັນນະຄະດີທີ່ອ້າງອິງຄຳສອນຂອງສາສະໜາ ຫຼືວັນນະຄະດີອື່ນໆ ທີ່ເກີດຂຶ້ນໃນສະໄໝອານາຈັກລ້ານຊ້າງນັ້ນ, ມັນກໍສອດຄ່ອງກັບປະວັດສາດຫຼາຍຢ່າງ ຄືວັນນະຄະດີຫຼາຍເລື່ອງຂອງລາວຈະເວົ້າເຖິງຄຳວ່າ “ລາຊະມົນຕີ” ແທນຄຳວ່າ “ເສນາຂ້າມະຫາດ” ຄຳເວົ້າປະໂຫຍກນີ້ ຍ່ອມເຮັດໃຫ້ເຫັນເຖິງວັດຖຸປະສົງ ແລະຄວາມມຸ້ງຫວັງຂອງປະຊາຊົນຣາຊະດອນໃນສະໄໝນັ້ນ, ທັງຍັງສະແດງໃຫ້ ເຫັນເຖິງລະບົບສັງຄົມ, ວັດທະນະທຳ ແລະການເມືອງ ການປົກຄອງຂອງພະລາຊະອານາຈັກລ້ານຊ້າງ ໄດ້ເປັນຢ່າງດີ, ໂດຍສະເພາະແລ້ວມີວັນນະຄະດີຫຼາຍເລື່ອງທີ່ກ່າວເຖິງ “ພະມະຫາກະສັດຊົງສະຫຼະລາຊະບັນລັງອອກຜະໜວດ” ແລະມີວັນນະຄະດີຫຼາຍເລື່ອງທີ່ເວົ້າເຖິງ “ບ່າວໄພ່ລາຊະດອນໄດ້ເນລະເທດພະຣາຊາມະຫາຫະສັດອອກຈາກລາຊະບັນລັງ” ອັນນີ້ ແມ່ນຢັ້ງຢືນເຖິງລະບອບລາຊາທິປະໄຕ ໃນພະລາຊາອານາຈັກລ້ານຊ້າງ" ຫຼືຈະຮຽກວ່າ “ລະບອບປະຊາທິປະໄຕອັນມີ ພະມະຫາກະສັດເປັນປະມຸກລັດ” ນັ້ນເອງ.
ຫາກເປັນເຊັ່ນນັ້ນແທ້ ໃນພະຣາຊະປະວັດຂອງພະເຈົ້າຟ້າງຸ່ມ ແລະປະວັດສາດລາວຕອນຕົ້ນນັ້ນ ມັນກໍສອດຄ່ອງກັນໄດ້ດີພໍສົມຄວນ ຫາກວ່າປະວັດສາດພະເຈົ້າຟ້າງຸ່ມ ທີ່ເວົ້າເຖິງການເນລະເທດເພື່ອວັດຖຸປະສົງອື່ນ ແຕ່ຖ້າຫາກວິເຄາະໄປວ່າ “ຕອນຕົ້ນຊີວິດຂອງພະອົງເປັນແຜນການທາງການທູດ ແລະຕອນທ້າຍຂອງຊີວິດພະອົງ ເປັນວັດຖຸປະສົງ ແລະລະດັບເປົ້າໝາຍຂອງຊີວິດເພື່ອປາຖະໜາສູງສຸດ ຂອງມະນຸດຫາກບັນລຸເປົ້າໝາຍ ໃນທາງໂລກຢ່າງເຕັມຂັ້ນແລ້ວ ຈະເປັນໄປໄດ້ບໍວ່າ ພະມະຫາກະສັດອັນເປັນປະຖົມບໍລົມມະກະສັດພະອົງນີ້ຂອງລາວ ປາດຖະໜາຍອດພະໂພທິສັດ.....

